ການສ້າງໂຄງປະກອບກະສີກຳກໍ່ສ້າງຊົນນະບົດໃໝ່ຢູ່ດົ່ງທາບ


(vovworld) - ​ໂດຍ​ແມ່ນ​ແຂວງ​ຈຸດ​ສຸມ​ກ່ຽວ​ກັບ​ກະ​ສີ​ກຳ​ແລະ ​ໄດ້​ຮັບ​ຄວາມ​ເອື້ອ​ອຳນວຍ​ຈາກ​ທຳ​ມະ​ຊາດ. ດົ່ງ​ທາ​ບ ມີ​ຄວາມ​ສາມາດ​ບົ່ມຊ້ອນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ຜະລິດ​ເຂົ້າ, ສິນ​ໃນ​ນ້ຳ, ໝາກ​ໄມ້, ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ… ​ເພື່ອ​ເສີມ​ຂະຫຍາຍ​ທ່າ​​ແຮງ​ດັ່ງກ່າວ, ລັດຖະບານ ​ແລະ ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ເລືອກດົ່ງ​ທາ​ບ ​ແມ່ນ​ທ້ອງ​ຖີ່​ນປະຕິບັດ​ທົດ​ລອງ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ຄືນ​ໃໝ່ໃນ​ທົ່ວ​ປະ​ເທດເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ຍູ້​ແຮງ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ທ້ອງ​ຖີ່​ນ.

ການສ້າງໂຄງປະກອບກະສີກຳກໍ່ສ້າງຊົນນະບົດໃໝ່ຢູ່ດົ່ງທາບ - ảnh 1

ພາບປະກອບ

        ຄາດໝາຍ​ລວມຂອງ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ຢູ່​ດົ່ງ​ທາ​ບຄືນ​ໃໝ່ ​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ກະ​ສີ​ກຳ​ຢ່າງ​ໝັ້ນຄົງ, ​ໂດຍ​ອີງ​ໃສ່​ການ​​ຜະລິດ, ຍູ້​ແຮງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ການ​ຜະລິດ​ກັບ​ຕະຫຼາດ ​ແລະ ການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ໃນ​ການ​ຜະລິດ. ​ເລື່ອງ​ຜັນ​ຂະຫຍາຍ​ໂຄງການ​ນີ້ກໍ່​ເພື່ອ​ແນ​ໃສ່​ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະ​ຕິ, ຫັນປ່ຽນ​ແຮງ​ງານ​ຢູ່ເຂດ​ຊົນນະບົດ. ຈາກ​ນັ້ນ​ຊຸກຍູ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ບົນ​ພື້ນຖານ​ທ່າ​ແຮງ​ຂອງ​ທ້ອງ​ຖີ່​ນ, ດົ່ງ​ທາ​ບກຳນົດ​ວ່າ, ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ຕ້ອງ​ສຸມ​ໃສ່​ບັນດາ​ຜະລິດ​ຕະພັນ​ຕົ້ນຕໍ​ເຊັ່ນ: ​ເຂົ້າສານ, ການ​ລ້ຽງ​ເປັດ, ການ​ປູກ​ຕົ້ນ​ໄມ້​ກິນ​ໝາກ, ດອກ​ໄມ້, ຕົ້ນ​ໄມ້​ປະດັບ… ​ເລື່ອງ​ຈັດ​ແບ່ງ, ຫັນປ່ຽນ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ ກໍ່​ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ເພື່ອ​ຍູ້​ແຮງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເພື່ອ​ປະຕິບັດ​ຄາດໝາຍ​ດັ່ງກ່າວ, ດົ່ງ​ທາ​ບ ສຸມ​ໃສ່​ຊີ້​ນຳ​ການ​ປະຕິບັດ​ຫຼາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ​ໃນ​ນັ້ນ​ສຸມ​ໃສ່​ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ, ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ທີ່​ດິນ ​ແລະ ນຳ້​​ເພື່ອ​ພັດທະນາ​ການ​ຜະລິດ, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ ກໍ່​ຄື​ນຳ​ໃຊ້​ເງິນ​ລົງທຶນ​ຂອງ​ລັດຢ່າງ​ມີ​ປະສິດທິ​ຜົນ. ທ່ານ ​ເລ​ມິ​ງຮວານ, ​ເລຂາ​ຄະນະ​ພັກ​ແຂວງ​ດົ່ງ​ທາ​ບ, ​ເນັ້ນ​ໜັກ​ວ່າ:

        “ສຳລັບ​ທ້ອງ​ຖີ່​ນ, ພວກ​ຂ້າພະ​ເຈົ້າ​ກຳນົດ​ວ່າ​ຈະ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃນ​ຄວາມ​ສາມາດ, ກຳລັງ​ບົ່ມ​ຊ້ອນ​ຂອງ​ຕົນ. ​ແລະ ພວກ​ຂ້າພະ​ເຈົ້າ​ກໍ່ໄດ້​ສະ​ເໜີຕໍ່​ລັດຖະບານ​, ຖ້າ​ຫາກ​ບໍ່​ທັນ​ຫັນປ່ຽນ​ກົນ​ໄກ​ໄດ້,​ ອະນຸຍາດ​ໃຫ້​ແຂວງ​ປະຕິບັດ​ທົດ​ລອງ​ການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ບັນດາ​ສະຫະກອນຈາກ​ແຫຼ່ງງົບປະມານ​ຂອງທ້ອງ​ຖີ່​ນ. ​ເພື່ອ​ສ້າງ​ເຂດ​ວັດຖຸ​ດິບ ​ແລະ ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ຜູ້​ຜະລິດ​ກັບວິ​ສາ​ຫະກິດ, ຈາກ​ນັ້ນ​​ຮັບປະກັນການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ເປັນ​ປົກກະຕິ ​ແລະ ສ້າງຊິວິດ​ອິ່ມໜຳສຳ​ລານ​ໃຫ້​ແກ່​ຊາວ​ກະ​ສີກ​ອນ“.

        ດົ່ງ​ທາ​ບ ​ໄດ້ກຳນົດທ່າ​ສະດວກ​ໃນ​ການ​ຜະລິດ​ກະ​ສີ​ກຳ ​ແມ່ນ​ກຳລັງ​ໜູນ​ເພື່ອ​ພັດທະນາ, ຖື​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ເປັນ​ຈຸດ​ສຸມ​ໃນ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ລວມຂອງ​ແຂວງ. ວິວັດ​ການ​ສ້າງ​ໂຄງ​ປະກອບ​ກະ​ສີ​ກຳ​ໃໝ່, ​ແມ່ນ​ມີ​ການ​ສົມທົບ​ກັນ​ຢ່າງ​ກົມກຽວ​ລະຫວ່າງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ​ແລະ ບົດບາດ​ພັດທະນາ​ຂອງ​ລັດ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດ​ທິຜົນ​ຂອງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ກະ​ສີ​ກຳ ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ຊົນນະບົດ​ໃໝ່. ຍ້ອນ​ເຫດ​ນັ້ນ, ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ກະ​ສີ​ກຄືນ​ໃໝ່ຳ​ຈະ​ໜູນ​ຊ່ວຍ​ໃຫ້​ແກ່​ການຈັດ​ຕັ້ງ​ການ​ຜະລິດ​ກະ​ສີ​ກຳ​ຢ່າງ​ຕັ້ງໜ້າ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ, ສ້າງ​ເຄື່ອງໝາຍ​ການ​ຄ້າ, ​ດ້ວຍ​ບັນດາ​ຄຸນຄ່າ​ຂອງ​ພື້ນຖານ “ກະ​ສີ​ກຳ​ຂຽວ“ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ. ປ້າ ​ເຈິ່ນທິທ໋າຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ດົ່ງ​ທາ​ບ, ​ໃຫ້​ຮູ້​ວ່າ:

        “ບັນດາ​ຜະລິດ​ຕະພັນ​ກະ​ສີ​ກຳ​ຕົ້ນຕໍ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ເຂົ້າ ​ແລະ ປາ, ຜະລິດ​ຕະພັນສົ່ງ​ອອກ​ບໍ່​ທັນ​​ໄດ້​ຮັບ​ການ​ປຸງ​ແຕ່ງ, ການຫີບ​ຫໍ່​ກໍ່​ບໍ່​ງາມ​, ບໍ່ສ້າງຜົນ​ປະ​ໂຫຍ​ດ​ໄດ້​ຫຼາບ​ເທື່ອ. ຍ້ອນ​ເຫດ​ນັ້ນ, ການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ​ຈະ​ມາ​ເຖິງ​ ​ແມ່ນຕ້ອງ​ຄິດ​ໄລ່​ເຖິງ​ການ​ລົງ​ເລິກອຸດສາຫະກຳ​ໜູນ​ຊ່ວຍ​ກະ​ສີ​ກຳ ​ແລະ ພັດທະນາ​ກະ​ສີ​ກຳ“.

        ມຸ່ງ​ໄປ​ເຖິງ​ຈຸດໝາຍ​ກໍ່ສ້າງ​ຊົນນະບົດ​ໃໝ່. ດົ່ງ​ທາງ ກໍ່​ມີ​ແຜນ​ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳ​ຕິດ​ພັນ​ກັບ​ການ​ໜູນ​ຊ່ວຍ​ຕາ​ແສງ​ຕ່າງໆ​ປັບປຸງ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຄື: ກໍ່ສ້າງ​ຮູບ​ແບບ​ກະ​ສີ​ກຳ​ຊີວະ​ພາບ, ກະ​ສີ​ກຳ​ເຕັກ​ໂນ​ໂລ​ຢີສູງ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເຖິງ​ບົດບາດ​ກຳນົດ​ທິດ​ທາງ​ຕະຫຼາດ, ຕີ​ລາຄາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ. ຕາມ​ທິດ​ທາງ​ນີ້, ດົ່ງ​ທາ​ບ ສາມາດ​ລະດົມ​ແຫຼ່ງທຶນ​ໄດ້​ເກືອບ 1000 ຕື້​ດົ່ງ ​ເພື່ອ​ຜັນ​ຂະຫຍາຍ​ໂຄງການ “ທົ່ງ​ນາ​ຂະໜາດ​ໃຫຍ່​ຕາມຮູບ​ແບບ​​ຮ່ວມ​ສຳພັນ​ “. ​ໂຄງການ​​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ເນື້ອ​ທີ 21.000 ​ເຮັກຕາ ​ຢູ່​ບັນດາ​ເມືອງ: ​ເຕິ​ນຮົ່ງ, ຕາມ​ນົງ, ​ແທງ​ບິ່ງ, ທາ​ບ​ເມື່ອຍ, ກາວ​ແລງ, ລາຍ​ວຸງ ​ແລະ ​ເລິບ​ວໍ່, ​ແຂວງ​ດົ່ງ​ທາ​ບ.

ຜັນ​ຂະຫຍາຍ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສີ​ກຳຄືນ​ໃໝ່, ດົ່ງ​ທາ​ບ ພວມ​ສູ້​ຊົນ​ບັນລຸ​ລະດັບ​ເຕີບ​ໂຕ​ກະ​ສີ​ກ​ໃຫ້​ໄດ້ຳ​ແຕ່ 4,5%-5% ​ໄລຍະ 2016-2020. ​ໃນ​ນັ້ນ​ມີ 50% ຈຳນວນ​ຕາ​ແສງ​ບັນລຸ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ໂດຍ​ພື້ນຖານ ​ແລະ ຫຼຸດຜ່ອນ​ອັນ​ຕາ​ຄອບຄົວ​ທຸກ​ຍາກ​ລົງ 2%/ປີ.

ຕອບກັບ

ຂ່າວ/ບົດ​ອື່ນ