ສາຫະກິດ ຫວຽດນາມ ຊອກຫາວິທີສຳຜັດໃຫມ່ໃນຊ່ອງການຄ້າທາງເອເລັກໂຕນິກ

(VOVWORLD) - ການຄ້າທາງເອເລັກໂຕນິກເຕີບໂຕວ່ອງໄວ ແລະ ກາຍເປັນທ່າອ່ຽງພົ້ນເດັ່ນຂອງການຄ້າທົ່ວໂລກໃນຊຸມປີມໍ່ໆມານີ້. ຢູ່ ຫວຽດນາມ ນັບມື້ນັບມືຫລາຍວິສາຫະກິດໝູນໃຊ້ການຄ້າເອເລັກໂຕນິກໃຫ້ແກ່ການເຄື່ອນໄຫວຂອງຕົນ. ບໍ່ພຽງແຕ່ປະສົບຜົນສຳເລັດຢູ່ຕະຫລາດພາຍໃນປະເທດ, ຫາກບັນດາວິສາຫະກິດຍັງປ່ຽນແປງໃຫມ່, ຈັບເອົາຄວາມນິຍົມການບໍລິໂພກ ຈາກນັ້ນ ກໍ່ມີຍຸດທະສາດດຳເນີນທຸລະກິດຢ່າງເໝາະສົມເພື່ອນຳສິນຄ້າ ຫວຽດນາມ ຜ່ານຊ່ອງ ການຄ້າທາງເອເລັກໂຕນິກຂ້າມຊາຍແດນ, ມີຫນ້າຢູ່ຕະຫລາດຫລາຍແຫ່ງໃນທົ່ວໂລກ.

ສາຫະກິດ ຫວຽດນາມ ຊອກຫາວິທີສຳຜັດໃຫມ່ໃນຊ່ອງການຄ້າທາງເອເລັກໂຕນິກ - ảnh 1 ການຄ້າທາງເອເລັກໂຕນິກ ພວມຢູ່ໃນໄລຍະພັດທະນາຢ່າງແຮງ. ພາບປະກອບ: BNEWS/TTXVN

ຕາມກົມການຄ້າທາງເອເລັກໂຕນິກ ແລະ ເສດຖະກິດ ດິຈີຕອນ, ກະຊວງ ອຸດສາຫະກຳ-ການຄ້າ ແລ້ວ,  ການຄ້າທາງເອເລັກໂຕນິກ ຫວຽດນາມ ພວມຢູ່ໃນໄລຍະພັດທະນາຢ່າງແຮງ ແລະ ກາຍເປັນອົງປະກອບສຳຄັນຂອງພື້ນຖານເສດຖະກິດ ດິຈີຕອນ ຢູ່ ຫວຽດນາມ. ລາຍຮັບຈາກ ການຄ້າເອເລັກໂຕນິກຂາຍຍ່ອຍບັນລຸລະດັບເຕີບໂຕສະເລ່ຍແມ່ນປະມານ 20% ໃນ 10 ປີຜ່ານມາ, ນຳຫວຽດນາມ ລອດເຂົ້າ TOP ບັນດາປະເທດມີລະດັບການເຕີບໂຕດ້ານການຄ້າທາງເອເລັກໂຕນິກວ່ອງໄວທີ່ສຸດໃນພາກພື້ນ ແລະ ໂລກ.

ໃນສະພາບການ ຫວຽດນາມ ພວມນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງເຂົ້າກັບພື້ນຖານເສດຖະກິດໂລກ ພ້ອມກັບບັນດາກາລະໂອກາດຈາກສັນຍາການຄ້າເສລີລຸ້ນໃຫມ່, ການຄ້າທາງເອເລັກໂຕນິກຂ້າມຊາຍແດນ ແມ່ນມາດຕະການດີທີ່ສຸດຊ່ວຍໃຫ້ບັນດາວິສາຫະກິດແຊກຊຶມ, ເປີດກວ້າງຕະຫລາດການສົ່ງອອກ. ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການສູນພັດທະນາ ການຄ້າ ທາງເອເລັກໂຕນິກ, ກົມການຄ້າທາງເອເລັກໂຕນິກ ແລະ ເສດຖະກິດດິຈີຕອນ, ກະຊວງອຸດສາຫະກຳ ການຄ້າ ໃຫ້ຂໍ້ສັງເກດວ່າ:

 “ການຄ້າທາງເອເລັກໂຕນິກ ຫວຽດນາມ ເວົ້າລວມ ແລະ ການຄ້າ ທາງເອເລັກໂຕນິກຂ້າມຊາຍແດນ ເວົ້າສະເພາະ ແມ່ນຊ່ອງທາງດີທີ່ສຸດ, ສອດຄ່ອງກັບທ່າອ່ຽງພັດທະນາໃນໂລກ. ພວກເຮົາຄວນຍູ້ແຮງບັນດາການເຄື່ອນໄຫວເພື່ອເຮັດແນວໃດໃຫ້ມີສິນຄ້າ ຫລາຍປະເພດ ນຳເຂົ້າຈາກ ຫວຽດນາມ. ການຄ້າທາງເອເລັກໂຕນິກ ຂ້າມຊາຍແດນ ສາມາດຊ່ວຍໃຫ້ບັນດານັກຜະລິດໂດຍກົງ, ຜະລິດຍ່ອຍ ໄດ້ສົ່ງອອກສິນຄ້າໂດຍກົງ”.

ຕາມຕົວເລກທີ່ປະກາດໃນກອງປະຊຸມ “ການຄ້າທາງເອເລັກໂຕນິກ ຂ້າມຊາຍແດນປີ 2024 ໂດຍ Amazon Global Selling VietNam (AGS VN) ແລະ ກົມການຄ້າ ທາງເອເລັກໂຕນິກ ແລະ ເສດຖະກິດ ດິຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດຕັ້ງໃນທ້າຍເດືອນ ພຶດສະພາ ຜ່ານມາ, ສະເພາະໃນ 5 ປີມໍ່ໆມານີ້ (2019-2023), ບັນດາວິສາຫະກິດ ຫວຽດນາມ ນັບມື້ນັບເປີດກວ້າງຂອບເຂດທຸລະກຳສາກົນ ດ້ວຍຈຳນວນສິນຄ້າຂາຍຜ່ານຊ່ອງ Amazon ເພີ່ມຂຶ້ນທົບ 3 ເທົ່າ. ພ້ອມກັນນັ້ນ ຈຳນວນວິສາຫະກິດ ຫວຽດນາມ ກໍ່ບັນລຸລາຍຮັບ 1 ລ້ານ USD/ປີ ຜ່ານຊ່ອງ Amazon ໄດ້ເພີ່ມຂຶ້ນ 10 ເທົ່າ. ມີວິສາຫະກິດ ຫວຽດນາມ ປະມານ 1.500 ແຫ່ງພວມເຂົ້າຮ່ວມການນຳເອົາສິນຄ້າໄປຂາຍອອກສູ່ຕະຫລາດໂລກຜ່ານການຄ້າທາງເອເລັກໂຕນິກຂ້າມຊາຍແດນ.

ທ່ານ ເຈີນຊວນຖູຍ, ຜູ້ອຳນວຍການ Amazon Global Selling Viet Nam  ເຂດພາກໃຕ້ ໃຫ້ຮູ້ວ່າ: ມີວິສາຫະກິດຫລາຍແຫ່ງ ມີຄວາມເປັນເຈົ້າການໃນການສະເຫນີ Amazon ຫນູນຊ່ວຍເຂົ້າຮ່ວມຊ່ອງ Amazon  ແລະ ຈຳນວນວິສາຫະກິດເຂົ້າຮ່ວມນັບມື້ນັບເພີ່ມຂຶ້ນນັບທັງຈຳນວນ ແລະ ຄຸນນະພາບ.

ຕາມທ່ານ ຟຸ່ງກວັກເໝີນ, ຮອງປະທານ ສະຫະສະມາຄົມເຄື່ອງສິລະປະຫັດຖະກຳ ແລະ ປຸງແຕ່ງໄມ້ Hawa ແລ້ວ, ມີວິສາຫະກິດໄມ້ຫລາຍແຫ່ງ ກໍ່ນັບມື້ນັບຮັບຮູ້ຢ່າງຈະແຈ້ງເຖິງຜົນປະໂຫຍດຈາກການຄ້າທາງເອເລັກໂຕນິກຂ້າມຊາຍແດນ.

 “ການຄ້າທາງເອເລັກໂຕນິກຂ້າມຊາຍແດນ ພວມຊຸກຍູ້ບັນດາວິສາຫະກິດສ້າງເຄື່ອງໝາຍການຄ້າ, ອອກແບບຟອມ. ບາງວິສາຫະກິດກໍ່ຫັນປ່ຽນ ແລະ ອອກແບບເອງ, ສ້າງຜະລິດຕະພັນສະເພາະ, ຈັດຕັ້ງການໂຄສະນາຂາຍເຄື່ອງດ້ວຍຜະລິດຕະພັນຂອງຕົນຜະລິດ. ເຮັດຄືແນວນັ້ນ ຈຶ່ງຍົກສູງຄຸນຄ່າຜະລິດຕະພັນຂອງຕົນໄດ້”.

ສາຫະກິດ ຫວຽດນາມ ຊອກຫາວິທີສຳຜັດໃຫມ່ໃນຊ່ອງການຄ້າທາງເອເລັກໂຕນິກ - ảnh 2ທ່ານ ຫງວຽນວັນແທ່ງ, ຜູ້ອຳນວຍການສູນພັດທະນາ ການຄ້າ ທາງເອເລັກໂຕນິກ. ພາບ:  TTXVN

ໂດຍແບ່ງປັນບົດຮຽນປະສົບການໃນການຄ້າຂາຍສິນຄ້າຜ່ານຊ່ອງການຄ້າທາງເອເລັກໂຕນິກ Amazon, ທ່ານ ຟານວັນຫ້ຽວ, ຜູ້ອຳນວຍການໃຫຍ່  CVI Pharma ຊື່ງແມ່ນວິສາຫະກິດໄດ້ສົ່ງອອກສິນຄ້າໄປຍັງ 22 ປະເທດຜ່ານຊ່ອງນີ້ ແບ່ງປັນວ່າ: ວິສາຫະກິດຄວນສຸມໃສ່ເຂົ້າກຳລັງຄວາມສາມາດຫລັກ, ສ້າງຜະລິດຕະພັນດີ, ການບໍລິການທີ່ມີໂອກາດແກ້ງແຍ່ງຜ່ານຊ່ອງການຄ້າ ທາງເອເລັກໂຕນິກ. 

“ຍາດແຍ່ງບັນດາກຳລັງແຮງຫນູນຊ່ວຍຈາກຊ່ອງ Amazon, ຕົວຢ່າງຄື Amazon ໄດ້ສ້າງລະບົບນິເວດບັນດາຄູ່ຮ່ວມມືສະຫນອງການບໍລິການ, ແນະນຳໃຫ້ທຸກສິ່ງທຸກຢ່າງ. ວິສາຫະກິດພວກຂ້າພະເຈົ້າໄດ້ຮັບການຫນູນຊ່ວຍນັ້ນໃນວິວັດການຂອງຕົນ ຄື: ຫນູນຊ່ວຍຈາກການຄົ້ນຄ້ວາຕະຫລາດ, ສ້າງຖັນແຖວພະນັກງານຂາຍເຄື່ອງ ແລະ ບັນດາລະບຽບການຂາຍສິນຄ້າ. ພວກເຮົາຄວນຍາດແຍ່ງແຫລ່ງກຳລັງນີ້ຢ່າງສຸດຂີດ”.

ໂດຍມີຄວາມເຂົ້າໃຈຕະຫລາດ ກໍ່ຄືຈິດສຳນຶກຂອງລູກຄ້າຜ່ານຊ່ອງການຄ້າທາງເອເລັກໂຕນິກ, ມີຍຸດທະສາດສ້າງເຄື່ອງໝາຍການຄ້າ ເພື່ອແກ້ງແຍ່ງກັບຜະລິດຕະພັນປະເພດດຽວທີ່ມາຈາກບັນດາປະເທດອື່ນ… ໄດ້ຊ່ວຍໃຫ້ວິສາຫະກິດ ຫວຽດນາມ ຄ່ອຍໆມີທີ່ຕັ້ງໃນຕະຫລາດໂລກ. ຕາມການຄາດຄະເນຫລ້າສຸດ, ລາຍຮັບຈາກ ການຄ້າທາງເອເລັກໂຕນິກ (Ecommerce) ທົ່ວໂລກປີ 2025 ແລະ ຊຸມປີຈະມາເຖິງ ສືບຕໍ່ເຕີບໂຕຢ່າງວ່ອງໄວ. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ສືບຕໍ່ບືນຕົວຂຶ້ນ, ສ້າງຈຸດຢືນໃນຕະຫລາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ