ບຳລຸງສ້າງວິຊາຊີບຕອບສະໜອງຈຸດໝາຍກໍ່ສ້າງຊົນນະບົດໃໝ່


(vovworld) - ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ຈຳນວນ 19 ຈຸດໝາຍ ​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ, ຈຸດໝາຍ​ຫັນປ່ຽນ​ອົງ​ປະກອບ​ແຮງ​ງານ, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​ແມ່ນ​ໜ້າ​ທີ່​ຫຍຸ້ງຍາກ​ທີ່​ສຸດ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດັ່ງກ່າວ​ໃຫ້​ໄດ້, ​ແມ່ນ​ຕ້ອງ​ຖືການ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ​ໃຫ້​ແກ່​ຊາວ​ກະ​ສີກ​ອນເປັນ​ສຳຄັນ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍຂອງ​ແຜນ​ຮ່າງ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ່​ແກ່​ຊາວ​ກະ​ສີກ​ອນ​ເຖິງ​ປີ 2020 (ຫຼື​ເອີ້ນ​ວ່າ​ແຜນ​ຮ່າງ1956 ຂອງ​ລັດຖະບານ ​ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ຫຼາຍ​ທ້ອງ​ຖີ່​ນ​ໃນ 2 ກວ່າ​ປີ​ທີ່​ຜ່ານ​ມາ.

ບຳລຸງສ້າງວິຊາຊີບຕອບສະໜອງຈຸດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 1

ບຳລຸງ​ສ້າງ​ວິຊາ​ຊີບສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ

(ພາບ:google.com.vn)

    ມະຕິ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 11 ​ໄດ້​ກຳນົດ​ວ່າ: ຮອດ​ປີ 2020, ຫວຽດນາມ​ ຈະ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ໃນ​ນັ້ນ​ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ປະຕິບັດ​ການ​ຫັນຊົນະ​ບົດເປັນ​ເຂດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ​ເພື່ອ​ຕອບ​ສະໜອງ​ຈຸດໝາຍ​ຍຸດ​ທະ​ສາດ​ດັ່ງກ່າວ, ມະນຸດ​ແມ່ນ​ປັດ​ໃຈ​​ສຳຄັນ ​ແລະ ມີ​ຄວາມ​ໝາຍ​ຕັດສິນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ດັ່ງ​ນັ້ນ​ເລື່ອງ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ ​ແມ່ນ​ມີ​ຄວາມ​ໝາຍ​ຕັດສິນ​ໃນ​ການ​ຫັນຊົນນະບົດ​ເປັນ​​ເຂດອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ​ໃນ​ເວທີ​ປາ​ໃສ​ສະພາ​ແຫ່ງ​ຊາດ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຊີ້​ແຈ້ງວ່າ: ”ຖ້າ​ຫາກ​ບໍ່​ຫັນ​ກະ​ສີ​ກຳ ​ແລະ ຊົນນະບົດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ແມ່ນ​ບໍ່​ສາມາດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໄດ້. ປະຈຸ​ບັນ, ຊາວ​ກະ​ສີກ​ອນກວມ​ກວ່າ 73% ຈຳນວນ​ພົນລະ​ເມືອງ ​ແລະ ກວມ 50% ກຳລັງ​ແຮງ​ງານ​ໃນ​ທົ່ວ​ປະ​ເທດ, ​ແຕ່​ພັດ​ມີ​ເຂດ​ຊົນນະບົດ​ຫຼາຍ​ແຫ່ງຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່, ດັ່ງ​ນັ້ນ​ການ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ​ວິຊາ​ຊີບ, ສູ້​ຊົນ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສີກ​ອນຢູ່​ເຂດ​ຊົນນະບົດ​ນັ້ນ, ທັງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ອັນ​ຮີບ​ດ່ວນ​, ທັງ​ແມ່ນ​ຈຸດໝາຍ​ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນຄົງ ​ແລະ ຍາວ​ນານ. ​ດ້ວຍສະພາບ​ຕົວຈິງ​ຄື​ດັ່ງກ່າວ​, ລັດຖະບານ​ໄດ້​ຮັບຮອງ​ເອົາ​ແຜນ​ຮ່າງ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ​ໄລຍະ 2009 - 2015 ​ແລະ​ ທິດ​ທາງ​ເຖິງ​ປີ 2020. ປະຈຸ​ບັນ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ພວມ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ນີ້. ທ່ານ Nguyen Tri Ngoc, ຫົວໜ້າ​ກົມ​ປູກຝັງ, ສັງກັດ​ກະຊວງ​ກະ​ສີ​ກຳ ​ແລະ​ພັດທະນາ​ຊົນນະບົດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

    ”ປະຈຸ​ບັນ, ຈຳນວນ​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ​ແມ່ນ​ປະມານ 22 ລ້ານ​ຄົນ, ດັ່ງ​ນັ້ນ​ຈຸດໝາຍ​ຂອງ​ຫວຽດນາມ​ ເຖິງ​ປີ 2020 ​ແມ່ນ​ຕ້ອງ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ​ ທັນ​ສະ​ໄໝ, ຕາມນັ້ນແລ້ວ​ ຈະ​ຕ້ອງ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນ​ນະ​ບົດ​ປະມານ 11 ລ້ານ​ຄົນ, ​ເປັນ​ອັນວ່າ​ແຕ່ລະ​ປີ​ຕ້ອງ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ຄົນ​ງານ​ຢູ່​ເຂດ​ຊົນນະບົດປະມານ 300​.000 ຄົນ​​”

ບຳລຸງສ້າງວິຊາຊີບຕອບສະໜອງຈຸດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 2

ບຳລຸງ​ສ້າງ​ວິຊາ​ຊີບຢູ່ນະຄອນໂຮ່ຈີມິນ

(ພາບ:google.com.vn)

    ​ໃນ​ທ່າ​ອ່ຽງພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ, ມຸ່ງ​ໄປ​ເຖິງ​ພື້ນຖານ​ການ​ຜະລິດ​ເປັນ​ສິນຄ້າ​ດ້ວຍ​ຂອບ​ຂະໜາດ​ໃຫຍ່, ນຳ​ມາ​ເຊິ່ງປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ສູງ​ນັ້ນ, ບັນຫາ​ບຳລຸງ​ສ້າງ​ວິຊາ​ຊີບ​ທີ່​ມີ​ຄຸນ​ນະພາ​ບ​ໃຫ້​ແກ່​ຊົນນະບົດ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄຽງ​ຂ້າງ​ແຜນ​ຮ່າງ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ​ໃຫ້​ແກ່​ຊາວ​ກະ​ສີກ​ອນກໍ່​ຕ້ອງ​ມີ​ນະ​ໂຍບາຍ​ຄົບ​ຊຸດ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ, ຊ່ວຍ​ໃຫ້ຊາວ​ກະ​ສີກ​ອນສຳ​ພັດ​ກັບ​ພື້ນຖານ​ເສດຖະກິດ​ໃຫຍ່. ສາ​ສະ​ດາ​ຈານ ຫງວຽນ​ເລິນ​ຢູງ (Nguyen Lan Dung) ນັກ​ຊ່ຽວຊານ​ທີ່​ສຸດ​ຈິດ​ສຸດ​ໃຈ​ກັບ​ພື້ນຖານ​ກະ​ສີ​ກຳ​ຫວຽດນາມ, ຖື​ວ່າ:

    ”ຮອດ​ປີ 2020, ຫວຽດນາມ​ຈະ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ ແລະ ທັນ​ສະ​ໄໝ, ດັ່ງ​ນັ້ນ​ວິທີ​ເຮັດ​ກະ​ສີ​ກຳ​ກໍ່​ຕ້ອງ​ມີ​ການ​ປ່ຽນ​ແປງ​ໄປ​ນຳ, ຈຳ​ເປັນ​ຕ້ອງ​ມີ​ບັນດາ​ຟາ​ມ​ໃຫຍ່, ດັ່ງ​ນັ້ນ​ຕາມ​ຂ້າພະ​ເຈົ້າ​ແລ້ວ, ພວກ​ເຮົາ​ຄວນລວມດິນ​ປູກຝັງ, ປ່ຽນ​ໃໝ່​ຜົນລະປູກ ​ເພື່ອ​ໃຫ້​ປະຊາຊົນ​ມີ​ເງື່ອນ​ໄຂ​ເປີດ​ກວ້າງ​ການ​ຜະລິດ. ​ໃນ​ການ​ບຳລຸງ​ສ້າງ​ໃຫ້​ແກ່​ຊາວ​ກະ​ສີກ​ອນ, ກໍ່​ຕ້ອງ​ອີງ​​ໃສ່​ຈຸດ​ພິ​ເສດ​ຂອງ​ແຕ່ລະ​ທ້ອງ​ຖີ່​ນ, ຈາກ​ນັ້ນ​​ແນະນຳ​ໃຫ້​ປະຊາຊົນ​ຜະລິດ​ອັນ​ໃດ, ​ເຮັດ​ຜະລິດ​ຕະພັນ​ໃດ ​ເພື່ອ​ບັນລຸ​ປະສິດທິ​ຜົນ​ສູງ”..

ບຳລຸງສ້າງວິຊາຊີບຕອບສະໜອງຈຸດໝາຍກໍ່ສ້າງຊົນນະບົດໃໝ່ - ảnh 3

ສອນອາຊີບສ້ອມແປງໂທລະສັບມືຖືດ້ວຍເຕັກໂນໂລຢີໃໝ່

(ພາບ:google.com.vn)

    ພາຍຫຼັງ​ກວ່າ 2 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ, ທົ່ວ​ປະ​ເທດ​​ມີຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ​ເກືອບ 800.000 ຄົນ ​ໄດ້​ຮັບ​ການ​ບຳລຸງ​ສ້າງວິຊາ​ຊີບ. ອັດຕາ​ສ່ວນ​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດທີ່​ມີ​ວຽກ​ເຮັດ​ງານ​ທຳ​ພາຍຫຼັງ​ໄດ້​ຮັບ​ການ​ບຳລຸງ​ສ້າງວິຊາ​ຊີບ​ແມ່ນ 70%, ​ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ຄວາມ​ຮູ້, ​ເຕັກນິກ, ຄວາມ​ສາມາດ​​ຂອງ​ຕົນເຂົ້າ​ໃນ​ການ​ຜະລິດ, ປະກອບສ່ວນ​ເພີ່ມ​ສະມັດ​ຕະພາບ​ຜົນລະປູກ, ສັດລ້ຽງ, ​ເພີ່ມ​ລາຍ​ຮັບ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ. ອ້າຍ​ ຫງວຽນ​ຈ້ອງ​ແທ່ງ (Nguyen Trong Thanh) ຢູ່​ຕາ​ແສງ​ວີ້ງ​ເຕື່ອງ, ​ແຂວງ ວິ້ງຟຸກ. ພາຍຫຼັງ​ນຳ​ໃຊ້​ບັນດາ​ຄວາມ​ຮູ້​ທີ່​ຮ່ຳຮຽນ​ມາ​ໄດ້​ຈາກ​ໂຮງຮຽນ​ວິທະຍາ​ໄລ​ເຕັກນິກ​ກະ​ສີ​ກຳ ວິ້ງ​ຟຸກ, ຝູງ​ງົວ​ພັນນົມ​ຂອງ​ຄອບຄົວອ້າຍ​​ໄດ້​ໃຫ້ນ້ຳນົມ​ທີ່​ມີ​ຄຸນ​ນະພາ​ບສູງ​ສຸດ​ໃນ​ຕາ​​ແສງ. ອ້າຍ​ ຫງວຽນ​ຈ້ອງ​ແທ່ງ (Nguyen Trong Thanh), ​ໃຫ້​ຮູ້​ວ່າ:

    ”ລ້ຽງ​ງົວ​ພັນນົມ​ແມ່ນ​ວຽກ​ງານ​ທີ່​ຕ້ອງການມີ​ຄວາມ​ຮູ້. ລ້ຽງ​ງົວ​ນົມ​ບໍ່​ງ່າຍ​ດາຍຄື​ລ້ຽງ​ງົວ​ທຳ​ມະ​ດາ, ນອກ​ນັ້ນ, ​ຍັງ​ຕ້ອງ​ມີ​ຄວາມເອົາ​ໃຈ​ໃສ່​ເຖິງ​ບັນດາ​ຜະລິດ​ຕະພັນ​ທີ່​ສະໜອງ​ໃຫ້​ແກ່​ສັງຄົ​ມອີກ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​​ໄດ້​ເຂົ້າ​ຮ່ວມ​ຊຸດບຳລຸງ​ດ້ານ​ເຕັກ​ນິກ​ໃນການ​ລ້ຽງສັດ”.

    ບັນດາ​ຜົນງານ​ໃນ​ເບື້ອງ​ຕົ້ນ​ຂອງ​ແຜນ​ຮ່າງ​ໄດ້​ປະກອບສ່ວນ​ສ້າງ​ການ​ປ່ຽນ​ໃໝ່​ໂສມ​ໜ້າ​ຢູ່ເຂດ​ຊົນນະບົດ. ຢູ່​ຫຼາຍ​ທ້ອງ​ຖີ່​ນ​ໄດ້​ສ້າງ​ໃຫ້​ມີ​ຟາ​ມ​ໃຫຍ່​ຜະລິດ​ສິນຄ້າ​ທີ່​ມີ​ລັກສະນະ​ວິຊາ​ສະ​ເພາະ, ນຳ​ມາ​ເຊິ່ງປະສິດທິ​ຜົນ ກໍ່​ຄື​ມູນ​ຄ່າ​ຜະລິດ​ສູງ… ​ແຜນ​ຮ່າງ​ບຳລຸງ​ສ້າງ​ວິຊາ​ຊີບ ​ໄດ້​ຊ່ວຍ​ໃຫ້​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ​ສາມາດ​ຮູ້​ໄດ້​ວ່າ​ຕົນ​ເອງ​ຈະ​ເຮັດອັນ​ໃດ, ລ້ຽງສັດ​ປະ​ເພດ​ໃດ, ​ແລະ ຂາຍ​ຢູ່​ບ່ອນໃສ… ຈຸດໝາຍ​ຂອງ​ໂຄງການ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະ​ສີກ​ອນ 11 ລ້ານ​ຄົນ​ໃນ​ປີ 2020, ຖ້າ​ບັນລຸ​ໄດ້​ໝາກຜົນ, ມັນ​ຈະ​ສ້າງ​ປະຖົມ​ປັດ​ໃຈ, ບາດ​ລ້ຽວ​ໃນ​ການ​ຮັດ​ແຄບ​ຊ່ອງ​ວ່າງ​ລະຫວ່າງ​ຄົນ​ຮັ່ງມີ​ກັບ​ຄົນ​ທຸກ​ຍາກ ກໍ່​ຄື​ປ່ຽນ​ໃໝ່​ໂສມ​ໜ້າ​ຢູ່​ເຂດ​ຊົນນະບົດ​ຫວຽດນາມ.

   

ຕອບກັບ

ຂ່າວ/ບົດ​ອື່ນ