ກອງປະຊຸມສະໄໝສາມັນເທື່ອທີ5,ສະພາແຫ່ງຊາດຊຸດທີ14ໄດ້ຮັບການຈັດຕັ້ງຢ່າງມີວິທະຍາສາດແລະບັນລຸປະສິດທິຜົນ

(VOVWORLD) -ຕອນເຊົ້າວັນທີ 15 ມິຖຸນາ, ສະພາແຫ່ງຊາດໄດ້ອັດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ພາຍຫຼັງເຮັດວຽກມາເປັນເວລາ 21 ວັນ.

ກອງປະຊຸມສະໄໝສາມັນເທື່ອທີ5,ສະພາແຫ່ງຊາດຊຸດທີ14ໄດ້ຮັບການຈັດຕັ້ງຢ່າງມີວິທະຍາສາດແລະບັນລຸປະສິດທິຜົນ - ảnh 1 ກອງປະຊຸມສະພາແຫ່ງຊາດຄັ້ງນີ້ໄດ້ມີການປັບປຸງຫຼາຍຢ່າງ

(ພາບປະກອບ)

ທ່ານ ຫງວຽນວັນຢຸງ, ຜູ້ມີສິດເລືອກຕັ້ງເມືອງ ຫາຍເຈົາ, ນະຄອນດ່ານັ້ງ ໃຫ້ຮູ້ວ່າ, ກອງປະຊຸມສະພາແຫ່ງຊາດຄັ້ງນີ້ໄດ້ມີການປັບປຸງຫຼາຍຢ່າງ, ຄຸນນະພາບບັນດາວາລະຊັກຖາມ, ຕອບຄຳຊັກຖາມໄດ້ຮັບການຍົກສູງຂຶ້ນເມື່ອທຽບໃສ່ກ່ອນນີ້.

      “ຂ້າພະເຈົ້າຖືວ່າ, ກອງປະຊຸມສະພາແຫ່ງຊາດໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ, ມີຫົວຄິດປະດິດສ້າງ ແລະ ປັບປຸງສຳຄັນ. ຈັດແບ່ງລາຍການເຮັດວຽກທີ່ເໝາະສົມ, ບັນດາບັນຫາທີ່ສະພາແຫ່ງຊາດປຶກສາຫາລືໃນຄັ້ງນີ້ມີຈຸດໃໝ່ຫຼາຍຢ່າງ. ບັນດາລັດຖະມົນຕີໄດ້ອະພິປາຍໂດຍກົງ, ຮັບເອົາຄຳເຫັນໃນວິວັດການປຶກສາຫາລືບັນດາຮ່າງກົດໝາຍ, ມະຕິ, ບົດລາຍງານ… ຢ່າງເຂັ້ມງວດ. ສ້າງບັນຍາກາດເຮັດວຽກປະຊາທິປະໄຕ, ມີຄວາມຮັບຜິດຊອບ, ປະກອບສ່ວນຍົກສູງຄຸນນະພາບກອງປະຊຸມຄັ້ງນີ້”.

      ສ່ວນຜູ້ມີສິດເລືອກຕັ້ງ ດັ້ງວັນແທ່ງ, ຢູ່ນະຄອນຫ້າລອງ, ແຂວງກວາງນິງ ຖືວ່າ.

      “ກອງປະຊຸມສະໄໝສາມັນເທື່ອທີ 5 ແມ່ນກອງປະຊຸມດຳເນີນໃນເວລາສັ້ນໆ, ແຕ່ວ່າມີຫຼາຍບັນຫາໄດ້ຮັບການແກ້ໄຂ. ພິເສດກ່ຽວກັບການຊັກຖາມໃນຄັ້ງນີ້ ມີຈຸດສຸມຫຼາຍຢ່າງໄດ້ຮັບການແກ້ໄຂ. ຜູ້ມີສິດເລືອກຕັ້ງພວກຂ້າພະເຈົ້າມີຄວາມເພິ່ງພໍໃຈທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ