ໄທ ຄາດວ່າຈະລົງປະຊາມະຕິປັບປຸງລັດຖະທຳມະນູນ ແລະ ຈັດການເລືອກຕັ້ງພ້ອມກັນໃນວັນທີ 8 ກຸມພາປີ 2026
(VOVWORLD) - ວຽກງານກະກຽມໃຫ້ແກ່ການເລືອກຕັ້ງທົ່ວປະເທດປີ 2026 ພວມໄດ້ຜັນຂະຫຍາຍຢ່າງຮີບດ່ວນ.
People cast their vote at a polling station in Bangkok, Thailand, May 7, 2023. File Photo: REUTERS/Athit Perawongmetha |
ວັນທີ 20 ທັນວາ, ຄະນະກຳມະການເລືອກຕັ້ງ ໄທ (EC) ໄດ້ປະກາດໃຊ້ຂໍ້ກຳນົດ ອະນຸຍາດການລົງປະຊາມະຕິປັບປຸງລັດຖະທຳມະນູນໃນວັນດຽວກັນກັບການເລືອກຕັ້ງທົ່ວປະເທດ ຊື່ງຄາດວ່າຈັດຂຶ້ນໃນວັນທີ 8 ກຸມພາປີ 2026. ວິທີເຂົ້າເຖິງນີ້ຊ່ວຍໃຫ້ຫັນວິວັດການປ່ອນບັດເປັນງ່າຍດາຍ, ຊ່ວຍຫລຸດຜ່ອນຄວາມໜັກໜ່ວງໃຫ້ແກ່ວຽກງານຈັດຕັ້ງ, ບໍລິຫານກໍ່ຄືປະຢັດຄ່າໃຊ້ຈາຍ ແລະ ສ້າງຄວາມສະດວກໃຫ້ແກ່ຜູ້ມີສິດເລືອກຕັ້ງ. ປະຈຸບັນ, ຂໍ້ກຳນົດນີ້ພວມລໍຖ້າໄດ້ປະກາດຈາກພະບໍລົມວົງສານຸວົງ ກ່ອນທີ່ຈະມີຜົນສັກສິດ. ທ່ານ Anutin Charnvirakul ນາຍົກລັດຖະມົນຕີຊົ່ວຄາວ ໄດ້ໃຫ້ຂໍ້ສັງເກດວ່າ ການຈັດຕັ້ງການລົງປະຊາມະຕິປັບປຸງລັດຖະທຳມະນູນ ແລະ ການເລືອກຕັ້ງທົ່ວປະເທດ ຈະຊ່ວຍປະຢັດໄດ້ເງິນຈຳນວນກ່ວາ 120 ລ້ານ USD. ວຽກງານກະກຽມໃຫ້ແກ່ການເລືອກຕັ້ງທົ່ວປະເທດປີ 2026 ພວມໄດ້ຜັນຂະຫຍາຍຢ່າງຮີບດ່ວນ. ບັນດາສະຖານທີ່ປ່ອນບັດກ່ອນກຳນົດເວລາ, ລວມມີບັນດາສະຖານທີ່ສະຫງວນໃຫ້ແກ່ຜູ້ທີສິດເລືອກຕັ້ງອາຍຸສູງ ແລະ ຄົນພິການ ຄາດວ່າຈະເປີດປະຕູໃນວັນທີ 1 ກຸມພາປີ 2026.