ຮ່າໂນ້ຍສ້າງບາດກ້າວບຸກທະລຸໃນການປະຕິຮູບດ້ານການບໍລິຫານເພື່ອດຶງດູດການລົງທຶນ

(vovworld) - ຍູ້​ແຮງ​ການ​ເຄື່ອນ​ໄຫ​ວ​ສົ່ງ​ເສີມ, ປັບ​ປຸງ​ສະ​ພາບ​ແລດ​ລ້ອ​ມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ເພື່ອ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ, ພິ​ເສດ​ແມ່ນ​​ແຫຼ່ງເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI), ແມ່ນ​ບຸ​ລິ​ມະ​ສິດ​​ແຖວ​ໜ້າ ເພື່ອ​ແນ​ໃສ່​ສ້າງ​ກຳ​ລັງ​ແ​ຮງ​ໃຫ້​​ເສດ​ຖະ​ກິດ​​ຂອງນະ​ຄອນ​ຫຼວງ​ໃນ​​ໄລ​ຍະ​ຈະ​ມາ​ເຖິງ. ນີ້​ກໍ່​ແມ່ນ​ສານ​ເຊິ່ງ​ການ​ນຳ​ນະ​ຄອນ​ຮ່າ​ໂນ້ຍ ຢືນ​ຢັນ​ທີ່ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂົ້າ​ຮ່າ​ໂນ້ຍ ທີ່​ຫາກ​ໍ​ດຳ​ເນີນຢ​ູ່​ຮ່າ​ໂນ້ຍ.


ຮ່າໂນ້ຍສ້າງບາດກ້າວບຸກທະລຸໃນການປະຕິຮູບດ້ານການບໍລິຫານເພື່ອດຶງດູດການລົງທຶນ - ảnh 1
(ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂົ້າ​ຮ່າ​ໂນ້ຍ)

​ນັບ​ແຕ່​ຕົ້ນ​ປີ 2016 ມາ​ຮອດ​ປະ​ຈຸ​ບັນ, ຍາມ​ໃດ​ຮ່າ​ໂນ້ຍ ກ​ໍນຳໜ້າ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ດຶງ​ດູ​ດ​ເງິນ​ລົງ​ທຶນ. ໄລ​່ຮອດ​ທ້າຍ​ເດືອນ 05/2016, ຮ່າ​ໂນ້ຍ ໄດ້​ດຶງ​ດູດ​ເງິນ​ລົງ​ທຶນຕ່າງ​ປະ​ເທດ​ທີ່​ຈົດ​ທະ​ບຽນ​ໃໝ່​ຕື່ມ​ອີກ 1,6 ຕື້ USD, ເພີ່ມ​ຂຶ້ນ​ທົບ 3 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ກ່ຽວ​ກັນ​ ແລະ ​ຫຼາຍທົບ 1,5 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2015. ​ຈຳ​ນວນ​ໂຄງ​ການ​ທີ່​ໄດ້​​ຮັບອະ​ນຸ​ມັດລົງ​ທຶນ ແລະ ໄດ້​ຮັບໜັງ​ສື​ຢັ້ງ​ຢື​ນ​ຈົດ​ທະ​ບຽນ​ລົງ​ທຶນ​ກໍ​ເພີ່ມ​ຂຶ້​ນ 3 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015, ດ້ວຍຍອດ​ເງິນ​ລົງ​ທຶນ​ເພີ່ມ​ຂຶ້ນກວ່າ 2,4 ເທົ່າ. ໃນ​ໄລ​ຍະ​ຜ່ານ​ມາ, ນະ​ຄອນ​ຮ່າ​ໂນ້ຍ ໄດ້​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ແລະ ບັນ​ລຸ​ໄດ້​​ໝາກ​ຜົນ​ເປັນ​ໜ້າ​ຊົມ​ຊື່ນໃນ​ເບື້ອງ​ຕົ້ນ. ປະ​ຈຸ​ບັນ, ຮ່າ​ໂນ້ຍ ພວມ​ຢືນ​ອັນ​ດັບ​ທີ 24 ໃນ​ຈຳ​ນວນ 63 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນດຳ​ເນີນ​ທຸ​ລະ​ກິດ. ຄຽງ​ຂ້າງເລື່ອງ​ຍູ້​ແຮງວຽກ​ງານ​ສົ່ງ​ເສີມ​ການ​ລົງ​ທຶນ, ຮ່າ​ໂນ້ຍ ພວມ​ຍູ້​ແຮງ​ການ​ປະ​ຕ​ິ​ຮູບ​​ດ້ານ​ບໍ​ລິ​ຫານ ເພື່ອ​ແນ​ໃສ່​​ແກ້​ໄຂ​ຄວາມ​ຫຍຸ​້ງ​ຍາກ​ໃຫ້​ບັນ​ດາ​​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ລະ​ບ​ຽບ​ການ​ບໍ​ລິ​ຫານ​ກ່ຽວ​ກັບ​ດ້ານ​ພ​າ​ສີອາ​ກອນ, ປະ​ກັນ​ສັງ​ຄົມ, ທີ່​ດິນ, ການ​ບ​ຸກ​ເບີກ​ໜ້າ​ພຽ​ງ. ມີ​​ນັກ​ລົງ​ທຶນ​ຫຼາຍ​ຄົນ ແລະ ວິ​ສາ​ຫະ​ກິດ​​ໄດ້​ຖື​ວ່າ: ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ຢ່າງ​ແຮງ​ກ່ຽວ​ກັບ​ການ​​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ​ຮ່າ​ໂນ້ຍ​ທີ່ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຄັ້ງ​ນີ້ ຈະ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ ແລະ ຮ່າ​ໂນ້ຍ ພ້ອ​ມ​ກັນ​ພັດ​ທະ​ນາ. ທ່ານ​ນາງ ຫງວຽນ​ທິຫງວຽດເຮື່ອງ, ປະ​ທານ​ສະ​ພາບ​ໍ​ລິ​ຫານ ບໍ​ລິ​ສັດ​ຫຸ້​ນ​ສ່ວນ​ລົງ​ທຶນ PNG Holldings ຫວຽດ​ນາມ, ສະ​ເໜີ​ວ່າ.

        “​ຂ້​າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ​ເວ​ລາ​ເຮັດ​ລະ​ບ​ຽບ​ການ​ບໍ​ລິ​ຫານຂະ​ຫຼຸດລົງ​ເຄິ່ງ​ໜຶ່ງ. ແລະ ເມື່ອ​ເວ​ລາ​ເຮັດ​​ລະ​ບຽບ​ການ​ບໍ​ລິ​ຫານ​ແລ້ວ, ​ໝາຍ​ຄວາມ​ວ່າ​​ມັນ​ໄດ້​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ປະ​ຢັດ​ລາຍ​ຈ່າຍ​ໃນການ​ລົງ​ທຶນ ແລະ ສ້າງ​ແຫຼ່ງລົງ​ທຶນ​ໃໝ່​”.


ຮ່າໂນ້ຍສ້າງບາດກ້າວບຸກທະລຸໃນການປະຕິຮູບດ້ານການບໍລິຫານເພື່ອດຶງດູດການລົງທຶນ - ảnh 2
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: tienphong)

ໃນ​ໄລ​ຍະ 2016 – 2020, ຮ່າ​ໂນ້ຍ ໄດ້​ວາງ​ຄາດ​ໝາຍ​ສູ້​ຊົນ​ຢືນ​ແຖວ​ໜ້າ​ກ່ຽວ​ກັບ​ກ​ານ​ດຶງ​ດູດ​ເງິນ​ລົງ​ທຶນ. ເພື່ອ​ປະ​ຕິ​ບັດ​ຄາດໝາຍ​ດັ່ງ​ກ່າວ​ໃຫ້​ໄດ້, ທ່ານ ຫງວຽນ​ດຶກ​ຈຸງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ, ຮ່າ​ໂນ້ຍ ຈະ​ນຳ​ໜ້າ​​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ, ຕາມ​ທິດ​​ໂ​ປງ​ໄສ, ສະ​ດວກ​ສະ​ບາຍ ທັນ​ສະ​ໄໝ, ສະ​ໜິດ​ສະ​ໜົມ ແລະ ມີ​ວິ​ຊາ​ການ. ​ກໍ່​ສ້າງ​ອຳ​ນາດ​ການ​ປົກ​ຄ​ອງ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ, ອຳ​ນາດ​ການ​ປົກ​ຄອງ​ຈະສ້າງຄວາມ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​​ດຳ​ເນີນ​ອາ​ຊີບ. ການ​ນຳ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ກໍ​ຢືນ​ຢັນ​ວ່າ, ຈະ​ນຳ​ໃຊ້​ເວ​ລາ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ ເພື່ອ​ຮອງ​ຮັບ, ​ໝູນໃຊ້​ບັນ​ດາ​ແຫຼ່ງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ນະ​ຄອນ​​ໃຫ້ມີ​ປະ​ສິດ​ທິ​ຜົນ. ທ່ານ ຫງວຽນ​ດຶກ​ຈຸງ ຊີ້​ແຈ້ງວ່າ.

        “ຮ່າ​ໂນ້ຍ ຈະ​​​ດຳ​ເນີນການ​ປະ​ຕິຮູບ​ລະ​ບຽບ​ການ​ບໍ​ລິ​ຫານ​ຢ່າງ​ແຮງ, ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ​ມີ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສະ​ໜອງ​ໜັງ​ສືອ​ະ​ນຸ​ຍາດ​ລົງ​ທຶນ​ໃຫ້​ບັນ​ດາວ​ິ​ສາ​ຫະ​ກິດ. ນະ​ຄອນ​ໄດ້, ພວມ​ ແລະ ຈະປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ອົງ​ການ​ຈັດ​ຕັ້ງ​​ຮາກ​ຖານ, ​ພະ​ແນກ, ຂະ​ແໜງການ​ທັງ​ໝົດ​ຄືນ​ໃໝ່. ພວກ​ຂ້າ​ພະ​ເຈົ້າ​ສ້າງ​ບັນ​ດາ​ກົດ​ລະບຽບ, ຂັ້ນ​ຕອນ​ບົນ​ຈິດ​ໃຈ​ຫຼຸດ​ຜ່ອນ​​ເວ​ລາ​ເຮັດ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ​ອອກ​ໜັງ​ສື​ອະ​ນຸ​ຍາດ. ປັບ​ປຸງ​ແບບ​ແຜນ​ເຮັດ​ວຽກ​, ພິ​ເສດ​ແມ່ນ​ວິ​ທີ​ເຮັດ​ວຽກ​ຂອງ​ທັງ​​ກົງ​ຈັກບໍ​ລິ​ຫານ, ເພື່ອ​ແນ​ໃສ່​ກ້າວ​ໄປ​ເຖິງ​ການ​ປະ​ຕິ​ບັດ​ທຸກ​ລະ​ບຽ​ບ​ການ​ບໍ​ລິ​ຫານ​ຜ່ານ​ປະ​ຕູ​ດຽວ”.

        ນັບ​ແຕ່​ເດືອນ 06 ນີ້, ນະ​ຄອນ​ໄດ້​ສ້າງກອງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​​ດຳ​ເນີນ​ອາ​ຊີບ, ປະ​ກາດ​ໃຊ້​ກົນ​ໄກ​ສົ່ງ​ເສີມ​ຄອ​ບ​ຄົ​ວ​ດຳ​ເນີນ​ທຸ​ລະ​ກິດ, ຈົດ​ທະ​ບຽນ​ການ​ເຄື່ອນ​ໄຫວ​​ດຳ​ເນີນ​ທຸ​ລະ​ກິດຖືກ​ຕາມ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ສູ້​ຊົນ​ຮອດ​ປີ 2020 ນະ​ຄອນ​ຈະ​ມີ​ວິ​ສາ​ຫະ​ກິດ​ສ້າງ​ໃໝ່​ກວ່າ 200.000 ແຫ່ງ. ເພື່ອ​ຫັນ​ວຽກ​ງານ​​ປະ​ຕິ​ຮູບ​ດ້ານບໍ​ລິ​ຫານ​​ເປັນລະ​ອຽດ, ຮ່າ​ໂນ້ຍ ໄດ້​ປະ​ຕິ​ບັດ​ການ​ຫຼຸດ​ເວ​ລາ​ຈົດ​ທະ​ບຽນ​ສ້າງ​ຕັ້ງ​ໃໝ່​ໃຫ້​ວິ​ສາ​ຫະ​ກິດ ຜ່ານ​ອີນ​ເຕີ​ແນັດ ພຽງ​​ແຕ່ໃຊ້​ເວ​ລາ 2 ວັນ​ເທົ່າ​ນັ້ນ, ຫຼຸດ​ລົງ 1 ວັນ​ເມື່ອ​ທຽບ​ໃສ່​ຂໍ້​ກຳ​ນົດ. ສຳ​ລັບ​ວິ​ວັດ​ການ​ແລກ​ປ່ຽນ​ຜ່ານ​ອີນ​ເຕີ​ແນັດ, ປະ​ຕິ​ບັດ​ການ​ເຊື່ອມ​ຕໍ່​ກ່ຽວ​ກັບ​​ໜັງ​ສື່ຢັ້ງ​ຢືນຈົດ​ທະ​ບຽນ​ດຳ​ເນີນ​ທ​ຸລະ​ກິ​ດ, ​ແມ່ນຫຼຸດ​ລະ​ບ​ຽບ​ການ​ບໍ​ລິ​ຫານ​ກ່ຽວ​ກັບ​ການ​ລົງ​ທຶນ​ລົງ 40%, ການແຈ້ງ​ເສຍ​ພາ​ສີ​ຜ່ານ​ອີນ​ເຕີ​ແນັດ​ບັນ​ລຸໄ​ດ້ 100%, ຫຼຸດ​ຜ່ອ​ນ​ເວ​ລາ​​ເຮັດ​ລະ​ບຽບ​ການບຸກ​ເບີກ​ໜ້າ​ພຽງ.

        ດ້ວຍ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ດຶງ​ດູດ​ທຸກ​ແຫຼ່ງ​ກຳ​ລັງ​ໃນ​ການ​ລົງ​ທຶນ​ພັດ​ທະ​ນາ, ມາ​ຮອດ​ປະ​ຈຸ​ບັ​ນ ໄດ​້​ມີ 70 ນັກ​ລົງ​ທຶ​ນ​ຈົດ​ທະ​ບຽນ​ເຂົ້າ​ 52 ໂຄງ​ການ​ຮ​ຽກ​ຮ້ອງ​ການ​ລົງ​ທຶນ ໂດຍ​ນະ​ຄອ​ນ​ຍົກ​ອອກ​ມາ. ໃນ​ນັ້ນ​ມີ​ຫຼາຍ​ໂຄງ​ການ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ຄື: ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ລະ​ບົບ​ຄົມ​ມະ​ນາ​ຄົມ, ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ໂທ​ລະ​ຄົມ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ​່າວ​ສານ, ລະ​ບົບ​ລະ​ບາ​ຍ​ນ້ຳ, ກໍ່​ສ້າງ​ບັນ​ດາ​ໂຮງ​ໝ​ໍ​ທີ່​ມີ​ຄຸນ​ນະ​ພາບ​ສູງ…

        ໃນ​ຂົງ​ເຂດດ​ຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ຄິດ​ໄລ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ຍອດ​​ເງິນ​ລົງ​ທຶ​ນ FDI ​ທີ່ລົງ​ທຶນ​ເຂົ້າ​ຮ່າ​ໂນ້ຍ​ບັນ​ລຸກວ່າ 22,3 ຕື້ USD, ດ້ວຍ​ໂຄງ​ການ​ລົງ​ທຶນກວ່າ 2.723 ແຫ່ງ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ທີ່​ມາ​ຈາກ 65 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ຮ່າ​ໂນ​້ຍ ໄດ້ ແລະ ພວມ​ນຳ​ໃຊ້​ກາ​ລະ​ໂອ​ກາດ, ທ່າ​ແຮງ​​ເປັນໃຈ​ກາງ​​ຜະ​ລິດ ແລະ ​ການຄ້າ​ແລກ​ປ່ຽນ​ຕົ້ນ​ຕ​ໍ່​ຂອງ​ເຂດ​ພາກ​ເໜືອ, ເພື່ອປ່ຽນ​ທິດ, ດຶງ​ດູດ​ແຫຼ່ງ​ເງິນ​ລ​ົງ​ທຶນ​ເຂົ້າ​ໃນ​ຂົ​ງ​ເຂດ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ໃຊ້​ພູມ​ປັນ​ຍາ​ສູງ. ແຜນ​ນະ​ໂຍ​ບາຍ​ຂອງ​ຮ່າ​ໂນ້ຍ ແມ່ນ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມືກັບ​ບັນ​ດາ​ນັກ​ລົງ​ທຶນ​​ເພື່ອພ້ອມ​ກັ​ນ​ພັດ​ທະ​ນາ, ນຳ​ຮ່າ​ໂນ້ຍ ​ກາ​ຍ​ເປັນ​​ສະ​ຖານ​ທີ່​ລົງ​ທຶນ​ທີ່​ປອດ​ໄພ ແລະ ບັນ​ລຸ​ຜົນ​ສຳ​ເລັດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າ​ງ​ປະ​ເທດ​ຢ່າງ​ແທ​ດ​ຈິງ.

ຂ່າວ/ບົດ​ອື່ນ