ຊຸກຍູ້ການຮ່ວມມືຮ່ວມສຳພັນລະຫວ່າງເຂດຜ່ານເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ


(vovworld)- ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ແຂວງ, ນະ​ຄອນ ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ໄດ້​ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງຜ່ານເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ( MDEC) ຊື່ງ​ຖືກຈັດ​ຕັ້ງ​ປະ​ຈຳ​ປີ. ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ປີນີ້ ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ ຊອກ​ຈັງ ແຕ່​ວັນ​ທີ 5-7/11/2014 ດ້ວຍ​ຫົວ​ຂໍ້​ວ່າ: “ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່- ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ຢູ່​ເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ”

ຊຸກຍູ້ການຮ່ວມມືຮ່ວມສຳພັນລະຫວ່າງເຂດຜ່ານເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ảnh 1
ລະ​ດູ​ເກັບ​ກ່ຽວ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ
ພາບ:cantho.gov.vn

        ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ລວມ​ມີ 12 ແຂວງ ແລະ ນະ​ຄອນ​, ທີ່ຕັ້ງ​ຢູ່ທາງ​ທິດ​ໃຕ້ ແລະ ທາງທິດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ຫວຽດ​ນາມ, ມີ​ເນື້ອ​ທີ່ກວ່າ 39.700 ​ຕາ​ກິ​ໂລ​ແມັດ, ແມ່ນ​ເຂດ​ທົ່ງ​ພຽງ​ທີ່​ກ້​ວາງ​ໃຫຍ່ ແລະ ດິນ​ອຸ​ດົມ​ສົມ​ບູນ. ນີ້​ແມ່ນ​ເຂດ​ຜະ​ລິດ​ທັນ​ຍາ​ຫານ​ຈຸດ​ສຸມ, ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ​ສຳ​ລັບ​ຫວຽດ​ນາມ, ພ້ອມ​ທັງ​ມີ​ຫລາຍ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ການ​ລ້ຽງ​ສັດ​ຕາມ​ຂອບ​ຂະ​ຫນາດ​ໃຫຍ່, ເປັນ​ຕົ້ນ​ແມ່ນ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຢູ່​ແຄ​ມ​ທະ​ເລ, ຢູ່​ແມ່​ນ້ຳ, ພັດ​ທະ​ນາ​ບັນ​ດາ​ເຂດ​ຜະ​ລິດສະ​ເພາະ​ຕົ້​ນ​ໄມ້​ກິນ​ໝາກທີ່​ມີ​ຄຸນ​ນະ​ພາບ​ສູງ. ໃນ​ຊຸມ​ປີ​ຜ່ານ​ມາ, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ໄດ້​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫລວງ​ເຂົ້າ​ໃນ​ມູນ​ຄ່າ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ. ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ມີ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ​ໃນ​ເຂດ​ທົ່ງພຽງ​ແມ່ນ​ນຳ້ຂອງ​ມີ 4 ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ນັ້ນ​ແມ່ນ: ນະ​ຄອນ​ເກີນ​ເທີ, ແຂວງ ອານ​ຢາງ, ແຂວງ ກຽນ​ຢາງ ແລະ ແຂວງ ກາ​ເມົາ. ບັນ​ດາ​ແຂວງ​ເຫລົ່າ​ນີ້ ໄດ້​ສວມ​ບົດ​ບາດ​​ເປັນ​ສູນ​ສ້າງ​ການ​ຮ່ວມ​ສ​ຳ​ພັນ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ປະ​ກອບ​ສ່ວນ​ຍູ້​ແຮງ​ການ​ພ​ົວ​ພັນ​ແລກ​ປ່ຽນ​ສິນ​ຄ້າ​ລະຫວ່າງ​ບັນ​ດາ​ແຂວງ​ໃນ​ເຂດ​ກັບ​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້, ເຂດ​ໄຕ​ງວຽນ ແລະ ເປີດກວ້າງ​ຕະ​ຫລາດ​ເຖິງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຄື: ກຳ​ປູ​ເຈຍ, ໄທ, ມຽນ​ມາ.. ດ້ວຍ​ຈຸດ​ໝາຍນີ້, ເວ​ທີ​ປາ​ໄສ​​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ປີນີ້ ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ ຊອກ​ຈັງ ດ້ວຍ​ຫົວ​ຂໍ້​ວ່າ: “ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ກະ​ສິ​ກຳ​ຄືນ​ໃຫມ່- ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່” ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ພ້ອມ​ກັນ​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ກະ​ສິ​ກຳ​ຊົນ​ນະ​ບົດ​ແບບ​ຍືນ​ຍົງ. ທ່ານ ກາວ​ດຶກ​ຟາດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຊີ້​ແຈ້​ງວ່າ:

        “ຄວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສະ​ດວກກວ່າ​ໃຫ້​ແກ່​ບັ​ນ​ດາ​ວິ​ສາ​ຫະ​ກິດ ບໍ່​ພຽງ​ແຕ່​ສົ່ງ​ເສີມ​ການ​ລົງ​ທຶນ​ໃຫມ່ ກ່ອນ​ອື່ນ​ໝົດ​ແມ່ນ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ພວມ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ສາ​ມາດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ, ໝັ້ນ​ຄົງ ແລະ ນັບ​ມື້​ນັບ​ເຕີບ​ໃຫຍ່. ທັງ​ໝົດ​ແມ່ນ​ມຸ່ງ​ໄປ​ເຖິງ​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຂອງ​ພື້ນ​ຖານ​ກະ​ສິ​ກຳ.”

ຊຸກຍູ້ການຮ່ວມມືຮ່ວມສຳພັນລະຫວ່າງເຂດຜ່ານເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ảnh 2
ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ
ພາບ:TTXVN

        ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ເວ​ທີ​ປາ​ໄສ​ຄັ້ງ​ນີ້ ແມ່​ນ​ນຳ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ແຜ​ນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ, ຄົ້ນ​ຄວ້າ, ສະ​ເຫນີ​ສ້າງ​ບັນ​ດາ​ມາດ​ຕະ​ການ, ກົນ​ໄກ, ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ກະ​ສິ​ກຳ​ໃຫ້​ສົມ​ບູນ​ແບບ, ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ຄຽ​ງ​ຄູ່​ກັນ​ນັ້ນ, ການ​ຍູ້​ແຮງວຽກ​ງານ​ສົ່ງ​ເສີມ​ການ​ຄ້າ, ກາ​ນ​ລົງ​ທຶນ, ການ​ໂຄ​ສະ​ນາ​ພາບ​ພົດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ເຂດ​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເວ​ທີ​ປາ​ໄສ​ກໍ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ແຂວງ, ນະ​ຄອນ ໃນ​ເຂດ; ການ​ຮ່ວມ​ມື ແລະ ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ບັນ​ດາ​ທ້ອງ​ຖິ່ນ​ພາຍ​ໃນ​ປະ​ເທດ; ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ.. ເພື່ອ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ການ​ຕ່າງ​ປະ​ເທດ, ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ເສດ​ຖະ​ກິດ​ອັນ​ໃຫຍ່​ຫລວງ​ຂອງ​ທົ່ວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ດ້ານ​ອື່ນ, ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ກໍ​ແມ່ນ​ໂອ​ກາດ​​ເພື່ອລະ​ດົມ​ບັນ​ດາ​ແຫລ່ງ​ກຳ​ລັງ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ກໍ່​ສ້າງ​ກິດ​ຈະ​ກຳ​ສະ​ຫວັດ​ດີ​ການ​ສັງ​ຄົມ​ໃຫ້​ແກ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ທ່ານ ຫງວຽນ​ຟອງກວາງ, ຮອງ​ຫົວ​ຫນ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດ​ນາມ ຊີ້​ແຈ້ງວ່າ:

        “MDEC  ຊອກ​ຈັງ ຄັ້ງນີ້ ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ. ມາ​ຮອດ​ປະຈຸ​ບັນ​ພວກ​ເຮົາພວມ​ສຸ​ມ​ໃສ່​ຂົນ​ຂວາຍ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ລະ​ດົມ​ແຫລ່ງ​ກຳ​ລັງ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງ​ທຶນ. ສະ​ເພາະ ແຂວງ ຊອກ​ຈັງ ​ໄດ້ລົງ​ທຶນກໍ່​ສ້າງ​ໂຮງ​ໝໍ​ແຫ່ງ​ຫນຶ່ງ​ລວມມ​ູນ​ຄ່າ 120 ຕື້​ດົງ. ການ​ຈັດ​ຕັ້ງ​ MDEC ປີນີ້ ແມ່ນ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ.”

        ຈຸດ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ  ໄດ້​ຮັບ​ການ​ກຳ​ນົດ​ຈາກ​ລັດ​ຖະ​ບານ​ວ່າ ແມ່ນກໍ່​ສ້າງ​ເຂດ​ເສດ​ຖະ​ກິດ​​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ໃຫ້​ກາຍ​ເປັນ​ເຂດ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ກະ​ສິ​ກຳ​ສຳ​ພັດ​ກັບ​ທິດ​ທັນ​ສະ​ໄຫມ ດ້ວຍ​ການ​ຍູ້​ແຮງ​ການ​ເຊື່ອ​ມ​ໂຍ​ງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ. ໃນ​ນັ້ນ ລະ​ດັບ​ຈະ​ເລີນ​ເຕີບ​ໂຕ GDP ສະ​ເລ່ຍ​ໄລ​ຍະ 2011-2020 ບັນ​ລຸ 1,25ເທົ່າ ເມື່ອ​ທຽບ​ໃສ່ GDP ຂອງ​ທັງ​ປະ​ເທດ. ເວ​ທີ​ປາ​ໄສ​ການຮ່ວມ​ມື​ເສດຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຄັ້ງ​ນີ້ ກໍ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການແລະ ທ້ອງ​ຖິ່ນ​ຕ່າງໆ ສຳ​ຫລວດກວດ​ຄືນ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່ ເຂດ​​ທີ່ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ