ກາລະໂອກາດເພື່ອຢັ້ງຢືນເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

(VOVWORLD) - ໃນຊຸມເດືອນຕົ້ນປີ 2024 ວົງເງິນສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸກວ່າ 1,4 ຕື້ USD. ໃນສະພາບການແຫລ່ງສະຫນອງເຂົ້າສານທົ່ວໂລກຫລຸດລົງ ຍ້ອນບາງປະເທດຍັງຄົງຈຳກັດການສົ່ງອອກເຂົ້າສານ ແລະ ສະພາບດິນຟ້າອາກາດກໍ່ຜັນແປຮ້າຍແຮງຂຶ້ນ ໄດ້ສົ່ງຜົນສະທ້ອນເຖິງສະມັດຕະພາບ, ການສົ່ງອອກເຂົ້າສານຂອງ ຫວຽດນາມ  ຄາດຄະເນວ່າ ຈະມີສັນຍານດີຂຶ້ນ ແລະ ເຂົ້າເຖິງຫລາຍຕະຫລາດໃນໄລຍະຈະມາເຖິງ.


ກາລະໂອກາດເພື່ອຢັ້ງຢືນເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ - ảnh 1ໃນຊຸມເດືອນຕົ້ນປີ 2024, ວົງເງິນສົ່ງອອກເຂົ້າສານ ຂອງ ຫວຽດນາມບັນລຸກວ່າ 1,4 ຕື້ USD. ພາບປະກອບ: VOV

ຕາມການສະຖິຕິຂອງກົມໃຫຍ່ພາສີ, ປີກາຍນີ້ ການສົ່ງອອກເຂົ້າສານ ໄດ້ນຳມາໃຫ້ຫວຽດນາມ ກວ່າ 4,6 ຕື້ USD, ເພີ່ມຂຶ້ນທັງປະລິມານ ແລະ ວົງເງິນການສົ່ງອອກ. ນີ້ໄດ້ຮັບຖືວ່າແມ່ນປີທີ່ຂະແຫນງເຂົ້າສານບັນລຸຜົນສຳເລັດອັນດີງາມ. ໃນໄຕມາດ 1 ຂອງປີ 2024, ການສົ່ງອອກເຂົ້າສານ ຂອງຫວຽດນາມ ບັນລຸຕົວເລກທີ່ຫນ້າປະທັບໃຈແມ່ນເກືອບ 2,2 ລ້ານໂຕນ, ລວມມູນຄ່າເກືອບ 1,4 ຕື້ USD.

ບັນດາສັນຍານດີຂອງການສົ່ງອອກເຂົ້າສານໃນຕົ້ນປີ ກໍ່ຍ້ອນບັນດາວິສາຫະກິດສົ່ງອອກເຂົ້າສານ ຂອງຫວຽດນາມ ໄດ້ໝູນໃຊ້ກາລະໂອກາດດີຈາກສັນຍາການຄ້າເສລີລຸ້ນໃຫມ່, ເຂົ້າເລິກບັນດາຕະຫລາດທີ່ເຄັ່ງຄັດຕໍ່ຄຸນນະພາບຄື ເອີລົບ. ຫວຽດນາມ ບໍ່ພຽງແຕ່ເອົາໃຈໃສ່ເຖິງບັນຫາສົ່ງອອກເທົ່ານັ້ນ ຫາກຍັງຜະລິດເຂົ້າສານເພື່ອຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດ. ປະຈຸບັນ ທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຊື່ງແມ່ນເຂດຜະລິດເຂົ້າສານໃຫຍ່ສຸດຢູ່ ຫວຽດນາມ ກໍ່ພວມສຸມໃສ່ຜະລິດເຂົ້າສານຕາມຂັ້ນຕອນປູກເຂົ້າແບບຍືນຍົງ, ປັບຕົວໃຫ້ແທດເໝາະກັບສະພາບດິນຟ້າອາກາດ, ຜະລິດຕາມທິດບັນລຸມາດຖານເພື່ອຕອບສະຫນອງຄວາມຮຽກຮ້ອງຢ່າງເຄັ່ງຄັດຂອງຕະຫລາດພາຍໃນ ແລະ ສົ່ງອອກ. ທ່ານ ເລແທງຕຸ່ງ ຮອງຫົວຫນ້າກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ:

 “ຫວຽດນາມ ມີກວ່າ 80% ແນວພັນເຂົ້າທີ່ບັນລຸຄຸນນະພາບສູງ ແລະ ເຂົ້າຊະນິດພິເສດ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດສົ່ງອອກ. ເມື່ອເປີດກວ້າງຕະຫລາດ ບັນດາມາດຖານສາກົນທີ່ວາງອອກນັ້ນແມ່ນເຄັ່ງຄັດທີ່ສຸດ ສະນັ້ນ ຫວຽດນາມ ໄດ້ຈັດຕັ້ງການຜະລິດເພື່ອຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການດັ່ງກ່າວ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ພວມສົມທົບກັບບັນດາທ້ອງຖິ່ນ ຈັດຕັ້ງເຂດວັດຖຸດິບເພື່ອຕອບສະຫນອງຄວາມຕ້ອງການຂອງວິສາຫະກິດສົ່ງອອກເຂົ້າສານ

ກາລະໂອກາດເພື່ອຢັ້ງຢືນເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ - ảnh 2ທ່ານ ເຈີນແທງນາມ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະພັດທະນາຊົນນະບົດ. ພາບ:Bích Hồng/BNEWS/TTXVN

ຕາມທ່ານ ເຈີນເຈືອງເຕີນຕ໋າຍ, ຜູ້ອຳນວຍການໃຫຍ່ ບໍລິສັດເຂົ້າສານ ຫວຽດນາມ ຈຳກັດ ແລ້ວ, ປະຈຸບັນ ເຂົ້າສານຂອງບໍລິສັດສົ່ງອອກໄປຍັງ 13 ປະເທດເອີລົບ ດ້ວຍລາຄາຕ່ຳສຸດແມ່ນ 980 USD/ ໂຕນ. ເພື່ອແຊກຊຶມເຂົ້າຕະຫລາດເອີລົບ ແລະ ຂາຍໄດ້ລາຄາສູງ, ທາງວິສາຫະກິດຫວຽດນາມ ຕ້ອງໃຫ້ຄວາມສົນໃຈເຖິງ 5 ບັນຫາ ນັ້ນແມ່ນ: ເຄື່ອງໝາຍການຄ້າ, ການລົງທຶນເຕັກໂນໂລຊີ, ແຫລ່ງຊັບພະຍາກອນມະນຸດ, ລັກສະນະຮ່ວມສຳພັນ ແລະ ບົດບາດຂອງບັນດາສະຫະສະມາຄົມ, ຂະແຫນງສິນຄ້າໃນລະບົບມູນຄ່າເຂົ້າສານ. ໃນນັ້ນ ບົດບາດການຮ່ວມສຳພັນເພື່ອສ້າງເຂດວັດຖຸດິບທີ່ມີສະຖຽນລະພາບຈະປະກອບສ່ວນສ້າງເຄື່ອງໝາຍການຄ້າເຂົ້າສານແບບຍືນຍົງ.

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ປະລິມານເຂົ້າສານສົ່ງອອກສ່ວນຫລາຍແມ່ນສຸມໃສ່ເຂດທົ່ງພຽງແມ່ນ້ຳຂອງ, ຍອດປະລິມານເຂົ້າສານສົ່ງອອກປີນີ້ຢູ່ເຂດທົ່ງພຽງແມ່ນ້ຳຂອງ ຄາດວ່າບັນລຸ 7,3 ລ້ານໂຕນ, ປະກອບສ່ວນກວ່າ 90% ປະລິມານເຂົ້າສານສົ່ງອອກຂອງຫວຽດນາມ. ທ່ານ ເຈີນແທງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ປະລິມານເຂົ້າສານຂອງຫວຽດນາມ ປີນີ້ ສາມາດຕອບສະຫນອງຕາມຄາດໝາຍທີ່ວາງອອກຢ່າງສິ້ນເຊິງ.

 “ພວກຂ້າພະເຈົ້າຄາດວ່າ ປີນີ້ ການສົ່ງອອກແມ່ນປະມານ 7,3 ລ້ານໂຕນ. 6 ເດືອນຕົ້ນປີ ຄາດວ່າຈະສົ່ງອອກ 4,3 ລ້ານໂຕນ. ເປັນອັນວ່າ ພວກຂ້າພະເຈົ້າຍັງສືບຕໍ່ຮັບປະກັນໄດ້ປະລິມານການສົ່ງອອກເຂົ້າສານ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຢືນຢັນ ຍັງຄົງຮັບປະກັນໄດ້ປະລິມານເຂົ້າສານຕາມແຜນການ.

ກົມສົ່ງອອກນຳເຂົ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຕີລາຄາ: ບັນດາສັນຍານດີຂຶ້ນຂອງການສົ່ງອອກເຂົ້າສານໃນຊຸມເດືອນຜ່ານມາ ຊີ້ໃຫ້ເຫັນວ່າ ບັນດາວິສາຫະກິດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດສົ່ງອອກດີທີ່ສຸດ, ສ້າງທ່ວງທ່າເພື່ອເຂົ້າຮ່ວມບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນເມື່ອຫລາຍປະເທດຍັງຄົງຈຳກັດການສົ່ງອອກເຂົ້າສານ.

ເພື່ອຍາດແຍ່ງກາລະໂອກາດຂອງຕະຫລາດ, ຊຸກຍູ້ການຜະລິດ, ສົ່ງອອກເຂົ້າສານໃນສະພາບການປະຈຸບັນ, ຂະແຫນງກະສິກຳ ຫວຽດນາມ ພວມສືບຕໍ່ຜັນຂະຫຍາຍຫລາຍມາດຕະການໃນການຮ່ວມສຳພັນ, ສ້າງເຂດວັດຖຸດິບ, ມີຄວາມໂປ່ງໃສໃນການຜະລິດຕອບສະຫນອງບັນດາມາດຖານ, ຍົກສູງມູນຄ່າເຂົ້າສານຫວຽດນາມ ໃນຕະຫລາດໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ