ກຽວກີ້ - ໝູ່ບ້ານອາຊີບທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ

(vovworld)-ໂດຍຫ່າງ​ຈາກ​ໃຈກາງຮ່າ​ໂນ້ຍ ​ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອປະມານ 20 ກ​ມ, ​​ແມ່ນ​​ໝູ່ບ້ານ​ອາຊີບ ກຽວ​ກີ່  ຢູ່ເມືອງ ຢາ​ເລິ​ມ, ນະຄອນຮ່າ​ໂນ້ຍ… ມາ​ຮອດ​ປະຈຸ​ບັນ, ກຽວ​ກີ່ ຍັງ​ແມ່ນ​ແຫ່ງ​ໜຶ່ງ​ດຽວ​ໃນ​ທົ່ວ​ປະ​ເທດທີ່ຍັງ​ຄົງ​ຮັກສາ​ອາຊີບຟອກ​ຄຳ, ຟອກ​ເງິນ. ​ເມື່ອມາ​ຢ້ຽມຢາມ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ, ວັດວາອາ​ຮາມ, ສາລາ​ບ້ານຢູ່​ໝູ່​ບ້ານ​ກຽວ​ກີ່, ນັກ​ທ່ອງ​ທ່ຽວ​ຈະ​ຮູ້ສຶກ​ແປກ​ປະຫຼາດ​ໃຈ​ເມື່ອ​ເຫັນ​ພະພຸດທະ​ຮູບ, ​ແຜ່ນຄຳ​ຜະຫຍາ ​ໄດ້​ຮັບ​ການ​ຟອກ​ຄຳ​, ຟອກ​ເງິນທີ່​ເຫຼື້ອມ​ແວວ​ວາວ​, ​ໂດຍ​ບັນດາ​ຊ່າງຄຳ​ໃນ​ໝູ່​ບ້ານ​ກຽວ​ກີ່​ ເຮັດ​ເອງ. ​

ກຽວກີ້ - ໝູ່ບ້ານອາຊີບທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ - ảnh 1

ໝູ່ບ້ານອາຊີບຟອກຄຳ, ຟອກເງິນກຽວກີ້ (ຢາເລິມ-ຮ່າໂນ້ຍ)

ບົນ​ເສັ້ນທາງ​ເຂົ້າ​ໄປ​ຍັງ​ໝູ່​ບ້ານ​ກຽວ​ກີ່, ​ນັກ​ທ່ອງ​ທ່ຽວ​ໄດ້​ຍິນສຽງ​ຕີ​ຄຳ​ທີ່​ດັງ​ຟັດ​ສະໜັ່ນຈາກ​ເຮືອນຕຶກ​ຫຼາຍ​ຊັ້ນ​ທີ່​ທັນ​ສະ​ໄໝ. ຢູ່​ທີ່​ນີ້, ນັບ​ທັງ​ຜູ້​ເຖົ້າ​ຜູ້​ແກ່ ​​ແລະ​ ເດັກນ້ອຍລ້ວນ​ແຕ່ສາມາດ​ເຂົ້າ​ຮ່ວມ​​ການຟອກ​ຄຳ, ຟອກ​ເງິນ​ໄດ້… ບັນດາ​ຊ່າງ​ຄຳ​ອາຍຸ​ສູງ​ໃນ​ໝູ່​ບ້ານ​ໃຫ້​ຮູ້​ວ່າ, ​ອາຊີບ​ຟອກ​ຄຳ, ຟອກ​ເງິນ​​ໄດ້​ມີ​ມາກ່ອນ​ນີ້​ເກືອບ 300 ປີ. ​ໃນ​​ໄລຍະ​ນັ້ນ, ມີ​ທ່ານ ຫງວຽນ​ກວີ໋ຈີ້, ຊາວ ຫາຍ​ເຢືອງ ​ເຊິ່ງ​ແມ່ນອາດຍາ​ເຈົ້າ​ນາຍ​ໃນ​ສະ​ໄໝ​ລາດ​ຊະ​ວົງ ​ເລ​ແກງ​ຮຶງ​ ​ໄລຍະ 1740-1786. ​ໃນ​ການໄປ​ປະຕິບັດ​ງານ​ການ​ທູດ​ຄັ້ງ​ໜຶ່ງ, ທ່ານ​​ໄດ້ຮຽນ​​ອາຊີບ​ຟອກ​ຄຳ, ຟອກ​ເງິນ, ​ເມື່ອ​ກັບ​ເມືອ​ປະ​ເທດ, ທ່ານ​ໄດ້​ສອນ​ອາຊີບ​ນີ້ໃຫ້​ແກ່​ຊາວ​ບ້ານ​ກຽວ​ກີ່. ຍ້ອນ​ມີ​ອາຊີບ​ນີ້, ຊີວິດ​ການ​ເປັນ​ຢູ່​ຂອງ​ປຊຊ ​ໝູ່​ບ້ານກຽວ​ກີ່ ຈຶ່ງ​​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ​ເພື່ອ​ຈາລຶກ​ບຸນຄຸນຂອງ​​ທ່ານ, ຊາວບ້ານ​ໄດ້​ເຊີດ​ຊູທ່ານ ຫງວຽນ​ກວີ໋ຈີ້ ​ເປັນ​ບຸລຸດ​ຜູ້​ປະດິດ​ສ້າງ​ອາຊີບ​ຟອກ​ຄຳ, ຟອກ​ເງິນ, ​ແລະ​ຖື​​ເອົາວັນ​ທີ 7 ​ເດືອນ 8 ​ໄລ່​ຕາມ​ຈັນທະ​ປະຕິທິນ​ຂອງ​ທຸກໆ​ປີ​​ແມ່ນ​ວັນ​ອາ​ໄລ​ຫາ​ບຸນ​ຄຸນ​ບຸລຸດ​ຜູ້​ປະດິດ​ສ້າງ​ອາ​ຊີບ. ປະຈຸ​ບັນ, ​ໃນ​ສາລາ​ບ້ານ​ກຽວ​ກີ່ ມີ​ຮູບ​ປັ້ນບຸລຸດ​ຜູ້​ປະດິດ​ສ້າງ​ອາ​ຊີບ ​ເຊິ່ງ​ໄດ້​ຮັບ​ການ​ຟອກ​ຄຳ​ຢ່າງ​ລະອຽດ​ລະ​ອໍ ​ແລະ ສວຍ​ງາມ​. ນັກ​ສິລະປະ​ກຳ​ທີ່​ມີ​ອາຍຸ​ສູງ ​ເລ​ວັນ​ວ່ອງ, ​ເລົ່າ​ສູ່​ຟັງ​ວ່າ:

        ”ນັບ​ແຕ່​​ໄດ້​ຮຽນ​ອາ​ຊີບຈາກ​ທ່ານ​, ປະຊາຊົນ​ໃນ​ໝູ່​ບ້ານຕ່າງ​ກໍ່ນັບຖື​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​​ທ່ານໄດ້​ສອນ​ໃຫ້, ​ແລະ​ຮັກສາ​ອາຊີບ​ນີ້​​ໄວ້ຈົນ​ຮອດ​ປະຈຸ​ບັນ”.

        ຕາມ​ວິວັດການ​ແຫ່ງ​ປະຫວັດສາດ, ອາຊີບ​ຟອກ​ຄຳ, ຟອກ​ເງິນ​ຢູ່ ກຽວ​ກີ້ ​ມີ​ບາງ​ໄລຍະ​​ແມ່ນຈະ​ເລີ​ນ ​ແລະ ບາງກໍ​ໄລຍະ​ຊຸດ​ໂຊມ. ພິ​ເສດ, ຜ່ານ​ໄລຍະ​ສົງຄາມ, ອາຊີບ​ຟອກ​ຄຳ, ຟອກ​ເງິນ​ມີ​ໄພ​ຖືກ​ສູນຫາຍ​ໄປ. ຈົນຮອດ​ໄລຍະ​ປະ​ເທດ​​ໄດ້​ຮັບສັນຕິພາບ, ຊາວ​ໝູ່​ບ້ານ​ກຽວ​ກີ້​ ຈຶ່ງ​ຟື້ນ​ຟູ​ອາຊີບ​ເກົ່າ​ຄື່ນ​ໃໝ່​ເທື່ອ​ລະ​ກ້າວ. ​ໃນ​ເບື້ອງ​ຕົ້ນ​ພຽງ​ແຕ່ມີ​ສອງ, ສາມ​ຄອບຄົວ​ເຮັດ​ເທົ່າ​ນັ້ນ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ​ໃນ​ໝູ່​ບ້ານ​ມີ 30 ກວ່າ​ຄອບຄົວ, ດ້ວຍຈຳນວນປະຊາຊົນ ເກືອບ 200 ຄົນ​ເຮັດ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ນີ້, ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ຂອງ​ຫຼາຍ​ຄອບຄົວ​ໃນ​ໝູ່​ບ້ານ​ມີ​ການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງ.. ​ປະຈຸ​ບັນ, ເຮືອນ​ຂອງ​ນັກ​ສິລະ​ປະກຳ ​ເລ​ວັນ​ວ່ອງ ຢູ່​ໝູ່​ບ້ານ​ອາຊີບ​ກຽວ​ກີ້ ​ແມ່ນ​​ແຫ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວທັງ​ຢູ່​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ມາ​ຢ້ຽມຢາມ ​ແລະ ຊອກ​ຮູ້​ກ່ຽວກັບ​ໝູ່​ບ້ານ​ອາຊີບ. ຄອບຄົວ​ທ່ານ ​ເລ​ວັນ​ວ່ອງ ​ມີ​ຫຼາຍ​ລຸ້ນຄົນເຮັດ​ອາຊີບ​ນີ້. ​ແລະ ​ທ່ານ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ນາຍ​ຊ່າງ​ທຳ​ອິດ 2 ຄົນ​ຂອງ​ໝູ່​ບ້ານ​ໄດ້​ຮັບ​ນາມມະຍົດ​ນັກ​ສິລະ​ປະກຳ​ຈາກ​ລັດ​ ນັບ​ແຕ່​ປີ 2004, ນັກ​ສິລະ​ປະກຳ ​ເລ​ວັນ​ວ່ອງ, ​ໃຫ້​ຮູ້​ວ່າ:

ກຽວກີ້ - ໝູ່ບ້ານອາຊີບທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ - ảnh 2
ຊ່າງຟອກຄຳ, ຟອກເງິນກຽວກີ້ (ຢາເລິມ-ຮ່າໂນ້ຍ)

        ”ອາຊີບ​ຂອງ​ຄອບຄົວ ​ແມ່ນ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ, ຂ້າພະ​ເຈົ້າ​ກຳ​ໄດ້​ເຕັກ​ໂນ​ໂລ​ຢີ​ໃນ​ການ​ຟອກ​ຄຳ, ຟອກ​ເງິນ, ​ແລະ​ປະຈຸ​ບັນ​ຂ້າພະ​ເຈົ້າ​ຍັງ​ສືບ​ຕໍ່​ສອນ​ອາຊີບນີ້​ໃຫ້​ລຸ້ນລູກ, ລຸ້ນຫຼານ​ໃນ​ຄອບ​ຄົວ. ການ​ຟອກ​ຄຳ, ຟອກ​ເງິນ​ແມ່ນ​ຂັ້ນ​ຕອນ​ສຸດ​ທ້າຍ​ໃນ​ການ​ຜະລິດ​ຜະລິດ​ຕະພັນ, ດັ່ງ​ນັ້ນ​ຕ້ອງ​ເຮັດ​ຢ່າງ​ລະອຽດ​ລະ​ອໍ, ຖ້າ​ລະ​ເຫຼີງ​ນ້ອຍ​ໜຶ່ງ​​ໃນ​ການ​ຜະລິດ, ມັນ​ຈະ​ສົ່ງ​ຜົນ​ສະທ້ອນບໍ່​ດີ​ເຖິງຜະລິດ​ຕະພັນສົມບູນ​ແບບ​”.

        ຕາມ​ນັກ​ສິລະ​ປະກຳ ​ເລ​ວັນ​ວ່ອງ​ແລ້ວ, ອາຊີບ​ເຮັດ​ຄຳ​ຟອກ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ຫຼັກ​ແຫຼມ​ແຍບ​ຍົນ, ລະອຽດ​ລະ​ອໍ. ​ເພື່ອ​ຜະລິດ​ຜະລິດ​ຕະພັນ​ໃຫ້​ສຳ​ເລັດ, ຊ່າງ​ຄຳ, ຊ່າງ​ເງິນ​ຕ້ອງ​ມີ​ຄວາມ​ຕັ້ງ​ໝັ້ນ, ຂະຫຍັນໝັ່ນ​ພຽນ​ເພື່ອ​ຜ່ານ​ເກືອບ 40 ຂັ້ນ​ຕອນ​ແຫ່ງ​ການ​ຜະລິດ, ທັງ​ໝົດ​ລ້ວນ​ແຕ່​ເຮັດ​ແບບ​ຫັດຖະກຳ, ຈາກ​ ​ຄຳ​ແທ່ງ, ​​​ເງິນ​ແທ່ງ, ນາຍ​ຊ່າງ​ຜູ້ຊຳນານ​ງານສາມາດ​ຕີ​ຄຳ 1 ສະຫຼຶງ​ໃຫ້​ເປັນ​ແຜ່ນ​ຄຳ​ບາງ​ທີ່ກວ້າງ​ປະມານ 1m2, ​ເຊິ່ງ​ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝ​ກໍ່​ບໍ່​ສາມາດ​ເຮັດ​ໄດ້​ຄື​ແນວ​ນັ້ນ. ​ແຜ່ນ​ຄຳ, ​ແຜ່ນ​ເງິນ​ພາຍຫຼັງ​ຖືກ​ຕີ​ໃຫ້​ບາງ​ແລ້ວ​ຈະ​ຖືກຟອກ​ໄສ່ຮູບ​ປັ້ນ, ​ແຜ່ນ​ຄຳ​ຜະຫຍາ, ຮູບຄວັດ, ຮູບ​ສີ​ຂັດ​ມັນ, ​ໂຖ…

        ທ່ານ​ເລ​ຕາວ, ນັກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ ພາຍຫຼັງ​ໄປ​ຢ້ຽມຢາມ​ໝູ່​ບ້ານ​ອາຊີບ, ​ໄດ້​ເວົ້າ​ວ່າ:

ກຽວກີ້ - ໝູ່ບ້ານອາຊີບທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມ - ảnh 3
ນັກສິລະປະກຳຟອກຄຳ, ຟອກເງິນກຽວກີ້ (ຢາເລິມ-ຮ່າໂນ້ຍ)

        ”ຮ່າ​ໂນ້ຍ​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ບັນດາ​ໝູ່​ບ້ານ​ອາຊີບ​ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ, ສະ​ເພາະ​ໝູ່​ບ້ານ​ກຽວ​ກີ້​ ແມ່ນ​ໝູ່​ບ້ານທີ່​ເປັນ​ເອກະລັກ​ສະ​ເພາະ, ​ເພາະວ່າ​ຢູ່​ຫວຽດນາມ​ພຽງ​ແຕ່​ມີ​ໝູ່​ບ້ານ​ຟອກ​ຄຳ, ຟອກ​ເງິນ​ພຽງແຫ່ງ​ດຽວ​ເທົ່າ​ນັ້ນ. ພາຍຫຼັງ​ສັງ​ເກດ​ການ​ຜະລິດ​ຂອງ​ບັນດາ​ນັກ​ສິລະ​ປະກຳ, ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ສາມາດ​ເຫັນ​ໄດ້​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໝູ່ບ້ານ​ອາຊີບ​ຢູ່​ຫວຽດນາມ”.

        ມາ​ຮອດ​ປະຈຸ​ບັນ, ກຽວ​ກີ້​ ຍັງ​ຄົງ​ແມ່ນ​ໝູ່​ບ້ານ​ໜຶ່ງ​ດຽວ​ຢູ່​ຫວຽດນາມ​ທີ່​ເຮັດ​ອາຊີບ​ຟອກ​ຄຳ, ຟອກ​ເງິນ. ບັນດາ​ໝູ່​ບ້ານ​ເຮັດ​ອາຊີບ​ຄວັດ​ຮູບ, ຄວັດ​ຄຳ​ຜະຫຍາ ຫຼື​ຜະລິດ​ເຄື່ອງ​ຂັດ​ມັນສ່ວນ​ຫຼາຍ…ລ້ວນ​ແຕ່​ແມ່ນ​ລູກ​ຄ້າຂອງ​ໝູ່​ບ້ານ ກຽວ​ກີ້. ມີ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ, ວັດທະນະທຳ​ຫຼາຍ​ແຫ່ງ ​ແລະ ບັນດາ​ກິດຈະກຳ​ໃຫຍ່​ໄດ້​ນຳ​ໃຊ້​ຄຳ​ຟອກ ກຽວ​ກີ້​ ໃນການປະດັບ​ປະດາຄື: ​ໂຮງ​ລະຄອນ​ໃຫຍ່​ນະຄອນ ຮ່າ​ໂນ້ຍ, ຫໍພິພິດທະພັນ ​ໂຮ່ຈີ​ມິນ, ສຸສານ​ປະທານ​ໂຮ່ຈີ໋ມິນ ​ແລະ ບັນດາ​ໂຮງ​ແຮມ​ໃຫຍ່​ໃນ​ທົ່ວ​ປະ​ເທດ​. ບັນດາ​ປູ​ສະ​ນີຍະສະ​ຖານ​ວັດທະນະທຳ, ສະຖາປັດຕະຍະກຳ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ຄື​​ເມືອງ​ຫຼວງ​ເກົ່າ ​ເຫວ໋, ມໍລະດົກ ​ໂຮ້ຍອານ, ວັນ​ມ໋ຽວ ກວົກຕືຢ໋າມ, ລ້ວນ​ແຕ່​ນຳ​ໃຊ້​ຄຳ​ຟອກ, ​ເງິນ​ຟອກ​ເພື່ອ​ປະດັບ​ປະດາ. ​ໃນ​ຈຳນວນປູ​ສະ​ນີຍະສະ​ຖານ​ປະຫວັດສາດ, ບັນດາ​ວັດວາອາ​ຮາມ, ຜູ້​ຄົນ​ທັງຫຼາຍ​ເຄີຍ​ພົບ​ເຫັນ​​ຜະລິດ​ຕະພັນ​ສິລະ​ປະຟອກ​ຄຳ, ຟອກ​ເງິນ​ທີ່​ເຫຼື້ອມ​ແວວ​ວາວ, ​ໃນ​ນັ້ນ, ມີ​ຜະລິດ​ຕະພັນ​ຫຼາຍ​ຢ່າງ​ເຊິ່ງຜະລິດໂດຍ​ຊາວ​ບ້ານ ກຽວ​ກີ້​ເປັນ​​.

ຕອບກັບ

ຂ່າວ/ບົດ​ອື່ນ