![]() ລາຍການພົບປະສ້າງສັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ແຂວງ ບີ່ງເຢືອງ
|
(vovworld) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີລະກາ 2017, ຕອນຄ່ຳວັນທີ 23/1, ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເກືອບ 200 ຄົນໄດ້ເຂົ້າຮ່ວມລາຍການພົບປະສ້າງສັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດອວຍພອນລະດູບານໃໝ່ ໂດຍຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບີ່ງເຢືອງ ຈັດຕັ້ງ. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ພົບປະ, ພົວພັນແລກປ່ຽນ ແລະ ຕ້ອນຮັບບຸນປີໃໝ່ຢູ່ບ້ານເກີດເມືອງນອນດ້ວຍບັນດາລາຍການສະແດງສິລະປະທີ່ເຂັ້ມຄົ້ນໄປດ້ວຍສີສັນຊາດ ແລະ ໄດ້ຮັບປະທານອາຫານພື້ນເມືອງຂອງ ຫວຽດນາມ. ກ່າວຄຳເຫັນທີ່ງານພົບປະສ້າງສັນ, ທ່ານ ຫງວຽນແທງລຽມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແຂວງ ບີ່ງເຢືອງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານທີ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດບັນລຸໄດ້, ຮັບຮູ້ ແລະ ຕີລາຄາສູງນ້ຳໃຈຮັກຊາດ ແລະ ການປະກອບສ່ວນທີ່ລ້ຳຄ່າຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕໍ່ແຂວງ ບີ່ງເຢືອງ ໃນໄລຍະທາງ 20 ປີແຫ່ງການພັດທະນາ. ທ່ານ ຫງວຽນແທງລຽມ ປາດຖະໜາວ່າ ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຊາດ, ມີຄວາມສາມັກຄີຊ່ວຍເຫຼືອກັນສ້າງສາປະຊາຄົມໃຫ້ໝັ້ນຄົງເຂັ້ມແຂງ, ບັນລຸຜົນງານຢູ່ປະເທດປະຈຳຖິ່ນ, ຮັກສາສີສັນວັດທະນະທຳຂອງຊາດ, ພ້ອມກັນນັ້ນ, ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນດ້ວຍບັນດາການເຄື່ອນໄຫວຢ່າງແທດຈິງ, ເປັນຂົວເຊື່ອມຕໍ່ພັດທະນາການພົວພັນຮ່ວມມື, ປະກອບສ່ວນໂຄສະນາພາບພົດແຂວງ ບີ່ງເຢືອງ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມເຖິງເພື່ອນມິດສາກົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
