ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ທ່ານປະທານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: dangcongsan.vn)
(vovworld) - ຕອນເຊົ້າວັນທີ 6/4, ຢູ່ ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄັ້ງທີ 2 ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ປະກາດຂໍ້ຕົກລົງສ້າງຕັ້ງ 7 ສະພາທີ່ປຶກສາຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຊິ່ງລວມມີ: ສະພາທີ່ປຶກສາວິທະຍາສາດສຶກສາ ແລະ ສິ່ງແວດລ້ອມ; ສະພາທີ່ປຶກສາວັດທະນະທຳສັງຄົມ; ສະພາທີ່ປຶກສາປະຊາທິປະໄຕກົດໝາຍ; ສະພາທີ່ປຶກສາການພົວພັນຕ່າງປະເທດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ສະພາທີ່ປຶກສາສາສະໜາ; ສະພາທີ່ປຶກສາຊົນເຜົ່າ ແລະ ສະພາທີ່ປຶກສາເສດຖະກິດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ກອງປະຊຸມດັ່ງກ່າວມີຄວາມໝາຍສຳຄັນດ້ວຍການໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ (ສະບັບປັບປຸງ). ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ:
“ປີນີ້ມີຮ່າງກົດໝາຍຫຼາຍສະບັບ ເຊິ່ງແນວໂຮມປະເທດຊາດຕ້ອງເຂົ້າຮ່ວມໄຈ້ແຍກຕີລາຄາຄື: ປະມວນກົດໝາຍແພ່ງ (ສະບັບປັບປຸງ), ປະມວນກົດໝາຍການດຳເນີນຄະດີອາຍາ (ສະບັບປັບປຸງ), ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ. ນອກຈາກນັ້ນ, ແນວໂຮມປະເທດຊາດຫວຽດນາມ ກໍ່ຕິດຕາມກວດກາບາງຂໍ້ກຳນົດຂອງນາຍົກລັດຖະມົນຕີຄືແຜນຮ່າງດຶງດູດຜູ້ຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ, ສ້າງສາປະເທດ. ຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີປະກາດໃຊ້ມາດຖານແຫ່ງຊາດທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທຳ”.