TPP- ກາລະໂອກາດ ແລະ ສິ່ງທ້າທາຍສຳລັບຫວຽດນາມ

(vovworld),vov, ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຟີ​ກ(TPP)- ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ເສລີ​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ ພວມ​ກ້າວ​ເຂົ້າ​ບັນດາ​ຮອບ​ເຈ​ລະ​ຈາ​ສຸດ​ທ້າຍ. ​ເລື່ອງ​ຫວຽດນາມ​ເຂົ້າຮ່ວມ​ສັນຍາ​ນີ້ ຈະ​ນຳ​ພື້ນຖານ​ເສດຖະກິດ​ເຊື່ອມ​​ໂຍງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ​ກວ່າ, ພ້ອມ​ທັງ​ເປີດ​ທ່​າ​ໄດ້​ປຽບ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ລົງທຶນ, ການ​ສົ່ງ​ອອກ. ​ເຖິງ​ວ່າ​​ໄດ້​ມີກາລະ​ໂອກາດ​ແລ້ວ, ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ສັນຍາ TPP, ຫວຽດນາມ ຍັງ​ຕ້ອງປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫມ່​ຫລາຍ​ຢ່າງ. 
        ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຟີ​ກ(TPP) ຈະ​ເຊື່ອມ​ຕໍ່​ບັນດາ​ພື້ນຖານ​ເສດຖະກິດ​ສຳຄັນ​ກວ່າ​ໝູ່​ຢູ່​​ເຂດ ປາຊີ​ຟີ​ກ ດ້ວຍ​ພົນລະ​ເມືອງ​ກວ່າ 792  ລ້ານ​ຄົນນຳ​ກັນ, ປະກອບ​ເກືອບ 40% ຍອດ​ຜະລິດ​ຕະພັນ​ພາຍ​ໃນ(GDP) ຂອງ​ທ່ົວ​ໂລກ ​ແລະ ກວມ​ເອົາ​ປະມານ 1/3 ວົງ​ເງິນ​ການ​ຄ້າ​ທົ່ວ​ໂລກ. ມາ​ຮອດ​ປະຈຸ​ບັນ, TPP ​ໄດ້​ເຕົ້າ​ໂຮມ 12 ປະ​ເທດ​ສະມາຊິກ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ, ​ໃນ​ນັ້ນ ມີ​ຫລາຍ​ພື້ນຖານ​ເສດຖະກິດ​ໃຫຍ່​ຄື: ອາ​ເມ​ລິ​ກາ, ກາ​ນາ​ດາ, ​ເມ​ຊີ​ໂກ, ອົດ​ສະ​ຕາ​ລີ, ຈີ​ເລ… ຫວ່າງ​ແລ້ວ​ນີ້, ຍີ່​ປຸ່ນ ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ ອັນ​ໄດ້​ປະກອບສ່ວນ​ຍົກ​ສູງ​ລະດັບ​ຜົນ​ສະທ້ອນ​ຂອງ TPP. ຖ້າ​ຫາກ​ໄດ້​ຮັບ​ການ​ສ້າງ​ຂຶ້ນ, TPP ​ຈະ​ກາຍ​ເປັນ​ເຂດ​ການ​ຄ້າ​​ໃຫຍ່​ສຸດ​ຂອງ​ໂລກ. ມາ​ຮອດ​ປະຈຸ​ບັນ, ທຸກ​ປະ​ເທດ​ສະມາຊິກ​ທີ່​ເຂົ້າ​ຮ່ວມ TPP ​ໄດ້​ເຈ​ລະ​ຈາ​ແລ້ວ ​ແລະ ກ້າວ​ໄປ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ຫລາຍ​ເນື້ອ​ໃນ​ຕົ້ນ​ຕໍ​ຄື: ຊັບ​ສິນ​ທາງ​ປັນຍາ, ບັນດາ​ມາດ​ຕະການ​ຫລັກ​ອະນາ​ໄມ, ຮົ້ວ​ກີດຂວາງ​ດ້ານ​ເຕັກນິກ​ໃນ​ການ​ຄ້າ, ​ໂທລະ​ຄົມມະນາຄົມ ​ແລະ ການ​ຄ້າ​ເອ​ເລັກ​ໂຕ​ນິກ, ບໍລິການ, ການ​ລົງທຶນ… ຈຸດ​ພົ້ນ​ເດັ່ນ​ຂອງ TPP ນັ້ນ​ແມ່ນ​ລັກສະນະ​ແກ້ງ​ແຍ້​ງຢ່າງ​ສະ​ເຫມີ​ພາບໃນ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ພາສີ​ນຳ​ເຂົ້າ​ໄດ້​ຮັບ​ການ​ຍົກ​ເລີກ. ສຳລັບ​ຫວຽດນາມ​ແລ້ວ, ຊື່​ງ​ແມ່ນ​ປະ​ເທດ​ພວມ​ພັດທະນາ​​ເມື່ອເຂົ້າ​ຮ່ວມ TPP, ສັນຍາ​ນີ້​ໄດ້​ສ້າງ​ກາລະ​ໂອກາດ​ໃຫຍ່​ໃຫ້​ແກ່​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ການ​ຄ້າ, ການ​ລົງທຶນ​ເພື່ອ​ພັດທະນາ​ເສດຖະກິດ,​ສັງຄົມ. ດຣ ຫວໍ​ຈິ​ແທ່ງ, ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ​ໃຫ້​ຮູ້​ວ່າ:

        “TPP ​ໄດ້​ນຳ​ມາ​ເຊິ່ງກາລະ​ໂອກາດ​ໃຫຍ່​ກ່ຽວ​ກັບ​ການ​ສົ່ງ​ອອກ, ພິ​ເສດ​ແມ່ນ​ຂົງ​ເຂດ​ສົ່ງ​ອອກ​ຊື່​ງຫວຽດນາມ​ມີ​ທ່າ​ໄດ້​ປຽບ​ຄື: ຕຳ​່​ແຜ່ນ​ຕັດຫຍິບ​, ບໍລິການ, ການ​ລົງທຶນ​ອື່ນ. ພ້ອມ​ກັນ​ນັ້ນ ຫວຽດນາມ ກໍມີ​ເງື່ອນ​ໄຂ​​ເຊື່ອມ​ຕໍ່​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃຫຍ່, ຕະຫລາດ​ໃຫຍ່ ບໍ່​ພຽງ​ແຕ່​ກ່ຽວ​ກັບ​ດ້ານທຶນຮອນ​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານເຕັກ​ໂນ​ໂລ​ຊີອີກ​ດ້ວຍ. ນີ້​ແມ່ນ​ຄວາມ​ຈຳ​ເປັນ​ທີ່​ສຸດ​ເພື່ອ​ໃຫ້​ຫວຽດນາມ ພັດທະນາ. ຄຽງ​ຄູ່​ກັນ​ນັ້ນ ວິວັດ​ການ​ເຂົ້າ​ຮ່ວມ TPP ຍັງ​ ​ເໝາະ​ສົມຫລາຍ​ຢ່າງ​ກັບ​ການ​ປະຕິ​ຮູບ, ການ​ປ່ຽນ​ໃຫ່ມຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ,​ ດັ່ງ​ນັ້ນຮຽກຮ້ອງ​​ໃຫ້ມີ​ຫລາຍ​ນະ​ໂຍບາຍ. ​ເພ​າະສະ​ນັ້ນ ມັນກໍ​ໄດ້​ປະກອບສ່ວນ​ຊຸກຍູ້​ຫວຽດນາ​ມດຳ​ເນີນກິ​ດຈະ​ການ​ປະຕິ​ຮູບ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ TPP”

        ​ຫນຶ່ງ​ໃນບັນດາ​ຂະ​ແຫນງ​ມີ​ຜົນ​ປະ​ໂຫຍ​ດ​ຫລາຍ​ສຸດ​ເມື່ອ​ເຂົ້າ​ຮ່ວມ TPP ​ແມ່ນ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດ​ຫຍິບ. ປະຈຸ​ບັນ ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ແມ່ນ​ຂະ​ແຫນງ​ເສດຖະກິດ​ສົ່ງ​ອອກ​ປາຍ​ແຫລມ​ຂອງ​ຫວຽດນາມ. ປີ 2012, ຍອດ​​ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບບັນລຸ​ກວ່າ 15 ຕື້ USD. ປະຈຸ​ບັນ ຕະຫລາດ​ອາ​ເມ​ລິ​ກາ ພວມ​ກວມ​ເອົາ 50% ​ເຄື່ອງ​ຕຳ່​ແຜ່​ນສົ່ງ​ອອກ​ຂອງ​ຫວຽດນາມ, ​ແຕ່​ອັດຕາພາສີ​ສິນຄ້ານຳ​ເຂົ້າ​ຕະຫລາດ​ນີ້​ສູງ​ພໍ​ສົມຄວນ, ສະ​ເລ່ຍ ​ແມ່ນ 17,5%. ຖ້າ​ຫາກ TPP ​ໄດ້​ຮັບ​ການ​ລົງ​ນາມ, ອັດຕາພາສີ​ຈະ​ກັບ​ຄືນ​ລະດັບ 0%. ນີ້​ແມ່ນ​ປັດ​ໄຈ​ສຳຄັນ​​ເພື່ອ​ໃຫ້​ຂະ​ແຫນງ​ຕຳ​່​ແຜ່ນ​ຕັດຫຍິບ​ຫວຽດນາມ ​ເປີດ​ກວ້າງ​ການ​ສົ່ງ​ອອກ​ເຂົ້າ​ບັນດາ​ປະ​ເທດ​ສະມາຊິກ​ກວ່າ​ອີກ. ປະສິດທິ​ຜົນ​ດ້ານ​ເສດຖະກິດ​ຊຶ່ງ TPP ນຳ​ມາ​ໃຫ້ ບໍ່​ພຽງ​ແຕ່​ໃນ​ຂະ​​ແຫນງ​ຂາ​ອອກ​ຂາ​ເຂົ້າ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກາລະ​ໂອກາດ​ດຶງ​ດູດການ​ລົງທຶນ, ຄວາມ​ສາມາດ​ສົ​ມທົບ​, ຮ່ວມ​ສຳພັນ, ຮ່ວມ​ທຸລະ​ກິດ​ລະຫວ່າງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດ ​ເພ່ືອດຶງ​ດູດ​ແຫ​ລ່ງທຶນ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ເປັນ​ຕົ້ນ​ແມ່ນ​ພັດທະນາ​ບັນດາ​ຂະ​ແຫນງ​ອຸດສາຫະກຳ​ສຳຮອງ. ກ່ຽວ​ກັບ​ລະບອບນະ​ໂຍບາຍ, ​ TPP ຈະ​ສ້າງ​ສິ່ງ​ແວດ​ລ້ອມ​ດຳ​ເນີ​ນທຸລະ​ກິດ​ຢ່າງ​ໂປ່​ງ​ໃສ​ກວ່າ ​ໂດຍ​ອີງ​ໃສ່​ຫລັກການ​ສະ​ເຫມີ​ພາບ​ລະຫວ່າງ​ລັດ​ວິ​ສາ​ຫະກິດ, ວິ​ສາ​ຫະກິດ​ພາກ​ເອກະ​ຊົນ, ວິ​ສາ​ຫະກິດ​ຕ່າງປະ​ເທດ, ສະ​ນັ້ນ ຈຶ່ງມີລັກສະນະ​ແກ້ງ​ແຍ້​ງກວ່າ, ປະສິດທິ​ຜົນ​ກວ່າ. ດ້ວຍ​ການ​ເຂົ້າ​ຮ່ວມ​ສັນຍາ​ນີ້, ຫວຽດນາມ ມີ​ກາລະ​ໂອກ​າດສຳ​ພັດ​ກັບ​ຕະຫລາດ​ທີ່​ກວມ​​ເອົາ 70% ຍອດ​ວົງ​ເງິ​ນສົ່ງ​ອອກ​ຂອງ​ຫວຽດນາມ. ບໍ່​ພຽງ​ແຕ່​ສຳ​ພັດ​ກັບ​ຕະຫລາດ​ເທົ່າ​ນັ້ນ ຫາກ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຍັງມີ​ກາລະ​ໂອກາດ​ເຂົ້າ​ຮ່ວມ​ການ​ຜະລິດ ລະຫວ່າງ​ບັນດາ​ປະ​ເທດ​ນອນ​ໃນ​ສັນຍາ ​ແລະ ບັນດາ​ວິ​ສາ​ຫະກິດ​ນອກ​ພາກ​ພື້ນອີກ​ດ້ວຍ, ຈາກ​ນັ້ນ ສ້າງ​ລະບົບ​ມູນ​ຄ່າ​ເພີ່ມ​ສູງ​ກວ່າ ​ແລະ ນັບ​ມື້​ນັບ​ໄດ້​ຊົ​ມ​ໃຊ້ ​ຫລາຍ​ກວ່າ.

 

TPP- ກາລະໂອກາດ ແລະ ສິ່ງທ້າທາຍສຳລັບຫວຽດນາມ - ảnh 1

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ບັນດາ​ກາລະ​ໂອກາດ, TPP ກໍ​ນຳ​ມາ​ເຊິ່ງບັນດາ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ. ສິ່ງ​ທ້າ​ທາຍ​ໃຫຍ່​ສຸດທີ່ກ່ຽວຂ້ອງ​ເຖິງ​ວິວັດ​ການ​ປະຕິ​ຮູບ​ເສດຖະ​ກິດ, ​ໃນ​ນັ້ນ ມີ​ບັນຫາ​ກ່ຽວຂ້ອງ​ເຖິງ​ນິຕິ​ກຳ, ວິທີ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ, ວິທີ​ການຈັດ​ຕັ້ງ​ກົງ​ຈັກ​ໃຫ້​ສອດຄ່ອງ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ​ແກ້ງ​ແຍ້​ງຢ່າງ​ສະ​ເຫມີພາບ. ສິ່ງ​ທ້າ​ທາຍ​ທີ​ສອງ ນັ້ນ​ແມ່ນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ເຂົ້າ​ໃຈ​ຂອງ​ບັນດາ​ອົງການ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ໃນ​ການ​ສຳ​ພັດ​ກັບ TPP. ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຍອມຮັບ​ກຳລັງ​ດັນຈາກການ​ແກ້ງ​ແຍ້​ງ​ໃນ TPP ​ເມື່ອ​ມີສະພາບ​ແວດ​ລ້ອມ​ໃຫມ່​ ​ແລະ ​ບໍ່​ມີ​ຮົ້ວ​ກີດຂວາງ​ດ້ານ​ພາສີອີກ. ທ່ານ​ນາງ ຫງວຽນ​ທິທູ​ຈາງ, ຜູ້ອຳນວຍການ​ສູນ WTO ຂຶ້ນ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ຖື​ວ່າ:

        “ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ເຫັນ​ໄດ້​ວ່າ TPP ນຳ​ມາ​ເຊິ່ງກາລະ​ໂອກາດ​ໃຫຍ່​ກ່ຽວ​ກັບ​ການ​ສົ່ງ​ອອກ, ​ເມື່ອ​​ໄດ້​ຮັບ​ພາສີ​ບຸລິ​ມະ​ສິດ​ໃນ TPP ​ແມ່ນ 0%. ​ແຕ່​ເພ່ືອ​ໄດ້​ຊົມ​ໃຊ້​ບຸລິມະສິດ​ນັ້ນ ຍັງມີເງື່ອນ​ໄຂ​ຫລາຍ​ຢ່າງຕິດ​ພ້ອມ​ອີກ:ຕົວຢ່າງ​ຄື: ຕົ້ນ​ກຳ​ເນີ​ດຂອງ​ສິນຄ້າ, ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ ປ່ຽນ​ໃຫມ່​ວິທີ​ການ​ຜະລິດ, ປ່ຽນ​ແປງ​ການ​ເກັບ​ຊື້​ວັດຖຸ​ດິບ. ຕ້ອງ​ພິສູດ​​ໃຫ້​ເຫັນ​ວ່າ ​ວັດຖຸ​ດິບ​ນັ້ນ​ແມ່ນ​ຜະລິດ​ຢູ່​ໃສ, ຄື​ແນວ​ໃດ ​ແລະ ສ່ົງ​ໄປ​ຂາຍ​ຢູ່​ໃສ. ”

        ​ເລີ່​ມຕົ້ນ​ການ​ເຈລະຈາ TPP ນັບ​ແຕ່​ເດືອນ 10/2010 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ຜ່ານ 18 ຮອບ​ເຈລະຈາ​ແລ້ວ. ​ກໍ​ຄື​ການເຂົ້າ​ຮ່ວມ​ສັນຍາ​ອື່ນ, ​ເມື່ອ​ເຂົ້າຮ່ວມ​ສັນຍາ TPP ຫວຽດນາມ ຈະ​ເຫັນ​ໄດ້​ຄວາມ​ສະດວກ ສິ່ງ​ທ້າ​ທາຍ​ໃນ​ການ​ເຈລະຈາ, ​ເປັນ​ຕົ້ນ​ເມື່ອ TPP ບໍ່​ມີ​ກົນ​ໄກ​ພິ​ເສດ​ສຳລັບ​ບັນດາ​ພື້ນຖານ​ເສດຖະກິດ​ພວມ​ຢູ່​ໃນ​ລະດັບ​ພັດທະນາ​ຕ່າງ​ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ