ເຂດທ່ອທ່ຽວປູຍີຟາມ ທີ່ຮົກເຮື້ອ |
ໂດຍນອນຢູ່ຫ່າງຈາກໃຈກາງເມືອງ ບັກອຽນ 4 ກິໂລແມັດ, ເຂດທ່ອງທ່ຽວ ປູ່ຍີຟາມ ຫາກໍ່ກາຍເປັນທີ່ຮູ້ຈັກ ປຽບເໝືອນ ດ່າຫຼາດ ຮັດແຄບຢູ່ ບັນອຽນ. ບັນດາເຂດຫີນ, ທົ່ງຫຍ້າຂຽວອຸ່ມທຸ່ມຍາວຢຽດຈົນສຸດສາຕາ ທິວທັດທຳມະຊາດທີ່ຮົກເຮື້ອ ອັນໄດ້ສ້າງເປັນສະຖານທີ່ອັນດູດດື່ມທີ່ສຸດ. ມາແຫ່ງນີ້ແຂກທ່ອງທ່ຽວອາດຈະຮັບຊົມ ບັນດາສາຍພູທີ່ສະຫຼັບຊັບຊ້ອນ, ໃນຍາມຕອນເຊົ້າກໍ່ເຫັນກຸ່ມເມກເລື່ອນລອຍ, ໃນຍາມສາຍັນກໍ່ເຫັນດວງຕາເວັນຕົກ ໃນທ່າມກາງອາກາດເຢັນສະບາຍ ອັນໄດ້ສ້າງເປັນທິວທັດທຳມະຊາດສວຍສົດງົດງາມດັ່ງໃນຝັນ. ອ້າຍ ເຈິ່ນຕ໊ຽນດາດ ແຂກທ່ອງທ່ຽວມາຈາກແຂວງ ຖາຍບິ່ງ ແບ່ງປັນວ່າ:
“ເຮົາກໍ່ໄດ້ໄປຫຼາຍແຫ່ງແລ້ວ ແລະ ຢູ່ແຫ່ງນີ້ເຮົາຮູ້ສຶກອາກາດປອດໂປ່ງສະຫງົບງຽບ ຍ້ອນມັນຫ່າງໄກຈາກເຂດຕົວເມືອງ ມາແຫ່ງນີ້ເຮົາກໍ່ໄດ້ຖ່າຍຮູບທີ່ລະນຶກ. ສຳລັບປະຊາຊົນ ແລະ ດິນແດນ ເຊີນລາ ນັ້ນ ເຮົາຈະພະຍາຍາມກັບຄືນມານີ້ ຢ້ຽມຢາມອີກຫຼາຍຄັ້ງ”.
ໂດຍໄດ້ເລີ່ມເຂົ້າສູ່ການເຄື່ອນໄຫວ ນັບແຕ່ປີ 2019, ດ້ວຍເນື້ອທີ່ເກືອບ 2 ເຮັກຕາ, ເຂດທ່ອງທ່ຽວ ປູຍີຟາມ ມີບັນດາການບໍລິການຫຼາຍຢ່າງ ເພື່ອຮັບໃຊ້ແຂກທ່ອງທ່ຽວມາຢ້ຽມ ຊົມທັດສະນະສຶກສາຄື ຕັ້ງຄ້າຍຢູ່ກາງແຈ້ງ, ຮັບປະທານບັນດາເຍື່ອງອາຫານຊົນເຜົ່າ, ຫຼື ເຂົ້າຮ່ວມໃນບັນດາການເຄື່ອນໄຫວວັດທະນະທຳ ພ້ອມກັບບັນດາຊາວທ້ອງຖິ່ນ. ອ້າຍ ຟ້າມ ກວາງຮຶງ ເຈົ້າຂອງດຳເນີນທຸລະກິດ ຢູ່ເຂດທ່ອງທ່ຽວ ປູຍີຟາມ ເມືອງ ບັກອຽນ ໃຫ້ຮູ້ວ່າ:
“ຢູ່ແຫ່ງນີ້ມີຫຼາຍຈຸດທີ່ແຕກຕ່າງກັນ ເມື່ອທຽບໃສ່ບັນດາສະຖານທີ່ທ່ອງທ່ຽວອື່ນໆ. ທີໜຶ່ງ ຢູ່ແຫ່ງນີ້ແມ່ນອາກາດເຢັນສະບາຍ ປອດໂປ່ງທີ່ສຸດ. ທີສອງ ແມ່ນທາງດ້ານທີ່ຕັ້ງກໍ່ພໍດີງາມ ເພື່ອໃຫ້ທຸກໆຄົນຄົ້ນຫາ ແລະ ມາພັກເຊົາ, ແຂກທ່ອງທ່ຽວຮູ້ສຶກມີຄວາມສະຫງົບງຽບ ແລະ ມີເວລາລະຫຼິ້ນບັນເທີງຫຼາຍກວ່າ".
ໂດຍນອນຢູ່ຫ່າງຈາກເຂດຕົວເມືອງທີ່ຟົດຟື້ນເນືອງນັນ, ເຂດ ປູຍີຟາມ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ເປັນໜ້າຈັບໃຈອີຫຼີ ສຳລັບບໍ່ວ່າຜູ້ໃດມີຄວາມຊົມຊອບ ຄວາມສະຫງົບງຽບ ແລະ ມີຄວາມຫວັງຢາກຮັບຊົມຄວາມງາມຂອງທິວທັດທຳມະຊາດ. ໂດຍໄດ້ເລືອກເຟັ້ນຢູ່ແຫ່ງນີ້ ເປັນສະຖານທີ່ທ່ອງທ່ຽວ ແຂກທ່ອງທ່ຽວຈະມີໂອກາດເຊື່ອມຕົວເຂົ້າກັບທິວທັດທຳມະຊາດທີ່ງົດງາມ. ຢູ່ໃນຄວາມສູງ 700 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ຢູ່ແຫ່ງນີ້ມີຄວາມງາມແບບຮົກເຮື້ອ ແລະ ເປັນໜ້າຈັບອົກຈັບໃຈ. ເມື່ອຢືນຢູ່ເທິງພູຫຼຽວເບິ່ງລົງລຸ່ມ, ທັດຊະນີຍະພາບຂອງທົ່ວທັງເທດສະບານເມືອງຢູ່ເຂດພູສູງ ໄດ້ນອນໃນສາຍຕາຂອງເຮົາ ໂດຍຖືກອ້ອມຮອບໄປດ້ວຍສີຂຽວອຸ່ມທຸ່ມ ຂອງຕົ້ນໄມ້ໃບຫຍ້າ ດອກໄມ້ນາໆຊະນິດ. ທ່ານ ຟ້າມແທັງບິ່ງ ຫົວໜ້າຂະແໜງວັດທະນະທຳ ຖະແຫຼງຂ່າວ ເມືອງ ບັກອຽນ ແຂວງ ເຊີນລາ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປັດຈຸບັນທາງທ້ອງຖິ່ນ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 18.000 ເທື່ອຄົນ ມາຢ້ຽມຊົມທັດສະນະສຶກສາ. ທ່ານກ່າວວ່າ:
“ທາງເມືອງໄດ້ມີແຜນນະໂຍບາຍສ້າງທຸກເງື່ອນໄຂ ເພື່ອເຊື້ອເຊີນດຶງດູດບັນດານັກລົງທຶນ, ສ້າງວຽກງານທ່ອງທ່ຽວຫັນມາເປັນວຽກງານຂອງສັງຄົມ, ເຮັດແນວໃດເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ເພື່ອປະຕິບັດເນື້ອໃນນີ້, ທາງເມືອງໄດ້ມີບັນດາໂຄງການເຄື່ອນໄຫວ ໂດຍອີງໃສ່ໜຶ່ງໃນຈຳນວນ 6 ໜ້າທີ່ສຳຄັນຂອງເມືອງ ເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດາການເຄື່ອນໄຫວທ່ອງທ່ຽວຂອງເມືອງ ພັດທະນາ ແລະ ສູ້ຊົນກາຍເປັນສະຖານທີ່ທ່ອງທ່ຽວຂອງແຂວງ ແລະ ສະຖານທີ່ອ້ອມຂ້າງເຂດທ່ອງທ່ຽວລະດັບຊາດ ຂອງເມືອງ ມົກເຈົາ”.
ມາທ່ອງທ່ຽວຢູ່ແຫ່ງນີ້ ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຢ້ຽມຊົມ ໄດ້ຮັບປະທານບັນດາເຍື່ອງອາຫານ ເຂດທາງທິດຕາເວັນຕົກສຽງເໜືອຄື ປີ້ງໄກ່, ປີ້ງປາ, ເຂົ້າຫຼາມ… ແຂກທ່ອງທ່ຽວຍັງຈະໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດ ທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງແຂກ ຂອງຊາວເຜົ່າມົ້ງ ຊາວເຜົ່າຜູ້ໄທຢູ່ແຫ່ງນີ້ອີກດ້ວຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
