ກວ໋າງນີງປັບປຸງສະພາບແວດລ້ອມແຫ່ງການລົງທຶນຍົກສູງກຳລັງຄວາມສາມາດ ແກ້ງແຍ້ງ

(vovworld) - ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ສະພາບ​ການ​ເສດຖະກິ​ດ​ໂລກ ​ແລະ ພາຍ​ໃນ​ປະ​ເທດ ປະສົບ​ກັບ​ຄວາມ​ຫຍຸ້ງຍາ​ກຫລາຍ​ຢ່າງ, ​ແຕ່​​ແຂວງ ກວ໋າງນີງ ນອນ​ໃນ​ເຂດ​ເສດຖະກິ​ດຈຸດ​ສຸມ​ຢູ່ເຂດ​ທົ່ງພຽງ​ທາງ​ພາກ​ເຫນືອ​ຫວຽດນາມ ຍັງ​ຄົງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ທອ້ງຖິ່ນ​ດຶງ​ດູດ​ຫລາຍ​ໂຄງການ​ລົງທຶນ ພ້ອມ​ທັງ​ບືນ​ຕົວ​ຂຶ້ນ​ນຳ​ຫນ້າ​ບັນດາ​ແຂວງ​ພາກ​ເຫນືອ ກ່ຽວ​ກັບ​ການ​ປັບປຸງ​ດັດຊະນີ​ຄວາມ​ສາມາດ​ແກ້ງ​ແຍ້​ງ(PCI).

ກວ໋າງນີງປັບປຸງສະພາບແວດລ້ອມແຫ່ງການລົງທຶນຍົກສູງກຳລັງຄວາມສາມາດ ແກ້ງແຍ້ງ - ảnh 1
ກອງປະຊຸມສົ່ງເສີມການລົງທຶນຂອງແຂວງ ກວ໋າງນີງ
ພາບ:baomoi.com.vn

        ​ເພື່ອ​ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງ​ທຶນ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​​ແຍ້​ງ, ​ໃນ​ກວ່າ 2 ປີຜ່ານມາ, ​ແຂວງ ກວ໋າງນີງ ​ໄດ້​ມາ​ນະພະ​ຍາ​ຍາມ​ຊອກ​ຫາ​ການ​ປ່ຽນ​​ໃຫມ່, ມີ​ຫົວ​ຄິດ​ປະດິດ​ສ້າງ​ໃນ​ຄວາມ​ຄິດ, ການ​ກະທຳ​ເພື່ອ​​​ສ້າງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​​ໃຫ້​ດີກ​ວ່າ. ສິ່ງ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່ງບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນທີ່​ມີ​ຄວາມໝາຍ​ທີ່​ສຸດ. ​ແຂວງ ກວ໋າງນີງ ​ແມ​່ນຫນຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ບັນລຸ​ການ​ດຶງ​ດູດ​ເງິນ​ລົງທຶນ​ຫລາຍ​ພໍ​ສົມຄວນ ດ້ວຍ​130 ວິ​ສາ​ຫະກິດ​ເຂົ້າມາ​ຊອກ​ຫາ​ກາລະ​ໂອກາດ​ການ​ລົງທຶນ, ​ໃນ​ນັ້ນມີ​ບໍລິສັດ​ລົງທຶນ​ໃຫຍ່ຫລາຍ​ແຫ່ງ​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ກຸ່ມ​ບໍລິສັດ Las Vegas Sands ສະຫະລັດ​ອາ​ເມ​ລິ​ກາ, Texthong ປະ​ເທດ​ຈີນ, ບໍລິສັດ​ໃຫຍ່​ທ່າ​ອາກາດ​ສະຍານ ສ​ເກົາຫລີ, Amata ​ໄທ, Vingroup… ​ແຂວງ ກວ໋າງນີງ ກໍ​ໄດ້​ຫັນ​ວຽກ​ງານ​ສົ່ງ​ເສີມ​ການ​ລົງທຶນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ດ້ວຍ​ການ​ອອກ​ຫນັງສື​ອະນຸຍາດ​ໃຫມ່ ​ແລະ ດັດ​ປັບ​ການ​ລົງທຶນ​ໃຫ້​ແກ່ 39 ​ໂຄງການ FDI ດ້ວຍ​ຍອດ​ຈຳນວນ​ທຶນ​ບັນລຸ​ກວ່າ 1 ຕື້ USD ​ແລະ 205 ​ໂຄງການ​ພາຍ​ໃນ​ປະ​ເທດ ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 114 ຕື້​ດົ່ງ(​ເທົ່າ​ກັບ 5,4ຕື້ USD). ຄຽງ​ຄູ່​ກັບບັນດາ​ຄວາມ​ມານະ​ພະຍາຍາມ​ດຶງ​ດູດ​ການ​ລົງທຶນ, ດັດຊະນີ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງຂັ້ນ​ແຂວງ ຂອງ​ກວ໋າງນີງ ​ໃນ​ໄລຍະ​ຜ່ານ​ມາ​ກໍ​ໄດ້ຮັບ​ການ​ປັບປຸງ​ຢ່າງ​ແຮງ. ຕາມ​ການ​ສຳ​ຫລວດ​ຂອງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ(VCCI) ​​​​​ແລ້ວ,  ປີ 2013 ​ແຂວງ ກວ໋າງນີງ ຢືນ​ອັນ​ດັບ 4 ​ໃນ​ທົ່ວ​ປະ​ເທດ, ​ເພີ່ມຂຶ້ນ 16 ຂັ້ນ​ເມື່ອ​ທຽບ​ໃສ່​ປີ 2012 ​ແລະ ຢືນ​ອັນ​ດັບ 4 ​ໃນ ຈຳນວນ 7 ​ແຂວງ ມີ​ຄຸນ​ນະພາ​ບບໍລິຫານ​ເສດຖະກິດ​ດີ​ເດັ່ນ​, ບັນດາ​ຂົງ​ເຂດ​ກ່ຽວ​ກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ປະຕິ​ຮູບ​ດ້ານບໍລິຫານ​ກໍ​ໄດ້​ຮັບ​ການ​ປັບປຸງ​ພໍ​ສົມຄວນ. ທ່ານ ຫວູຕຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ດັດຊະນີ PCI ​ສະ​ແດງ​ໃຫ້​ເຫັນ​ຄວາມໂປ່​ງ​ໃສ, ສຸດ​ຈິດ​ສຸດ​ໃຈ ຮ່ວມ​​ກັບ​ວິ​ສາ​ຫະກິດ. ​ແຂວງ ກວ໋າງນີງ ​ໄດ້​ເລືອກ​ເຟັ້ນທິດ​ທາງສຳຄັນ ນັ້ນ​ແມ່ນ ປີ​ນີ້​ແມ່ນ​ປີ​ຮ່ວມ​ມືກັບວິ​ສາ​ຫະກິດ ​ແລະ ຜັນ​ຂະຫຍາຍ​ການ​ປ່ຽນ​ແປງ​ບັນດາ​ຮູບ​ແບບ​ໃຫມ່​ເພື່ອ​ສາມາດ​ຫນູນ​ຊ່ວຍ​ໃຫ້​ແກ່​ນັກ​ລົງທຶນ. ຂ້າພະ​ເຈົ້າ​ຄິດ​ວ່າ ດ້ວຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈຄື​ແນວ​ນັ້ນ, ​ແຂວງ ກວ໋າງນິງ ສາມາດ​ຍົກ​ອັນ​ດັບ​ຂອງ​ຕົນ​​ໃນ​ຕາຕະລາງ​ຈັດ​ອັນ​ດັບ PCI”

        ທີ່​ກອງ​ປະຊຸມ​ສ່ົງ​ເສີມ​ການ​ລົງທຶນ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້​ງ​ແຍ້​ງທີ່​ຫາ​ກໍ​ດຳ​ເນີນ​ໄປ​ຢູ່​ແຂວງ ກວ໋າງນີງ, ທ່ານ ຫງວຽນ​ວັນ​ດອກ, ປະ​ທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງນີງ ​ໃຫ້​ຮູ້​ວ່າ: ​ແຕ່​ປີ 2012 ມາ​ຮອດ​ປະຈຸ​ບັນ, ​ແຂວງ ກວ໋າງນີງ ​ປະຕິບັດ 5 ​ແຜນ​ກຳນົດ​ທີ່​ເປັນ​ຈຸດ​ສຸມ ນັ້ນ​ແມ່ນ: ​ແຜນ​ກຳນົດ​ກໍ່ສ້າງ​ເຂດ, ​ແຂວງ, ​ແຜນ​ສັງ​ລວມກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ, ​ແຜນ​ກຳນົດ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ, ​ແຜນ​ກຳນົດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ປະຈຸ​ບັນ, ​ແຂວງ ກວ໋າງນີງ ໄດ້​ສຳ​ເລັດ​ແຜນ​ສັງ​ລວມກ່ຽວ​ກັບ​ການ​ພັດທະນາ​ເສ​ດຖະກິດ​ສັງຄົມ​ຂອງແຂວງຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030 ​ຊື່​ງໄດ້​ຮັບ​ການ​ອະນຸມັດ​ຈາກ​ທ່ານ​ນາຍົກລັດຖະມົນຕີ. ນີ້​ແມ່ນ​ພື້ນຖານ​ເພ່ືອ​ໃຫ້​ແຂວງ ກວ໋າງນີງ ມີ​​ບັນດາບາດກ້າວທີ່ໝັ້ນຄົງ​ໃນ​ວຽກ​ງານ​ສົ່ງ​ເສີມ​ການ​ລົງທຶນ. ​ເພື່ອ​ປະຕິ​ບັດ​ຈຸດໝາຍ​ນີ້​ໃຫ້​ໄດ້, ​ແຂວງ ກວ໋າງນີງ ພວມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ມີ​ລັກສະນະ​ຍຸດ​ທະ​ສາດ ​ເພື່ອ​ນຳ​ແຂວງ ກວ໋າງນີງ ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ສະຫນິດສະຫນົມ, ​ສະຖຽນ​ລະ​ພາບ ​ແລະ ດູດ​ດື່ມ​ສຳລັບບັນດາ​ນັກ​ລົງທຶນ. ທ່ານ ຫງວຽນ​ວັນ​ດອກ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງນີງ ຊີ້​ແຈ້ງ​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຂວງ ກວ໋າງນີງ ສຸມ​ໃສ່ 3 ​ເນື້ອ​ໃນ​ໃຫຍ່ ນັ້ນ​ແມ່ນ 3 ຂອດ​ບຸກທະລຸ: ທີ​ຫນຶ່ງ​ແມ່ນ ການ​ພັດທະນາ​ເຂດ​ຕົວ​ເມືອງ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ​ໃນ​ນັ້ນ ​ສຳຄັນກວ່າ​ໝູ່​ແມ່ນ​ພື້ນຖານ​ໂຄງ​ລ່າງ; ທີ​ສອງ ພວກ​ຂ້າ​ພະ​ເຈົ້າ​ສຸມ​ໃສ່​ປະຕິ​ຮູບ​ດ້ານ​ບໍລິຫານ.​ສະ​ນັ້ນ ພວກ​ຂ້າພະ​ເຈົ້າ ​ໄດ້​ຊີ້​ນຳ​ສ້າງ​ຕັ້ງ​ສູນ​ບໍລິຫານ​ຢູ່​ໃນ​ແຂວງ ກໍ​ຄື​ຢູ່​ທ້ອງ​ຖິ່ນຕ່າງໆ. ທີ​ສາມ ການ​ລົງທຶນ​ຕ້ອງ​ຮັບປະກັນ, ​ເຮັດ​ແນວ​ໃດ​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ບັນດາ​ນັກ​ລົງທຶນກ່ຽວ​ກັບແຫ​ລ່ງຊັບພະຍາກອນ​ມະນຸດ ການ​ຄຸ​້ມຄອງ​ກໍ​ຄື​ລະດັບ​ຄວາມ​ຮູ້​​.”

        ອີກ​ບັນຫາ​ຫນຶ່ງ​ທີ​່ສຳຄັນ, ນັ້ນ​ແມ່ນ ​ແຂວງ​ກວ໋າງນີງ ສືບ​ຕໍ່​ປ່ຽນ​ໃຫມ່, ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍ​ລິ​ຫານ, ກໍ່ສ້າງ​ອຳນາດ​ການ​ປົກຄອງ​​ເອ​ເລັກ​ໂຕ​ນິກ ດ້ວຍ​ຈຸດໝາຍ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ສ້າງ​ຄວາມ​​ໂປ່​ງ​​ໃສ, ​ເປີດ​ເຜີຍ,ປະຊາທິປະ​ໄຕ​ແລະ ມີ​ຄວາມ​ຮັບຜິດຊອບ” ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສູນ​ບໍລິຫານ​ທີ່​ຂຶ້ນ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ. ສະ​ນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ກວ໋າງນີງ ຈະ​ນຳ​ໃຊ້​ບັນດາ​ຮູບ​ແບບ​ການ​ຄຸ້ມ​ຄອງ“​ຊີ້​ນ ລັດ​ຊີ້​ນຳ​ -​ ​ເອກະ​ຊົນບໍລິຫານ”; “ລັດລົງທຶນ-​​ເອກະ​ຊົນ​ຄຸ້ມ​ຄອງ​” ​ໃນການ​ກໍ່ສ້າງ, ​ນຳ​ບັນດາ​ລະບອບ​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ​ເຂົ້າ​ເຄື່ອນ​ໄຫວ, ຮັບ​ໃຊ້ສາທາລະນະ ​ແລະ ​ເປີດ​ກວ້າງ​ການ​ລະດົມ​ບັນດາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໃນ​ສັງຄົມ ​ເພື່ອ​ລົງທຶນ​ພັດທະນາ. ນີ້​ແມ່ນ​ບັນດາ​ປັດ​ໄຈ​ພື້ນຖານ​ເພື່ອ​ໃຫ້​ແຂວງ ກວ໋າງນີງ ສືບ​ຕໍ່​ປັບປຸງ​ສະພາບ​​ແວດ​ລ້ອມແຫ່ງ​ການ​ລົງທຶນ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ແຮງ​ໃນ​ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ