ຮ່າໂນ້ຍ ຖືຄຸນນະພາບໂຄງການ ທີ່ມີເງິນລົງທຶນຂອງຕ່າງປະເທດ ເປັນສຳຄັນ

(vovworld) - ຕາມ​ກົມ​ສະຖິຕິ​ນະຄອນ ຮ່າ​ໂນ້ຍ ​ແລ້ວ,​​ໃນ​ໄຕມາດ 1/2012,​ ນະຄອນຫລວງ ຮ່າ​ໂນ້ຍ ​ດຶງ​ດູດ​​ໂຄງການທີ່​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ  ຫລື FDI ໄດ້ 39 ​ໂຄງການດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເກືອບ 120 ລ້ານ USD, ກ່ຽວ​ກັບ​ຈຳ​ນວນ​ໂຄງການ​​ແມ່ນເພີ່ມ​ຂຶ້ນ 2%  ​ແລະ ​​ເງິນ​ລົງທຶນ​ເພີ່ມຂຶ້ນ​ທົບ 5,9 ​ເທົ່າ ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ແມ່ນ​. ຈຸດ​ເດັ່ນ​ໃນ​ການ​ດຶງ​ດູດ​ທຶນ FDI ຂອງ​ນະຄອນ ຮ່າ​ໂນ້ຍ ​ໃນ​ໄລຍະ​ຕົ້ນ​ປີ ນັ້ນ​ແມ່ນ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ຄຸນ​ນະພາ​ບ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ໂຄງການ​ລົງທຶນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ໂຄງການ FDI ກ່ຽວ​ກັບ​ເທັກ​ໂນ​ໂລ​ຊີ ​ແລະ ການ​ຄຸ້ມ​ຄອງ, ປະ​ກອບ​ສ່ວນ​ຊຸກຍູ້​ແຫ​ລ່ງກຳລັງ​ພາຍ​ໃນ ​ແລະ ​ການ​ເຕີບ​ໂຕ​ລວມຂອງ​ພື້ນຖານ​ເສດຖະກິດ​ນະຄອນຫລວງ​ຮ່າ​ໂນ້ຍ.

ຮ່າໂນ້ຍ ຖືຄຸນນະພາບໂຄງການ ທີ່ມີເງິນລົງທຶນຂອງຕ່າງປະເທດ ເປັນສຳຄັນ - ảnh 1
ເຂດອຸດສາຫະກຳແຫ່ງຫນຶ່ງຢູູ່ ຮ່າໂນ້ຍ
ພາບປະກອບ: internet

        ຕາມ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ, ​ເລື່ອງ​ກະ​ແສ​ທຶນ FDI ​ທີ່​ລົງທຶນເຂົ້າ​ນະຄອນ ຮ່າ​ໂນ້ຍ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ໄຕ​ມາດ 1/2012 ນັ້ນ​ແມ່ນ​ສັນຍານ​ອັນຕັ້ງຫນ້າ, ​ເປັນ​ຕົ້ນ​ແມ່ນ​ໃນ​ສະພາບ​ເສດຖະກິດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ທ່ານ Nguyen Van Tu ຮອງຫົວຫນ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ຮ່າ​​ໂນ້ຍ ພວມ​ຢືນ​​ໃນ​ຈຳນວນ 3 ​ນະຄອນນຳ​ຫນ້າກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ. ປະຈຸ​ບັນ ຮ່າ​ໂນ້ຍ ມີ​ 2.250 ​ໂຄງການ​ຍັງ​ມີ​ຜົນ​ສັກສິດ ດ້ວຍ​ຍອດ​ຈຳນວນ​ທຶນຈົດ​ທະບຽນ​ປະມານ 22 ຕື້ USD. ​ໃນ​ນັ້ນ ປີ 2011 ຜ່ານ​ມາ ​ແມ່ນ​ປີ​ທີ່​ການ​ດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ປະສົບຜົນສຳ​ເລັດ​ພໍ​ສົມຄວນ ດ້ວຍ​ປະມານ 300 ​ໂຄງການ, ລວມຍອດ​ຈຳ​ນວນ​ ທຶນ​ໝັ້ນ​ໝາຍ​ແມ່ນ 1.5 ຕື້ USD, ​ເພີ່ມຂຶ້ນ​ທົບ 1,75 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2010. ນັ້ນ​ແມ່ນ​ຕົວ​ເລກ​ທີ່​ຍັງຈຳກັດ​ຢູ່​ເມື່ອ​ທຽບ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ​ແຕ່​ມັນ​ມີ​ຄວາມ​ໝາຍ​​ໃນ​ສະພາບ​ເສດຖະກິດ​ໂລກ​ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ​ໃນ​ຂະນະ​ທີ່ການ​ດຶງ​ດູດ​ການ​ລົງທຶນ​ຢູ່​ຫລາຍ​ທ້ອງ​ຖິ່ນ​ຖືກຫລຸ​ດລົງຢ່າງ​ແຮງ.”

        ມາ​ຮອດ​ປະຈຸ​ບັນ, ​ໂຄງການ FDI ທີ່​ມີ​ຂອບ​ຂະຫນາດ​​ໃຫຍ່ຈຳນວນ​ຫນຶ່ງ​ຢູ່ ຮ່​າ​ໂນ້ຍ ​ໄດ້​ອອກ​ໜັງສື​ອະນຸຍາດ​​ໃຫ້​ລົງທຶນ ຫລື ​ໄດ້​ເພີ່ມຈຳນວນ​ທຶນຂຶ້ນ​ຄື: ​ໂຄງການ​ເຂດ​ຕົວ​ເມືອງ C2 Hoang Mai (ລວມ 262 ລ້ານ  USD), ​ໂຄງການ​ກິດຈະກຳ​ບຳບັດ​ນ້ຳ​ເສຍ Yen So ດ້ວຍ​ຈຳນວນ​ເງິນ​ລົງທຶນ 322 ລ້ານ USD, ສູນ​ການ​ຄ້າ Ha Dong Plaza ດ້ວຍ​ຈຳນວນ​ເງິນ​ລົງທຶນ 23,3 ລ້ານ USD, ​ໂຄງການ​ຮ່ວມ​​ດຳ​ເນີນ​ທຸລະ​ກິດ Vietnam Mobille ​ເພີ່ມ​ຂຶ້ນ 383 ລ້ານ USD ຫລື ​ໂຄງການ Panasonic VietNam ​ເພີ່​ມຂຶ້ນ 32 ລ້ານ USD. ວັນ​ທີ 23/3 ຜ່ານ​ມາ, ບໍລິສັດ​ຫຸ້ນ​ສ່ວນ​ລົງທຶນ ​ແລະ ພັດທະນາ N&G (N&G Corp ​) ແລະ Shimizu Corp ຂອງ​ຍີ່​ປຸ່ນ ​ໄດ້​ລົງ​ນາມ​ໃນ​​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ກໍ່ສ້າງ ​ແລະ ພັດທະນາ​ເຂດ​ອຸດສາຫະກຳ​ສຳຮອງ​​ແຫ່ງທຳ​ອິດ​ຢູ່ ຮ່າ​ໂນ້ຍ (HANSSIP) ​ແລະ ​ເຂດ​ຕົວ​ເມືອງ​ບໍລິການ, ​ເຮືອນ​ຢູ່​ໃຫ້​ແກ່​ກຳມະກອນ ບົນ​ພື້ນຖານ​ເປີດ​ກວ້າງ​ເຂດ​ອຸດສາຫະກຳ Dai Xuyen ຢູ່​ເມືອງ Phu Xuyen ນະຄອນ ຮ່າ​ໂນ້ຍ ດ້ວຍ​ຍອດ​ເງິນ​ລົງທຶນ​ເກືອບ 1 ຕື້ USD. ​ເລື່ອງ​ຜັນ​ຂະຫຍາຍ​ໂຄງການ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ​ຂອງ​ຍີ່ປຸ່ນ ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ອຸດສາຫະກຳ​ສຳຮອງ​ຢູ່ ຫວຽດນາມ, ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ພາຍ​ໃນ. ​ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ດຶງ​ດູດ​ທຶນ FDI ​ໃນ​ໄລຍະ​ຜ່ານ​ມາ, ດອກ​ເຕີ Nguyen Minh Phong ຜູ້​ຊ່ຽວຊານ​ເສດຖະກິດ ສັງກັດ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດ ສັງຄົມ ຮ່າ​ໂນ້ຍ ຖື​ວ່າ: ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ​ກ່ອນ, ຈຳນວນ​ທຶນ FDI ຈົດ​ທະບຽນ ​ແລະ ປ່ອ​ຍ​ເງິນ ​​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ສັນຍານ​ອັນ​ຕັ້ງຫນ້າ​ຫລາຍ​ຢ່າງ. ກ່ຽວກັບ​ອົງ​ປະກອບ​ທຶນ FDI ​​ໄດ້​ມີ​ການ​ປ່ຽນ​ແປງ​, ​ຫລາຍ​ໂຄງການ​ກ່ຽວ​ກັບຂົງ​ເຂດອຸດສາຫະກຳ ​ແລະ ບາງ​ຂົງ​ເຂດ​ໃນ​ກະສິກຳ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫລາຍ​ກວ່າ. ​ເປັນ​ຫນ້າ​ສົນ​ໃຈ​ນັ້ນແມ່ນ​ບັນດາ​ໂຄງການ FDI ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ໄດ້​ມີ​ການ​ຫັນ​ທິດ​ຢ່າງ​ແຮງ​ກ່ຽວ​ກັບດ້ານ​ຄຸນ​ນະພາ​ບ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງບັນດາ​ໂຄງການສຳຄັນ​ທີ່ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ, ບັນດາ​ໂຄງການ​ອຸດສາຫະກຳ​ສຳຮອງ, ​ໂຄງການ​ກ່ຽວ​ກັບ​ເທັກ​ໂນ​ໂລ​ຊີ ​ແລະ ບົດຮຽນ​ໃນ​ການ​ຄຸ້ມ​ຄອງ ​ເພື່ອ​ປະກອບສ່ວນ​ພັດທະນາ​ວິ​ສາ​ຫະກິດ​ພາຍ​ໃນ, ສົ່ງ​ເສີມ​ຕະຫລາດ​ພາຍ​ໃນ​ປະ​ເທດ. ນະຄອນ ຮ່າ​ໂນ້ຍ ກໍ​ວາ​ງ​ແຜນ​ນະ​ໂຍບາຍ​ຫລຸດຜ່ອນ​ບັນດາ​ໂຄງການ​ກ່ຽວ​ກັບ​ອະສັງຫາລິມະ​ຊັບ, ບັນດາ​ໂຄງການ​ທີ່​ມີ​ລັກ​ສະ​ນະ​ຜະລິດ​ຊິ້ນ​ສ່ວນ, ຕິດ​ຕັ້ງ. ປີ 2012,  ຮ່າ​ໂນ້ຍ​ໄດ້​ວາງ​ຄາດໝາຍ​ຈະ​ດຶງ​ດູດ​ທຶນ FDI ປະມານ 1,5 ຕື້ USD ​ເທົ່າ​ກັບ​ລະດັບ​ຂອງ​ປີ 2011, ​ເພາະວ່າ ຕາມ​ການ​ຮັບ​ຮູ້​ຂອງ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ,​ ປີ 2012 ສະພາບ​ການ​ເສດຖະກິດ​ໂລກ ​ແລະ ພາຍ​ໃນ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ພິ​ເສດ ​ໃນ​ສະພາບ​ທີ່ລັດຖະບານ​ມີ​ແຜນ​ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່, ນະຄອນ ຮ່າ​ໂນ້ຍ ກໍ​ມີ​ແຜນ​ນະ​ໂຍບາຍ​ກວດກາ​ຄືນ​ບັນດາ​ໂຄງການ​ບໍ່​ມີ​ປະສິດທິ​ຜົນ ​ແລະ ພ້ອມ​ກັບ​ລັດຖະບານ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ນັບ​ທັງ​ຢູ່​ລະດັບ​ມະຫາ​ພາກ ​ແລະ ຈຸ​ລະ​ພາກ ​ເພື່ອ​ສ້າງ​ທຸກເງື່ອນ​ໄຂດຶງ​ດູດ​ບັນດາ​ໂຄງການ FDI ຢ່າງ​ໝັ້ນ​ຄົງ. ດອກ​ເຕີ Nguyen Minh Phong ຖື​ວ່າ:

        “ສິ່ງ​ທຳ​ອິດ​​ແມ່ນຕ້ອງ​ມີ​ສະພາບ​ແວດ​ລ້ອມ, ລະບອບ​ທີ່ດີ ​ແລະ ​ເໝາະ​ສົມ​ກັບ​ຄຳ​ໝັ້ນ​ສັນຍາ​ໃນການ​ເຊື່ອມ​ໂຍງ, ​ສອດຄ່ອງ​ກັບ​ລະບຽບ​ລວມ, ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ. ທີ​ສອງ​ແມ່ນ ຕ້ອງ​ວາງ​ແຜນ​ກຳນົດ​ຢ່າງ​ແທ້​ຈິງ, ມີ​ການ​ກຳນົດ​ທິດ​ໃນ​ການ​ດຶງ​ດູດ​ທຶນ FDI ຢ່າງ​ເປັນ​ປົກກະຕິ ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ອຸ່ນ​ອ່ຽນ​ໃຈ. ທີ​ສາມ ​ແມ່ນ​ຕ້ອງສ້າງ​ເງື່ອນ​ໄຂ​ພື້ນຖານ​ໂຄງ​ລ່າງ​​ໃນເບື້ອງ​ຕົ້ນ. ນອກ​ນັ້ນ ຕ້ອງ​ເອົາ​​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ກາ​ນພັດທະນາ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ເພື່ອ​ໃຫ້​ວິ​ສາ​ຫະກິດທີ່​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດມີ​ບັນດາ​ຄູ່​ຮ່ວມ​ມື​ຈັດ​ແບ່ງ​ວຽກ​ງານ, ຂັ້ນ​ຕອນ​ເພື່ອ​ຜະລິດ​ຜະລິດ​ຕະພັນ​ສັງ​ລວມ.”

        ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ຢູ່​ໃນ​ລະດັບ​ມະຫາ​ພາກ, ນະຄອນ ຮ່າ​ໂນ້ຍ ຈະ​ພ້ອມ​ກັບ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສ້າງ​ເງື່ອນ​ໄຂສະດວກ​ທີ່​ສຸດ​​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ໃຫມ່ ​ແລະ ​ເປີດ​ກວ້າງ​ຜະລິດ​ຕະພັນ​ຢູ່ ຮ່າ​ໂນ້ຍ. ວຽກ​ງານ​ປະຕິ​ຮູບ​ດ້ານ​ບໍລິຫານ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຂ້ຽວຂາດ ​ເພື່ອ​ຫລຸ​ດຜ່ອນ​ລາຍ​ຈ່າຍ​​ໃຫ້​ຕ່ຳ​ສຸດ ​ແລະ ​ເວລາ​ໃຫ້​ແກ່​ວິ​ສາ​ຫະກິດ ພ້ອມ​ກັນ​ນັ້ນ​ ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ. ພ້ອມ​ກັບ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່,​ ນະຄອນ ​ຮ່າ​ໂນ້ຍ ​ໄດ້ ​ແລະ ພວມ​ສ້າງ​ທີ່​ຕັ້ງທີ່​ດີ​ເພື່ອ​ຮັບ​ກະ​ແສ​ທຶນ FDI ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ​ຂອງ​ນະຄອນຫລວງ ​ແລະ ທັງ​ປະ​ເທດ ​ແບບ​ຍືນ​ຍົງ.

​ນັກ​ຂ່າວໂຕ​ຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ