ຮ້ານກາເຟ-ດົນຕີຍາມກາງຄືນຢູ່ດ່າລາດ

(vovworld) – ກາ​ເຟ ດ່າ​ລາດ ​ແມ່ນ​ເຄື່ອງ​ດື່ມ​ທີ່​ມີ​ຊື່​ສຽງ, ​ເຊິ່ງໄດ້​ດຶງ​ດູດນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​ດ່າ​ລາດ​. ຮ້ານ​ກາ​ເຟຢູ່​ດ່າ​ລາດ​ ມີ​ຫຼາຍ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ, ມີ​ທັງ​ຮ້ານ​ຮັບ​ໃຊ້​ຄົນ​ຮັ່ງມີ, ຮ້ານ​ຮັບ​ໃຊ້ສາມັນ​ຊົນ ​ແລະ ຮ້ານ​ສະຫງວນ​ໃຫ້​ແກ່ໝູ່​ເພືອນ… ​

ຮ້ານກາເຟ-ດົນຕີຍາມກາງຄືນຢູ່ດ່າລາດ - ảnh 1

ຮ້ານ​ກາ​ເຟ-ດົນຕີ ຢຽມ​ເຊືອ

(ພາບ: ອິນ​ເຕີ​ແນດ)

ຮອດ​ເວລາ 21 ​ໂມງ​ຂອງ​ທຸກ​ວັນ, ຮ້ານ​ກາ​ເຟ-ດົນຕີ ຢຽມ​ເຊືອ (Diem Xua) ທີ່​ຫ່າງ​ຈາກ​ໃຈກາງ​ນະຄອນ​ດ່າ​ລາດ ​ບໍ່​ໄກ, ​ໄດ້​ສ້າງ​ຄວາມ​ດຶງ​ດູດນັກ​ທ່ອງ​ທ່ຽວ​ດ້ວຍ​ສຽງກີ​ຕາ ທີ່​ມີ​ຄວາມ​ລິ້ງ​ເຄີຍ​ສຳລັບ​ຜູ້​ນິຍົມ​ດົນຕີ​ຂອງ ຈິ້ງ​ກົງ​ເຊີນ. ພວກ​ເຮົາ​ມາຮ້ານ​ກາ​ເຟນີ້​ໃນ​ຍາມ​ຝົນຕົກ, ທັງ​​ດື່ມ​ກາ​ເຟ​ໃນ​ແສງ​ທຽນບໍ່​ແຈ້ງ​ຊັດ ​ທັງ​ໄດ້​ຮັບຟັງສຽງ​ກີ​ຕາ ພ້ອມ​ກັບ​ບົດ​ເພງ​ຢຽມ​ເຊືອ ​ເຊຶ່ງ​ແມ່ນ​ບົດ​ເພງ​ຂອງ​ນັກ​ດົນຕີ​ທີ່​ລື​ຊື່ ຈິ້ງ​ກົງ​ເຊີນ

ສຽງ​ເພງ​ຂອງ​ເອື້ອຍ ​​ແຄ໋ງ​ເຕີມ, ​ເຈົ້າຂອງ​ຮ້ານ​ກາ​ເຟ ​ໄດ້​ເຮັດໃຫ້ນັກ​ທ່ອງ​ທ່ຽວ​ຮູ້​ສຶກສະຫວາດສະ​ເຫວີຍ​ໄປ​ນຳ. ສຽງ​ເພງ​ທັງ​ລຶ້ງ​ເຄີຍ, ທັງ​ແປກ​ປະຫຼາດ. ຍ້ອນ​​ສຽງ​ເພງ​​ຂອງ​ເອື້ອຍຄ້າຍຄື​ກັນ​ກັບ​ນັກ​ຮ້ອງ ​ແຄ໋ງລີ, ​ຜູ້​ຄົນ​ທັງຫຼາຍ​ຈຶ່ງເອີ້ນ​​ເອື້ອຍ​ວ່າ ​ແຄ໋ງລີ ຂອງ​ດ່າ​ລາດ. ​ເມື່ອ​ພົບ​ປະ​ກັບ​ພວກ​ຂ້າພະ​ເຈົ້າ, ​ເອື້ອຍ ​ແຄ໋ງ​ເຕິ​ມ ​ໃຫ້​ຮູ້​ວ່າ:

“ຂ້າພະ​ເຈົ້າ ​ແລະ ນັກ​ຮ້ອງ​ ​ແຄ໋ງລີ ພຽງ​ແຕ່​ຮ່ວມສາຍ​ເລືອດ​ຂອງ​ຊາວ​ຫວຽດນາມ​ເທົ່າ​ນັ້ນ. ນັບ​ແຕ່​ເວລາ​ຍັງ​ນ້ອຍ ຂ້າພະ​ເຈົ້າ​ໄດ້​ນິຍົມ​ກັບ​ດົນຕີ​ຂອງ ຈິ້ງ​ກົງ​ເຊີນ ​ແລ້ວ. ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ອາຍຸ 60 ປີ​ແລ້ວ​ກໍ່ຕາມ, ​ແຕ່​ຂ້າພະ​ເຈົ້າ​ຍັງ​ຄົງ​ນິຍົມ​ດົນຕີ​ຂອງ​ລາວ​ຢູ່“.

ຮ້ານກາເຟ-ດົນຕີຍາມກາງຄືນຢູ່ດ່າລາດ - ảnh 2

ຮ້ານ​ກາ​ເຟ-ດົນຕີ ຢຽມ​ເຊືອ

(ພາບ: ອິນ​ເຕີ​ແນດ)

​ແຂກ​ທີ່ມາ​ຮ້ານ​ກາ​ເຟ​ແຫ່ງນີ້ມີ​ຫຼາຍ​ລຸ້ນຄົນ, ​ໃນ​ນັ້ນ 2/3 ​ແມ່ນ​ລຸ້ນໜຸ່ມ. ດັ່ງ​ນັ້ນ​ຢູ່​ທີ່​ນີ້​ບໍ່​ມີ​ການຈຳ​ແນ​ກກ່ຽວ​ກັບ​ເກນ​ອາຍຸ, ຫາກ​ເຂົາ​ເຈົ້າ​ທັງ​ໝົດ​ລ້ວນ​ແຕ່​ມີ​ຄວາມນິຍົມ​​ດຽວ​ກັນ​ນັ້ນ​ແມ່ນ​ຢາກຮັບ​ຟັງ​ດົນຕີ​ຂອງ ຈິ້ງ​ກົງ​ເຊີນ ​ເທົ່າ​ນັ້ນ. ອ້າຍ ຫວໍ​ເຟືອງ​ວຽນ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຟານ​ຮາງ, ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ມາ​ແຫ່ງ​ນີ້​ເປັນ​ເທື່ອ​ທີ 2 ​ແລ້ວ, ​ເມື່ອ​ມາ​ຮອດ​ດ່າ​ລາດ ຂ້າພະ​ເຈົ້າ​ຕ້ອງ​ແວ່​ຢາມ​ຮ້ານ​ນີ້​ໃນ​ທັນທີ ​ເພື່ອ​ຮັງ​ຟັງ​ດົນຕີ​ຂອງ ​ຈິ້ງ​ກົງ​ເຊີນ. ສຽງ​ດົນຕີ​ຢູ່​ຮ້ານ​ນີ້​ມ່ວນ​ຫຼາຍ, ການສະ​ແດງ​ກໍ່ງ່າຍດາຍ ​ແລະ ຈິງ​ໃຈ. ​ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ເຄື່ອງ​ດື່ມ​ແມ່ນ​ສຳຮອງ, ​ສິ່ງ​ສຳ​ຄັນ​ນັ້ນ​ແມ່ນ​ເພື່ອຮັບ​ຟັງດົນຕີ​​ຂອງ ຈິ້ງ​ກົງ​ເຊີນ. ພາຍຫຼັງ​ໄດ້​ຮັບ​ຟັງ​ດົນຕີ​ຢູ່​ຮ້ານນີ້​ແລ້ວ, ຂ້າພະ​ເຈົ້າ​ຮູ້ສຶກສະຫວາດສະ​ເຫວີຍ​ກວ່າ“.

ອອກ​ຈາກ​ຮ້ານ​ກາ​ເຟຢຽມ​ເຊືອ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ແວ່​ຢາມ​ຮ້ານ​ກາ​ເຟ ກຸງ​ດ່ານ​ເຊືອ (ສຽງ​ດົນຕີ​ໃນ​ເມື່ອ​ກ່ອນ), ​ຕັ້ງ​ຢູ່ຖະ​ໜົນ 3/2 ຢູ່​ໃຈ​ກາງ​ນະ​ຄອນ. ເຖິງວ່າ​ນີ້​ແມ່ນຮ້ານ​ນ້ອຍ​ກໍ່​ຕາມ, ແຕ່​ບໍ່​ອຶກ​ກະ​ທຶກ​ຄຶກ​ໂຄມ. ໂດຍ​ຕ່າງ​ກັບ​ຮ້ານ​ຢຽມ​ເຊືອ ພຽງ​ແຕ່​ເລືອກ​ເອົາ​ດົນ​ຕີ​ຂອງ​ ຈິ້ງ​ກົງ​ເຊີນ ເພື່ອ​ສະ​ແດງ. ຮ້ານ ກຸງ​ດ່ານ​ເຊືຍ ພັດ​ສະ​ແດງ​ດົນ​ຕີ​, ບົດ​ເພງຂອງນັກ​ດົນ​ຕີຫຼາຍ​ຄົນ​ຄື: ຟ້າມ​ຢູຍ, ໂງ​ທູ້ຍ​ມຽນ, ກຸງ​ຕ໋ຽນ, ດ່​ວານ​ຈວນ, ຕື໋​ລິງ ຫຼື​ບັນ​ດາ​ບົດ​ເພງ​ທີ່​ຍ້ອງ​ຍໍ​ສັນ​ລະ​ເສີນ​ດິນ​ແດງ​ແຫ່ງດອກ​ໄມ້​ນັບ​ພັນ​ຊະ​ນິດ.

ຮ້ານກາເຟ-ດົນຕີຍາມກາງຄືນຢູ່ດ່າລາດ - ảnh 3

ຮ້ານ​ກາ​ເຟ ກຸງ​ດ່ານ​ເຊືອ
(ພາບ: ອິນ​ເຕີ​ແນດ)

ເອື້ອຍ ຮົ່ງ, ເຈົ້າ​ຂອງ​ຮ້ານ, ທັງ​ເປັນ​ນັກ​ຮ້ອງ, MC ຂອງ​ຮ້ານ​ໃຫ້​ຮູ້​ວ່າ, ​ຍ້ອນ​ເມົາ​ມົວ​ກັບ​ດົນ​ຕີ, ເອື້ອຍ​ຈຶ່ງເປີດ​ຮ້ານ​ກາ​ເຟນີ້ ດ້ວຍ​ຄວາມ​ຫວັງ​ຢາກໄດ້​ຂັບ​ຮ້​ອງ ແລະ ໄດ້​ຟັງ​ຜູ້​ອື່ນ​ຂັບ​ຮ້ອງ.

“ແຂກ​ມາ​ຮ້ານນີ້​ສ່ວນຫຼາຍ​ແມ່ນ​ຢາກ​ຮັບ​ຟັງ​ດົນ​ຕີ​ເຄິ່ງຄ​ລາ​ສ​ສິກ, ງ່າຍດາຍ​ແຕ່​ເລິກ​ເຊິ່ງ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮຽນ​ດົນ​ຕີ, ອາ​ຊີບ​ຕົ້ນ​ຕໍ່​ແມ່ນ​ຄູ​ສອນ​ພາ​ສາ​ອັງ​ກິດ​ນັບ​ແຕ່​ປີ 1981, ແຕ່ຍ້ອນ​ນິ​ຍົມ​ດົນ​ຕີ​ຈຶ່ງ​ເປີດ​ຮ້ານ ​ເພື່ອ​ມີ​ໂອ​ກາດ​ໄດ້ຂັບ​ຮ້ອງ​ ແລະ ​ພົບ​ປະແລກ​ປ່ຽນ​ກັບ​ແຂກ”.

ຮ້ານກາເຟ-ດົນຕີຍາມກາງຄືນຢູ່ດ່າລາດ - ảnh 4

ຮ້ານ​ກາ​ເຟ Reinny

(ພາບ: ອິນ​ເຕີ​ແນດ)

ດ່າ​ລາດ ດ້ວຍ​ຮ້ານ​ກາ​ເຟຫຼາຍ​ຮ້ານ​ຄື: ຕິ້ງ​ລັ້ງ (ສະ​ຫງົບ​ງຽບ), Why Not, Reinny… ແຕ່ເວ​ລາ​ຖືກ​ຈຳ​ກັດ, ​ພວກ​ຂ້າ​ພະ​ເຈົ້າຈຶ່ງ​ບໍ່​ສາ​ມາດ​ແວ່​ຢາມ​ໄດ້. ລາ​ອອກ​ຈາກ​ດ່າ​ລາດ ໃນ​ຄວາມ​ເສຍດາຍ ແລະ ຄິດ​ໃນ​ໃຈ​ວ່າ​ຈະ​ກັບ​ມາ​ຢ້ຽມ​ຢາມ​ອີກ​ຄັ້ງ​ໃໝ່. ເພາະ​ວ່າ​ຢູ່​ທີ່ນີ້​ບໍ່​ພຽງ​ແຕ່​ມີ​ດອກ​ໄມ້ຕົ້ນ​ແປກ​ທີ່​ງາມ​ດັ່ງ​ໃນ​ຝັນ​ເທົ່າ​ນັ້ນ, ຫາກ​ບັນ​ດາ​ຮ້ານ​ກາ​ເຟ​ຢູ່​ດ່າ​ລາດ ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ທີ່​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​​ເມື່ອມາຢ້ຽ​ມ​ຢາມ “ນະ​ຄອນແຫ່ງດອກ​ໄ​ມ້​​ນັບ​ພັນ​ຊະ​ນິດ”

 

 

ຕອບກັບ

ຂ່າວ/ບົດ​ອື່ນ