ຮູບແບບສະຫະກອນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຊີນລາ

(vovworld) – ​ຢູ່​ເຂດ​ພູດ​ອຍ​ເຊີນ​ລາ, ຮູບ​ແບບ​ເສດຖະກິດ​ລວມໝູ່ ​ໄດ້ ​ແລະ ພວມ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ການ​ເຄື່ອນ​ໄຫວ​ຂອງ​ສະຫະກອນ​ສະໜອງ​ການ​ບໍລິການ​ໜູນ​ຊ່ວຍ​ເສດຖະກິດ​ຄອບຄົວ, ສ້າງ​ການ​ແລ​ກປ່ຽນ​ສິນຄ້າ ​ແລະ ຮັບ​ໃຊ້​ຄວາມ​ຕ້ອງການ​ໃນ​ການ​ດຳ​ເນີນ​ຊີວິດ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ ​ໄດ້​ປະກອບສ່ວນ​ສ້າງ​ຂະ​ແໜງ​ອາຊີບ​ຕື່ມ​ອີກ​ໃຫ້​ແຕ່​ລະ​ບ້ານ, ສ້າງ​ເງື່ອນ​ໄຂ​ຊຸກຍູ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​

ຮູບແບບສະຫະກອນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຊີນລາ - ảnh 1

(ພາບ​ປະ​ກອບ: ອິນ​ເຕີ​ແນດ)

​ໂດຍ​ແມ່ນ​ທ້ອງ​ຖີ່​ນທີ່​ແຂວງ​ເຊີນ​ລາ ​ເລືອກ​ເປັນ​ແຫ່ງ​ປະຕິບັດ​ທົດ​ລອງໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕາ​ແສງ​ຈ່ຽງບານ, ​ເມືອງ​ມາຍ​ເຊີນ, ​ໄດ້​ປະຕິບັດ​ສຳ​ເລັດ​ໂດຍ​ພື້ນຖານ 9/19 ມາດຖານ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຈຸ​ບັນ, ຕາ​ແສງ​ມີ​ສະຫະກອນ 2 ​ແຫ່ງ ​ທີ່ຜະລິດ, ​ເກັບ​ຊື້​ປູ​ງ​ແຕ່ງ​ກ່າ​​ເຟ, ​ດ້ວຍ ​ສະມາຊິກ​ສະຫະກອນ 40 ກວ່າຄົນ. ​ໃນ​ເບື້ອງ​ຕົນ, ຮູບ​ແບບ​ສະຫະ​ກອນ​ນີ້​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ຢ່າງ​ເປັນ​ປົກກະຕິ ​ແລະ ລາຍ​ຮັບ​ໃຫ້​ນັບ​ຮ້ອຍ​ຄອບຄົວ​ປູກ​ກ່າ​ເຟ​ໃນ​ເຂດ. ທ່ານ​ ຟ້າ​ມວັນ​ແຄ໋ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຈ່ຽງບານ, ​ໃຫ້​ຮູ້​ວ່າ​ໃນ​ປີ 2013, ທາງ​ຕາ​ແສງ​ຈະ​ສ້າງ​ຕັ້ງ​ໜ່ວຍ​ສະຫະກອນ​ຕື່ມ​ອີກ, ​ເຊິ່ງຕົ້ນ​ຕໍ່​ແມ່ນ​ບັນດາ​ຂົງ​ເຂດ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ບໍລິການ​ສັງ​ລວມ, ​ເກັບ​ຊື້, ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ. ທ່ານ ຟ້າ​ມວັນ​ແຄ໋ງ ​ໃຫ້​ຮູ້​ວ່າ:

“ທາງ​ຕາ​ແສງ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ແລະ ຊ່ວຍ​ເຫຼືອ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ບັນ​ດາ​ສະ​ຫະ​ກອນ​ເຄື່ອນ​ໄຫວ… ພິ​ເສດ​ແມ່ນ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ສະ​ຫະ​ກອນ​ກໍ່​ສ້າງ​ກິດ​ຈະ​ກຳ​ໂຄງ​ລ່າງ​ຄື: ກໍ່​ສ້າງ​ທາງ​ເບ​ຕົງ, ຫຼື​ສ້າງ​ເງື່ອນ​ໄຂ​ໜູນ​ຊ່ວຍ​ບ້ານ ແລະ ຄອບ​ຄົວ​ຕ່າງໆ​ທີ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ພິ​ເສດ ເພື່ອ​ພ້ອມ​ກັນ​ປະ​ກອບ​ສ່ວນ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”.

ຮູບແບບສະຫະກອນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຊີນລາ - ảnh 2

ຫຼາຍ​ຄອບ​ຄົວ​ຊາວ​ກະ​ສີ​ກອນ​ໄດ້​ຊື້​ຈັກໄຖ​ນາ​ເພື່ອ​ພັດ​ທະ​ນາ​ການ​ຜະ​ລິດ
(ພາບ: ອິນ​ເຕີ​ແນດ)

ອ້າຍ ຫ່າ​ຢູຍ​ເຖືອງ, ຕາ​ແສງ​ຈ່ຽງ​ຊົມ, ນະ​ຄອນ​ເຊີນ​ລາ, ນັບ​ແຕ່​ປີ 2005 ໄດ້​ລົງ​ທຶນ 200 ລ້ານກວ່າ​ດົ່ງ ເພື່ອ​ພັດ​ທະ​ນາ​ອາ​ຊີບ​ປູກດອກ​ກຸຫຼາບ. ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ດຳ​ເນີນ​ທຸ​ລະ​ກິດ, ປີ 2011, ອ້າຍ​ໄດ້​ສ້າງ​ຕັ້ງ​ສະ​ຫະ​ກອນ. ມາ​ຮອດ​ປະ​ຈຸ​ບັນ, ສະ​ຫະ​ກອນ ຫ່​າຢູຍ​ເຖືອງ ໄດ້​ມີ​ເນື້ອ​ທີ່​ປູກດອກ​ກຸຫຼາບ 17 ເຮັກ​ຕາ. ອ້າຍ ຫ່າ​ຢູຍ​ເຖືອງ ໃຫ້​ຮູ້​ວ່າ, ແຕ່​ລະ​ເດືອນ​ລາຍ​ຮັບ​ທີ່​ໄດ້​ຮັບ​ຈາກ​ການ​ປູກດອກ​ໄມ້​ແມ່ນ​ເກືອບ 2 ຕຶ້ ດົ່ງ, ຫາ​ກຳ​ໄລ​ໄດ້​ເກືອບ 600 ລ້ານ​ດົ່ງ. ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ນັ້ນ​ແມ່ນ, ສະ​ຫະ​ກອນ​ຂອງ​ອ້າຍ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ເປັນ​ປະ​ຈຳ​ໃຫ້​ຜູ້​ອອກ​ແຮງ​ງານ​ໃນ​ທ້ອງ​ຖີ່ນ​ 20 ກວ່າ​ຄົນ, ດ້ວຍ​ລາຍ​ຮັບ​ກວ່າ 3 ລ້ານ​ດົ່ງ/ເດືອນ/ຄົນ. ພ້ອມ​ທັງ​ຊ່ວຍ​ໃຫ້​ຊາວ​ກະ​ສີ​ກອນ​ປ່ຽນ​ໃໝ່​ຮູບ​ການ​ຜະ​ລິດ​ເກົ່າ, ຫັນ​ໄປ​ສູ່​ການ​ປູກ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ​ທີ່​ມີ​ປະ​ສິດ​ທິ​ຜົນ. ປະ​ຈຸ​ບັນ, ອ້າຍ​ພວມ​ກະ​ກຽມ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ປູກດອກ​ໄມ້​ຄຸນ​ນະ​ພາບ​ສູງ ເຊິ່ງ​ເລີ່ມ​ມີ​ຢູ່​ນະ​ຄອນ​ເຊີນ​ລາ. ອ້າຍ​ ຫ່າ​ຢູ​ຍເຖືອງ, ໃຫ້​ຮູ້​ວ່າ:

“ດອກ​ໄມ້​ຂອງ​ຂ້າ​ພະ​ເຈົ້າ, ສ່ວນຫຼາຍ​ແມ່ນ​ນຳ​ໄປ​ຂາຍ​ຢູ່​ຮ່າ​ໂນ້ຍ, ຫາຍ​ຝ່ອງ ແລະ ບັນ​ດາ​ແຂວງ​ຢູ່​ໃກ້​ຄຽງ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ໃນ​ຕໍ່​ໜ້າ, ທາງ​ນະ​ຄອນ​ຈະ​ມອບ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ໂຄງ​ການ​ປູກດອກ​ໄມ້​ດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ. ສ່ວນ​ໃນ​ປີນີ້, ຂ້າ​ພະ​ເຈົ້າ​ຈະ​ປູກດອກລີນລີ 5000 ຕົ້ນ​ໃຕ້​ມຸງ. ຖ້າ​ຫາກ​ໂຄງ​ການນີ້​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ ມັນ​ຈະ​ຍົກ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​​ໃນເນື້ອ​ທີ່ 1  ​ເຮັກ​ຕາ​ຂຶ້ນ  ຈາກ 800 ລ້ານ ຂຶ້ນ​ເຖິງ 1 ຕຶ້ ດົ່ງເຮັກ​ຕາ, ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງໃຫ້​ປະ​ຊາ​ຊົນ​”.

ຮູບແບບສະຫະກອນໃນການກໍ່ສ້າງຊົນນະບົດໃໝ່ຢູ່ເຊີນລາ - ảnh 3

(ພາບ​ປະ​ກອບ: ອິນ​ເຕີ​ແນດ)

ມາ​ຮອດ​ປະ​ຈຸ​ບັນ, ແຂວງ​ເຊີນ​ລາ​ໄດ້​ມີ 150 ​ໜ່ວຍ​ສະ​ຫະ​ກອນ​ ແລະ 125 ສະ​ຫະ​ກອນ​ພວມ​ເຄື່ອນ​ໄຫວ ດ້ວຍ​ສະ​ມາ​ຊິກ​ສະ​ຫະ​ກອນ​ ແລະ ຜູ້​ອອກ​ແຮງ​ງານທັງ​ໝົດແມ່ນ 23 000 ກວ່າ​ຄົນ. ຍອດ​ຈຳ​ນວນ​ທຶນ ແລະ ມູນ​ຄ່າ​ຊັບ​ສົມ​ບັດ​ແມ່ນ 300 ຕຶ້ກວ່າ​ດົ່ງ. ໃນ​ແຕ່​ລະ​ປີ, ອັດ​ຕາ​​ສະ​ຫະ​ກອນທີ່​​ບັນ​ລຸ​ຜົນ​ງານ​ສູງ​ໃນ​ການຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ​ແມ່ນກວມ 40%.

ສະ​ເພາະ​ໃນ​ປີ 2012, ລາຍ​ຮັບ​ຂອງ​ບັນ​ດາ​ສະ​ຫະ​ກອນນີ້​ບັນ​ລຸ 150 ຕື້ກວ່າ​ດົ່ງ, ສ້າງ​ກຳ​ໄລ​ໄດ້ 20 ຕືຶ້ກວ່າ​ດົ່ງ. ປະ​ກອບ​ເຂົ້າ​ງົບ​ປະ​ມານ​ແຫ່ງ​ລັດ​ເກືອບ 400 ຕືຶ້​ດົ່ງ. ໂດຍ​ແມ່ນ​ອົງ​ການ​ເສດ​ຖະ​ກິດ​ໜູນ​ຊ່ວຍ ແລະ ພັດ​ທະ​ນາ​ປະ​ຊາ​ຄົມ ຕິດ​ພັນ​ກັບ​ເຂດ​ຊຸມ​ຊົນ, ບັນ​ດາ​ສະ​ຫະ​ກອນ​ຢູ່​ແຂວງ​ເຊີນ​ລາ ໄດ້​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຮັບ​ໃຊ້​ການ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ, ເຂົ້າ​ຮ່ວມ​ແກ້​ໄຂຫຼາຍ​ບັນ​ຫາ​​ສັງ​ຄົມ​ຂອງ​ທ້ອງ​ຖີ່ນ. ພິ​ເສດ, ໃນ​ການ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ບັນ​ດາ​ສະ​ຫະ​ກອນ​ໄດ້​ຍູ້​ແຮງ​ການ​ປະ​ຕິ​ບັດ 2 ຂະ​ບວນ​ການ​ແຂ່ງ​ຂັນ “ປ່ຽນ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ສະ​ຫະ​ກອນ” ແລະ “ສະ​ຫະ​ກອນ​ນຳ​ໜ້າ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ - ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”. ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ ເພື່ອ​ເຮັດ​ໃຫ້​ນັບ​ມື້​ນັບ​ມີຫຼາຍ​ສະ​ຫະ​ກອນ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ ຫງວຽນ​ຫື້ວ​ຕັງ, ປະ​ທານ​ສະ​ຫະ​ພັນ​ສະ​ຫະ​ກອນ​ແຂວງເຊີນ​ລາ, ໃຫ້​ຮູ້​ວ່າ:

“ໃນ​ຕໍ່ໜ້າ, ​ປີ 2013 ສະ​ຫະ​ພັນ​ສະ​ຫະ​ກອນ​ແຂວງ​ຈະ​ສົມ​ທົບ​​ກັບ​ບັນ​ດາ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ເປັນ​ເສ​ນາ​ທິ​ການ​ໃຫ້​ແຂວງ​ປະ​ກາດ​ໃຊ້​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ສົ່ງ​ເສີມ, ພັດ​ທະ​ນາ​ສະ​ຫະ​ກອນ​ຕາມ​ຂໍ້​ກຳ​ນົດ​ຂອງ​ພັກ, ລັດ. ທີ​ສອງ​ແມ່ນ​ເປັນ​ເສ​ນາ​ທິ​ການ ສະ​ເໜີ​ຕໍ່​ແຂວງ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ບັນ​ດາ​ສະ​ຫະ​ກອນ ແລະ ວິ​ສາ​ຫະ​ກິດ​ສະ​ມາ​ຊິກ​ຢ່າງ​ທັນ​ການ. ເຮັດ​ວຽກ​ງານ​ໃຫ້​ຄຳ​ປຶກ​ສາ, ແນະ​ນຳ, ໜູນ​ຊ່ວຍ, ບຳ​ລຸງ​ສ້າງ, ອົບ​ຮົມ​ວິ​ຊາ​ຊີບ​ໃຫ້​ແກ່​ຖັນ​ແຖວ​ພະ​ນັກ​ງານ​ຄຸ້ມ​ຄອງ​ສະ​ຫະ​ກອນ​ເປັນ​ຢ່າງ​ດີ. ພິ​ເສດ​ແມ່ນ​ຍູ້​ແຮງ​ການ​ປະ​ຕິ​ບັດ 2 ຂະ​ບວນ​ການແຂ່ງ​ຂັນກັນ​ປ່ຽນ​ໃໝ່​, ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ສະ​ຫະ​ກອນ ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີວ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່”.

ຕາມ​ມາດ​ຖານ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ແຕ່​ລະ​ຕາ​ແສງ​ຕ້ອງ​ບັນ​ລຸ​ມາດ​ຖານ ຢ່າງ​ໜ້ອຍ​ສຸດ​ກໍ່​ມີ 1 ໜ່ວຍ​ສະ​ຫະ​ກອນ ແລະ 1 ສະ​ຫະ​ກອນ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສຳ​ລັບ​ແຂວງ​ເຊີນ​ລາ, ເລື່ອງ​ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ບັນ​ດາ​ສະ​ຫະ​ກອນ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ບໍ່​ພຽງ​ແຕ່​ເພື່ອ​ຈຸດ​ໝາຍ​ແກ້​ໄຂວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ເສີມ​ຂະ​ຫ​ຍາຍ​ລັກ​ສະ​ນະ​ປະ​ຊາ​ຄົມ ເພື່ອ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.


 


ຕອບກັບ

ຂ່າວ/ບົດ​ອື່ນ