ຟື້ນ​ຟູ​ລະ​ດູດອ​ກໄມ້ຍາມ​​ບຸນ​ເຕັດ ​ຢູ່​ເຂດ​ປູກ​ຕົ້ນຄາຍ ກາມ​ຢາ, ແຂວງ ໄທ​ງວຽນ

(VOVWORLD) - ເຂດປູຕົ້ນຄາຍ ກາມຢາ, ຕາແສງ ຢາຊ່າງ, ແຂວງ ໄທງວຽນ ມີຊື່ສຽງໃນທົ່ວປະເທດຍ້ອນມີບັນດາຕົ້ນຄາຍປະດັບທີ່ມີອາຍຸເກົ່າແກ່ຫຼາຍປີພິເສດ. ໂດຍໄດ້ຜ່ານຜ່າບັນດາຄວາມຫຍຸ້ງຍາກຈາກພະຍຸນ້ຳຖ້ວຍກໍ່ຂຶ້ນໃນ 2 ປີຜ່ານມາ, ປິນີ້, ຊາວເຂດປູກຕົ້ນຄາຍຢູ່ແຄມແມ່ນ້ຳເກົ່າ ພວມມານະພະຍາຍາມຟື້ນຟູການຜະລິດ ເພື່ອໃຫ້ມີບັນດາງ່າດອກຄາຍ, ດອກໄມ້ຊະນິດຕ່າງໆຮັບໃຊ້ບຸນປີໃໝ່ປະຈຳຊາດ, ປີມະເມຍ 2026.
ຟື້ນ​ຟູ​ລະ​ດູດອ​ກໄມ້ຍາມ​​ບຸນ​ເຕັດ  ​ຢູ່​ເຂດ​ປູກ​ຕົ້ນຄາຍ ກາມ​ຢາ, ແຂວງ ໄທ​ງວຽນ - ảnh 1ທ່ານ ຮວ່າງວັນເຢວງ  (ພາບ: ຮ່ວາງຕູ)

   ພາຍຫຼັງໄພນ້ຳຖ້ວມ 2 ຄັ້ງ ໂດຍພະຍຸ Yagi ແລະ Matmo ກໍ່ຂຶ້ນເມື່ອເດືອນກັນຍາ ປີ 2024 ແລະ ເດືອນຕຸລາ ປີ 2025, ເຂດປູກຕົ້ນຄາຍ ກາມຢາ ທີ່ເຄີຍຈະເລີນພັນ, ເຕັມໄປດ້ວຍພະລັງຊີວິດໃນເມື່ອກ່ອນ ພັດກາຍເປັນເຂດຮ້າງເປົ່າຫວ່າງ. ຜູ້ປູກຕົ້ນຄາຍປະສົບກັບຄວາມຫຍຸ້ງຍາກຍ້ອນຖືກເສຍຫາຍຫຼາຍ, ຫຼາຍຄອບຄົວເຫຼືອ “ສອງຝາມືເປົ່າ”. 365 ຄອບຄົວດ້ວຍເນື້ອທີ່ປູກຕົ້ນຄາຍກວ່າ 30 ເຮັກຕາ, ໃນນັ້ນມີຫຼາຍຕົ້ນຄາຍປະດັບ, ຕົ້ນຄາຍເກົ່າແກ່ຫຼາຍປີທີ່ໄດ້ດັດແບບທີ່ລະອຽດລະອໍ, ງາມຕາ, ໄດ້ຮັບການບົວລະບັດເປັນຢ່າງດີ, ມີມູນຄ່າສູງ… ກໍ່ຖືກຜົນສະທ້ອນຫຼາຍ. ພາຍຫຼັງຖືກນ້ຳຖ້ວມ, ປຊຊ ໄດ້ເກັບມ້ຽນ, ອະນາໄມທຳຄວາມສະອາດເຂດທົ່ງນາ, ເຂດສວນຢ່າງໄວວາ, ທຳຄວາມສະອາດດິນ ແລະ ນຳແນວພັນຕົ້ນມາປູກໃໝ່. ຢູ່ບ້ານ ກາມຢາ 4, ທ່ານ ຮວ່າງວັນເຢວງ ມີສວນດອກຄາຍກວ້າງປະມານ 5000 ມ2, ທ່ານໄດ້ຟື້ນຟູ, ບົວລະບັດບັນດາກົກຕົ້ນຄາຍທີ່ຍັງເຫຼືອຢ່າງພາກພຽນເພື່ອຮັບໃຊ້ໂອກາດບຸນເຕັດຈະມາເຖິງນີ້:

     ຄອບຄົວຂ້າພະເຈົ້າຟື້ນຟູກົກຕົ້ນຄາຍໄດ້ພຽງແຕ່ 20-30 ກົກ, ເພື່ອຮັກສາກົກໃຫ້ແກ່ລະດູຕໍ່ໄປເທົ່ານັ້ນ. ພາຍຫຼັງນ້ຳຖ້ວມ, ພວກຂ້າພະເຈົ້າໄດ້ຫັນໄປປູກດອກໄມ້ສົດຄື: ດອກລິນລີ້ ແລະ  ດອກແກນດີໂອລັດ ເພື່ອທັນຮັບໃຊ້ບຸນເຕັດ ແລະ ສ້າງລາຍຮັບໃຫ້ຄອບຄົວຕື່ມອີກ.

ຟື້ນ​ຟູ​ລະ​ດູດອ​ກໄມ້ຍາມ​​ບຸນ​ເຕັດ  ​ຢູ່​ເຂດ​ປູກ​ຕົ້ນຄາຍ ກາມ​ຢາ, ແຂວງ ໄທ​ງວຽນ - ảnh 2ທ່ານ ຫງວຽນວັນບັ່ງ (ພາບ: ຮ່ວາງຕູ)

     ສ່ວນສວນຂອງອ້າຍ ຫງວຽນວັນບັ່ງ ກໍ່ມີສ່ວນດີກ່ວາ ຍ້ອນທີ່ຕັ້ງສູງ, ນ້ຳຖ້ວມຂຶ້ນໄວແຕ່ກໍ່ຫລຸດລົງໄວ, ດັ່ງນັ້ນ ຕົ້ນຄາຍບໍ່ຖືກແຊ່ນ້ຳດົນ. ກົກດອກຄາຍແຕ່ລະກົກ ໄດ້ດັດຕົ້ນ ແລະ ໄດ້ຮັບການບົວລະບັດຢ່າງລະອຽດລະອໍ ເພື່ອໃຫ້ບານກົງກັບໂອກາດບຸນເຕັດ. ອ້າຍ ຫງວຽນວັນບັ່ງ ແບ່ງປັນວ່າ:

     ຍ້ອນຝົນຕົກນ້ຳຖ້ວມ, ຕົ້ນຖືກຖ້ວມບວມນ້ຳ, ຮາກກົກຄາຍບໍ່ແຂງແຮງ. ພວກຂ້າພະເຈົ້າໄດ້ສົມທົບບົດຮຽນ ແລະ ເຕັກນິກບົວລະບັດເພື່ອຟື້ນຟູຫຼັງຝົນຕົກນ້ຳຖ້ວມແຕ່ລະເທື່ອ. ປະຈຸບັນ, ຕົ້ນແຂງແຮງຂຶ້ນແລ້ວ, ຮັບປະກັນຄຸນນະພາບຢ່າງພຽງພໍເພື່ອສະໜອງອອກສູ່ທ້ອງຕະຫຼາດ.

ຟື້ນ​ຟູ​ລະ​ດູດອ​ກໄມ້ຍາມ​​ບຸນ​ເຕັດ  ​ຢູ່​ເຂດ​ປູກ​ຕົ້ນຄາຍ ກາມ​ຢາ, ແຂວງ ໄທ​ງວຽນ - ảnh 3(ພາບ: ຮ່ວາງຕູ)

     ໂດຍໄດ້ຮຽງບ່າຮຽງໄຫຼ່ກັບຜູ້ປູກດອກຄາຍ, ຄະນະກຳມະການ ປຊຊ ຕາແສງ ກາມຢາ ໄດ້ຊີ້ນຳພະນັກງານວິຊາສະເພາະ ສົມທົບກັບໝູ່ບ້ານອາຊີບ, ສະມາຄົມປູກຕົ້ນຄາຍຢູ່ທ້ອງຖິ່ນ ເກັບສະຖິຕິເນື້ອທີ່ປູກຂອງແຕ່ລະຄອບຄົວທີ່ຖືກເສຍຫາຍໂດຍລະອຽດ ເພື່ອເຮັດລະບຽບການຕ່າງໆໜູນຊ່ວຍຕາມນະໂຍບາຍຂອງແຂວງ. ສະມາຄົມຊາວກະສິກອນຕາແສງ ຢາຊ່າງ ໄດ້ລົງແຕ່ລະສວນເພື່ອກຳໄດ້ຄວາມເສຍຫາຍ, ແນະນຳເຕັກນິກແກ້ໄຂຜົນຮ້າຍຢ້ອນຫຼັງ, ຂົນຂວາຍ ປຊຊ ສືບຕໍ່ທຳການຜະລິດ. ທາງສະມາຄົມຍັງສົມທົບກັນຊອກຫາແຫຼ່ງແນວພັນເພີ່ມເຕີມ ແລະ ໜູນຊ່ວຍການປັບປຸງທີ່ດິນ, ຊ່ວຍໃຫ້ຕົ້ນໄມ້ຂະຫຍາຍຕົວເປັນປົກກະຕິກວ່າ. ທ່ານນາງ ຫງວຽນທິຖຸຍງາ ຮອງປະທານສະມາຄົມຊາວກະສິກອນຕາແສງ ຢາຊ່າງ, ແຂວງ ໄທງວຽນ ໃຫ້ຮູ້ວ່າ: ບຸນເຕັດປີນີ້, ເນື້ອທີ່ປູກຕົ້ນຄາຍຢູ່ ກາມຢາ ຈະສາມາດໃຫ້ການເກັບກ່ຽວໄດ້ພຽງປະມານ 50% ເທົ່ານັ້ນ:

     ອຳນາດການປົກຄອງທ້ອງຖິ່ນ ພ້ອມກັບສະມາຄົມຊາວກະສິກອນຕາແສງ ຢາຊ່າງ ໄດ້ປຸກລະດົມ ປຊຊ ຟື້ນຟູເນື້ອທີ່ດິນທີ່ຍັງເຫຼືອເພື່ອບົວລະບັດ, ປົວແປງ, ສ້າງລາຍຮັບຄືນໃໝ່. ສະມາຄົມຍັງສະເໜີທະນາຄານຈຳນວນໜຶ່ງ ຫລຸດອັດຕາດອເບັ້ຍລົງໃຫ້ສຳລັບບັນດາຄອບຄົວປູກຕົ້ນຄາຍທີ່ກຳລັງກູ້ຢືມທຶນ, ຊ່ວຍ ປຊຊ ມີເງື່ອໄຂຟື້ນຟູການຜະລິດ.

   ໄພທຳມະຊາດໄດ້ກໍ່ຜົນເສຍຫາຍທາງຊັບສິນ ແລະ ກຳລັງເຫື່ອແຮງເປັນຈຳນວນຫຼາຍ ແຕ່ບໍ່ສາມາດເຮັດໃຫ້ຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກຂອງ ປຊຊ ເສຍໄປໄດ້, ບັນດາໜໍ່ເບ້ຍຂຽວພວມຄ່ອຍໆຟື້ນຟູໃນບັນດາສວນຂອງ ກາມຢາ. ບັນດາຕົ້ນຄາຍໄດ້ປົ່ງຮາກ, ອອກໜໍ່ຈໍ່ດອກ ແລະ ບັນາສວນດອກລິນລີ້, ດອກເບັນຈາມາດທີ່ຂຽວສົດງົດງາມ, ໝັ້ນໝາຍຈະເບັ່ງບານສີສັນທັນກັບໂອກາດບຸນເຕັດປະຈຳຊາດທີ່ຈະວຽນມາ. ສິ່ງດັ່ງກ່າວບໍ່ພຽງແຕ່ໄດ້ນຳມາເຊິ່ງລາຍຮັບເທົ່ານັ້ນ, ຫາກຍັງໄດ້ຢັ້ງຢືນຈິດໃຈມານະພະຍາຍາມ ແລະ ໜຽວແໜ້ນຂອງ ປຊຊ ຊາວ ກາມຢາ ໃນວິວັດການຟື້ນຟູຫຼັງນ້ຳຖ້ວມອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ