ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
ພາບ:thuathienhue.gov.vn
|
(vovworld)- “ບັນດາຂໍ້ລິເລີ່ມປະຊາທິປະໄຕຮາກຖານ ແລະ ການເຂົ້າຮ່ວມຂອງປະຊາຊົນໃນວິວັດການວາງນະໂຍບາຍສາລະນະຢູ່ພາກກາງ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາສາກົນ ໂດຍສະຖາບັນການປົກຄອງແຫ່ງຊາດ ສົມທົບກັບມະຫາວິທະຍາໄລ Canberra ປະເທດ ອົດສະຕາລີ ຈັດຕັ້ງໃນວັນທີ 28/2 ຢູ່ ນະຄອນ ເຫ້ວ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 200 ຄົນ ມາຈາກສະຖາບັນການປົກຄອງແຫ່ງຊາດ, ສະຖາບັນຄົ້ນຄ້ວາພັດທະນາເສດຖະກິດ ສັງຄົມ ດາຫນັງ ແລະ ຜູ້ຕາງຫນ້າອົງການຄຸ້ມຄອງລັດ ບັນດາແຂວງ, ນະຄອນຢູ່ພາກກາງ. ກອງປະຊຸມສຳມະນາສຸມໃສ່ຕີລາຄາຢູ່ຫລາຍຂັ້ນທີ່ແຕກຕ່າງກັນ, ຈາກຈຸລະພາກຕະຫລອດຮອດມະຫາພາກ, ຈາກລະດັບທ້ອງຖິ່ນ, ລະດັບເຂດຕະຫລອດຮອດລະດັບຊາດຕາມຫົວຂໍ້ດັ່ງກ່າວ. ພິເສດ ກອງປະຊຸມສຳມະນາຄັ້ງນີ້ ຍັງເຈາະຈີ້ມບັນດາການກຳນົດທິດໃຫ້ບັນດາອົງການ, ຂະແຫນງການຢູ່ທຸກຂັ້ນກ່ຽວກັບການຄຸ້ມຄອງລັດໃນສະພາບການເຊື່ອມໂຍງເຂົ້າກັບສາກົນ ເພື່ອແນໃສ່ສ້າງລັດຖະບານສ້າງສັນ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບໃນການອະພິປາຍທຸກດ້ານໃນຊີວິດທາງດ້ານເສດຖະກິດ, ວັດທະນະທຳ ສັງຄົມ.