ໝວດສິນຄ້າປະເພດFMCGມານະພະຍາຍາມຄອງຕະຫຼາດພາຍໃນປະເທດ


ດ້ວຍທ່າ​ໄດ້​ປຽບ​ຈາກ​ການ​ນຳ​ໃຊ້​ກໍ່​ຄືຄວາມ​ຕ້ອງການ​ສູງ, ໝວດ​ສິນຄ້າ​​ໃຊ້​ສອຍ​ໂດຍ​​ໄວຢູ່ ຫວຽດນາມ ​​ຫຼື ສິນ​ຄ້າ​ປະ​ເພດ FMCG ໄດ້​ພັດທະນາ​ດ້ວຍ​ຄວາມ​ປະ​ທັບ​ໃຈ​​ທັງ​ຢູ່ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ. ມີ​​ຜະລິດ​ຕະພັນຫຼາຍ​ປະ​ເພດ​​ຄື: ນຳ້ນົມ, ​ເຄື່ອງ​ດື່ມ​ແອ​ລກໍ​ຮໍ, ນຳ້ຫວານ, ​ເຈ້ຍປື້​ມຂຽນຂອງ​ນັກຮຽນ… ​ໄດ້ ​ແລະ ພວມ​ຄອງ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ດ້ວຍ​ອັດຕາ​ສ່ວນ​ສູງ. ນີ້​ແມ່ນ​ກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຜະລິດ​ໝວດ​ສິນຄ້າ​ປະ​ເພດ FMCG, ​ຍູ້​ແຮງ​ການ​ຜະລິດ, ​ເປີດ​ກ້ວາງ​ຕະຫຼາດ, ຊອກ​ຫາ​ກາລະ​ໂອກາດ​ເຕີບ​ໂຕ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ຢ່າງເລິກ​ເຊິ່ງ, ກ້ວາງ​ຂວາງ​ໃນ​ປີ 2016. ບົດ​ຂຽນ “ໝວດ​ສິນຄ້າປະ​ເພດ FMCG ມານະ​ພະຍາຍາມຄອງ​ຕະຫຼາດພາຍ​ໃນ​ປະ​ເທດ​ໂດຍ​ໄວ” ຂອງ ຈູງ​ຖູ​ຍ, ນັກ​ຂ່າວ VOV.

        ຕາມ​ການ​ຄາດ​ຄະ​ເນ​ແລ​້ວ, ​ໃນ​ປີ 2016, ຍອດ​ລາຍ​ຮັບ​ຂອງໝວດ​ສິນຄ້າ​ປະ​ເພດ FMCG ຈະ​ຂຶ້ນ​ເຖິງ 140 ລ້ານ USD, ​​ແຕ່​ໃນ​ສະພາບ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ບັນດາ​ວິ​ສາ​ຫະກິດ​ທີ່​ຜະລິດ​ສິນຄ້າປະ​ເພດ FMCG ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ​ຄື: ກຳລັງ​ຄວາມ​ສາມາດ​ດ້ານ​ກາ​ນ​ເງິນ​ຍັງ​ອ່ອນ, ສິນຄ້າ​ຫຼາຍ​ປະ​ເພດຕ້ອງ​ອີງ​ໃສ່​​ແຫຼ່ງວັດຖຸ​ດິບ​ນຳ​ເຂົ້າ. ນອກຈາກ​ນັ້ນ, ​ໄລຍະ​ຈະ​ມາ​ເຖິງ​ເມື່ອ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ມີ​ຜົນ​ສັກສິດ, ປະລິມານສິນຄ້າດ້ວຍ​ຈຳນວນ​ຫຼາຍ​ຂອງ​ຕ່າງປະ​ເທດຖືກ​ນຳ​ເຂົ້າ ຫວຽດນາມ ຈະ​​ເປັນ​ຮົ້ວ​ກີດຂວາງ ​ແລະ ​​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ຕໍ່ກັບ​ບັນດາ​ວິ​ສາ​ຫະກິດ​ທີ່ຜະລິດ​ສິນຄ້າ​ປະ​ເພດ FMCG ​. ທ່ານ​ນາງ ​ເລທິຮ່ວາງ​ອ໋ຽນ, ຜູ້ອຳນວຍການ​ສື່ສານ ​ແລະ ໜູນ​ຊ່ວຍ​ດ້ານ​ການ​ຕະຫຼາດບໍລິສັດ Nestle ຫວຽດນາມ, ຖື​ວ່າ:

        “ບັນດາ​ວິ​ສາ​ຫະກິດ​ແຈກ​ຢາຍ​ຜະລິດ​ຕະພັນ, ກໍ​ຄື​ບັນດາ​ຮ້າ​ນຂາຍຍ່ອຍ​ຕ້ອງ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາ​ດ​ແກ່ງ​ແຍ້​ງ. ບັນດາ​ຮ້ານ​ຂາຍ​ຍ່ອຍທີ່​ເຄີຍ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ແບບດັ້ງ​ເດີມ ​ປະຈຸ​ບັນ​​ໃນ​​ໄລຍະຫັນ​ເປັນ​ທັນ​ສະ​ໄໝ, ຕ້ອງ​​ໄດ້​ຮັບ​ການ​ກໍ່​ສ້າງ​ເພື່ອ​ສາມາດ​ຕອບ​ສະໜອງ​​ໃຫ້​ແກ່ການ​ຫັນ​ເປັນ​ທັນ​ສະ​ໄໝ ກໍ່​ຄື​ທ່າ​ອ່ຽງການປ່ຽນ​ແປງ​ຂອງ​ຜູ້​ໃຊ້​ສອຍ​ໃຫ້​ໄດ້.”

ໝວດສິນຄ້າປະເພດFMCGມານະພະຍາຍາມຄອງຕະຫຼາດພາຍໃນປະເທດ - ảnh 1
ພາບປະກອບ

        ປະຈຸ​ບັນ, ຫາ​ກໍ່​ມີ 54% ຈຳນວນ​ວິ​ສາ​ຫະກິດ​ທີ່​ຂາຍສິນຄ້າ​ປະ​ເພດ FMCG ມາ​ຍັງ​ເຂດ​ຊົນນະບົດ​​ເທົ່າ​ນັ້ນ. ​ໃນ​ຂະນະ​ນັ້ນ, ຢູ່​ຕະຫຼາດ​​ເຂດ​ຊົນນະບົດ​ໃນປະຈຸ​ບັນ, ພັດ​ມີສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​ພັດກວມ​ອັດຕາ​ສ່ວນ​ສູງ​ພໍ​ສົມ​ຄວນ. ຖ້າ​ຫາກ​ບໍ່​ມີ​ມາດຕະການ​ແກ້​ໄຂ​ເພື່ອ​ຍາດ​ເອົາ​ຕະຫຼາດ​​ເຂດຊົນນະບົດຄືນ, ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ນັກ​ຊ່ຽວຊານດ້ານ​ເສດຖະກິດ ​ເລ​ດັງ​ແຢງ, ປະກອບ​ຄຳ​ເຫັນ​ວ່າ:

        “ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການແກ່ງ​ແຍ້​ງຢ່າງ​ຂ້ຽວ​ຂາດດັ່ງ​ນັ້ນ​ໃນ​ບັນດາ​ຂົງ​ເຂດ​ກ່ຽວ​ກັບ​ຜະລິດ​ກະສິກຳ ແລະ ອຸດສາຫະກຳ, ນີ້​ແມ່ນ​ຂະ​ແໜງ​ສິນຄ້າທີ່​ມີ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ ​ແລະ ມີ​ຄວາມ​ກ້າວໜ້າ​ດີ​ທີ່​ສຸດ. ພວກ​ເຮົາ​ຕ້ອງ​ຍ້ອນຮັບ​ຮູ້ການແກ່ງ​ແຍ້​ງ, ຢາກ​​ເຮັດໄດ້​ຄື​ແນວ​ນັ້ນ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງຮ່ວມ​ສຳພັນ, ຮ່ວມ​ມື​ນຳ​ກັນ​ເພື່ອ​ສ້າງ​​ເປັນ​ລະບົບ​ມູນ​ຄ່າ, ​ເພື່ອ​ຈຳໜ່າຍ​ສິນຄ້າ​ຂອງ​ຕົນ​ໃຫ້​ດີ​ກ່ວາ​ອີກ. ​ດ້ວຍ​ວິ​ທີ​ດັ່ງກ່າວຈຶ່ງ​ສາມາດຄົງ​ຕົວ​ໄດ້​ຢ່າງ​ໝັ້ນຄົງ​​ໃນ​ຕະຫຼາຍ​ພາຍ​​, ການ​ມີໜ້າ​ຂອງສິນຄ້າ​ປະ​ເພດ​ຕ່າງໆ​ທີ່ຂຶ້ນ​ກັບ​ບັນດາ​ປະ​ເທດ ອາ​ຊຽນ.”

        ປະຈຸ​ບັນ, ມີ​ຜູ້​​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ 80% ​ເຊື່ອ​ໝັ້ນ​ຕໍ່​ຄຸນ​ນະພາ​ບ ​ແລະ ​ໃຫ້ບຸ​ລິ​ມະ​ສິດ​ສິນຄ້າ​ປະ​ເພດ FMCG ຂອງ ຫວຽດນາມ ​ຄື: ນົມ​ສົ້ມ ກວມ​ເອົາ 95%, ກາ​ເຟກວມ​ເອົາ​ກ່ວາ 90%, ນຳ້ປາ​ແມ່ນກ່ວາ 95%, ໝີ່​ສຳ​ເລັດ​ຮູບ​ກວມ​ເອົາ 90% ​ແລະ ​ເບຍ​ກວມ​ເອົາ 90% ຕະຫຼາ​ດພາຍ​ໃນ​ປະ​ເທດ. ​ເພື່ອ​ໃຫ້ ໝວດ​ສິນຄ້າ​ປະ​ເພດ FMCG ຢືນ​ຍົງ​ຄົງ​ຕົວ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ໄດ້​ນັ້ນ, ທ່ານ​ນາງ ​ໂຮ່ທິກິມທວາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ - ການ​ຄ້າ, ​ຖື​ວ່າ: ບັນດາ​ວິ​ສາ​ຫະກິດ​ຕ້ອງ​ຍົກ​ສູງ​​ຄວາມ​ສາມາດແກ່ງ​ແຍ້​ງ​ໃນ​ການ​ຜະລິດປຸງ​ແຕ່ງ, ຫລຸດຜ່ອນ​ກາ​ນອີງ​ໃສ່​ ​ວັດຖຸ​ດິບ​ທີ່​ນຳ​ເຂົ້າມາ​ຈາກ​ຕ່າງປ​ະ​ເທດ​ເທື່ອ​ລະ​ກ້າວ, ຄວບ​ຄຸມ​ຄຸນ​ນະພາ​ບຜະລິດ​ຕະພັນ​ຢ່າງ​ແໜ້ນ​ແຟ້ນ. ທ່ານ​ນາງ​ລັດຖະມົນຕີ​ຊ່ວຍ​ວ່າການ ​ໂຮ່​ທິກິມທວາ, ​ໃຫ້​ຮູ້​ວ່າ:

        “ສຳລັບ​ອົງການ​ຄຸ້ມ​ຄອງ​ລັດ ຄວນ​ສ້າງ​ບັນດາ​ຕະຫຼາດ​ມີ​ຄວາມ​​ໂປ່​ງ​ໃສ​ກ່ວາ… ສຳລັບ​ຜູ້​ໃຊ້​ສອຍ​ຕ້ອງ​ປົກ​ປ້ອງ​ຕົນ​ເອງດ້ວຍ​ການປະກອບ​ຄຳ​ເຫັນ, ​ກ່ຽວ​ກັບ​ຕົ້ນກຳ​ເນີ​ດຂອງ​ສິນ​ຄ້າ, ຍີ່​ຫໍ້​ສິນ​ຄ້າ… ສຳລັບ​ບັນດາ​ວິ​ສາ​ຫະກິດ​ຄວນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດແກ່ງ​ແຍ້​ງຂອງ​ຕົນ, ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​​ໃຊ້​ສອຍ. ວິ​ສາ​ຫະກິດ​ກໍ​ຕ້ອງ​ປົກປ້ອງ​​ຕົວ​​ເອງ, ຕໍ່​ບັນດາ​ຜະລິດ​ຕະພັນ​ທີ່ບໍ່​ມີ​ຄວາມ​ກະຈ່າງ​ແຈ້ງ, ມີ​ການ​ແກ່ງ​ແຍ້​ງບໍ່​​ໂປ່​ງ​ໃສ”

        ດ້ວຍ​ທ່າ​ໄດ້​ປຽບທີ່​ຕິດ​ພັນ​ກັບ​ຕະຫຼາດ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຄວາມ​ຕ້ອງການ​ນຳ​ໃຊ້​ນັບ​ມື້​ນັບ​ສູງ,ໝວດ​ສິນຄ້າ​​ປະ​ເພດ FMCG ​ໄດ້ມີ​ການ​ພັດທະນາຢ່າງ​ມີ​ຄວາມ​ປະ​ທັບ​ໃຈ ຢູ່​ທັງ​ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ. ປະຈຸ​ບັນ, ພົນລະ​ເມືອງ​ຢູ່​ເຂດ​ຊົນນະບົດ ຫວຽດນາມ ກວມ 68% ​ໃນ​ຍອດຈຳນວນ​ພົນ​ລະ​ເມືອງ 90 ລ້ານ​ຄົນ, ດັ່ງ​ນັ້ນ​ຕະຫຼາດ​ເຂດ​ຊົນນະບົດ​ຍັງ​ມີ​ກາລະ​ໂອກາດ​ຫຼາຍ​ທີ່​ສຸດ​ສຳລັບ​ສິນຄ້າ​​ປະ​ເພດ FMCG. ​ເລື່ອງ​ການເປີດ​ກ້ວາງ​ຕະຫຼາດ​ຢູ່​ເຂດ​ຊົນນະບົດ​ແມ່ນ​ເໝາະ​ສົມ​ກັບ​ສະພາບ​ການ​ໃນ​ປະ​ຈຸ​ບັນ, ດັ່ງ​ນັ້ນ​ຫຼາຍ​ວິ​ສາ​ຫະກິດ​​ໄດ້​ມີ​ແຜນການ​ສຸມ​ໃສ່​ລົງທຶນ​ເຂົ້າ​ບັນດາຂົງ​ເຂດ​ນີ້. ບັນດາ​ວິ​ສາ​ຫະກິດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ຄຸນ​ນະພາ​ບ, ປັບປຸງ​ຮູ​ບ​ແບບ​ຜະລິດ​ຕະພັນ, ຍູ້​ແຮງ​ການ​ພັດທະນາ​ຜະລິດ​ຕະພັນ​ໃໝ່​ຍ້ອນ​ຕະຫຼາດ​ສິນຄ້າໃຊ້​ສອຍ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງ. ​ເລື່ອງ​ປັບປຸງ ​ແລະ ສ້າງ​ບັນດາ​ຜະລິດ​ຕະພັນ​ໃໝ່​ບໍ່​ພຽງ​ແຕ່​ເປັນ​ການ​ຊຸກຍູ້​ຄວາມ​ຕ້ອງການ​ຂອງ​ຜູ້​ໃຊ້​ສອຍ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ​້​ຕະຫຼາດຂອງໝວດ​ສິນຄ້າ​​ປະ​ເພດ FMCG ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ