ຮູບພາບຂອງພົນເອກຫວໍງວຽນຢາບຝັງເລິກໃນດວງໃຈຂອງປະຊາຊົນ

(vovworld)-ນັບ​ແຕ່​ຮຸ່ງ​ເຊົ້າ, ​ໄລຍະ​ທາງ​ກວ່າ 1 ກິ​ໂລ​ແມດ ຈາກ​ສຸສານ​ປະທາ​ນ​ໂຮ່ຈິ​ມີນ​ເຖິງ​ເຮືອນ​ເລກທີ 30 ຖະຫນົນ​ຮ່ວາງ​ຢ້ຽວ, ​ເຊິ່ງ​ແມ່ນ​ບ້ານ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ມີຊາວ​ຫວຽດນາມ​ນັບ​ພັນໆ​ຄົນຢືນ​ລຽນ​ແຖວຢ່າງ​ເປັນ​ລະບຽບ​ເພື່ອ​​ເຂົ້າ​ໄຫວ້​ອາ​ໄລ​ພົນ​ເອກ.  ຜູ້​ໃດ​ກໍ​ມີ​ຄວາມ​ເສົ້າ​​ໂສກ​ເສຍດາຍຕໍ່​ການ​ຈາກໄປ​ຂອງ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ. ​

        ​ແຕ່​ວັນ​ທີ 6/10 -10/10, ຈຳນວນ​ປະຊາຊົນ​ມາ​ໄຫວ້​ອາ​ໄລ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຢູ່​ບ້ານ​ຂອງ​ເພີ່ນ​​​ແມ່ນນັບ​ລ້ານ​ຄົນ ​ແລະ​ ໃກ້​ຮອດ​ມື້​ດຳ​ເນີນ​ພິທີ​ຊາ​ປະ​ນະ​ກິດ​ສົບ, ຈຳນວນປະຊາຊົນ​ມາ​​ໄຫວ້​ອາ​ໄລນັບ​ມື້​ນັບ​ຫລາຍ. ຢູ່​ຖະຫນົນ​ດ້ຽນບຽນ​ຝູ ​ໃກ້​ກັບ​ບ້ານ​ຂອງ​ເພີ່ນ, ມີ​ລົດ​ໂອ​ໂຕ​ຫລາຍ​ຄັນທີ່​ມາ​ຈາກ​ແຂວງ, ນະຄອນ​ຕ່າງໆຄື: ດ້ຽນບຽນ, ລາວ​ກາຍ, ນະຄອນ​ໂຮ່ຈິ​ມີນ… ລົດ​ຄັນ​ໃດ​ກໍ​ມີແຖວ​ຫນັງສື​ທີ່ວ່າ​: ​ໂສກ​​ເສົ້າ​ເສຍດາຍ​ພົນ​ເອກ ຫວໍ​ງວຽນ​ຢາ​ບ”.

ຮູບພາບຂອງພົນເອກຫວໍງວຽນຢາບຝັງເລິກໃນດວງໃຈຂອງປະຊາຊົນ - ảnh 1
ຈຳນວນປະຊາຊົນ​ມາ​​ໄຫວ້​ອາ​ໄລພົນເອກນັບ​ມື້​ນັບ​ຫລາຍ
ພາບ:internet

        ມາ​ສັ່ງ​ລາ​ນາຍ​ພົນ​​ແຫ່ງ​ຊາດ​ຄັ້ງ​ສຸດ​ທ້າຍ, ​ຜູ້​ໃດ​ກໍ່​ມີ​ຄວາມ​ສະ​ເທືອ​ນ​ໃຈຍາກ​ທີ່ຈະ​​ເວົ້າ​ມາ​ໄດ້. ​ສະ​ນັ້ນ ບັນດາ​ສໍ່​ດອກ​ໄມ້​ທີ່ສວຍ​ງາມ​ຊື່​ງ​ເຂົາ​​ເຈົ້າ​ນຳ​​ມານັ້ນ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ, ຄວາມ​ຮັກ​ແພງ, ​ເຄົາລົບ​ນັບຖືຂອງ​ຕົນ​ທີ່​ມີ​ຕໍ່​ພົນ​ເອກ​ຫວໍ​ງວຽນ​ຢາ​ບ. ນາງ ຫງວຽນ​ງອກ​ເທວ, ນຸ່ງຊຸດ​ອາພອນປະຈຳ​ເຜົ່າ​ຜູ້​ໄທ ມາ​ຈາກ​ແຂວງ ດ້ຽນບຽນ ຊື່​ງ​ແມ່ນ​ດິນ​ແດນທີ່​ຕິດ​ພັນ​ກັບ​​ອະນຸສອນ​ຊຸມ​ເດືອນ​ປີ​ແຫ່ງ​ການ​ສູ້​ຮົບ​ຂອງ​ພົນ​ເອກ ​ຫວໍ​ງວຽນ​ຢາ​ບ, ​ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ນຸ່ງ​ຊຸດ​ອາພອນ​ນີ້​ມາ​ໄຫວ້​ອາ​ໄລ​ລຸງ, ​ເພ່ືອ​ໃຫ້​ລຸງ​ຍາມ​ໃດ​ກໍ​ຄິດ​ເຖິງ​ຊາວ ​ດ້ຽນບຽນ, ​ເຂດ​ດິນ​ແດນ​ທີ່​ຕິດ​ພັນ​ກັບ​ຊື່​ສຽງຂອງ​ລຸງ ​ແລະ ກໍ​ຢາກ​ໃຫ້​ລຸງ​ຮູ້​ຈັກ​ວ່າ ຮູບ​ພາບ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ພວກ​ຂ້າພະ​ເຈົ້າ​ຕະຫລອດ​ການ.”

         ສ່ວນ ອ້າ​ຍຮ່ວາງ​ວັນ​ຫຽບ ຢູ່​ຖະຫນົນ ຮ່າງ​ບຸນ ຮ່າ​ໂນ້ຍ ຢາກ​ຝາກຝັງ​ອາລົມ​ຈິດ​ຂອງ​ຕົນ​ຜ່ານ​ຫລຽນ​ກາ​ຮູບ​​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ທີ່​ອ້າຍ​ນຳມາ​ແຈກ​ຢາຍ​​ໃຫ້​ບັນດາ​ຜູ້​ເຂົ້າ​ໄຫວ້​ອາ​ໄລ​​ພົນ​ເອກ. ອ້າຍ​ຮ່ວາງ​ວັນ​ຫຽບ​ ເວົ້າ​ດ້ວຍ​ຄວາມ​ຕຶ້ນຕັນ​ໃຈ​ວ່າ:

        “​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ພົນ​ເອກ ຫວໍ​ງວຽນ​ຢາ​ບ​ເຖິງ​ແຕ່​ມໍລະນະ​ກຳ ຂ້າພະ​ເຈົ້າ​ຮູ້ສຶກ​​ໂສກ​ເສົ້າ​ເສຍດາຍ​ທີ່​ສຸດ ​ແລະ ​ໄດ້​ເລືອກ​ເອົາ​ຮູບ​ພາບ​ຂອງ​ລຸງ​ທາງ​ອິນ​ເຕີ​ແນ​ດ ​​ຜະລິດ​ເປັນຫຼຽນ​ກາ​​ເຫຼົ່າ​ນີ້ເພື່ອ​ແຈກ​ຢາຍ​ໃຫ້​ຜູ້​ເຂົ້າ​ໄຫວ້​ອາ​ໄລ​. ນັ້ນ​ແມ່ນ​ການສະ​ແດງ​ອາລົມ​ຈິດ​ຂອງ​ຕົນ​ທີ່​ມີ​ຕໍ່​ພົນ​ເອກ​ຫວໍ​ງວຽນ​ຢາ​ບ.”

        ​ນຸ່ງ​​ເສື້ອ​ສີຂຽວ​ຂອງ​ຊາວ​ຫນຸ່ມ​ອາສາ​ສະໝັກ, ພວກ​ເພື່ອນຊາວ​ຫນຸ່ມ​ ກາ​ນາ​ດາ ຢືນ​ເປັນ​ແຖວ​​ໃນ​ຕະຫລອດ​ເວລາ 3 ຊົ່ວ​ໂມງ ​ເພື່ອ​ລໍ​ຖ້າ​ເຂົ້າ​ໄຫວ້​ອາ​ໄລ​ພົນ​ເອກ ຫວໍ​ງວຽນ​ຢາ​ບທີ່​ບ້ານ​ຂອງ​ເພິ່ນ. ​ເພື່ອນ Mathew Gibson, ສະມາຊິກ​ໃນ​ກຸ່ມ​ຊາວ​ຫນຸ່ມ​ອາສາ​ສະໝັກ ກາ​ນາ​ດາ - ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ, ພວກ​ຂ້າພະ​ເຈົ້າ​ມາ​ນີ້​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຂອງ​ຕົນ​ຕໍ່​ພົນ​ເອກ​ຂອງ​ຊາດ​ຫວຽດນາມ. ຂ້າພະ​ເຈົ້າ​ເຫັນ​ວ່າ ຊາວ​ຫວຽດນາມ ມີ​ຄວາມ​ເຄົາ​ລົບ​ນັບຖື ​ແລະ ອາລົມ​ຈິດ​ພິ​ເສດ​ທີ່​ສຸດ​ຕໍ່ພົນ​ເອກ. ”

ຮູບພາບຂອງພົນເອກຫວໍງວຽນຢາບຝັງເລິກໃນດວງໃຈຂອງປະຊາຊົນ - ảnh 2
ຊາວຫນຸ່ມອາສາສະໝັກພາຜູ້ເຖົ້າຜູ້ແກ່ເຂົ້າໄຫວ້ອາໄລພົນເອກ
ພາບ:internet

        ​ເມື່ອ​ລໍຖ້າ​ເຂົ້າ​ໄຫວ້​ອາ​ໄລພົນ​ເອກ​ທີ່​ບ້ານ​ຂອງ​​ເພິ່ນ, ຜູ້​ຄົນ​ທັງຫຼາຍ​ຍັງ​ໄດ້​ຮັບ​ຟັງບັນດາ​ເລື່ອງ​ລາວ, ອະນຸສອນ​ຂອງ​​ທະຫານ ​ແລະ ປະຊາຊົນ​ຫວຽດນາມ ທີ່​ມີຕໍ່​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​. ພັນ​ເອກ ດັ້ງ​ງຽມຢ້ຽມ ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ມີ​ໂອກາດ​ເຮັດ​ວຽກ​ກັບ​ລຸງ​ຢາ​ບ​ 2 ​ເທື່ອແລ້ວ ​ແລະ ​ເຫັນ​ວ່າ ລຸງ​ຢາ​ບ ​ແມ່ນ​ຜູ້​ຮັບ​ຟັງ​ບັນດາ​ຄຳ​ເຫັນປະກອບ​ຂອງ​ຂັ້ນ​ລຸ່ມ. ລຸງ​ແມ່ນ​ອ້າຍ​ກົກ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ແມ່ນ​ຜູ້​ໃຈ​ບຸນ, ມີ​ຄຸນສົມບັດ, ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ”

        ຕະຫລອດ 5 ວັນ​ແລະ​ຄືນ, ປະຕູ​ບ້ານ​ຂອງ​ພົນ​ເອກບໍ່​ໄດ້​ອັດ​ເທື່ອ. ​ເຖິງ​ວ່າ​ໄດ້​ເຂົ້າ​ໄຫວ້​ອາ​ໄລ​ແລ້ວກໍ່ຕາມ​ແຕ່​ຫລາຍ​ຄົນ​ບໍ່​ຢາກ​ກັບ​ເມືອ​ອີກ. ຢູ່​ນອກ​ປະຕູ​ປະຊາຊົນ​ຫລາຍ​ຄົນ​ຍັງ​ຢືນຢູ່​ນັ້ນ​ເພື່ອ​ຊອກ​ຫາ​ຮູບ​ພາບຂອງ​ພົນ​​ເອກ. ​ເພາະ​ເຂົາ​ເຈົ້າຄິດ​ວ່າ​ລຸງ​ຍັງ​ຄົງ​ຍືນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ

ຕອບກັບ

ຂ່າວ/ບົດ​ອື່ນ