ໂຄງການກ່ັນນ້ຳມັນ ງີເຊີນ ປະກອບສ່ວນຮັບປະກັນພະລັງງານແຫ່ງຊາດ

(vovworld)-​ໂຄງການ​ກັ່ນ​ນ້ຳມັນ ງີ​ເຊີນ, ​ເຂດ​ເສດຖະກິດ ງີ​ເຊີນ - ​ແຂວງ ​ແທງ​ຮວາ ຫາ​ກໍ​ເລີ່​ມລົງມື​ກໍ່ສ້າງ​ເມື່ອ​ວັນ​ທີ 23/10/2013, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 9 ຕື້ USD, ນີ້​ແມ່ນ​ໂຄງກາ​ນລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ​ເລື​່ອງ​ລົງມື​ກໍ່ສ້າງ​ໂຄງການ​ຈຸດ​ສຸມ​ນີ້ ກໍ​ຄື​ການ​ດຶງ​ດູດ​ທຶນ FDI 15 ຕື້ USD ​ ໃນ 9 ​ເດືອນ​ຜ່ານ​ມາຂອງທັງ​ປະ​ເທດ​, ​ແມ່ນລື່ນ​ກາຍ​ຄາດຫມາຍ​ທີ່ໄດ້ວາງ​ອອກ, ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ຍັງ​ຄົງ​ແມ່ນ​ສະຖານ​ທີ່​ດຶງດູດ​​ນັກ​ລົງທຶນ. ​

ໂຄງການກ່ັນນ້ຳມັນ ງີເຊີນ ປະກອບສ່ວນຮັບປະກັນພະລັງງານແຫ່ງຊາດ - ảnh 1
ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງໂຄງການ​ກັ່ນ​ນ້ຳມັນ ງີ​ເຊີນ
ພາບ:internet


        ​ໂຄງການ​ກັ່ນ​ນ້ຳມັນ ງີ​ເຊີນ ​ແມ່ນ​ໂຄງການ​ກ່ັນ​ນຳ້ມັນ​​ປະສົມ​ແຫ່ງ​ທຳ​ອິດຂອງ​ຫວຽດນາມ (​ໃນ​ນັ້ນ Petro Vietnam ປະກອບທຶນ 25%, ບໍລິສັດ​ກັ່ນ​ນຳ້ມັນ​ສາກົນ ຄູ​ເວດ 35%, ບໍລິສັດ Idemitsu ຍີ່​ປຸ່ນ 35%, ບໍລິສັດ​ເຄມີ Mitsui ຍີ່​ປຸ່ນ 4,7%) ດ້ວຍ​ຂອບ​ຂະຫນາດ​ໃຫຍ່ ​ແລະ ມີສະມັດ​ຕະພາບ​ການ​ຜະລິດ​ປະມານ 200.000 ຖັງ/ວັນ (​ເທົ່າ​ກັບ 10 ລ້ານ​ໂຕນ/ປີ). ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ໂຄງການ​ຈຸດ​ສຸມ​ກ່ຽວ​ກັບ​ການ​ຮັບປະກັນ​ພະລັງງານ​ແຫ່ງ​ຊາດ. ​ເມື່ອ​ນຳເຂົ້າ​ໃຊ້​ການ​ໃນ​ປີ 2017, ​ໂຮງງານ​ດັ່ງກ່າວ​ພ້ອມ​ກັບ​ໂຮງງານ​ກັ່ນ​ນ້ຳມັນ​ ຢູງກວດ ສາມາດ​ຕອບ​ສະຫນອງ​ປະມານ 70% ຄວາມ​ຕ້ອງການ​ນ້ຳມັນຢູ່​ພາຍ​ໃນ​ປະ​ເທດ ​ແລະ ສະຫນອງ​​ນ້ຳມັນ​ໃຫ້​ແກ່​ຕະຫລາດ​ພາຍ​ໃນ​ກໍ​ຄື​ສົ່ງ​ອອກຕ່າງປະ​ເທດ. ທ່ານ Korumuri Shimmura ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ກັ່ນ​ນ້ຳມັນ ງີ​ເຊີນ, ​ເຈົ້າ​ຂອງ​ການ​ລົງທຶນ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ໂຄງກາ​ນລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຢູ່​ຫວຽດນາມ. ຜົນສຳ​ເລັດ​ຂອງ​ໂຄງການຈະ​ແມ່ນ​ປັດ​ໄຈ​ສຳ​ຄັນ​​ເພື່ອດຶງ​ດູດ​ການ​ລົງທຶນ​ເຂົ້າ​ຫວຽດນາມ​ຕື່ມ​ອີກ. ​ໂຄງການ​ນີ້ ປະກອບສ່ວນ​ຮັບປະກັນ​ພະລັງງານ, ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຂົງ​ເຂດກັ່ນ​ນຳ້ມັນຂອງ​ອຸດສາຫະກຳ​ປຸງ​ແຕ່ງ​ນ້ຳມັນ ​ແລະ ອາຍ​ແກ​ສ. ຜ່ານ​ໂຄງການ​ນີ້, ບັນດາ​ນັກ​ລົງທຶນ​ຍີ່​ປຸ່ນ ​ແລະ ຄູ​ເວດ ຈະ​ເປີດ​ກວ້າງ​ບັນດາ​ກົນ​ໄກ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ​ຕື່ມ​ອີກ.”

        ທ່ານ ຫງວຽນ​ດີງຊືງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແທງ​ຮວາ ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ ທາງ​ແຂວງຈະ​ ​ລົງທຶນ​ປະມານ 4 ຕື້ USD ເຂົ້າ​ເຂດ​ເສດຖະກິດ ງີ​ເຊີນ.   ​ແຜນ​ນະ​ໂຍບາຍ​ຂອງ​ແຂວງ ​ແທງ​ຮວາ ພຽງ​ແຕ່​ຮັບ​ບັນດາ​ໂຄງການ​ເສດຖະກິດ​ຈຸດ​ສຸມ ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ, ປະກອບສ່ວນ​ຫັນປ່ຽນ​ໂຄງ​ປະກອບ​ເສ​ດຖະກິດ, ​ເພີ່ມ​ມູນ​ຄ່າ​ວົງ​ເງິນ​ສົ່ງ​ອອກ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ. ກ່ຽວ​ກັບ​ບາງ​ໂຄງການ​ຈຸດ​ສຸມ​ຂອງ​ເຂດ​ເສດ​ຖະກິດ ງີ​ເຊີນ,​ທ່ານ ຫງວຽນ​ດີງຊືງ ​ໃຫ້​ຮູ້​ວ່າ:

        “ຈຸດໝາຍ​ຂອງ​ຄະນະ​ພັກ​, ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແມ່ນ​ສົ່ງ​ເສີມ​ການ​ກະກຽມ​ສຳ​ເນົາ​ເອກະ​ສານ​ເພື່ອ​ລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມື​ກ່ຽວ​ກັບ​ການ​ລົງທຶນ, ​ ລົງ​ນາມ​ໃນ​ບັນດາ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ລົງທຶນ ​ແລະ ພິ​ເສດ ​ແມ່ນ​ຊຸກຍູ້ບັນດາ​ລະບຽບ​ການ​ເພື່ອ​ມອບ​ຫນັງສື​ອະນຸຍາດ​ລົງທຶນ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ. ບັນດາ​ໂຄງການ​ຈຸ​ດສຸມ​ຄື: ​ໂຄງການ​ໄຟຟ້າ​ໃຊ້​ພະລັງ​ຄວາມ​ຮ້ອນ ງີ​ເຊີນ ​ເລກ 2, ​ໂຄງການ​ລົງທຶນກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ເຂດ​ອຸດສາຫະກຳ ລາມ​ເຊີນ - ຊາວ​ຫວ່າງ, ພິ​ເສດ​ແມ່ນ​ມອບ​ຫນັງສື​ອະນຸຍາດລົງທຶນ​ໃຫ້​ແກ່​ບັນດາ​ໂຄງກາ​ນລົງທຶນ​​ກໍ່​ສ້າງກຸ່ມ​ທ່າ​ກຳ​ປັ່ນ ງີ​ເຊີນ.”

        ຄຽງ​ຄູ່​ກັບ​ໂຄງການ​ ​ກັ່ນ​ນ້ຳມັນ ງີ​ເຊີນ, ຢູ່​​ເຂດ​ເສດຖະກິດ ງີ​ເຊີນ ຍັງ​ມີ​ຫລາຍ​ໂຄງການ​ຈຸດ​ສຸມອື່ນໆ​ທີ່​ສ້າງ​ກຳລັງ​ຫນູນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ​ກໍ​ຄື​ຂອງ​ເຂດ ​ແລະ ປະ​ເທດ​ຊາດ​ຄື: ​ໂຄງການ​ໄຟຟ້າ​ໃຊ້​ພະລັງ​ຄວາມ​ຮ້ອນ ງີ​ເຊີນ ​ເລກ 1 ລວມຍອດ​ມູນ​ຄ່າ​​ລົງທຶນ 22.000 ຕື້​ດົ່ງ, ​ໂຄງການ​ໄຟຟ້າ​ໃຊ້​ພະລັງ​ຄວາມ​ຮ້ອນ ​ງີ​ເຊີນ​ເລກ 2 ລວມຍອດ​​ເງິນ​ລົງທຶນ 2,3 ຕື້​ USD ​ໂດຍ​ກຸ່ມ​ບໍລິສັດ​ຮ່ວມ ທຸລະ​ກິດ Marubeni - ຍີ່​ປຸ່ນ ​ແລະ ກຸ່ມ​ບໍລິສັດ Kepco  ສ​ເກົາຫລີ ລົງທຶນ. ທ່ານ ​ເຈີ​ນຮ່ວາ, ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດ ງີ​ເຊີນ ຖື​ວ່າ: ​ໂດຍ​ນອນ​ໃນ​ເສັ້ນທາງ​ຄົມມະນາຄົມ​​ເຊື່ອມ​ຕໍ່​ພາກ​ເຫນືອ-​ພາກໃຕ້ ​ແລະ ທັງ​ມີ​ທ່າ​ກຳ​ປັ່ນ​ນ້ຳ​ເລີກ, ​ເຂດ​ເສດຖະກິດ ງີ​ເຊີນ ພວມ​ມີ​ເງື່ອນ​ໄຂ​ສະດວກ​ຫລາຍ​ຢ່າງ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ.

        “ຫວ່າງ​ແລ້ວ​ນີ້ ລັດຖະບານ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ໄດ້ອະນຸຍາດ​ໃຫ້​ເປີດ​ກວ້າງ​ເຂດ​ອຸດສາຫະກຳ ດ້ວຍ​ຂອບ​ຂະຫນາດ 45.000 ​ເຮັກຕາ ​ແລະ ​ໃນ​ການວາງ​ແຜນ​ກຳນົດ​ຈະ​ເປີດ​ກວ້າງ​ບາງ​ເຂດ​ອຸດສາຫະກຳ​ສະ​ອາ​ດ, ​ເຂດ​ກະສິກຳ​ອຸດສາຫະກຳ​ສູງຕື່ມ​ອີກ ​ແລະ ບາງ​ບໍລິການ​ເພື່ອ​ຮັບ​ໃຊ້​ເຂດ​ເສດຖະກິດ ງີ​ເຊີນ. ປະຈຸ​ບັນ ​ເຂ​ດ​ເສ​ດຖະກິດ ງີ​ເຊີນ ພວມ​ສຸມ​ໃສ່​ປັບປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຫນູ​ນຊ່ວຍ​ບັນດາ​ນັກ​ລົງທຶນ​ແກ້​ໄຂ​ລະບຽບ​ການ​ບໍລິຫານ, ​ບຸກ​ເບີກ​ຫນ້າ​ພຽງ​ຢ່າງ​ວ່ອງ​ໄວ ​ເພື່ອ ສາມາດ​ປະຕິບັດ​ໂຄງການ​ຕ່າງໆ​ໃນ​ທັນ​ທີໄດ້.”

        ຕາມ​ທ່ານ ຫງວຽນ​ວັນ​ຈູງ, ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ​ແລ້ວ, ​ເຖິງ​ວ່າ ​ເສດຖະກິດ​ໂລກ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ກະ​ແສ​ທຶນ  FDI ​ໃນ​ທົ່ວ​ໂລກ​ບໍ່​ທັນ​ຟື້ນ​ຕົວ​ ​ແລະ ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ ພວມ​ຍູ້​ແຮງ​ດຶງ​ດູດ​ການ​ລົງທຶນ​ນັ້ນ, ​ແຕ່ ຫວຽດນາມ ຍັງ​ຄົງດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ,​​ໃນ​ນັ້ນ ມີ​ໂຄງການ​ກັ່ນ​ນ້ຳມັນ ງີ​ເຊີນ - ຊື່​ງ​ແມ່ນ​ໂຄງການ​  FDI ​ໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ສິ່ງ​ດັ່ງ​ກ່າວ​​ໄດ້​ພິສູດ​ໃຫ​້​ເຫັນ​ຢ່າງ​ຈະ​ແຈ້ງວ່າ.

        “ການ​​ດຶງ​ດູດບັນດາ​ໂຄງການ​ຈຸດ​ສຸມ, ​ໃນ​ນັ້ນມີໂຄງການ​ກັ່ນ​ນຳ້ມັນ ງີ​ເຊີນ ສຳລັບ​ພາກ​ພື້ນ ​ແລະ ​ ທົ່ວ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ​ແມ່ນ​ຕັ້ງຫນ້າ​ທີ່​ສຸດ. ​ໃນ​ຈຳນວນ​ໂຄງການ​ລົງທຶນ​ດັ່ງກ່າວ​ສ່ວນ​ຫລາຍ​ແມ່ນ​ຂຶ້ນກັບ​ບັນດາ​ນັກ​ລົງທຶນ​ສຳຄັນ​ຂອງ​ຍີ່​ປຸ່ນ. ​ແທງ​ຮວາ ​ໄດ້​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຢ່າງຖືກຕ້ອງ​​ຕາມ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ. ນີ້​ແມ່ນ​ບັນດາ​ນັກ​ລົງທຶນ​ຊື່​ງພວກ​ເຮົາ​ສາມາດ​ຮ່ຳຮຽນ​ເອົາ​ບົດ​ຮຽນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ, ກຳລັງ​ຄວາມ​ສາມາດ​ຄຸ້ມ​ຄອງ​.”

        ​ເມື່ອ​​ໂຄງ​ການກັ່ນ​ນຳ້​ມັນ ງີ​ເຊີນ​ໄລຍະ 1 ​ຖືກນຳ​ເຂົ້າ​​​ໃຊ້​ການ​ໄຕ​ມາດ 1/2017, ​ສະມັດ​ຕະພາບຜະ​ລິດນຳ້​ມັນ​ດີບຈະ​ບັນລຸ 10 ລ້ານ​ໂຕນ/ປີ ​ແລະ ​ໄລຍະ 2 ​ຈະ​ຍົກ​ຂຶ້ນ​ເຖິງ 20 ລ້ານ​ໂຕນ/ປີ. ພາຍຫລັງ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ ​ແລະ ​ນຳເຂົ້າ​ເຄື່ອນ​ໄຫວ, ​ໂຄງ​ການ​ດັ່ງກ່າວ​ບໍ່​ພຽງ​ແຕ່​ປະກອບສ່ວນ​ຮັບປະກັນ​ພະລັງງານ​ແຫ່ງ​ຊາດ​, ຮັບ​ໃຊ້ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ​ເທົ່າ​ນັ້ນ ຫາກ​ຍັງ​ຂະຫຍາຍອອກ​ຢ່າງກວ້າງຂວາງ ​ແລະ ສ້າງ​ບາດກ້າວ​ບຸກທະລຸ​ໃຫມ່​​ໃນ​ການ​ດຶງ​ດູດນັກ​ລົງທຶນ, ພັດທະນາ​ເຂດ​ເສດຖະກິດ ງີ​ເຊີນ ​ແລະ ​ເຂດ​ໃກ້​ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ