ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້ພັດ​ທະ​ນາ​ຢ່າງ​ແຮງ​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) -  ຄາດວ່າປີນີ້, ຈຳນວນແຂກທ່ອງທ່ຽວສາກົນບັນລຸ 22 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດບັນລຸ 14 ລ້ານເທື່ອຄົນ, ຍອດລາຍຮັບຈາກການທ່ອງທ່ຽວລື່ນກາຍ 1 ລ້ານຕື້ດົ່ງ (ກ່ວາ 38 ຕື້ USD), ເພີ່ມຂຶ້ນ 32%ເມື່ອທຽບໃສ່ປີ 2019. 
ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້ພັດ​ທະ​ນາ​ຢ່າງ​ແຮງ​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19 - ảnh 1ກອງປະຊຸມສະຫຼຸບແຜນຮ່າງສ້າງໂຄງປະກອບຂະແໜງການທ່ອງທ່ຽວຄືນໃໝ່ (ພາບ: VOV)

ການທ່ອງທ່ຽວ ຫວຽດນາມ ໄດ້ພັດທະນາຢ່າງແຮງພາຍຫຼັງໂລກລະບາດ ໂຄວິດ - 19. ນີ້ແມ່ນຂໍ້ສັງເກດໄດ້ຍົກອອກມາຢູ່ກອງປະຊຸມສະຫຼຸບແຜນຮ່າງສ້າງໂຄງປະກອບຂະແໜງການທ່ອງທ່ຽວຄືນໃໝ່ ແລະ ສະຫຼຸບເບື້ອງຕົ້ນ 5 ປີແຫ່ງການຜັນຂະຫຍາຍຍຸດທະສາດພັດທະນາການທ່ອງທ່ຽວ ຫວຽດນາມຮອດປີ 2030 ໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຈັດຂຶ້ນໃນຕອນເຊົ້າວັນທີ 20 ທັນວາ, ຢູ່ນະຄອນເຫ້ວ. ຢູ່ກອງປະຊຸມ, ບົດລາຍງານຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ເນັ້ນໜັກວ່າ ປີ 2024, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນ 17,6 ລ້ານເທື່ອຄົນ, ບັນລຸ 98%ເມື່ອທຽບໃສ່ປີ 2019 ຂຶ້ນກັບກຸ່ມປະເທດມີຄວາມໄວໃນການເຕີບໂຕຢູ່ລະດັບສູງສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຄາດວ່າປີນີ້, ຈຳນວນແຂກທ່ອງທ່ຽວສາກົນບັນລຸ 22 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດບັນລຸ 14 ລ້ານເທື່ອຄົນ, ຍອດລາຍຮັບຈາກການທ່ອງທ່ຽວລື່ນກາຍ 1 ລ້ານຕື້ດົ່ງ (ກ່ວາ 38 ຕື້ USD), ເພີ່ມຂຶ້ນ 32%ເມື່ອທຽບໃສ່ປີ 2019. 

ຕອບກັບ

ຂ່າວ/ບົດ​ອື່ນ