ສັນຍານເປັນຫນ້າຊື່ນຊົມຂອງຕະຫລາດອະສັງຫາລິມະຊັບໃນຕົ້ນປີ2014

(vovworld)-ສະພາບ​ຕະຫລາດ​ອະສັງຫາລິມະ​ຊັບ​ໃນ​​ເດືອນ​ຕົ້ນ​ປີ 2014 ນີ້​ແມ່ນ​ຕ່າງ​ກັບ​​ຄວາມ​ສະຫງົບ​ງຽບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ເມື່ອ​​ສະຖານ​ທີ່ຕິດ​ຕໍ່​ຄ້າຂາຍ​ອະສັງຫາລິມະ​ຊັບ​​ຕ່າງໆໃນບັນດາ​ນະຄອນ​ໃຫຍ່ຢູ່​ຫວຽດນາມ ມີ​ຄວາມຟົ​ດ​ຟື້ນຄືນ​ໃໝ່ ດ້ວຍ​ກຳລັງ​ຊື້​ເຮືອນ​ຢູ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ການ​ຟື້ນ​ຕົວ​ຂອງ​ພື້ນຖານ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​​ໃຫ້​ເຫັນ​ບັນດາ​ນະ​ໂຍບາຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ອະສັງຫາລິມະ​ຊັບ ດ້ວຍ​ບ້ວງ​ເງິນ​ຫນູນ​ຊ່ວຍ​ລວມມູນ​ຄ່າ 30.000 ຕື້​ດົງ​ຂອງ​ລັດຖະບານ ​​​​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ.

ສັນຍານເປັນຫນ້າຊື່ນຊົມຂອງຕະຫລາດອະສັງຫາລິມະຊັບໃນຕົ້ນປີ2014 - ảnh 1
ພາບປະກອບ:internet

        ວົງ​ການ​ຜູ້ຊື້​ຂາຍອະສັງຫາລິມະ​ຊັບຄາດ​ຄະ​ເນ​ວ່າ​ ປີ 2014 ແມ່ນ​ປີ​ເພີ່ມ​ຄວາມ​ສາມາດ​ຊຳລະ​ສຳລັບ​ຕະຫລາດອະສັງຫາລິມະ​ຊັບ, ​ເພາະວ່າ ຜ່ານ​ໄລຍະ​ທີ່ການຕິດຕໍ່​ຄ້າຂາຍອະສັງຫາລິມະ​ຊັບ​ຢ່າງ​ຊັກ​ຊ້າ​ນັ້ນ, ບັນດາ​ເຈົ້າ​ຂອງ​ລົງທຶນ​​ເຫັນ​ດີ​ຕັດ​​ແຍກ​ເນື້ອ​ທີ່​ດິນ​ຫລື​ຂາຍ​ດ້ວຍ​ລາຄາ​ເທົ່າ​ກັບ​ເງິນ​ລົງທຶນ​ໃນ​ເບື້ອງ​ຕົ້ນ​ເພື່ອ​ເກັບ​ເອົາ​ທຶນ​ຢ່າງ​ວ່ອງ​ໄວ. ພ້ອມ​ກັບ​ເລື່ອງ​ລັດຖະບານ​ສະຫນອງ​ບ້ວງ​ເງິນ​ຫນູນ​ຊ່ວຍ 30.000 ຕື້​ດົ່ງ, ​ໃນ​ນັ້ນ ຮຽກຮ້ອງ​​ທະນາຄານສະຫງວນ​ໃຫ້ຜູ້​ທຸກ​ຍາກ, ພະນັກງານ, ລັດຖະກອນ​ໄດ້​ກູ້​ຢືມ​ເງິນ​ເພື່ອ​ປັບປຸງ​ເຮືອນ​ຢູ່, ຊື້, ​ເຊົ່າ ຫລື​ເຊົ່າ​ຊື້ ​ໄດ້​ເຮັດ​ໃຫ້​ຄວາມ​ຕ້ອງການ​ເຮືອນ​ຢູ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ. ນັບ​ແຕ່​ຕົ້ນ​ປີ​ນີ້, ບັນດາ​ສະຖານ​ທີ່ຕິດ​ຕໍ່​ຄ້າຂາຍອະສັງຫາລິມະ​ຊັບຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈິ​ມີນ ​ໄດ້ມີ​ລູກ​ຄ້າ​ຫລາຍ​ຄົນ​ມາ​ຕິດ​ຕໍ່​ຄ້າຂາຍ. ທ່ານ​ນາງ ຫງວຽນ​ທິງຽບ, ບໍລິສັດ​ນາຍ​ໜ້າອະສັງຫາລິມະ​ຊັບ ດ້າຍອານ ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ຕົ້ນ​ປີ ຈຳນວນ​ລູກ​ຄ້າ​ມາ​ຕິດ​ຕໍ່​ຄ້າ​ຂາຍຢູ່​ຫ້ອງການ​ນັບ​ມື້​ນັບ​ຫລາຍ, ​ເພາະວ່າ ດ້ວຍ​ບັນດາ​ໂຄງການ​ທີ່​ພວມ​ປະຕິບັດ, ລູກ​ຄ້າ​​ໄດ້​ຊື້​ເຮືອນ​ຢູ່​ຕາມ​ຄວາມ​ຕ້ອງການ​ຂອງ​ຕົນ. ດ້ວຍ​ນະ​ໂຍບາຍ​ໃຫ້​ກູ້​ຢືມ​ບຸລິມະສິດ, ມີ​ຫລາຍ​ຄົນ​ບໍ່​ທັນ​ມີ​ເງິນ​ພຽງພໍ​​ແຕ່ກໍ​ສາມາດ​ຊື້​ໄດ້ ​​ແລະ ເມື່ອ​ມີ​ເງິນພຽງພໍ​ແລ້ວ ​ເຂົາ​ເຈົ້າຈະ​ຄ່ອຍໆ​​ເບີກຈ່າຍ.”

        ຄວາມ​ຈິງ​ໃຫ້​ເຫັນ​ວ່າ: ​ໃນ​ສະພາບ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ, ​ແຕ່​ເມື່ອ​​ຜັນ​ຂະຫຍາຍບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາ​ມຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ອະສັງຫາລິມະ​ຊັບ​, ​ເປັນ​ຕົ້ນ​ແມ່ນ​​ເລື່ອງ​ເຮັດ​ລະບຽບ​ການ ກູ້​ຢືມ​ເງິນ​ຢ່າງ​ງ່າຍດາຍ​, ​ໄດ້​​ເອື້ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ຊື້​ເຮືອນ​ຢູ່. ຕາມ​ນະ​ໂຍບາຍ​ໃຫ້​ກູ້​ຢືມ​ໃນ​ບ້ວງ​ເງິນ​ຫນູນ​ຊ່ວຍ 30.000 ຕື້​ດົ່ງ​ຂອງ​ລັດຖະບານ, ຜູ້​ຊື້​ເຮືອນ​ຢູ່​ສັງຄົມ ພຽງ​ເບີກ​ຈ່າຍ 20% ມູນ​ຄ່າ​ຂອງ​ເຮືອນ​ຢູ່​ເທົ່າ​ນັ້ນ, ຈຳນວນ​ເງິນ​ທີ່ຍັງ​ເຫລືອ​ແມ່ນ​ເບີກ​ຈ່າຍ​ຕາມ​​ແຕ່ລະໄລຍະ, ຕາມ​ຄວາ​ມຄືບ​ຫນ້າ​ຂອງ​ໂຄງການ. ​ໂດຍກຳ​ໄດ້​ກາລະ​ໂອກາດ​ດັ່ງກ່າວ, ມີ​ຫລາຍ​ຄົນ​​ໄດ້​ຕົກລົງ​ຊື້​ເຮືອນ​ຢູ່ ​ເພື່ອ​ຊົ​ມ​ໃຊ້ບຸລິມະສິດ​ດັ່ງກ່າວ. ​ເຖິງ​ວ່າ ​ສະ​ສົມ​ໄດ້​ຈຳນວນ​ເງິນ​ພຽງ 200 ລ້ານ​ດົ່ງ, ​ແຕ່​ອ້າຍ ຫງວຽນ​ວັນ​ຮ່າ ຍັງ​ຄົງ​ຕັດສິນ​ໃຈ​ຊື້​ເຮືອນ​ຢູ່ ​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ອັດຕາ​ດອກ​ເບ້ຍກູ້​ຢືມ​ເງິນ​ເພື່ອ​ຊື້​ເຮືອນ​ຢູ່​ຖືກ​ຫລຸດ​ລົງ​ຍັງ​ເຫລືອ 5% ​ແລະ ​​ໄລຍະ​ກູ້​ຢືມ​ອາດ​ຈະ​ແກ່ຍາວ​ແຕ່ 10-15 ປີ. ອ້າຍ ຫງວຽນ​ວັນ​ຮ່າ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຢາກ​ຊື້​ເຮືອນ​ຢູ່​ມາ​ແຕ່​ດົນ​ແລ້ວ, ​ແຕ່​ຕົ້ນ​ປີ​ນີ້​ຈຶ່ງ​ຕັດສິນ​ໃຈ​ຊື້ ​ແລະ ຄາດ​ວ່າ​ຈະ​ກູ້​ຢືມ​ປະມານ 70% ມູນ​ຄ່າ​ເຮືອ​ນຢູ່. ຂ້າພະ​ເຈົ້າ​ກໍ​ໄດ້​ຊອກ​ຮູ້​ບ້ວງ​ເງ​ິນຫນູນ​ຊ່ວຍ 30.000 ຕື້​ຂອງ​ລັດຖະບານ​​ແລ້ວ ຈຶ່ງ​ຕົກລົງ​ຊື້​ເຮືອນ​ຢູ່, ​ເພາະວ່າ ບັນດາ​ຜູ້​ທີ່​ມີ​ຄວາມ​ຕ້ອງການ​ຊື້​ເຮືອນ​ຢູ່​ຄື​ຂ້າພະ​ເຈົ້າ ລ້ວນ​ແຕ່​ຖື​ວ່າ ນີ້​ແມ່ນ​ກາລະ​ໂອກາດ​ດີ​ທີ່ສຸດ.”

        ປີ 2014, ວົງ​ການ​ຜູ້​ຊື້​ຂາຍອະສັງຫາລິມະ​ຊັບ ຕີ​ລາຄາ​ວ່າ ​ແມ່ນ​ປີ​ທີ່ຕະຫຼາດອະສັງຫາລິມະ​ຊັບ​ຟື້ນ​ຕົວ​ຄືນ​ໃຫມ່, ພິ​ເສດ​ສຳລັບ​ເຮືອນ​ຢູ່​ສັງຄົມ ​ແລະ ​ເຮືອນ​ຢູ່​​ໃຫ້​ແກ່​ຜູ້​ມີ​ລາຍ​ຮັບ​ຕຳ່ ດ້ວຍ​ລາຄາ​ສະ​ເລ່ຍຈາກ 700 ລ້ານ​ເຖິງ 1,5 ຕື້​ດົ່ງ ​ແມ່ນ​ມີ​ຫລາຍ​ຄົນ​ເລືອກ​ເຟັ້ນ ​ແລະ ພວມມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ທ່ານ ຈີ້​ງວັນ​ກວຽດ, ຜູ້ຊ່ຽວຊານ​ໃນຂົງ​ເຂດອະສັງຫາລິມະ​ຊັບ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຕະຫລາດອະສັງຫາລິມະ​ຊັບ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຜ່ານ​​ໄລຍະຢຸດ​ສະ​ງັກ​ແລ້ວ ​ແລະ ສະພາບ​ຕິດ​ຕໍ່​ຄ້າຂາຍ​ໄດ້​ຟື້ນ​ຕົວ​ຄືນ​ໃໝ່​ ດ້ວຍ​ຫລາຍ​ຄົນ​ຊື້​ຂາຍ​ເຮືອນ​ຢູ່​ສຳ​ເລັດ. ​ ການຊື້​ຂາຍ​ ບັນດາ​ໂຄງການ​ໃຫຍ່​ລະຫວ່າງ​ບັນດາວິ​ສາ​ຫະກິດນຳ​ກັນກໍ​ໄດ້​ດຳ​ເນີນ​ຄືນ​ໃໝ່. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ພື້ນຖານ​ເສດຖະກິດ​ເວົ້າ​ລວມ ​ແລະ ຕະຫລາດອະສັງຫາລິມະ​ຊັບ​ເວົ້າ​ສະ​ເພາະ ​ໄດ້​ມີ​ນະ​ໂຍບາຍ, ຍຸດ​ທະ​ສາດ ຢ່າງຖືກຕ້ອງ ​ແລະ ສິ່ງ​ສຳຄັນ​ກວ່າ ນັ້ນ​ແມ່ນ​ຜູ້​ໃຊ້​ສອຍ ຢາກ​ຊື້​ເຮືອນ​ຢູ່ ​​ໄດ້ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕະຫລາດອະສັງຫາລິມະ​ຊັບ.”

        ຕາມ​ການ​ສະຖິຕິ​ຂອງ​ກະຊວງ​ກໍ່ສ້າງ​ຫວຽດນາມ​ແລ້ວ, ປະ​ຈຸ​ບັນ ທັງ​ປະ​ເທດ ມີ 124 ​ໂຄງການ​ເຮືອນ​ຢູ່ ສັງຄົມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ດ້ວຍ​ການ​ກໍ່ສ້າງ​​ເຮືອນ​ຢູ່ ປະມານ 78.700 ຫລັງ. ດ້ວຍຄວາມ​ຕ້ອງການຫຼາຍ, ລາຄາຕຳ່, ​ ​ເຮືອນ​ຢູ່​ສັງຄົມ​ຍັງ​ຄົງ​ສືບ​ຕໍ່​ ​ໄດ້​ຮັບ ​ພັດທະນາ​ຢ່າງ​ແຮງ​ໃນ​ປີ​ນີ້.

        ລັດຖະບານ​ກໍ​ພວມ​ສຸມ​ໃສ່​ປະຕິ​ບັດ​ໄລຍະ 2 ​ໂຄງການ​ຫນູນ​ຊ່ວຍ​ເຮືອນ​ຢູ່​ໃຫ້​ແກ່​ຜູ້​ທຸກ​ຍາກ​​ ​ດ້ວຍ​ກ​ວ່າ 500.000 ຄອບຄົວ​ທີ່ທຸກ​ຍາກໄດ້​ຮັບ​ການ​ຫນູນ​ຊ່ວຍ​ແຫ​ລ່ງທຶນ. ລັດຖະບານ ຍັງ​ປະ​ຕິ​ບັດ​ບ້ວງ​ເງິນ​ຫນູນ​ຊ່ວຍ​ສະຫງວນ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີຄໍ່​ການ​ປະຕິວັດ ປະມານ 70.000 ຄົນ ຫລື ຄອບຄົວ​ທຸກ​ຍາກ 60.000 ຄອບຄົວ​ຢູ່​ເຂດ​ທາງ​ທິດ​ເຫນືອ​ພາກ​ກາງ ຊື່​ງ​ແມ່ນ​​ແຫ່ງທີ່​ເຄີຍ​ຖືກ​ປະສົບ​ກັບ​ພາຍຸ​ນຳ້​ຖ້ວມ. ນີ້​ກໍ​ແມ່ນ​ບັນດາ​ບາດກ້າວ​ບຸກທະລຸ​ເພື່ອ​ໃຫ້​ຕະຫລາດ​ອະສັງຫາລິມະ​ຊັບ​ໃນ​ປີ​ນີ້​ຟື້ນ​ຕົວ​ຄືນ​ໃຫມ່ ສ້າງ​ທ່າ​ຟື້ນ​ຟູ ​​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ.

ຂ່າວ/ບົດ​ອື່ນ