ບັນ​ດາ​ທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ຫັນ​ວິ​ໄສ​ທັດ​ ກອງ​ປະ​ຊຸມ​ໃຫ່​ຍສະ​ໄໝ​ທີ XIV ຂອງ​ພັກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

(VOVWORLD) -  ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດສະໄໝທີ XIV ພັກກອມມູນິດ ຫວຽດນາມ ໄດ້ກຳນົດວິສທັດ ແລະ ບັນດາການກຳນົດທິດໃຫຍ່ໃຫ້ແກ່ເສັ້ນທາງພັດທະນາໃໝ່ຂອງປະເທດຊາດ. ພາຍຫຼັງກອງປະຊຸມໃຫ່ຍ, ຈິດໃຈປ່ຽນແປງໃໝ່, ການກະທຳ ແລະ ຄວາມຄາດຫວັງພັດທະນາໄດ້ແຜ່ກະຈາຍຢ່າງແຮງໄປຍັງບັນດາທ້ອງຖິ່ນໃນທົ່ວປະເທດ. ຈາກບັນດາຕົວເມືອງໃຫຍ່ ຕະຫຼອດຮອດບັນດາແຂວງ, ນະຄອນ ວມບືນຕົວຂຶ້ນ, ຫຼາຍລາຍການ, ແຜນການລະອຽດໄດ້ຮັບການສ້າງຂຶ້ນຢ່າງຮີບດ່ວນ, ຊື່ງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມພ້ອມໃນການນຳວິສທັດຂອງກອງປະຊຸມໃຫຍ່ ເຂົ້າສູ່ຊີວິດຢ່າງໄວວາ.
ບັນ​ດາ​ທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ຫັນ​ວິ​ໄສ​ທັດ​  ກອງ​ປະ​ຊຸມ​ໃຫ່​ຍສະ​ໄໝ​ທີ XIV ຂອງ​ພັກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 1ທ່ານ ຫງວຽນຢຸຍງອກ ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ (ພາບ:  VOV)

           ໃນຊຸມວັນຜ່ານມາ, ທົ່ວປະເທດ ຫວຽດນາມ ເວົ້າລວມ ແລະ ນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ໄດ້ຢູ່ໃນທ່າມກາງບັນຍາກາດການເມືອງພິເສດ ຂະນະທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ພ້ອມກັນມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ພັກກອມມູນິດ ຫວຽດນາມ ເຫດການທີ່ມີຄວາມໝາຍປະຫວັດສາດສຳຄັນຍິ່ງ, ກຳນົດວິໄສທັດຍຸດທະສາດ ແລະ ໂຄງການການກະທຳໃຫ້ແກ່ໄລຍະພັດທະນາໃໝ່ຂອງປະເທດຊາດ. ທ່ານ ຫງວຽນຢຸຍງອກ ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ເນັ້ນໜັກວ່າ:

          ພວກຂ້າພະເຈົ້າມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງວ່າ: ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ປະເທດ ຫວຽດນາມ ໄດ້ສ້າງທີ່ຕັງ ແລະ ກຳລັງແຮງຢ່າງພຽງພໍ ເພື່ອກ້າວເຂົ້າສູ່ໄລຍະພັດທະນາໃໝ່, ສັງກະລາດບຸກບືນຢ່າງແຮງ. ດ້ວຍທີ່ຕັ້ງແມ່ນໝາກຫົວໃຈຂອງປະເທດຊາດ, ຮ່າໂນ້ຍ ຕ້ອງແມ່ນແຫ່ງເຕົ້າໂຮມຈິດໃຈ, ວິສທັດ ແລະ ຄຳຮຽກຮ້ອງປ່ຽນແປງໃໝ່ ຊຶ່ງກອງປະຊຸມສະໄໝທີ XIV ຂອງພັກໄດ້ກຳນົດຢ່າງຄົບຖ້ວນ, ຈະແຈ້ງ, ໄວທີ່ສຸດ. ຈິດໃຈລວມຂອງທົ່ວລະບົບການເມືອງ ແລະ ປຊຊ ນະຄອນຫຼວງ ໄດ້ໂຮມໄວ້ໃນຄຳວ່າ “ນຳໜ້າ”. ນຳໜ້າໃນການຫັນນະໂຍບາຍຊີ້ຂາດຂອງກອງປະຊຸມໃຫຍ່ເຂົ້າສູ່ຊີວິດເປັນອັນລະອຽດຢ່າງໄວວາ ແລະ ບັນລຸປະສິດທິຜົນທີ່ສຸດ.

ບັນ​ດາ​ທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ຫັນ​ວິ​ໄສ​ທັດ​  ກອງ​ປະ​ຊຸມ​ໃຫ່​ຍສະ​ໄໝ​ທີ XIV ຂອງ​ພັກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 2(ພາບ: VTC News)

    ດ້ວຍທີ່ຕັ້ງແມ່ນໃຈກາງ, ນຳໜ້າທົ່ວປະເທດ, ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ມີສະຕິຄວາມຮັບຮູ້ຢ່າງເລິກເຊິ່ງ ຕໍ່ຄວາມຮັບຜິດຊອບນຳໜ້າ, ເປັນແບບຢ່າງໃນການຜັນຂະຫຍາຍບັນດາແຜນນະໂຍບາຍ, ມະຕິຂອງສູນກາງ, ຈາກນັ້ນ, ກໍ່ສ້າງກຳລັງໜູນແຜ່ກະຈາຍອອກໄປທົ່ວປະເທດ. ນັບແຕ່ຊຸມອາທິດຕົ້ນປີ 2026, ນະຄອນຫຼວງ ຮ່າໂນ້ຍ ໄດ້ເປັນເຈົ້າການໃນການຫັນບັນດາແນວຄິດ, ການຊີ້ນຳຂອງສູນກາງເຂົ້າລາຍການກະທຳເປັນອັນລະອຽດ:

             ກ້າວເຂົ້າສູ່ປີ 2026, ປີທຳອິດທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ໄດ້ກຳນົດແຈ້ງທິດນຳການກະທຳແມ່ນ “ມີວິໄນ, ເປັນມືອາຊີບ-ບຸກທະລຸ, ປະດິດຄິດສ້າງ-ປະສິດທິຜົນ, ຍືນຍົງ”, ຮຽກຮ້ອງໃຫ້ແຕ່ລະຂັ້ນ, ແຕ່ລະຂະແໜງເຄື່ອນໄຫວຢ່າງຄົບຊຸຕາມ 4 ເສົາແກນ: ພັກ-ສະພາ ປຊຊ-ຄະນະກຳມະການ ປຊຊ-ແນວໂຮມປະເທດຊາດ ແລະ ອົງການສະມາຊິກສັງຄົມ, ໂດຍສະເພາະແມ່ນໃນການແກ້ໄຂບັນດາວຽກງານທີ່ຍາກ.

ບັນ​ດາ​ທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ຫັນ​ວິ​ໄສ​ທັດ​  ກອງ​ປະ​ຊຸມ​ໃຫ່​ຍສະ​ໄໝ​ທີ XIV ຂອງ​ພັກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 3ເຈິ່ນເລຶວກວາງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ (ພາບ: nld.com.vn)

        ພ້ອມກັບນະຄອນຫຼວງ ຮ່າໂນ້ຍ, ນະຄອນໂຮ່ຈິມິນ ກໍ່ໄດ້ຜັນຂະຫຍາຍຢ່າງໄວວາ, ຫັນບັນດາຄຳຮຽກຮ້ອງຂອງກອງປະຊຸມໃຫ່ຍສະໄໝທີ XIV ຂອງພັກ ເປັນອັນລະອຽດເຂົ້າສູ່ຊີວິດຕົວຈິງ, ມຸ່ງໄປເຖິງການພັດທະນາຢ່າງວ່ອງໄວ ແຕ່ຍືນຍົງ, ການເຕີບໂຕຕິດພັນກັບການຍົກສູງຄຸນນະພາບຊີວິດຂອງ ປຊຊ. ທາງນະຄອນໄດ້ວາງເປົ້າໝາຍຮອດປີ 2030 ກາຍເປັນນະຄອນສີວິໄລ, ທັນສະໄໝ, ແມ່ນສູນນະວັດຕະກຳທີ່ຂະຫຍັນຂັນເຄື່ອນຂອງພາກພື້ນ. ທ່ານ ເຈິ່ນເລຶວກວາງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ ຊີ້ແຈ້ງວ່າ:

           ນະຄອນໂຮ່ຈິມິນ ບໍ່ພຽງແຕ່ແມ່ທ້ອງຖິ່ນໃຫຍ່ໜຶ່ງເທົ່ານັ້ນ ຫາກຍັງແມ່ນຂົ້ວເຕີບໂຕໜຶ່ງຂອງປະເທດຊາດອີກດ້ວຍ. ຢາກເຮັດໄດ້ຄືແນວນັ້ນ, ທາງນະຄອນຕ້ອງຮັກສາລະບຽບວິໄນຢ່າງໜັກແໜ້ນ, ຍົກສູງຄຸນນະພາບຖັນແຖວພະນັກງານ, ປະຕິຮູບລະບຽບການຢ່າງແຮງ, ລົງທຶນພື້ນຖານໂຄງລ່າງຍຸດທະສາດ, ພັດທະນາແຫຼ່ງຊັບພະຍາກອນມະນຸດຄຸນນະພາບສູງ, ສ້າງວິສາຫະກິດ ຫວຽດນາມ ທີ່ເຂັ້ມແຂງ ແລະ ເໜືອກວ່າສິ່ງໃດໝົດແມ່ນຕ້ອງຖື ປຊຊ ເປັນໃຈກາງ ເພື່ອໃຫ້ທຸກຜົນງານພັດທະນາ ກັບຄືນມາຮັບໃຊ້ຊີວິດ ປຊຊ ເປັນຢ່າງດີກ່ວາ, ສີວິໄລກວ່າ ແລະ ມີຄວາມຜາສຸກກວ່າ.

ບັນ​ດາ​ທ້ອງ​ຖິ່ນ​ພ້ອມ​ແລ້ວ​ທີ່​ຈະ​ຫັນ​ວິ​ໄສ​ທັດ​  ກອງ​ປະ​ຊຸມ​ໃຫ່​ຍສະ​ໄໝ​ທີ XIV ຂອງ​ພັກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 4ບັນຍາກາດຢູ່ ບັກນິງ (ພາບ: VOV)

      ໜຶ່ງໃນບັນດາຈຸດພົ້ນເດັ່ນ, ມີລັກສະນະບຸກທະລຸຂອງເອກະສານກອງປະຊຸມໃຫ່ຍສະໄໝທີ XIV ຂອງພັກ ແມ່ນການກຳນົດຮູບແບບເຕີບໂຕໃໝ່, ເອົາວິທະຍາເສດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນຫຼັກໃຫ້ແກ່ການພັດທະນາແບບວ່ອງໄວ ແລະ ຍືນຍົງ. ທ່ານ ຫງວຽນຮົ່ງທາຍ, ເລຂາຄະນະພັກແຂວງ ບັກນິງ ໃຫ້ຮູ້ວ່າ:

  ບົນພື້ນຖານການກຳນົດທິດຂອງກອງປະຊຸມໃຫຍ່ສະໄໝທີ XIV ຂອງພັກກອມມູນິດ ຫວຽດນາມ, ແຂວງ ບັກນິງ ໄດ້ກຳນົດເອົາວິທະຍາເສດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນກຳລັງໜູນຫຼັກ, ຖື ປຊຊ, ວິສາຫະກິດເປັນໃຈກາງ, ເອົາວັດທະນະທຳເຂດເມືອງເກົ່າພາກເໜືອເປັນພື້ນຖານດ້ານຈິດໃຈ ແລະ ກຳລັງແຮງພາຍໃນ, ເອົາລະບຽບວິໄນ, ປະສິດທິຜົນ, ປະສິດທະພາບຂອງລະບົບການເມືອງແມ່ນເງື່ອນໄຂຮັບປະກັນ.

  ສ່ວນທ່ານ ຫງວຽນແມັ້ງຮຸ່ງ, ຮອງເລຂາຜູ້ປະຈຳຄະນະພັກ, ປະທານສະພາ ປຊຊ ແຂວງ ໄຕນິງ,  ແບ່ງປັນວ່າ:

          ແຂວງໄດ້ກຳນົດ 3 ຂອດບຸກທະລຸຍຸດທະສາດ. ທີໜຶ່ງແມ່ນຖືການພັດທະນາວິທະຍາເສດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນເປັນສຳຄັນ. ທີສອງແມ່ນສ້າງລະບອບລະບຽບການ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ສົມບູນ. ທີສາມແມ່ນພັດທະນາໂຄງປະກອບພື້ນຖານໂຄງລ່າງ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ. ຄຽງຂ້າງນັ້ນ, ແຂວງ ໄຕນິງ ຍັງໄດ້ສຸມໃສ່ລະດົມທຸກແຫຼ່ງກຳລັງໃຫ້ແກ່ບັນດາໂຄງການ, ກິດຈະກຳຈຸດສຸມທີ່ມີລັກສະນະກຳລັງໜູນ ເພື່ອຊຸກຍູ້ການພັດທະນາແຜ່ກະຈາຍ.

       ດ້ວຍຄວາມຕັດສິນໃຈການເມືອງສູງ, ຈິນຕະນາການພັດທະນາໃໝ່ ແລະ ບັນດາບາດກ້າວເດີນທີ່ເປັນເຈົ້າການ, ຄົບຊຸດນັ້ນ, ບັນດາທ້ອງຖິ່ນໃນທົ່ວປະເທດ ພວມສະແດງໃຫ້ເຫັນການກະກຽມຢ່າງເຂັ້ມງວດ ແລະ ຈິດໃຈກຽມພ້ອມ ຫັນວິໄສທັດທີ່ກອງປະຊຸມໃຫ່ຍສະໄໝທີ XIV ຂອງພັກໄດ້ວາງອອກໃຫ້ປະກົດຜົນເປັນຈິງ. ເມື່ອບັນດາແຜນນະໂຍບາຍໃຫຍ່ໄດ້ຫັນເປັນລະອຽດ ດ້ວຍການກະທຳທີ່ແທດຈິງ, ມີຫົວຄິດປະດິດສ້າງ ແລະ ບັນລຸປະສິດທິຜົນຢູ່ແຕ່ລະທ້ອງຖິ່ນ, ນັ້ນກໍ່ຈະແມ່ນພື້ນຖານສຳຄັນເພື່ອໃຫ້ທົ່ວປະເທດພ້ອມກັນບຸທະລຸ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຫັນຄວາມຄາດຫວັງສ້າງສາປະເທດ ຫວຽດນາມ ຈະເລີນຮຸ່ງເຮືອງໃຫ້ປະກົດຜົນເປັນຈິງ ໃນໄລຍະທີ່ຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ