ກວາງນິງ ຕ້ອນຮັບແຂກທ່ອງທ່ຽວກວ່າ 19,8 ລ້ານຄົນໃນ 11 ເດືອນ

(VOVWORLD) - ບັນດາການເຄື່ອນໄຫວດັ່ງກ່າວຈະສ້າງກຳລັງດຶງດູດຕື່ມອີກ, ປະກອບສ່ວນນຳທ້ອງຖິ່ນປະຕິບັດສຳເລັດເປົ້າໝາຍດຶງດູດແຂກທ່ອງທ່ຽວ 20 ລ້ານເທື່ອຄົນ
ກວາງນິງ ຕ້ອນຮັບແຂກທ່ອງທ່ຽວກວ່າ 19,8 ລ້ານຄົນໃນ 11 ເດືອນ - ảnh 1(ປະຈຸບັນ, ທ່ອງທ່ຽວຜ່ານກຳປັ່ນຢູ່ ຮະລອງ ພວມກ້າວເຂົ້າສູ່ລະດູສູງ)

        ໃນ 11 ເດືອນຜ່ານມາ, ແຂວງ ກວາງນິງ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 19,8 ລ້ານເທື່ອຄົນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024. ໃນນັ້ນ, ແຂກທ່ອງທ່ຽວສາກົນຄາດວ່າບັນລຸ 4 ລ້ານເທື່ອຄົນ. ຍອດລາຍຮັບຈາກຂະແໜງທ່ອງທ່ຽວບັນລຸປະມານ 52.600 ຕື້ດົ່ງ, ເພີ່ມຂຶ້ນ 21% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

        ນັບແຕ່ຕົ້ນປີມາຮອດປະຈຸບັນ, ແຂວງ ກວາງນິງ ໄດ້ຈັດກວ່າ 100 ເຫດການວັດທະນະທຳ, ກິລາ, ທ່ອງທ່ຽວມີຂອບຂະໜາດໃຫຍ່, ຟົດຟື້ນ, ພົ້ນເດັ່ນ, ຄື: Carnaval ຮະລອງ, ຮະລອງ Concert 2025; ການແຂ່ງຂັນແລ່ນ ອຽນຕື Heritage 2025…

        ປະຈຸບັນ, ທ່ອງທ່ຽວຜ່ານກຳປັ່ນຢູ່ ຮະລອງ ພວມກ້າວເຂົ້າສູ່ລະດູສູງ ເມື່ອທ່າກຳປັ່ນສາກົນ ຮະລອງ ໄດ້ຕ້ອນຮັບກຳປັ່ນຂະໜາດໃຫຍ່ທີ່ໂດຍສານແຂກທ່ອງທ່ຽວນັບພັນຄົນຢ່າງລ້ຽນຕິດ. ໄລ່ຮອດໝົດເດືອນ ພະຈິກ 2025, ທ່າກຳປັ່ນແຂກທ່ອງທ່ຽວສາກົນ ຮະລອງ ໄດ້ຕ້ອນຮັບກຳປັ່ນ 54 ລຳ, ດ້ວຍຈຳນວນແຂກທ່ອງທ່ຽວສາກົນກວ່າ 73.000 ຄົນ.

        ໃນເດືອນ ທັນວາ, ກວາງນິງ ສືບຕໍ່ຈັດຫຼາຍເຫດການ, ຄື: ງານຕະຫຼາດນັດການຄ້າ ແລະ ທ່ອງທ່ຽວສາກົນ ຫວຽດນາມ - ຈີນ ປີ 2025; ພິທີຮັບໃບຈົດຊື່ເຂດມໍລະດົກ ແລະ ທິວທັດທຳມະຊາດ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ ແມ່ນມໍລະດົກໂລກ, ລາຍການສະແດງສິລະປະຕ້ອນຮັບປີໃໝ່ 2026 (Countdown)…

        ບັນດາການເຄື່ອນໄຫວດັ່ງກ່າວຈະສ້າງກຳລັງດຶງດູດຕື່ມອີກ, ປະກອບສ່ວນນຳທ້ອງຖິ່ນປະຕິບັດສຳເລັດເປົ້າໝາຍດຶງດູດແຂກທ່ອງທ່ຽວ 20 ລ້ານເທື່ອຄົນ, ໃນນັ້ນແຂກທ່ອງທ່ຽວ 4,5 ລ້ານເທື່ອຄົນ ແລະ ລາຍຮັບຈາກທ່ອງທ່ຽວແມ່ນ 55.000 ຕື້ດົ່ງໃນປີ 2025. 

ຕອບກັບ

ຂ່າວ/ບົດ​ອື່ນ