ຕຳ່ແຜ່ນຕັດຫຍິບຮັບເອົາກາລະໂອກາດຈາກສັນຍາ TPP

(vovworld)- ຮອບ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ(TPP) ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ສຸດ​ທ້າຍ. ມີ​ຜູ້​ຊ່ຽວຊານ​ຫລາຍ​ທ່ານ​ຖື​ວ່າ: ​ເມື່ອ​ເຂົ້າ​ຮ່ວມ TPP, ການ​ສົ່ງ​ອອກ​ຂອງ​ຫວຽດນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ຢ່າງ, ​ເປັນ​ຕົ້ນ​ແມ່ນ​​ເຄື່ອງຕຳ່​ແຜ່ນ​ຕັດຫຍິບ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ກາລະ​ໂອກາດ​​ແມ່ນສິ່ງ​ທ້າ​ທາຍ, ຮຽກຮ້ອງ​​ໃຫ​້ບັນດາ​ວິ​ສາ​ຫະກິດ,​​ໃນ​ນັ້ນ ມີ​ບັນດາ​ວິ​ສາ​ຫະກິດ​ຕຳ່​ແຜ່ນ​ຕັດຫຍິບ ຕ້ອງ​ຕັ້ງຫນ້າ​ກະກຽມ ​ເພື່ອ​ຕອບ​ສະຫນອງ​ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ຂອງ TPP ​ແລະ ພ້ອມ​ແລ້ວ​ຮັບ​​ເອົາກາລະ​ໂອກາດ ຊື່​ງ TPP ນຳ​ມາ​ໃຫ້.

        TPP ​ແມ່ນ​ສັນຍາ​ລວມມີ​ຫລາຍ​ຂົງ​ເຂດ, ກວມ​ກວ່າ 40% GDP ​ແລະ 1/3 ມູນ​ຄ່າ​ການ​ຄ້າ​ທົ່ວ​ໂລກ. ​ໃນ​ຈຳນວນ 12 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ TPP ມີ​ບັນດາ​ປະ​ເທດ​ຊື່​ງ​ແມ່ນ​ຕະຫລາດ​ສົ່ງ​ອອກ​ໃຫຍ່ ​ແລະ ສຳຄັນ ຂອງ​ຫວຽດນາມ​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ. ຕາມ​ສັນຍາ​ນີ້, ສະ​ເພາະ​​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ຂອງ​ຫວຽດນາມ ສົ່ງ​ໄປ​ຂາຍ​ຢູ່ ອາ​ເມ​ລິ​ກາ ປ​​ະຈຸ​ບັນ ກວມ​ເອົາ 55% ປະລິມານ​ສິນຄ້າສົ່ງ​ອອກ​ຂອງ​ທົ່ວ​ຂະ​ແຫນງ​ຈະ​ໄດ້​ຊົມ​ໃຊ້​ອັດຕາ​ພາສີ 0%. ປະຈຸ​ບັນ ອັດຕາ​ພາສີ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​ຂອງ​ຫວຽດນາມ​ສົ່ງ​ໄປ​ຂາຍ​ຢູ່ ອາ​ເມ​ລິ​ກາ ​ແມ່ນ 17,5%. ​ເປັນ​ອັນວ່າ TPP ຈະ​ສ້າງ​ກາລະ​ໂອກາດ​ໃຫຍ່ ​ແລະ ກຳລັງ​ຫນູນ​ສຳຄັນ​​ໃຫ້​ແກ່​ການ​ພັດທະນາ​ຂອງ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍີບ​ຫວຽນາມ ​ໃນ​ໄລຍະ​ຈະມ​າ​ເຖິງ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ກາລະ​ໂອກາດ, ບັນດາ​ວິ​ສາ​ຫະກິດ​ຫຽດນາມ​ພວມ​ຢືນ​ຢູ່​ຕໍ່ຫນ້າ​ສິ່ງ​ທ້າ​ທາຍ​ໃຫຍ່, ​ເປັນ​ຕົ້ນ​ ​​ແມ່ນ​ການຕອບ​ສະຫນອງ​ບັນດາ​ມາດ​ຕະຖານ​ຂອງ TPP. ຫນຶ່ງ​ໃນ​ບັນດາ​ຫລັກການ​ພື້ນຖານ​ເພື່ອ​ໄດ້​ຊົມ​ໃຊ້​ອັດຕາ​ພາສີ​ບຸລິມະສິດ ​ເມື່ອ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ​​ສົ່ງ​ອອກ​ໄປ​ຍັງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ TPP ນັ້ນ​ແມ່ນ​ ນຳ​ໃຊ້​ວັດຖຸ​ດິບ​ທີ່​ ​ຜະລິດ​ຢູ່​ປະ​ເທດ​ປະຈຳ​ຖິ່ນ ຫລື ນຳ​ໃຊ້​ວັດຖຸ​ດິບ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ເຂົ້າ​ຮ່ວມ​ສັນຍາ. ​ເພື່ອ​ຕອບ​ສະຫນອງ​ຄວາມຮຽກຮ້ອງ​ດັ່ງກ່າວ,  ບັນດາ​ວິ​ສາ​ຫະກິດ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ພວມ​ມານະ​ພະຍາຍາມ​ເພີ່ມ​ອັດຕາ​ນຳ​ໃຊ້ ວັດຖຸ​ດິບ ​ ຜະລິດພາຍ​ໃນ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​​ລົງທຶນ​ພັດທະນາ​ແຫ​ລ່ງ​ວັດຖຸ​ດິບ​ພາຍ​ໃນ​ປະ​ເທດ ​ເພື່ອ​ຊົມ​ໃຊ້​ບຸລິມະສິດ​ນີ້. ທ່ານ ​ເລ​ຕຽນ​ເຈື່ອງ, ຮອງ​ຜູ້ອຳນວຍ​ການ​ໃຫຍ່ ກຸ່ມ​ບໍລິສັດ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ (Vinatex) ​ໃຫ້​ຮູ້​ວ່າ:

        “ວິວັດ​ການ​ກະກຽມຂອງ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ໃນ​ຫລາຍ​ປີຜ່ານມາ ດ້ວຍ​ສະພາບ​​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ ພວມ​ໄປ​ຕາມ​ທ່າ​ອ່ຽງຊັດ​ເຈນ, ນັ້ນ​ແມ່ນ ຫວຽດນາມ ສຸມ​ໃສ່​ປັບປຸງ​ມູນ​ຄ່າ​ເພີ່ມ​ພາຍ​ໃນ​ປະ​ເທດ, ​ເພີ່ມ​ລະດັບ​ເປັນ​ເຈົ້າ​ການ​ໃນ​ທຸກ​ຂັ້ນ​ຕອນ, ພິ​ເສດ ​ແມ່ນ​ຂອດ​ອອກ​ແບບ ​ແລະ ຂອດ​ກະກຽມ​ແຫ​ລ່ງວັດຖຸ​ດິບ. ວິວັດ​ການ​ນີ້ພວມ​ດຳ​ເນີນ​ໄປ​ໃນ​ສີ​ບໆ​ປີຜ່ານມາ, ນັບ​ແຕ່​ເມື່ອ​ລັດຖະບານ​ຫວຽດນາມ ກະກຽມ​ການ​ເຈລະຈາ​ສັນຍາ FTA ສອງ​ຝ່າຍ ກັບ ອາ​ເມລິ​ກາ, WTO ​ແລະ ປະຈຸ​ບັນ ​ແມ່ນ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ.”

ຕຳ່ແຜ່ນຕັດຫຍິບຮັບເອົາກາລະໂອກາດຈາກສັນຍາ TPP - ảnh 1
ປີ 2014, ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ວາງ​ຈຸດໝາຍ​ລະດັບຈະ​ເລີ​ນ​ເຕີບ​ໂຕ ບັນລຸ​ກວ່າ 10%
photo:internet

        ບັນດາ​ວິ​ສາ​ຫະກິດ ປະຕິບັດ ບັນດາ​ບາດກ້າວ​ກະກຽມ​ນີ້​​ ​ ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແຫນງ​ຕຳ່​​ແຜ່ນ​ຕັດຫຍິບ, ຈາກສະ​ພາບ​ນຳ​ໃຊ້​ວັດຖຸດິບ ​ຜະລິດ​ພາຍ​ໃນ​ປະ​ເທດ​​ແຕ່ 25-30%, ປະຈຸ​ບັນ ​ແມ່ນ​​ເກືອບ 50%. ຫນຶ່ງ​ໃນ​ບັນດາ​ວຽກ​ງານ​ສຳຄັນ​ຊື່​ງ​ຂະ​ແຫນງ​ຕຳ່​​ແຜ່ນ​ຕັດຫຍິບ ​ເອົາ​ໃຈ​ໃສ​່ທີ່​ສຸດ, ນັ້ນ​ແມ່ນ ຕອບ​ສະຫນອງຫລັກການ​ນຳໃຊ້​​​ເສັ້ນຝ້າຍ ຕາມ​ເນື້ອ​ໃນ​ການ​ເຈລະຈາ​ຂອງ TPP. ນີ້​ແມ່ນ​ວຽກ​ງານ​ຫຍຸ້ງຍາກ​ທີ່​ສຸດ, ​ແຕ່ Vinatex ຍັງ​ຄົງ​ຕັດສິນ​ໃຈ​ປະຕິບັດ, ​ເຖິງ​ວ່າ ຈຳນວນ​ເງິນ​ລົງທຶນ​​ເຂົ້າ​ບັນດາ​ໂຄງການ​ຜະລິດ​ວັດ​ຖຸດິບ​ແມ່ນຫລາຍ​ພໍ​ສົມຄວນ. ທ່ານ ​ເລ​ຕຽນ​ເຈື່ອງ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “ສັນຍາ​ການ​ຄ້າ TPP, ມາ​ຮອດ​ຈຸດ​ເວລາ​ນີ້ ​ແນ່ນອນ​ ວ່າ ຫລັກການ​ນຳໃຊ້​​ເສັ້ນຝາ້ຍ​ແມ່ນ​ສິ່ງ​ທີ່​ສຳຄັນ. ​ ຖ້າ​ຫາກ​ບໍ່​ມີ​ການ​ກະກຽມ​ວັດຖຸ​ດິບ​ເປັນ​ຢ່າງ​ດີ ການ​ ຍາກ​ຈະ​ໄດ້​ຊົມ​ໃຊ້ບຸລິມະສິດ​ພາສີ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ລົງທຶນ 12 ​ໂຄງການ​ຜະລິດ​ເສັ້ນຝ້າຍ ​ແລະ 9 ​ໂຄງການ​ຕຳ່​ແຜ່ນ. ​ຈຳນວນເງິນ​ລົງທຶນ​ໃຫ້​ໂຄງການ​ຜະລິດ​ເສັ້ນຝ້າຍ​ກໍ​ຫລາຍ​ກວ່າ​ເມື່ອ​ທຽບ​ໃສ່​​ໂຄງການຕຳ່​ແຜ່ນ. ”

        ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ບັນດາ​ໂຄງການ​ຕອບ​ສະຫນອງ​ຄວາມ​ຕ້ອງການກ່ຽວ​ກັບ​ວັດ​ຖຸດິບ, ກຸ່ມ​ບໍລິສັດ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ ພວມ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຍົກ​ສູງ​ຄວາມ​ຮັບ​ຮູ້, ​ເປັນ​ຕົ້ນ​ຄວາມ​ສາມາດ​ແກ້ງ​ແຍ້​ງຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ໃນ​ການ​ລົງທຶນ ຕອບ​ສະຫນອງ​ແຫ​ລ່ງວັດ​ຖຸດິບ ​ເມື່ອ​ຫວຽດນາມ ​ເຂົ້າ​ຮ່ວມ TPP. ທ່ານ ​ເດົ້າ​ແອ​ງຕວນ, ຫົວຫນ້າ​ຄະນະ​ກົດໝາຍ, ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ຖື​ວ່າ:

        “​ເປັນ​ທີ່​ຈະ​ແຈ້ງ​​ແລ້ວ​ວ່າ ບັນດາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ເຈລະຈາ TPP, ບັນດາ​ຫລັກການ​ນຳໃຊ້ວັດຖຸດິບນັບແຕ່​ເສັ້ນ​ຝ້າຍເປັນຕົ້ນໄປ ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ນັກ​ລົງທຶນຕ່າງປະເທດ.

ດັ່ງນັ້ນບັນດາວິສາຫະກິດຫວຽດນາມເອົາໃຈໃສ່ເຖິງບັນຫາ​ນີ້​ກວ່າ, ນັບ​ທັງ​ລະດັບ​ຄວາມ​ໄວ, ການ​ຄາດ​ຄະ​ເນຂອງ​ກຸ່ມ​ວິ​ສາ​ຫະກິດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນອ້ຍ.”

        ປີ 2014, ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ວາງ​ຈຸດໝາຍ​ລະດັບຈະ​ເລີ​ນ​ເຕີບ​ໂຕ ບັນລຸ​ກວ່າ 10%, ວົງ​ເງິ​ນສົ່ງ​ອອກ​ບັນລຸ 23 ຕື້ USD. ສະຫະ​ສະມາຄົມ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ ຖື​ວ່າ: ຕະຫລາດ​ສ່ົງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ ປີ 2014 ມີ​ຄວາມ​ສະດວກ​ຫລາຍ​ຢ່າງ, ​ເມື່ອ​ບັນດາ​ຕະຫລາດ​ສົ່ງ​ອອກຕົ້ນຕໍ​ຂອງ​ຫວຽດນາມ ຄື: ອາ​ເມ​ລິ​ກາ, ອີ​ຢູ, ຍີ່​ປຸ່ນ, ສ​ເກົາຫລີ … ຄາດ​ຄະ​ເນ​ວ່າ ຈະ​ບັນລຸ​ການ​ເຕີບ​ໂຕ​ສູງກ​ວ່າ. ການ​ເຈລະຈາສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ (TPP) ​ສຳ​ເລັດ​ຜົນ ຈະ​ນຳ​ມາ​ເຊິ່ງກາລະ​ໂອກາດ​ຫລາຍ​ຢ່າງ​ໃຫ້​ແກ່​ວິ​ສາ​ຫະກິດ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ