ແຜ່​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ເພື່ອ​ວົງ​ຄະ​ນະ​ຍາດ

(VOVWORLD) - ວັນບຸນຄ້າຍຊາວໜຸ່ມ, ຜູ້ອາສາສະໝັກສະພາກາແດງ ທົ່ວປະເທດຄັ້ງທີ VI ດ້ວຍຫົວຂໍ້ “ອາສາສະໝັກສີຂຽວ - ເພື່ອປະຊາຄົມທີ່ປອດໄພ, ເມດຕາປານີ”, ໄດ້ດຳເນີນແຕ່ວັນທີ 13 – 15 ສິງຫາ, ຢູ່ນະຄອນຍາຈາງ, ແຂວງແຄ້ງຮວ່າ. ວັນບຸນຄ້າຍຊາວໜຸ່ມ, ຜູ້ອາສາສະໝັກສະພາກາແດງ ມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ, ມີຄວາມໝາຍ, ໄດ້ແຜ່ລາມຈິດໃຈອາສາສະໝັກ ແລະ ກຳລັງແຮງໜຸ່ມຂອງຊາວໜຸ່ມ, ປະຈັນບານ, ມີຫົວຄິດປະດິດສ້າງ, ເຊື່ອມຕໍ່ຂະບວນການອາສາສະໝັກຢູ່ພາກພື້ນ ແລະ ທົ່ວໂລກ.

ແຜ່​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ເພື່ອ​ວົງ​ຄະ​ນະ​ຍາດ - ảnh 1ຜູ້ເຂົ້າຮ່ວມຄ້າຍໄດ້ຮັບການຝືກອົບຮົບທັກສະໃນການລາຍການ (ພາບ: VOV)

 

  ມີຜູ້ແທນຊາວໜຸ່ມ, ຜູ້ອາສາສະໝັກສະພາກາແດງດີເດັ່ນທົ່ວປະເທດ 500 ຄົນແລະ ບັນດາຜູ້ແທນສາກົນທີ່ມາຈາກ 11 ສະພາກາແດງ ແລະ ຊີກວົງເດືອນແດງຂອງບັນດາປະເທດໃນໂລກ ໄດ້ພ້ອມກັນເຂົ້າຮ່ວມຫຼາຍການເຄື່ອນໄຫວໃນຂອບເຂດຄ້າຍຊາວໜຸ່ມ, ຜູ້ອາສາສະໝັກສະພາກາແດງ ຢູ່ນະຄອນທະເລ ຍາຈາງ, ຄື: ການແຂ່ງຂັນທັກສະໃນການປິ່ນປົວປະຖົມພະຍາບານເບື້ອງຕົ້ນ; ຊ້ອມການຕ້ານ ແລະ ຮັບມືກັບໄພທຳມະຊາດ; ການແຂ່ງຂັນການອອກແບບvideo clip ກ່ຽວກັບການເຄື່ອນໄຫວຂອງຊາວໜຸ່ມ, ຜູ້ອາສາສະໝັກ; ການສອບເສັງໂຕ້ວາທີກ່ຽວກັບໂຄງການອາສາສະໝັກຢູ່ເຂດສາທາລະນະ; ທຳຄວາມສະອາດ ເຂດຝັ່ງທະເລ… ເອື້ອຍ ເຢືອງທິຕວັນແອັງ ຜູ້ອາສາສະໝັກແຂວງ ແຄ້ງຮວ່າ, ແບ່ງປັນວ່າ:

ໃນເມື່ອກ່ອນ, ບັນດາຄ້າຍມີການແຂ່ງຂັນບັນດາທັກສະໃນການປິ່ນປົວປະຖົມພະຍາບານເບື້ອງຕົ້ນ, ສອບເສັງໂຕ້ວາທີກ່ຽວກັບໂຄງການເທົ່ານັ້ນ. ສ່ວນຢູ່ຄ້າຍນີ້, ພວກຂ້າພະເຈົ້າໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວກ່ຽວກັບດ້ານວິຊາການກວ່າຄື: ທັກສະໃນການປິ່ນປົວປະຖົມພະຍາບານເບື້ອງຕົ້ນ, ການປ້ອງກັນ ຕ້ານອັກຄີໄພ, ສ້າງຕັ້ງບັນດາໂຄງການກ່ຽວກັບວົງຄະນະຍາດ, ສະເໜີກັບບັນດາອົງການກ່ຽວກັບການເຄື່ອນໄຫວອາສາສະໝັກ.”

ບໍ່ພຽງແຕ່ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຮ່ຳຮຽນທັກສະຕ່າງໆ, ຜູ້ເຂົ້າຮ່ວມຄ້າຍທີ່ມາຈາກ 63 ແຂວງ, ນະຄອນໃນທົ່ວປະເທດ ຍັງໄດ້ຝືກແອບຄວາມຮູ້ທີ່ເປັນປະໂຫຍດ ຈາກນັ້ນກໍ່ຈະໝູນໃຊ້ເຂົ້າຊີວິດຕົວຈິງ, ໂຄສະນາການໜູນຊ່ວຍໃຫ້ແກ່ປະຊາຊົນ. ທ່ານ ຫງວຽນຈີເຫງ່, ສະພາກາແດງ ແຂວງ ເຮົ້າຢາງ ໃຫ້ຮູ້ວ່າ:

ການຝຶກແອບການປ້ອງກັນ, ຕ້ານວິນາດຕະກຳ, ໄພທຳມະຊາດ, ຊ່ວຍບັນດາສະມາຊິກປະຕິບັດບັນດາທັກສະຢ່າງຖືກຕ້ອງ ໂດຍ ຄະນະຈັດຕັ້ງວາງອອກ. ພາຍຫຼັງສິ້ນສຸດງານຕັ້ງຄ້າຍ, ສະມາຊິກອາສາສະໝັກ 80 ຄົນຂອງບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ພວກຂ້າພະເຈົ້າຈະກັບເມືອສ້າງກຸ່ມ, ທິມໂຄສະນາເພື່ອໃຫ້ພໍ່ແມ່ປະຊາຊົນເຂົ້າໃຈ ແລະ ປະຕິບັດຕາມ.”

ແຜ່​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ເພື່ອ​ວົງ​ຄະ​ນະ​ຍາດ - ảnh 2ຄ້າຍໄດ້ຈັດຂຶ້ນຢູ່ ຍາຈາງ (ພາບ: VOV)

ຜູ້ແທນຊາວໜຸ່ມ, ຜູ້ອາສາສະໝັກສະພາແດງດີເດັ່ນໃນທົ່ວປະເທດ 500 ຄົນດ້ວຍນັບພັນເລື່ອງລາວຕ່າງໆ ບໍ່ພຽງແຕ່ຢັ້ງຢືນການອຸທິດສ່ວນຂອງເຂົາເຈົ້າຕໍ່ສັງຄົມເທົ່ານັ້ນ, ຫາກຍັງແມ່ນການແຜ່ຂະຫຍາຍຈິດໃຈຕະລຸມບອນຂອງຊາວໜຸ່ມໃນບັນດາການເຄື່ອນໄຫວທຳການກຸສົນເພື່ອວົງຄະນະຍາດອີກດ້ວຍ. ນັ້ນແມ່ນຮູບແບບ ຫ້ອງຄົວແຫ່ງຄວາມເມດຕາປານີ ຢູ່ສະພາກາແດງ ແຂວງ ລ້າງເຊີນ, ສະໂມສອນໜູນຊ່ວຍທາງຄົມມະນາຄົມຢູ່ແຂວງ ວິງລອງ, ທະນາຄານໂລຫິດ ສະພາກາແດງແຂວງ ໄທງວຽນ…ແຕ່ລະເລື່ອງລາວລ້ວນແຕ່ສ້າງແຮງບັນດານໃຈໃຫ້ແກກ່ສະມາຊິກຄ້າຍ ເພື່ອຈາກນັ້ນຈະແຜ່ຂະຫຍາຍກການກະທຳທີ່ມີຄວາມໝາຍໃນຊີວິດ.

ທິມງານໜູນຊ່ວຍຄວາມປອດໄພທາງຄົມມະນາຄົມສະພາກາແດງແຂວງ ວິງລອງ ໄດ້ເສີມຂະຫຍາຍປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບວຽກງານກຸສົນຂອງສັງຄົມ. ນັ້ນແມ່ນໜູນຊ່ວຍປະຊາຊົນທີ່ປະສົບກັບບັນຫາເມື່ອເຂົ້າຮ່ວມຄົມະນາຄົມຕອນກາງຄືນ. ເຖິງວ່າເຂົາເຈົ້າແມ່ນໄວໜຸ່ມ ແຕ່ກໍ່ມີຈິດໃຈທຳການກຸສົນອັນສູງສົ່ງແຕ່ໄວ, ເຖິງວ່າແມ່ນກຳມະກອນ, ນັກສຶກສາ, ຜູ້ອອກແຮງງານທຳມະດາ ແຕ່ພວກເພື່ອນກໍໄດ້ສະໝັກໃຈອອກເຫື່ເທແຮງ ແລະ ເງິນຄຳຂອງຕົນເພື່ອປະຕິບັດບັນດາການກະທຳທີ່ມີຄວາມໝາຍນີ້.”

ໃນວິວັດການເຄື່ອນໄຫວ, ເຮົາຍາມໃດກໍ່ມານະພະຍາຍາມແຜ່ຂະຫຍາຍຄວາມໝາຍຂອງການກະທຳອັນສູງສົ່ງນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ສະມາຊິກຂອງສະໂມສອນທຳການກຸສົນ ໝໍ້ເຂົ້າປຽກແຫ່ງຄວາມມະນຸດສະທຳນີ້ ຈະມີການພັດທະນາຕື່ມອີກ ດ້ວຍສະມາຊິກຫຼາຍກ່ວາອີກຢູ່ ກ໋ວາງນິງ.”

ເຖິງວ່າໄດ້ດຳເນີນໃນເວລາ 2 – 3 ວັນແຕ່ຈິດໃຈອຸທິດສ່ວນຈົນສຸດຄວາມສາມາດຂອງຕົນຂອງໄວໜຸ່ມກັບປະຊາຄົມໄດ້ຮັບການແຜ່ຂະຫຍາຍຢ່າງແຮງຢູ່ເຫດການ. ທ່ານນາງ Maha Barjas Hamoud Al Barjas ຮອງປະທານສະມາຄົມ ສະພາກາແດງ - ຊີກວົງເດືອນແດງສາກົນ ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ເຄີຍຢັ້ງຢືນວ່າ:

ສະພາກາແດງ ແລະ ຊີກວົງເດືອນແດງຍອມຮັບການປະກອບສ່ວນສຳຄັນຂອງໄວໜຸ່ມໃນການຊຸກຍູ້ບັນດາຂະບວນການມະນຸດສະທຳເພື່ອວົງຄະນະຍາດ. ພວກເຮົາຕ້ອງປ່ຽນແປງ, ມີຄວາມສະໜິດຕິດພັນກວ່າເພື່ອແນໃສ່ຮັກສາລັກສະນະຍືນຍົງ ແລະ ເໝາະສົມໃຫ້ແກ່ລຸ້ນຄົນໃນປັດຈຸບັນ ແລະ ໃນອະນາຄົດ.

ຄ້າຍຊາວໜຸ່ມ, ຜູ້ອາສາສະໝັກສະພາກາແດງທົ່ວປະເທດຄັ້ງທີ VI ດ້ວຍຫົວຂໍ້ “ອາສາສະໝັກສີຂຽວ - ເພື່ອປະຊາຄົມທີ່ປອດໄພ, ເມດຕາປານີ” ໄດ້ອັດລົງດ້ວຍຈິດໃຈອາສາສະໝັກທີ່ໄດ້ຮັບການແຜ່ລາມ, ທະວີຄູນ ແລະ ເຊື່ອມຕໍ່. ທ່ານນາງ ບຸຍທິຮ່ວາ, ປະທານສະພາກາແດງ ຫວຽດນາມ ຢັ້ງຢືນວ່າ:

ຜູ້ແທນທຸກຄົນພ້ອມກັນນັ່ງຮັບຟັງ, ຄິດຫງຳວ່າ ຕົນເອງຮຽນໄດ້ຫຍັງ, ອາດຈະທະວີຄູນວິທີການເຮັດນັ້ນບໍ່? ອາດຈະເຊື່ອມຕໍ່ກາຍເປັນເຄືອຂ່າຍ, ວຽກງານທີ່ເລັກໆນ້ອຍໆ ທຸກຄົນຈະພ້ອມກັນປະຕິບັດ, ສ້າງການປ່ຽນແປງໃນສັງຄົມ. ຊາວໜຸ່ມແມ່ນປັດໄຈຂອງການປ່ຽນແປງຈະປະກອບສວ່ນສ້າງເປັນການປ່ຽນແປງແນວຄິດໃນການກະທຳ, ເຮັດໃຫ້ຊີວິດດີງາມກ່ວາ, ມີຄວາມເມດຕາປານີກ່ວາ.

ຈິດໃຈປະຈັນບານ, ອາສາສະໝັກ ເພື່ອປະຊາຄົມແມ່ນຄຸນສົມບັດທີ່ມີຢູ່ແລ້ວຂອງຊາວໜຸ່ມ. ບັນດາເຫດການ, ການເຄື່ອນໄຫວທຳການກຸສົນ, ແບບຢ່າງທີ່ສ້າງແຫຼ່ງບັນດານໃຈຢູ່ຄ້າຍຊາວໜຸ່ມ, ຜູ້ອາສາສະໝັກ ສະພາກາແດງ ທົ່ວປະເທດຄັ້ງທີ VI ດ້ວຍຫົວຂໍ້ “ອາສາສະໝັກສີຂຽວ - ເພື່ອປະຊາຄົມທີ່ປອດໄພ, ເມດຕາປານີ” ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບບົດບາດປະດິດຄິດສ້າງ, ຕະລຸມບອນຂອງໄວໜຸ່ມໃນການພັດທະນາເສດຖະກິດ - ສັງຄົມ, ແບ່ງປັນຄວາມຫຍຸ້ງຍາກພ້ອມກັບວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ