ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຂອງວິ​ສາ​ຫະ​ກິດ start up ມີ​ຄວາມ​ສະ​ດວກ​ຫຼາຍ​ຢ່າງ

(VOVWORLD) -ການຈຳໜ່າຍຜະລິດຕະພັນ ຍາມໃດກໍແມ່ນສິ່ງທ້າທາຍສຳລັບທຸກວິສາຫະກິດ startup ຍ້ອນມີຄວາມຈຳກັດກ່ຽວກັບແຫຼ່ງທຶນຮອນກໍຄືປະສົບການ. ການສົ່ງອອກຜະລິດຕະພັນໄປຍັງຕ່າງປະເທດເພື່ອບັນລຸໄດ້ມູນຄ່າເສດຖະກິດທີ່ສູງກວ່າ, ຍິ່ງຫຍຸ້ງຍາກກວ່າ ດ້ວຍຫຼາຍມາດຕະຖານທາງດ້ານເຕັກນິກ. ແຕ່ດ້ວຍການກຳນົດທິດ startup ຢ່າງຖືກຕ້ອງ ພ້ອມດ້ວຍສະພາບແວດລ້ອມເຊື່ອມໂຍງເຂົ້າກັບເສດຖະກິດສາກົນຂອງ ຫວຽດນາມ ນັບມື້ນັບແຂງແຮງ, ບັນຫາຈຳໜ່າຍ ແລະ ສົ່ງອອກຜະລິດຕະພັນຂອງວິສາຫະກິດ startup  ຫວຽດນາມ ກໍໄດ້ຮັບການຕີລາຄາວ່າ ພວມມີເງື່ອນໄຫວສະດວກດີຫຼາຍຢ່າງ.
ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຂອງວິ​ສາ​ຫະ​ກິດ start up ມີ​ຄວາມ​ສະ​ດວກ​ຫຼາຍ​ຢ່າງ - ảnh 1ທ່ານນາງ ບຸ່ຍທິແທັງຮ່າ ປະທານສະຫະກອນແທັງຮ່າ (ພາບ: tuoitrethudo)

ສະຫະກອນຜະລິດ ແລະ ການບໍລິການກະເສດ ແທັງຮ່າ (ສະຫະກອນແທັງຮ່າ) ຢູ່ ຮ່າໂນ້ຍ ແມ່ນຫົວໜ່ວຍປະຈັນບານໃນການນຳຜະລິດຕະພັນຕົ້ນອ່ອນດອກຕາເວັນວາງຂາຍຢູ່ຕະຫຼາດ (ແຕ່ປີ 2012). ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການສຳຜັດ, ຄົ້ນຄວ້າຕະຫຼາດ, ໝູນໃຊ້ເຕັກນິກເຕັກໂນໂລຢີ ແລະ ການຫັນປ່ຽນວິທີປູກຝັງຕາມແບບວິທີໃໝ່, ປີ 2016, ສະຫະກອນແທັງຮ່າ ໄດ້ຮັບນາມມະຍົດ “ເຄື່ອງໝາຍການຄ້າກະເສດ ຄຳ ຫວຽດນາມ” ຈາກສະມາຄົມໃຫຍ່ກະສິກຳ ຫວຽດນາມ; ປີ 2019 ໄດ້ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ອອກໃບຢັ້ງຢືນເປັນຜະລິດຕະພັນ OCOP ລະດັບ 4 ດາວ ສຳລັບ 15 ຜະລິດຕະພັນຜັກປອດສານຜິດ. ໃນຫຼາຍປີລຽນຕິດ, ຜະລິດຕະພັນຂອງສະຫະກອນ ຍາມໃດກໍມີການຈຳໜ່າຍໃຫ້ແກ່ຫຼາຍເປົ້າໝາຍຜູ້ບໍລິໂພກໄດ້ເປັນຢ່າງດີ ບໍ່ພຽງແຕ່ຢູ່ພາຍໃນນະຄອນ ຮ່າໂນ້ຍ ເທົ່ານັ້ນ ຫາກຍັງຢູ່ເຂດໃກ້ຄຽງອີກດ້ວຍ. ທ່ານນາງ ບຸ່ຍທິແທັງຮ່າ, ປະທານສະຫະກອນແທັງຮ່າ ໃຫ້ຮູ້ວ່າ ຍ້ອນຮັບປະກັນໄດ້ດ້ານຄຸນນະພາບ, ເໝາະສົມກັບຄວາມຕ້ອງການ ແລະ ລາຄາເໝາະສົມ, ຜະລິດຕະພັນຂອງສະຫະກອນ ຍາມໃດກໍຈຳໜ່າຍໄດ້ເປັນຢ່າງດີ ນັບທັງໃນໄລຍະເກີດໂລກລະບາດໂຄວິດ - 19. ບົນພື້ນຖານໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ ແລະ ລະບົບຮ້ານສັບພະສິນຄ້າຂອງຕ່າງປະເທດຄື Aeon, Big – C…, ສະຫະກອນ ແທັງຮ່າພວມຂຶ້ນແຜນເປີດກວ້າງຕະຫຼາດຈຳໜ່າຍຜະລິດຕະພັນອອກສູ່ຕ່າງປະເທດ. ທ່ານນາງ ບຸ່ຍທິແທັງຮ່າ ເຊື່ອໝັ້ນວ່າ ໂອກາດຈຳໜ່າຍຜະລິດຕະພັນຂອງສະຫະກອນຢູ່ຕະຫຼາດສາກົນ ພວມເປີດກວ້າງທີ່ສຸດ.

“ໃນຊຸມປີມໍ່ໆມານີ້, ລັດ ແລະ ນະຄອນ ຮ່າໂນ້ຍ ໄດ້ຈັດຫຼາຍລາຍການສົ່ງເສີມການຄ້າ, ນັບທັງຢູ່ຕະຫຼາດພາຍໃນ ແລະ ສາກົນ. ສະຫະກອນ ແທັງຮ່າ ເຫັນວ່າໂອກາດສົ່ງອອກຜະລິດຕະພັນແມ່ນຫຼວງຫຼາຍ ແລະ ໃຫຍ່ທີ່ສຸດ. ທາງສະຫະກອນກໍມີການກຳນົດທິດສົ່ງອອກ, ໃນສະເພາະໜ້າແມ່ນຮັບໃຊ້ໃຫ້ຊາວຕ່າງປະເທດທີ່ພວມດໍາລົງຊີວິດຢູ່ ຫວຽດນາມ ສາກ່ອນ, ຫຼັງຈາກນັ້ນແມ່ນມຸ່ງໄປເຖິງການສົ່ງອອກຕ່າງປະເທດ”.

ເພື່ອໜູນຊ່ວຍວິສາຫະກິດສົ່ງອອກຜະລິດຕະພັນອອກສູ່ຕະຫຼາດສາກົນ, ໄລຍະຜ່ານມາ, ກະຊວງອຸດສາຫະກຳໄດ້ສົມທົບກັບບັນດາກະຊວງ, ຂະແໜງການທ້ອງຖິ່ນ ວາງອອກຫຼາຍມາດຕະການເພື່ອໂຄສະນາຜະລິດຕະພັນ, ເຊື່ອມຕໍ່ຜູ້ທີ່ມີຄວາມຕ້ອງການກັບຜູ້ສະໜອງ, ໜູນຊ່ວຍວິສາຫະກິດ startup ພັດທະນາຕະຫຼາດ, ຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນ. ໃນນັ້ນ, ໄດ້ຜັນຂະຫຍາຍສັນຍາການຄ້າເສລີລຸ້ນໃໝ່ຫຼາຍສະບັບ ກັບນັບສິບຄູ່ຮ່ວມມື. ທ່ານນາງ ເລທິຫວຽດງາ, ຮອງຫົວໜ້າກົມຕະຫຼາດພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ:

“ປັດຈຸບັນ, ຫວຽດນາມ ກຳລັງເຂົ້າຮ່ວມສັນຍາການຄ້າທີ່ມີຜົນສັກສິດ 16 ສະບັບ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະເຊື່ອມໂຍງເຂົ້າກັບຕະຫຼາດສາກົນເພື່ອນຳຜະລິດຕະພັນທີ່ມີຄຸນນະພາບສູງເຂົ້າໃນລະບົບຈຳໜ່າຍທີ່ທັນສະໄໝ. ໃນອະນາຄົດ, ລະບົບຈຳໜ່າຍແບບເກົ່າຄືຕະຫຼາດ ຫຼືວ່າ ບັນດາຮ້ານຂາຍເຄຶ່ອງກໍຈະໝູນໃຊ້ມາດຕະຖານເຕັກນິກຂອງບັນດາກະຊວງ ກໍຄື ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ທີ່ໄດ້ວາງອອກ”.

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຂອງວິ​ສາ​ຫະ​ກິດ start up ມີ​ຄວາມ​ສະ​ດວກ​ຫຼາຍ​ຢ່າງ - ảnh 2ທ່ານ ມາກກວັກແອັງ, ຮອງປະທານ ທັງເປັນຜູ້ອຳນວຍການໃຫຍ່ ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງນະຄອນ ຮ່າໂນ້ຍ (ພາບ:hanoisme)

ຕາມທ່ານ ມາກກວັກແອັງ, ຮອງປະທານ ທັງເປັນຜູ້ອຳນວຍການໃຫຍ່ ສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງນະຄອນ ຮ່າໂນ້ຍ ແລ້ວ, ໂອກາດສົ່ງອອກຜະລິດຕະພັນຂອງວິສາຫະກິດ startup ພວມເປີດກວ້າງກວ່າເວລາໃດໝົດ, ເມື່ອວິສາຫະກິດ startup ຊອກຫາໄດ້ທິດກ້າວເດີນທີ່ຖືກຕ້ອງ ພ້ອມທັງການເຊື່ອມຍົງເຂົ້າກັບເສດຖະກິດສາກົນກໍພວມດຳເນີນຢ່າງແຮງ. ທ່ານກ່າວວ່າ:

“ບັນດາວິສາຫະກິດ startup ມີໂອກາດໃຫຍ່ຫຼວງກັບຕະຫຼາດສາກົນ. ເພາະວ່າໃນສັນຍາສອງຝ່າຍ, ຫຼາຍຝ່າຍເຊິ່ງພວກເຮົາໄດ້ລົງນາມນັ້ນ ບັນດາປະເທດຄູ່ຮ່ວມມືລ້ວນແຕ່ສະຫງວນສ່ວນໜຶ່ງເພື່ອໜູນຊ່ວຍໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ, ບັນດາວິສາຫະກິດ startup. ທີສອງແມ່ນ ມີຫຼາຍນັກລົງທຶນ, ອົງການຈັດຕັ້ງດ້ານການເງິນ, ກອງທຶນຕ່າງໆຢາກລົງທຶນເຂົ້າວິສາຫະກິດ startup ຍ້ອນເຂົາເຈົ້າມີການປ່ຽນແປງໃໝ່, ຫົວຄິດປະດິດສ້າງຢູ່ຕະຫຼອດ, ບຸກທະລຸ ແລະ ມີກຳລັງບືນຕົວຂຶ້ນຢ່າງແຮງ. ໄລຍະຜ່ານມາ, ມິຫຼາຍວິສາຫະກິດ startup ກໍຫ້າວຫັນນຳຜະລິດຕະພັນທີ່ເປັນເອກະລັກຂອງເຂດ, ພາກ, ຂອງຊາດ ຜະລິດຕະພັນພື້ນເມືອງ ອອກສູ່ເພື່ອນມິດສາກົນ. ນີ້ແມ່ນປັດໄຈທີ່ເຮັດໃຫ້ເພີ່ມກຳລັງແກ້ງແຍ້ງທີ່ດີທີ່ສຸດໃຫ້ແກ່ຜະລິດຕະພັນ startup”.

ໂດຍໄດ້ກຳແໜ້ນ ແລະ ຍາດແຍ່ງກາລະໂອກາດຈຳໜ່າຍຜະລິດຕະພັນຢູ່ຕະຫຼາດສາກົນ, ບັນດາວິສາຫະກິດ startup ບໍ່ພຽງແຕ່ໄດ້ນຳມາເຊິ່ງມູນຄ່າເສດຖະກິດທີ່ໃຫຍ່ຫຼວງໃຫ້ແກ່ຕົນເອງເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຢັ້ງຢືນເຄື່ອງໝາຍສິນຄ້າ ຫວຽດນາມ, ປະກອບສ່ວນເຂົ້າໃນວິວັດການພັດທະນາປະເທດຊາດຢ່າງມີປະສິດທິຜົນນຳອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ