ໝູ່​ບ້ານ ແຈັກ​ຊາ ຮັກ​ສາ ແລະ ເສີມ​ຂະ​ຫຍາຍ ​ຄຸນ​ຄ່າ​ອາ​ຊີບ​ຕັດ​​ເສື້ອ​ຍາວ​ພື້ນ​ເມືອງ

(VOVWORLD) - ໝູ່ບ້ານອາຊີບ ແຈັກຊາ, ຕາແສງ ຮ່ວາເລີມ, ເມືອງ ອຶງຮ່ວາ, ຮ່າໂນ້ຍ ມີຊື່ສຽງດ້ວຍອາຊີບຕັດເສື້ອຍາວພື້ນເມືອງທີ່ມີອາຍຸກ່ວາ 1.000 ປີແລ້ວ. ຄົນລຸ້ນຕ່າງໆໃນໝູ່ບ້ານ ໄດ້ສືບທອດກັນມາດ້ວຍບັນດາເຕັກນິກ, ເຄັດລັບສະເພາະ ຊື່ງໄດ້ສ້າງເປັນເຄື່ອງໝາຍເສື້ອຍາວ ແຈັກຊາ ນັບແຕ່ດົນນານມາແລ້ວ. ຫວ່າງແລ້ວນີ້, ອາຊີບຕັດເສື້ອຍາວຂອງໝູ່ບ້ານ ແຈັກຊາ ເປັນກຽດໄດ້ຮັບນາມມະຍົດມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ.
ໝູ່​ບ້ານ ແຈັກ​ຊາ ຮັກ​ສາ ແລະ ເສີມ​ຂະ​ຫຍາຍ  ​ຄຸນ​ຄ່າ​ອາ​ຊີບ​ຕັດ​​ເສື້ອ​ຍາວ​ພື້ນ​ເມືອງ - ảnh 1

ສຸສາລາໝູ່ບ້ານ ແຈັກຊາ ( ພາບ: qdnd.vn)

   ໂດຍຕັ້ງຢູ່ຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ປະມານ 60 ກມ, ໝູ່ບ້ານອາຊີບ ແຈັກຊາ, ເມືອງ ອຶງຮ່ວາ ໄດ້ຮັບຂະໜານນາມເປັນອູ່ຂອງເສື້ອຍາວພື້ນເມືອງ. ນີ້ແມ່ນໝູ່ບ້ານພິເສດ, ຍ້ອນວ່າ ຢູ່ໝູ່ບ້ານແຫ່ງນີ້, ຜູ້ຊາຍຈະເປັນຜູ້ຕັດຫຍິບ, ຜູ້ຍິງເປັນຜູ້ໄຖນາ. ຜູ້ຊາຍໃນໝູ່ບ້ານຈະໄດ້ສືບທອດອາຊີບຂອງລຸ້ນພໍ່ລຸ້ນອ້າຍ, ແມ່ນນາຍຊ່າງຫຼັກຮັກສາການເຄື່ອນໄຫວຕັດເສື້ອຍາວໃນຄອບຄົວ, ປະຕິບັດບັນດາຂັ້ນຕອນໂດຍກົງຄື: ອອກແບບ, ຕັດ, ຫຍິບ, ຮັກສາອາຊີບຜ່ານໄລຍະປະຫວັດສາດ 1.000 ປີ. ມາຮອດປະຈຸບັນ, ເມື່ອສັງຄົມໄດ້ປ່ຽນທັດສະນະຄະຕິ, ແມ່ຍິງໃນໝູ່ບ້ານກໍ່ໄດ້ຮັບການສອນວິຊາຊີບຕັດເສື້ອຍາວຄືຜູ້ຊາຍ. ນາຍຊ່າງ ຫວູ້ທິຮັ່ງ, ຢູ່ໝູ່ບ້ານ ແຈັກຊາ ໃຫ້ຮູ້ວ່າ:

   ເມື່ອກ່ອນບໍ່ທັນມີເຄື່ອງຈັກ, ຜູ້ຊາຍໝູ່ບ້ານ ແຈັກຊາ ໄດ້ເອົາມີດຕັດ, ເຂັມ, ໄມ້/ເຊືອກແທກໄປທຸກແຫ່ງເພື່ອຕັດເສື້ອຍາວ. ປະຈຸບັນ, ແມ່ນຍຸກສະໄໝພັດທະນາແລ້ວ, ບໍ່ພຽງແຕ່ລູກສາວ, ຫາກຍັງລູກໄພ້, ລູກເຂີຍໃນໝູ່ບ້ານກໍ່ລ້ວນແຕ່ໄດ້ຮັບການສອນວິຊາຊີບ.

ໝູ່​ບ້ານ ແຈັກ​ຊາ ຮັກ​ສາ ແລະ ເສີມ​ຂະ​ຫຍາຍ  ​ຄຸນ​ຄ່າ​ອາ​ຊີບ​ຕັດ​​ເສື້ອ​ຍາວ​ພື້ນ​ເມືອງ - ảnh 2

( ພາບ: qdnd.vn)

    ປະຈຸບັນ, ໝູ່ບ້ານ ແຈັກຊາ ມີ 500 ຄອບຄົວ, ສ່ວນຫຼາຍໄດ້ທຳມາຫາກິນດ້ວຍອາຊີບຕັດເສື້ອຍາວ. ເດັກນ້ອຍໃນໝູ່ບ້ານໃນເກນອາຍຸແຕ່ 6-7 ປີກໍ່ໄດ້ທຳຄວາມລຶ້ງເຄີຍກັບການແທກ, ຕັດຫຍິບແລ້ວ, ຮອດອາຍຸ 15-16 ປີແມ່ນສາມາດຕັດເສື້ອຍາວພື້ນເມືອງໄດ້ແລ້ວ. ຫຼາຍຄອບຄົວໄດ້ຕິດພັນກັບອາຊີບຕັດເສື້ອຍາວແຕ່ລຸ້ນນີ້ ຫາລຸ້ນຕໍ່ໄປ, 3-4 ລຸ້ນຄົນ ແລະ ໃນໝູ່ບ້ານກໍ່ມີນາຍຊ່າງເກັ່ງຫຼາຍຄົນ ໄດ້ຮັບນາມະຍົດນັກສິລະປະກອນ. ນັກສິລະປະກອນ ງຽມວັນດາດ ແບ່ງປັນວ່າ:

  ນີ້ແມ່ນອາຊີບສືບລຸ້ນພໍ່ຕໍ່ລຸ້ນອ້າຍ, ມີມາແຕ່ດົນນານແລ້ວ. ຂ້າພະເຈົ້າໄດ້ເຮັດອາຊີບນີ້ນັບແຕ່ຄາວຍັງນ້ອຍ. ລູກຫຼານຂອງໝູ່ບ້ານ ແຈັກຊາ ໄດ້ຮຽນ ແລະ ສາມາດຕັດເສື້ອຍາວນັບແຕ່ຮູບແບບມູນເຊື້ອຕະຫຼອດຮອດທັນສະໄໝ. ເອື້ອຍນ້ອງໃນໝູ່ບ້ານກໍ່ມີສີມື ແຕ່ບໍ່ສູ້ສີມືຂອງຜູ້ຊາຍໃນໝູ່ບ້ານ ແຈັກຊາ. ຜູ້ຊາຍໝູ່ບ້ານ ແຈັກຊາ ມີເຄັດລັບສະເພາະເພື່ອຕັດເສື້ອຍາວໃຫ້ສວຍງາມ.

 ເພື່ອສາມາດຕັດຊຸດເສື້ອຍາວທີ່ສວຍງາມນັ້ນ, ນາຍຊ່າງຕ້ອງປະຕິບັດບັນດາຂັ້ນຕອນທີ່ລະອຽດລະອໍທີ່ສຸດໃຫ້ສຳເລັດ ຊື່ງມີພຽງແຕ່ຜູ້ເຮັດອາຊີບຈຶ່ງຈະປະຕິບັດຢ່າງຄ່ອງແຄ້ວໄດ້. ເສື້ອຍາວແຕ່ລະຊຸດໄດ້ຕັດຕາມຕົວເລກທີ່ໄດ້ແທກສະເພາະ, ດ້ວຍຮອຍຫຍິບສະເໝີກັນທີ່ສຸດແຕ່ປ່ຽງເສື້ອຍາວຍັງນິ້ມນວນອ່ອນໂຍນ. ຈຸດເວລາຄັບຄາຫຍຸ້ງວຽກທີ່ສຸດໃນປີຂອງໝູ່ບ້ານ ແຈັກຊາ ແມ່ນເດືອນຕຸລາ ແລະ ເດືອນພະຈິກ, ເມື່ອຄວາມຕ້ອງການຕັດເສື້ອຍາວນຸ່ງໃນໂອກາດບຸນເຕັດຂອງ ປຊຊ ເພີ່ມຂຶ້ນສູງ.

   ໂດຍສືບຕໍ່ມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍໃນໝູ່ບ້ານ ແຈັກຊາ, ຫຼາຍຄົນໃນບ້ານ ໄດ້ເປີດຮ້ານສະເພາະຂອງຕົນ, ທັງສ້າງວຽກເຮັດງານທຳໃຫ້ ປຊຊ ໃນໝູ່ບ້ານ, ທັງປະກອບສ່ວນແນະນຳ, ໂຄສະນາບັນດາຜະລິດຕະພັນທີ່ມີຄຸນນະພາບຂອງໝູ່ບ້ານອາຊີບທີ່ມີອາຍຸນັບພັນປີ:

  ຂ້າພະເຈົ້າໄດ້ເລີ່ມຮຽນອາຊີບພື້ນເມືອງນີ້ກ່ອນນີ້ 10 ປີ, ໃນຈຸດເວລາທີ່ໝູ່ບ້ານອາຊີບພວມພັດທະນາ. ຂ້າພະເຈົ້າໄດ້ຮຽນວິຊາຊີບ, ລັງຈາກນັ້ນກໍ່ກັບມາສອນໃຫ້ອ້າຍນ້ອງໃນບ້ານພ້ອມກັນເຮັດ.

ສິ່ງທີ່ໜ້າເອກອ້າງທະນົງໃຈແມ່ນ ຂ້າພະເຈົ້າໄດ້ກຳເນີດຢູ່ໃນໝູ່ບ້ານອາຊີບຕັດເສື້ອຍາວພື້ນເມືອງ. ຂ້າພະເຈົ້າກໍ່ໄດ້ຮ່ຳຮຽນອາຊີບນີ້ຫຼາຍຈາກພໍ່ແມ່, ປ້າລຸງອາວອາໃນຄອບຄົວ.

   ປະຈຸບັນ, ເສື້ອຍາວ ແຈັກຊາ ໄດ້ແນະນຳໃນຫຼາຍເຫດການໂຄສະນາວັດທະນະທຳ, ທ່ອງທ່ຽວ ຮ່າໂນ້ຍ ຄື: ງານບຸນທ່ອງທ່ຽວເສື້ອຍາວ ຮ່າໂນ້ຍ; ງານບຸນຂອງຕ້ອນຂອງຝາກທ່ອງທ່ຽວ ຮ່າໂນ້ຍ; ງານວາງສະແດງ, ແນະນຳເສື້ອຍາວໃນຫໍພິພິຕະພັນແມ່ຍິງ ຫວຽດນາມ… ຜ່ານນັ້ນ ຫຼາຍຮ້ານຕັດຫຍິບໃນໝູ່ບ້ານກໍ່ມີໂອກາດເປີດກ້ວາງການດຳເນີນທຸລະກິດອອກສູ່ຫຼາຍແຂວງ ນະຄອນໃນທົ່ວປະເທດ ແລະ ຕ່າງປະເທດ. ເສື້ອຍາວໝູ່ບ້ານ ແຈັກຊາ ໄດ້ສົ່ງອອກໄປຍັງບັນດາຕະຫຼາດຄື: ຈີນ, ສ.ເກົາຫຼີ, ມົງໂກນ…

   ປີ 2004, ໝູ່ບ້ານ ແຈັກຊາ ໄດ້ຮັບຮູ້ວ່າແມ່ນ “ໝູ່ບ້ານຕັດເສື້ອຍາວພື້ນເມືອງ”. ທ້າຍເດືອນທັນວາ ທີ່ຜ່ານມາ, ອາຊີບຕັດຫຍິບຂອງໝູ່ບ້ານໄດ້ຮັບຮູ້ວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ. ນີ້ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈຂອງຊາວບ້ານ, ແມ່ນແຫຼ່ງກຳລັງໜູນເພື່ອໃຫ້ບັນດານາຍຊ່າງ, ນັກສິລະປະກອນ, ຊາວບ້ານ ແຈັກຊາ ສືບຕໍ່ຮັກສາ, ພັດທະນາອາຊີບທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນກໍ່ຄືຢັ້ງຢືນຄຸນຄ່າຂອງເສື້ອຍາວ ແຈັກຊາ ໃນທ້ອງຕະຫຼາດ. ນີ້ກໍ່ແມ່ນວິທີເພື່ອໃຫ້ຊາວບ້ານ ແຈັກຊາ ປະກອບສ່ວນເຊີດຊູມູນເຊື້ອວັດທະນະທຳ ຫວຽດນາມ, ຈຸດຄວາມງາມຂອງແມ່ນຍິງ ຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ./.

         

ຕອບກັບ

ຂ່າວ/ບົດ​ອື່ນ