ຊີວິດວັດທະນະທຳໃນການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງດ້າຍແທ່ງ, ເຫົ້າຢາງ


(vovworld) - ກໍ່ສ້າງ​ຊົນນະບົດ​ໃໝ່, ​​ແມ່ນເພື່ອ​ເຮັດ​ໃຫ້​ເສດຖະກິດ​ຊົນນະບົດ​ພັດທະນາ, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ, ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ​ທັນ​ສະ​ໄໝ, ສະພາບ​ແວດ​ລ້ອມ​ຂຽວ, ສະອາດ, ສວຍ​ງາມ, ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊາດ​ໄວ້. ດັ່ງ​ນັ້ນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ວາງ​ອອກ​ຫຼາຍ​ບັນຫາ​​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້​​ໄຂ. ​ໃນ​ນັ້ນ​ບັນຫາ​ພື້ນຖານ​ແລະ​ຍາວ​ນານ​ນັ້ນ​ແມ່ນ​ກໍ່ສ້າງ​ຊີວິດ​ທາງ​ດ້າວ​ວັດທະນະທຳ.

ຊີວິດວັດທະນະທຳໃນການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງດ້າຍແທ່ງ, ເຫົ້າຢາງ - ảnh 1
ຕາແສງດ້າຍແທ່ງ

(ພາບ: ອິນເຕີແນດ)

ດ້າຍ​ແທ່ງ ​ແມ່ນ​ຕາ​ແສງ​ໜຶ່ງ​ທີ່​ບັນລຸ​ມາດຖານ​ວັດທະນະທຳ​ກ່ອນໝູ່ ​ແລະ ​ແມ່ນ​ປັດ​ໃຈ​ສຳຄັນ​ເພື່ອ​ໃຫ້​ດ້າຍ​ແທ່ງ ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເທື່ອ​ລະ​ກ້າວ. ພາຍຫຼັງ 3 ປີ ​ທີ່​ຜັນ​ຂະຫຍາຍ​ໂຄງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕາ​ແສງ​ດ້າຍ​ແທ່ງ ​ໄດ້​ສຳ​ເລັດ​ແຜນການ​​ກ່ອນ​ເວລາ​ທີ່​ໄດ້​ວາງ​ອອກ, ກາຍ​ເປັນຕາ​ແສງ​ທຳ​ອິດ​ຂອງ​​ເຂດ​ທົ່ງພຽງ​​ແມ່ນຳ້ຂອງ​ທີ່ປະຕິບັດ​ສຳ​ເລັດ 19/19 ມາດຖານຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່.

        ມາ​ຢ້ຽມ​ຢາມ​ຕາ​ແສງ​ດ້າຍ​ແທ່ງ, ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ກວ່າ​ໝູ່​ນັ້ນ​ແມ່ນ​ພູມ​ພາບ​ອຸດົມສົມ​ບູນ, ​ເຮືອນ​ຊານ, ​ຖະໜົນ​ຫົນທາງ, ພື້ນຖານ​ດ້ານ​ວັດຖຸ, ວັດທະນະທຳ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕ​ໂອ​ໂຖງ ​ແລະ ສວຍ​ງາມ. ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ ດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ​ທີ່​ສຸ​ດົມ​ສົມບູນ. ທ່ານ ກາວ​ແທງ​ຮຸ່ງ, ຮອງ​ປະທານ​ຄະນະ​ກຳ​ມະນການ​ປະຊາຊົນ​ຕາ​ແສງດ້າຍ​ແທ່ງ, ​ໃຫ້​ຮູ້​ວ່າ:

        “ປະຊາຊົນ​ໄດ້​ກຳນົດ​ວ່າ, ຊີວິດ​ທາງ​ດ້ານ​ຈິດ​ໃຈ​ແມ່ນ​ຂາດ​ບໍ່​ໄດ້. ​ນັບແຕ່​​ຄອບຄົວ​ຊາວ​ກະ​ສີກ​ອນຕະຫຼອດ​ຮອດ​ອຳນາດ​ການ​ປົກຄອງ​ຢູ່​ບ້ານ​ຕາ​ແສງ​ຕ່າງໆ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ທາງ​ດ້ານ​ວັດທະນະທຳ. ​ແຕ່​ລະ​ຄອບຄົວ​ຕ້ອງ​ແຂ່ງຂັນ​ກັນ​ຮັກສາ​ສິ່ງ​ແວດ​ລ້ອມ, ລ້ຽງ​ດູ​ລູກ​ໃຫ້​ມີ​ສຸຂະພາບ​ເຂັ້ມ​ແຂງ, ​ເປັນ​ຄົນຮູ້​ຄວາມ, ມີ​ຄວາມ​ສາມັກຄີ, ມີ​ແບບ​ແຜນ​ດຳລົງ​ຊີວິດ​ທີ່​ດີ, ກໍ່​ຄືຊ່ວຍ​ເຫຼືອ​ກັນ​ສ້າງ​ເສດຖະກິດ​ຄອບຄົວ. ​ແຕ່​ລະ​ບ້ານ​ລ້ວນ​ແຕ່​ມີ​ຫໍ​ວັດທະນະທຳ​ສະ​ເພາະ​ເພື່ອ​​ໃຫ້​ປະຊາຊົນ​​ເຄື່ອນ​ໄຫວ​ວັດທະນະທຳ - ກິລາ“.

ຊີວິດວັດທະນະທຳໃນການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງດ້າຍແທ່ງ, ເຫົ້າຢາງ - ảnh 2
ຕາແສງດ້າຍແທ່ງໄດ້ຮັບການຮັບຮອງວ່າເປັນຕາແສງບັນລຸມາດຖານຊົນນະບົດໃໝ່
(ພາບ: ອິນເຕີແນດ)

ການ​ເຄືອ​ນ​ໄຫວ​ວັດທະນະທຳ ສິລະ​ປະ​ຖືກ​ຈັດ​ຕັ້ງ​ເປັນ​ປະຈຳ ​ແລະ ສົມທົບ​ກັບ​ການ​ເຜີຍ​ແຜ່​ບົດຮຽນ​ໃນ​ການ​ທຳ​ມາ​ຫາ​ກິນ. ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳ​ແລ້ວ, ​ແຕ່ລະ​ເທື່ອ​ເມື່ອ​ມີ​ກອງປະຊຸມສຳ​ມະ​ນາກ່ຽວ​ກັບ​ຮູບ​ແບບ​ທີ່​ດີ​ເດັ່ນ​ໃນ​ການ​ຜະລິດດຳ​ເນີນ​ທຸລະ​ກິດ, ຫຼື​ມີ​ງານ​ບຸນ, ງານ​ແຕ່ງດອງ... ປະຊາຊົນ​ກໍ່​ເຂົ້າ​ຮ່ວມ​ລາຍການສະ​ແດງ​ສິລະ​ປະ. ທານ ຫງວຽນ​ຮ່ວາງ​ຍຶດ ​ເລົ່າ​ສູ່​ຟັງ​ວ່າ:

        “​ເວລາ​ນັ້ນ, ຂ້າພະ​ເຈົ້າ​ມີ​ອາຍຸ​ພຽງສິບ​ກວ່າ​ປີ​​ເທົ່າ​ນັ້ນ ແຕ່​ໄດ້​ເມົາ​ມົວ​ກັບ​ດົນຕີ ​ເດີ່ນ​ກາ​ຕ່າ​ຍຕື (ດົນຕີ​ພື້ນ​ເມືອງ​ຂອງ​ພາກ​ໃຕ້​ຫວຽດນາມ) ​ແລ້ວ. ຍ້ອນ​ເຫດ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ຮຽນ​ດົນຕີຕ່າ​ຍຕືໄດ້​ທຸກ​ປະ​ເພດ. ​ການສະ​ແດງເດີ່ນ​ກາ​ຕ່າ​ຍຕືບໍ່​ຄື​ກັນ​ກັບ​ການສະ​ແດງບົນ​ເວທີ, ຫາກ​ມັນ​ມີ​ຈຸດ​ພິ​ເສດສະ​ເພາະ, ຕ້ອງ​ມີ​ຄວາມ​ເມົາ​ມົວ, ມີ​ພອນ​ສະຫວັນ​, ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈຈຶ່ງ​ສາມາດຮຽນ​ໄດ້​“.

ຊີວິດວັດທະນະທຳໃນການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງດ້າຍແທ່ງ, ເຫົ້າຢາງ - ảnh 3

ເດີ່ນການຕ່າຍຕືແມ່ນໜຶ່ງໃນຮູບການສິລະປະໄດ້ຮັບຄວາມນິຍົມຂອງຊາວພາກໃຕ້ຫວຽດນາມ

ອ້າຍ ຫງວຽນ​ວັນ​ເຍີນ, ພະນັກງານ​ວັດທະນະທຳ​ຕາ​ແສງ​ດ້າຍ​ແທ່ງ​ ​ໃຫ້​ຮູ້ວ່າ​ຮອດ​ວັນ​ທີ 16 ​(ໄລ່​ຕາມ​ຈັນທະ​ປະຕິທິນ) ຂອງ​ທຸກ​ເດືອນ, ບັນດາສະມາຊິກ​ໃນ​ສະ​ໂມ​ສອນ​ເດີ່ນ​ກາ​ຕ່າ​ຍຕື ກໍ່​ເຕົ້າ​ໂຮມ​ກັນ​ຢູ່​ເຮືອນ​ຂອງທ່ານ ຫງວຽນ​ຮ່ວາງ​ຍຶດ​ເພື່ອ​ຮຽນ​ດົນຕີ, ຂັບ​ຮ້ອງ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ. ອ້າຍ ຫງວຽນ​ວັນ​ເຍີນ, ພະນັກງານ​ວັດທະນະຳ​ຕາ​ແສງ​ດ້າຍ​ແທ່ງ​ ​ໃຫ້​ຮູ້ວ່າ​:

        “ຢູ່​ຕາ​ແສງ​ດ້າຍ​ແທ່ງ, ນັບ​ແຕ່​ການ​ນຳ​ຕະຫຼອດ​ຮອດ​ປະຊາຊົນ​ລ້ວນ​ແຕ່​​ເມົາ​ມົວ​ກັບ​ເດີ່ນ​ກາ​ຕ່າ​ຍຕື. ດັ່ງ​ນັ້ນ​ທາງ​ແຂວງ​ໄດ້​​ເປີດ​ຊຸດ​ຮຽນ​ຢູ່​ເທດສະບານ​ເພື່ອ​ໃຫ້​ປະຊາຊົນເຂົ້າຮ່ວມ. ທຸກ​ຄົນ​ຕ່າງ​ກໍ່​ເຂົ້າ​ຮຽນ​ຢ່າງ​ຫ້າວຫັນ​ເພື່ອ​ກຳ​ໄດ້​ຈັ່ງ​ຫວະ, ທຳນອງ​ດົນຕີຕ່າ​ຍຕືທຸກ​ປະ​ເພດ ​​ແນ​ໃສ່ປຸກລະດົມ​ຂະ​ບວນການ​ເດີ່ນ​ກາ​ຕ່າ​ຍຕືຢູ່​ທ້ອງ​ຖີ່​ນ.

        ບັນດາ​ສະມາຊິກ​ໃນ​ສະ​ໂມ​ສອນ​ເດີ່ນກາ​ຕ່າ​ຍຕືມີ​ອາຍຸ​ແຕ່ 30 ​ເຖິງ 60, 70 ປີ. ​ເຂົ້າ​ເຈົ້າ​ເຂົ້າຮ່ວມ​ສະ​ໂມ​ສອນ​ດ້ວຍ​ຄວາມ​ເມົາ​ມົວ ​ແລະ ປາຖະໜາ​ຢາກ​ສ້າງ​ຄວາມ​ມ່ວນ​ຊື່ນ​ໃນ​ຊີວິດ​ປະຊາ​ຄົມ ​ກໍ່​ຄື​ອະນຸລັກ​ຮັກສາ​ຮູບ​ການ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ທ້ອງ​ຖີ່​ນຕົນ​ໄວ້. ບັນດາ​ຮູບ​ການ​ເຄື່ອນ​ໄຫວ​ສິລະ​ປະ ວັດທະນະທຳ​ຢູ່​ຕາ​ແສງ​ດ້າຍ​ແທ່ງ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຊີວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງປະຊາຊົນ​ອຸດົມສົມ​ບຸນ​ຂຶ້ນຕື່ມ​ເທ່ົາ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຄວາມ​ສະໜິດ​ຕິດ​ພັນ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ