ຮູບພາບນັກຂ່າວ ຟານກວາງ ຜ່ານປື້ມ: ຟານກວາງ, ອາຍຸ 90 ປີເຊິ່ງ 70 ປີປະກອບອາຊີບເປັນນັກຂ່າວ

(VOVWORLD) - ວິທະຍຸກະຈາຍສຽງ ຫວຽດນາມ ຫາກໍ່ເປີດຕົວປື້ມທີ່ມີຊື່ວ່າ: “ຟານກວາງ, ອາຍຸ 90 ປີເຊິ່ງ 70 ປີແມ່ນປະກອບອາຊີບເປັນນັກຂ່າວ” ໂດຍທ່ານນາງຮອງສາດສະດາຈານ, ປອ ຫງວຽນທິເຈື່ອງຢາງ ໄດ້ສະສົມ ແລະ ຮຽບຮຽງ.

ປື້ມຫົວນີ້ໄດ້ສະໜອງໃຫ້ຜູ້ອ່ານບັນດາເອກະສານທີ່ລ້ຳຄ່າກ່ຽວກັບນັກຂ່າວ ຟານກວາງ, ເຊິ່ງເປັນນັກຂ່າວຂຽນບົດດີເລີດ, ມີຈຸດຍອດຍິ່ງ ແລະ ມີຄວາມເກັ່ງກ້າສາມາດໃນຕະຫຼອດ 70 ປີທີ່ປະກອບອາຊີບຂອງທ່ານ.

ຮູບພາບນັກຂ່າວ ຟານກວາງ ຜ່ານປື້ມ: ຟານກວາງ, ອາຍຸ 90 ປີເຊິ່ງ 70 ປີປະກອບອາຊີບເປັນນັກຂ່າວ - ảnh 1ນັກຂ່າວ ຟານກວາງ

        ທ່ານນາງຮອງສາດສະດາຈານ, ປະລິຍາເອກ ຫງວຽນທິເຈື່ອງຢາງ ໄດ້ຄົ້ນຄ້ວາບົດໜັງສືພິມຂອງນັກຂ່າວນັບຮ້ອຍຄົນທີ່ໄດ້ຂຽນກ່ຽວກັບນັກຂ່າວ ຟານກວາງ ເພື່ອຮຽບຮຽງເປັນປື້ມທີ່ມີຊື່ວ່າ: “ຟານກວາງ, ອາຍຸ 90 ປີເຊິ່ງ 70 ປີແມ່ນປະກອບອາຊີບເປັນນັກຂ່າວ”.

        ມີນັກປະພັນຫຼາຍຄົນທີ່ຂຽນມ່ວນ ແລະ ຂຽນຢ່າງຕໍ່ເນື່ອງກ່ຽວກັບນັກຂ່າວ ຟານກວາງຄື: ນັກປະພັນວັນນະຄະດີ ໂງຖາວ; ສາດສະດາຈານ ຮ່ວາງຈິງ; ນັກຂ່າວ ຟ້າມກວກຕ່ວານ; ນັກຂ່າວ ອີຈາງ, ນັກຂ່າວ ດ່ວານມິງຕ໊ວນ… ເຖິງວ່າວິທີການສຳຜັດ, ການສັງເກດບັນຫາ, ວິທີການຂຽນ, ວິທີການສະແດງອອກທີ່ແຕກຕ່າງກັນກໍ່ຕາມ ແຕ່ທັງໝົດເຫຼົ່ານັ້ນລ້ວນແຕ່ມີຂໍ້ສັງເກດອັນດຽວກັນຄື: ຟານກວາງ ແມ່ນນັກຂ່າວ, ແມ່ນນັກປະພັນວັນນະຄະດີ, ນັກວັດທະນະທຳ, ນັກແປພາສາຜູ້ເກັ່ງກ້າສາມາດ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ກ້ວາງຂວາງໃນຫຼາຍຂົງເຂດ; ແມ່ນຜູ້ມີນ້ຳໃຈອົບອຸ່ນຕໍ່ປະຊາຊົນ, ປະເທດຊາດ,  ເພື່ອນມິດ ແລະ ເພື່ອນຮ່ວມງານ. ໃນພື້ນຖານສື່ມວນຊົນ, ວັນນະຄະດີ ຫວຽດນາມ ໃນເຄິ່ງທ້າຍສະຕະວັດທີ 20 ນັ້ນ, ຜູ້ອ່ານໄດ້ຮູ້ຈັກເຖິງ ຟານກວາງ ບໍ່ພຽງແຕ່ແມ່ນນັກຄຸ້ມຄອງດ້ານສື່ມວນຊົນ, ແມ່ນສະມາຊິກສະພາແຫ່ງຊາດທີ່ມີຄວາມສຸພາບຮຽບຮ້ອຍເທົ່ານັ້ນ ຫາກຍິ່ງໄປກ່ວານັ້ນ, ທ່ານຍັງແມ່ນນັກປະພັນທີ່ມືຊື່ສຽງໂດ່ງດັງ ກ່ຽວກັບການຂຽນປື້ມຫົວຕ່າງໆອີກດ້ວຍ. ເຖິງວ່າເປັນຫົວໜ້າ, ເປັນເພື່ອນຮ່ວມງານ ຫຼື ແມ່ນຜູ້ອ່ານກໍ່ຕາມ ແຕ່ໃຜໆກໍ່ຍ້ອງຍໍບົດຂຽນຂອງທ່ານ. ນັກຂ່າວ ບຸ່ຍຮ່ວາງຕ໊າມ, ສັງກັດໜັງສືພິມ ເຢີນຈີ໊, ໃຫ້ຮູ້ວ່າ:       

        “ຂ້າພະເຈົ້າຮູ້ຈັກເຖິງລຸງ ຟານກວາງ ຜ່ານບັນດາບົດຂຽນຕ່າງໆ, ເປັນນາຍແປພາສາ. ເວລາທີ່ຂ້າພະເຈົ້າປະຕິບັດງານຢູ່ໜັງສືພິມ ນັກຂ່າວ ແລະ ຄວາມຄິດເຫັນຂອງມະຫາຊົນ, ລຸງ ຟານກວາງ  ແມ່ນປະທານສະມາຄົມນັກຂ່າວ ດັ່ງນັ້ນຂ້າພະເຈົ້າມີຄວາມໃກ້ຊິດກັບທ່ານກ່ວາ. ສຳລັບຂ້າພະເຈົ້າແລ້ວ, ລຸງແມ່ນແບບຢ່າງ, ແມ່ນອາຈານໃຫຍ່ສຳລັບວົງການນັກຂ່າວ. ແຕ່ລະເທື່ອເມື່ອຈຳໜ່າຍປື້ມໃໝ່ ລຸງກໍ່ມອບໃຫ້ຂ້າພະເຈົ້າຫົວໜຶ່ງ ແລະ ລົງລາຍເຊັນດ້ວຍຄວາມເຄົາລົບ.”

        ໃນປື້ມ “ຟານກວາງ, ອາຍຸ 90 ປີເຊິ່ງ 70 ປີແມ່ນປະກອບອາຊີບເປັນນັກຂ່າວ” , ຜູ້ອ່ານເຫັນຮູບພາບຂອງນັກຂ່າວ ຟານກວາງ ທີ່ມີຊີວິດຊີວາ, ໃນຫຼາຍແງ່ມູມ.  ນັກກະວີ ເຈ໊ລານວຽນ ມີຄວາມເຄົາລົບ ແລະ ນັບຖື “ສະຕິ, ແບບວິທີການເຮັດວຽກ” ຂອງທ່ານ ຟານກວາງ. ນັກຂ່າວ ຮ່ວາງຕູ່ງ, ຫົວໜ້າຂອງນັກຂ່າວ ຟານກວາງ ໃນເວລາທີ່ທ່ານເຮັດວຽກຢູ່ໜັງສືພິມ ເຍີນເຢີນ ກໍ່ໃຫ້ຂໍ້ສັງເກດວ່າ “ຟານກວາງ ແມ່ນໜຶ່ງໃນບັນດາຜູ້ໄດ້ໄປເຫັນຫຼາຍບ່ອນ, ຂຽນບົດໄດ້ຫຼາຍທີ່ສຸດ. ຖີບລົດຖີບໄປພາຍໃຕ້ສຽງເຮືອບິນ ແລະ ສຽງລະເບີດຂອງອາເມລິກາ”. ອາຍຸຍິ່ງຫຼາຍ, ນາມປາກກາຂອງທ່ານກໍ່ຍິ່ງດັງ. ນັກຂ່າວ ເຈືອງກົ້ງຮ່ວາ, ອະດີດພະນັກງານຂອງວິທະຍຸກະຈາຍສຽງ ຫວຽດນາມ, ໄດ້ປຽບທຽບນັກຂ່າວ ຟານກວາງ ເໝືອນດັ່ງຕົ້ນໄມ້ມີອາຍຸຫຼາຍປີ:

        “ຜູ້ນິຍົມບົດຂຽນຂອງລຸງຟານກວາງ ມີຫຼາຍທີ່ສຸດ. ໃນນັ້ນມີຫຼາຍຄົນ, ນັບສິບປີມານີ້ໄດ້ອ່ານ ແລະ ສະສົມບົດຂຽນຂອງອ້າຍຟານກວາງ, ຈາກປື້ມຕະຫຼອດຮອດໜັງສືພິມ. ການເລືອກເຟັ້ນ, ສະສົມຂອງໝູ່ເພື່ອນ ເພື່ອເປີດຕົວປື້ມຂຽນກ່ຽວກັບທ່ານ ຟານກວາງ ແມ່ນສິ່ງທີ່ມີຄວາມຜາສຸກທີ່ສຸດສຳລັບບັນດານັກຂ່າວ.”

        ບັນດາເພື່ອນຮ່ວມງານຄົນອື່ນໆຢູ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສະຫງວນບັນດາຄຳປະໂຫຍກ, ຄຳເວົ້າທີ່ດີສຸດເມື່ອເວົ້າເຖິງຄວາມປີຊາສາມາດຂອງທ່ານ ຟານກວາງ ໃນຖານະຕຳແໜ່ງ ເປັນຜູ້ອຳນວຍການໃຫຍ່ ດ້ວຍບັນດາຂີດໝາຍໃນການປ່ຽນແປງໃໝ່ຮອບດ້ານຂອງວິທະຍຸກະຈາຍສຽງ ຫວຽດນາມ. ມາຮອດຈຸດເວລານີ້, ເຖິງວ່າມີອາຍຸ 90 ປີແລ້ວກໍ່ຕາມ, ແຕ່ທ່ານຍັງສຸດຈິດສຸດໃຈກັບການພັດທະນາຂອງວິທະຍຸກະຈາຍສຽງ ຫວຽດນາມ ຢູ່:

        “ຂ້າພະເຈົ້າໄດ້ສະຫງວນຊີວິດສ່ວນໜຶ່ງ, ເຖິງວ່າບໍ່ເປັນເວລາດົນແຕ່ ຂ້າພະເຈົ້າໄດ້ສຸດຈິດສຸດໃຈກັບວຽກງານໃຫ້ ວິທະຍຸກະຈາຍສຽງ ຫວຽດນາມ. ຂ້າພະເຈົ້າຄິດວ່າ, ການກະຈາຍສຽງຍາມໃດກໍ່ມີທີ່ຕັ້ງໃນສັງຄົມ ແລະ ມີທີ່ຕັ້ງຂອງມັນໃນພາຫະນະສື່ມວນຊົນໃນປະຈຸບັນ. ການພັດທະນາແມ່ນກົດເກນຈຳເປັນ. ຢາກໃຫ້ການກະຈາຍສຽງຍືງຍົງຄົງຕົວ ແລະ ພັດທະນາຕ້ອງປ່ຽນແປງໃໝ່ດ້ວຍຕົນເອງ ແລະ ປັບຕົວເຂົ້າກັບເງື່ອນໄຂໃໝ່. ການກະຈາຍສຽງຈະບໍ່ທີ່ຕັ້ງບົດບາດຂອງຕົນສູນເສຍໄປ ຍ້ອນວ່າສຽງເວົ້າແມ່ນສິ່ງທີ່ລ້ຳຄ່າທີ່ສຸດຂອງມະນຸດ.”

        ອ່ານປື້ມ “ຟານກວາງ, ອາຍຸ 90 ປີເຊິ່ງ 70 ປີເປັນປະກອບອາຊີບນັກຂ່າວ” ບໍ່ພຽງແຕ່ໄດ້ເຫັນພາບພົດຂອງນັກຂ່າວທີ່ມີປະສົບການເທົ່ານັ້ນ, ຫາກຍັງແມ່ນພາບພົດຂອງສື່ມວນຊົນ ຫວຽດນາມ, ແມ່ນບັນດາສານອັນລ້ຳຄ່າກ່ຽວກັບອາຊີບນັກຂ່າວອີກດ້ວຍ. ກ່ອນນັ້ນ, ນັກປັດຊະຍາໄດ້ເວົ້າວ່າ “ເຮົາຍັງນຶກຄິດແມ່ນໝາຍຄວາມວ່າເຮົາຍັງຄົງຕົວຢູ່”. ສຳລັບຜູ້ເຮັດວຽກງານການສື່ຂ່າວແຕ່ລະຄົນ, ນັກຂ່າວ ຟານກວາງ ເຄີຍເວົ້າວ່າ: “ເຮົາຂຽນໝາຍຄວາມວ່າເຮົາຍັງຄົງຕົວຢູ່”.

ຕອບກັບ

ຂ່າວ/ບົດ​ອື່ນ