ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສະແດງໃຫ້ເຫັນສານກ່ຽວກັບສະຖຽນລະພາບ, ຄວາມດຸ່ນດ່ຽງທ່າມກາງໂລກທີ່ເຕັມໄປດ້ວຍການຜັນແປ
(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຫຼາຍຢ່າງ, ໃນນັ້ນ ໂລກນັບມື້ນັບສະແດງໃຫ້ເຫັນລັກສະນະຫຼາຍຂົ້ວຢ່າງຈະແຈ້ງ ແລະ ບັນດາປະເທດມະຫາອຳນາດທີ່ມີທ່າອ່ຽງຢັ້ງຢືນບົດບາດໃນພາກພື້ນທີ່ມີຜົນສະທ້ອນຂອງຕົນ.
ທ່ານ Claude Blanchemaison, ອະດີດເອກອັກະຄັດລັດຖະທູດ ຝລັ່ງປະຈຳ ຫວຽດນາມ (ພາບ: TTXVN) |
ໃນສະພາບການໂລກພວມມີການຜັນແປຢ່າງແຮງ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ແຜ່ກະຈາຍສານກ່ຽວກັບການເມືອງທີ່ເປັນປົກກະຕິ, ເສດຖະກິດພັດທະນາ ແລະ ແນວທາງການຕ່າງປະເທດມີຄວາມດຸ່ນດ່ຽງ. ນີ້ແມ່ນຂໍ້ສັງເກດຂອງທ່ານ Claude Blanchemaison, ອະດີດເອກອັກະຄັດລັດຖະທູດ ຝລັ່ງປະຈຳ ຫວຽດນາມ (ໄລຍະ 1989 - 1993) ໃນບົດຕອບສຳພາດຂອງນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ປາຣີ ຫວ່າງແລ້ວນີ້ ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
ຕາມທ່ານ Claude Blanchemaison, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຫຼາຍຢ່າງ, ໃນນັ້ນ ໂລກນັບມື້ນັບສະແດງໃຫ້ເຫັນລັກສະນະຫຼາຍຂົ້ວຢ່າງຈະແຈ້ງ ແລະ ບັນດາປະເທດມະຫາອຳນາດທີ່ມີທ່າອ່ຽງຢັ້ງຢືນບົດບາດໃນພາກພື້ນທີ່ມີຜົນສະທ້ອນຂອງຕົນ. ເພາະສະນັ້ນ, ເຫດການການເມືອງສຳຄັນຍິ່ງຂອງ ຫວຽດນາມ ໂດຍເປັນປະທານໄດ້ເຊື່ອມໂຍງເຂົ້າກັບສາກົນທີ່ປະສົບຜົນສຳເລັດທີ່ສຸດ, ມີຄວາມໄວໃນການພັດທະນາເສດຖະກິດຢູ່ລະດັບປະທັບໃຈ, ມີການຕ່າງປະເທດເປີດກ້ວາງ…ນັ້ນໂລກໄດ້ໃຫ້ຄວາມສົນໃຈທີ່ສຸດ. ທ່ານ Claude Blanchemaison, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ກາຍເປັນຈຸດນັດພົບທີ່ດຶງດູດສຳລັບບັນດານັກລົງທຶນຕ່າງປະເທດ, ຍ້ອນມີສະພາບແວດລ້ອມເປັນປົກກະຕິ, ແຫຼ່ງຊັບພະຍາກອນມະນຸດທີ່ເປັນມືອາຊີບ ແລະ ເຄືອຂ່າຍບັນດາສັນຍາການຄ້າເສລີທີ່ກວ້າງຂວາງ.