ກອງປະຊຸມລັດຖະມົນຕີ WTO ຄັ້ງທີ 11 ບໍ່ອອກຖະແຫຼງການຮ່ວມໄດ້

(VOVWORLD) -   ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງພິທີອັດ, ທ່ານເລຂາທິການໃຫຍ່ WTO Roberto Azevedo ສະແດງຄວາມຜິດຫວັງ ກ່ຽວກັບໝາກຜົນຂອງກອງປະຊຸມ, ພ້ອມທັງຕຳໜິຕິຕຽນຫຼັກໝັ້ນແຂງກະດ້າງຕາມທ່າອ່ຽງອາລັກຂາການຄ້າຂອງ ອາເມລິກາ. 

ກອງປະຊຸມລັດຖະມົນຕີ WTO ຄັ້ງທີ 11 ບໍ່ອອກຖະແຫຼງການຮ່ວມໄດ້ - ảnh 1

ທ່ານເລຂາທິການໃຫຍ່ WTO Roberto Azevedo (ພາບ: AFP/TTXVN) 

ກອງປະຊຸມລັດຖະມົນຕີ ອົງການການຄ້າໂລກ (WTO) ຄັ້ງທີ 11 ໄດ້ອັດລົງໃນວັນທີ 13 ທັນວາ, ຢູ່ນະຄອນ Buenoa Aires, ປະເທດ ອາກຊັງຕິນ. ພາຍຫຼັງໂຮມປະຊຸມມາເປັນເວລາ 4 ວັນ, ກອງປະຊຸມບໍ່ສາມາດຍົກອອກຖະແຫຼງການຮ່ວມ ຍ້ອນບໍ່ມີຄວາມຄືບໜ້າໃດໃນການເຈລະຈາລະຫວ່າງ 164 ປະເທດສະມາຊິກຂອງອົງການນີ້.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງພິທີອັດ, ທ່ານເລຂາທິການໃຫຍ່ WTO Roberto Azevedo ສະແດງຄວາມຜິດຫວັງ ກ່ຽວກັບໝາກຜົນຂອງກອງປະຊຸມ, ພ້ອມທັງຕຳໜິຕິຕຽນຫຼັກໝັ້ນແຂງກະດ້າງຕາມທ່າອ່ຽງອາລັກຂາການຄ້າຂອງ ອາເມລິກາ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານຢັ້ງຢືນວ່າ ໄດ້ມີຄວາມຄືບໜ້າaບາງຢ່າງ ໃນວິວັດການເຈລະຈາ ແລະ ວຽກງານຈະສືບຕໍ່ໄດ້ຮັບການຜັນຂະຫຍາຍ. ພ້ອມກັນນັ້ນ, ການນຳ WTO ກໍ່ເນັ້ນໜັກເຖິງສິ່ງສຳຄັນທີ່ສຸດ ແມ່ນບັນດາປະເທດ ຍັງຄົງຢັ້ງຢືນຄຳໝັ້ນສັນຍາສືບຕໍ່ເຈລະຈາ ກໍ່ຄືສະໜັບສະໜູນລະບົບການຄ້າຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ