ເພື່ອນ​ມິດ​ສາ​ກົນ ຮ່ວມ​ເດີນ​ທາງ​ພ້ອມກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດ​ນາມ

(VOVWORLD) - ວັນທີ 10 ສິງຫາ, ແມ່ນຄົບຮອບ 63 ປີແຫ່ງວັນວິນາດຕະກຳທາດພິດສີສົ້ມ ຫວຽດນາມ (10/08/1961- 10/08/2024). ກ່ວາ 60 ປີຜ່ານມາ, ພ້ອມກັບປະຊາຊົນຫວຽດນາມ, ມີເພື່ອນມິດສາກົນຫຼາຍຄົນໄດ້ມີບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດ.



ເພື່ອນ​ມິດ​ສາ​ກົນ ຮ່ວມ​ເດີນ​ທາງ​ພ້ອມກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດ​ນາມ - ảnh 1ຜູ້ອາສາສະໝັກຢູ່ໝູ່ບ້ານມິດຕະພາບ (ພາບ:  qdnd.vn)

ນີ້ແມ່ນບັນຍາກາດຟົດຟື້ນມ່ວນຊື່ນໃນເວລາພັກຜ່ອນຂອງພວກນ້ອງນ້ອຍຢູ່ໝູ່ບ້ານມິດຕະພາບ ຫວຽດນາມ (ເອີ້ນຫຍໍ້ວ່າໝູ່ບ້ານ), ເຊິ່ງແມ່ນສະຖານທີ່ພວມເບິ່ງແຍງດູແລນັກຮົບເກົ່າ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນັບຮ້ອຍຄົນ. ພວກນ້ອງມີຄວາມຈັບໃຈ ແລະ ຫ້າວຫັນ, ທັງລະຫຼິ້ນ ທັງຮ້ອງເພງກັບບັນດາເພື່ອນໜຸ່ມຊາວຕ່າງປະເທດທີ່ເປັນຜູ້ອາສາສະໝັກຢູ່ໝູ່ບ້ານ.

ໝູ່ບ້ານພິເສດນີ້ ແມ່ນສະຖານທີ່ເຄີຍຕ້ອນຮັບບັນດາຄະນະແຂກທ່ອງທ່ຽວສາກົນຈາກຫຼາຍປະເທດມາຢ້ຽມຊົມ, ມອບຂອງຂວັນ, ຊອກຮູ້ກ່ຽວກັບຜົນກະທົບຂອງທາດພິດສີສົ້ມ/ດີໂອຊິນ ຕໍ່ຜູ້ປະສົບເຄາະຮ້າຍຫວຽດນາມ, ແລະກໍ່ແມ່ນສະຖານທີ່ ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດຈາກຜູ້ອາສາສະໝັກຕ່າງປະເທດ. ເພື່ອນ Maelle Leroux, ອາສາສະໝັກຊາວຝລັ່ງ ແປ່ງປັນວ່າ:

ຂ້າພະເຈົ້າເຮັດວຽກງານເບິ່ງແຍງດູແລເດັກນ້ອຍ ແລະ ໃນເບື້ອງຕົ້ນຂ້າພະເຈົ້າບໍ່ຮູ້ວ່າຕົນເອງຈະມານີ້. ແຕ່ເມື່ອໄດ້ຟັງກ່ຽວກັບໝູ່ບ້ານມິດຕະພາບ, ຂ້າພະເຈົ້າໄດ້ຕັດສິນໃຈມາໝູ່ບ້ານນີ້. ຂ້າພະເຈົ້າຮູ້ສຶກມັກສະຖານທີ່ແຫ່ງນີ້, ເພາະສະນັ້ນ ຂ້າພະເຈົ້າໄດ້ຕັດສິນໃຈຢູ່ທີ່ນີ້ເພື່ອເບິ່ງແຍງດູແລພວກນ້ອງນ້ອຍ. ນີ້ກໍ່ແມ່ນສິ່ງທີ່ຂ້າພະເຈົ້າປາດຖະໜາຢາກໄດ້ເຮັດຊ່ວຍພວກນ້ອງ. ງນີ້ແມ່ນສຸດຍອດທີ່ສຸດ.

ບໍ່ພຽງແຕ່ໝູ່ບ້ານມິດຕະພາບ, ຫຼາຍປີຜ່ານມາ, ບັນດາສູນອຸປະຖຳ ແລະ ເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ອື່ນໃນບັນດາແຂວງ, ນະຄອນຂອງ ຫວຽດນາມກໍ່ເຄີຍໄດ້ຮັບຄວາມສົນໃຈ, ການຮ່ວມເດີນທາງຂອງເພື່ອນມິດສາກົນ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ, ຜູ້ເຄື່ອນໄຫວທາງສັງຄົມຕ່າງປະເທດ, ໃນນັ້ນມີນັກຮົບເກົ່າອາເມລິກາທີ່ເຄີຍເຂົ້າຮ່ວມສົງຄາມຢູ່ ຫວຽດນາມ… ມີຫຼາຍກິດຈະກຳເບິ່ງແຍງດູແລສຸຂະພາບ, ຟື້ນຟູສະມັດຕະພາບອະໄວຍະວະໃນຮ່າງກາຍ, ສຶກສາອົບຮົມການເຊື່ອມຕົວເຂົ້າກັບວົງຄະນະຍາດ, ສອນວິຊາຊີບ, ພັດທະນາການຫາເງິນລ້ຽງຊີບໃຫ້ແກ່ຜູ້ປະສົບເຄາະຮ້າຍໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.

ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ບໍ່ພຽງແຕ່ແມ່ນຂອງສ່ວນບຸກຄົນ, ອົງການຈັດຕັ້ງສາກົນເທົ່ານັ້ນ ຫາກຍັງແມ່ນຂອງບັນດາລັດຖະບານອີກດ້ວຍ. ເມື່ອເດືອນພຶດສະພາປີ 2023, ສະພາຕ່ຳສະຫະພັນ ແບນຊິກໄດ້ຮັບຮອງເອົາມະຕິຮຽກຮ້ອງການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ດ້ວຍບັດສະໜັບສະໜູນ 100%. ນີ້ແມ່ນຄັ້ງທຳອິດໃນໂລກທີ່ມີລັດຖະສະພາຕ່າງປະເທດຮັບຮອງເອົາມະຕິໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ. ທ່ານສະມາຊິກລັດຖະສະພາ Andre Flahaut, ຜູ້ສວມບົດບາດສຳຄັນໃນການຊຸກຍູ້ສະພາຕ່ຳແບນຊິກຮັບຮອງເອົາມະຕິສະບັບນີ້ໃຫ້ຮູ້ວ່າ:   

ພວກຂ້າພະເຈົ້າໄດ້ຄິດເຖິງເອກະສານກຳນົດຄວາມຮັບຜິດຊອບ, ພິເສດໃນນັ້ນໄດ້ເນັ້ນໜັກເຖິງທາດພິດສີສົ້ມເຊິ່ງກອງທັບອາເມລິການຳໃຊ້ໃນສົງຄາມຢູ່ ຫວຽດນາມ ທີ່ໄດ້ກໍ່ຜົນຮ້າຍຕາມມາທີ່ແກ່ຍາວມາຮອດປັດຈຸບັນ ແລະ ຍັງສືບຕໍ່ມີຜູ້ປະສົບເຄາະຮ້າຍ. ພ້ອມກັນນັ້ນ, ເປົ້າໝາຍຂອງພວກຂ້າພະເຈົ້າແມ່ນຕ້ອງຊຸກຍູ້ເອກະສານໃຫ້ໄດ້ຮັບຄວາມເຫັນດີເຫັນພ້ອມຢູ່ລະດັບສູງ. ການຮັບຮອງເອົາເອກະສານໄດ້ສົ່ງສານຢ່າງແຮງໄປວ່າ ຕ້ອງມີຄວາມຮັບຜິດຊອບ ແລະ ທົດແທນຄວາມເສຍຫາຍໃຫ້ແກ່ຜູ້ປະສົບເຄາະຮ້າຍ. ພວກເຮົາຕ້ອງສືບຕໍ່ເອົາໃຈໃສ່ ແລະ ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນວິວັດການນີ້.

ເພື່ອນ​ມິດ​ສາ​ກົນ ຮ່ວມ​ເດີນ​ທາງ​ພ້ອມກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດ​ນາມ - ảnh 2ສະພາຕ່ຳແບນຊິກ ຮັບຮອງເອົາມະຕິວ່າດ້ວຍການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ ຫວຽດນາມ
(ພາບ: baoquocte.vn)

ເພື່ອນມິດສາກົນຕ່າງກໍ່ສະແດງການສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ຜ່ານການກະທຳຕໍ່ສູ້ທ່ວງເອົາຄວາມຍຸຕິທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍ. ມີຫຼາຍຄົນໄດ້ຮ່ວມເດີນທາງກັບທ່ານນາງ ເຈິ່ນໂຕງາ (ຊາວຫວຽດນາມອາໄສຢູ່ ຝລັ່ງ) ຕ້ານຄືນບັນດາບໍລິສັດຜະລິດ ຫຼືແນະນຳໂຄສະນາທາດພິດສີສົ້ມ/ດີໂອຊິນ ເຊິ່ງກອງທັບອາເມລິການຳໃຊ້ໃນສົງຄາມຢູ່ ຫວຽດນາມ. ທະນາຍຄວາມຝລັ່ງສອງທ່ານແມ່ນທ່ານ Bertrand Repolt ແລະ William Bourdon ໄດ້ໜູນຊ່ວຍດ້ານນິຕິກຳໃຫ້ແກ່ທ່ານນາງ ເຈິ່ນໂຕງາດ້ວຍຄວາມສະໝັກໃຈ. ມີຊາວຝລັ່ງນັບຮ້ອຍຄົນໄດ້ເຂົ້າຮ່ວມງານມິດຕິງ, ລະດົມການສະໜັບສະໜູນໃຫ້ແກ່ການກະທຳຂອງທ່ານນາງ.

ມື້ນີ້ ໄດ້ດຳເນີນເຫດຮ້ອງຟ້ອງຂອງທ່ານນາງເຈິ່ນໂຕງາ ຕ້ານບັນດາບໍລິສັດຜະລິດ ຫຼື ໂຄສະນາທາດພິດສີສົ້ມ/ດີໂອຊິນ, ໃນນັ້ນມີ Monsanto, ຍ້ອນການທຳລາຍສິ່ງແວດລ້ອມ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຖືວ່າ ນີ້ແມ່ນໂທດກຳຕ້ານຄືນມວນມະນຸດຍ້ອນທາດພິດສີສົ້ມ ໄດ້ຫວ່ານລົງດິນແດນທົ່ວປະເທດຫວຽດນາມໃນຫຼາຍປີ ອັນໄດ້ກໍ່ຜົນເສຍຫາຍທີ່ຍາວນານໃຫ້ແກ່ປະຊາຊົນຢ່າງໜ້ອຍສຸດ 5 ລ້ານຄົນ ແລະ ສິ່ງນີ້ ບໍ່ອາດຫຼົງລືມໄດ້.ນີ້ແມ່ນການຕໍ່ສູ້ທີ່ສຳຄັນ. ເພາະສະນັ້ນ, ດ້ວຍຖານະບົດບາດເປັນສະມາຊິກລັດຖະສະພາພັກປະເທດຝລັ່ງບໍ່ຍອມຈຳນົນ, ຂ້າພະເຈົ້າມີໜ້າຢູ່ທີ່ນີ້ກໍ່ຄືຊຸມປີກ່ອນຢູ່ສະໜາມຫຼວງ Trocadero, ເພື່ອສະໜັບສະໜູນທ່ານນາງເຈິ່ນໂຕງາ.

ດ້ວຍຖານະແມ່ນນັກສິ່ງແວດລ້ອມ, ຂ້າພະເຈົ້າຍັງສະໜັບສະໜູນທ່ານນາງເຈິ່ນໂຕງາ ແລະ ຫວັງວ່າທ່ານນາງຈະຍາດໄດ້ໄຊຊະນະ. ຂ້າພະເຈົ້າຈະນຳໃຊ້ທຸກແຫຼ່ງກຳລັງຂອງຕົນ ເພື່ອຊ່ວຍທ່ານນາງງາຍາດໄດ້ໄຊຊະນະ, ໄຊຊະນະບໍ່ພຽງແຕ່ກ່ຽວກັບດ້ານນິຕິທຳເທົ່ານັ້ນ ຫາກຍັງກ່ຽວກັບດ້ານການເມືອງ, ໄດ້ຮັບການຮັບຮູ້, ທົດແທນຄວາມເສຍຫາຍ ແລະ ແກ້ໄຂບັນຫາອີກດ້ວຍ.

ບັນດາແຫຼ່ງກຳລັງໜູນຊ່ວຍກ່ຽວກັບວັດຖຸ ແລະ ຈິດໃຈຂອງເພື່ອນມິດສາກົນທີ່ສະຫງວນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໂດຍຜ່ານຈິດໃຈວັດທະນະທຳມະນຸດ, ນ້ຳໃຈສາມັກຄີບໍ່ມີພົມແດນຂອງຜູ້ຮັກຫອມສັນຕິພາບຕໍ່ບັນດາຜູ້ປະສົບເຄາະຮ້າຍຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ