(VOVWORLD) - ດ້ວຍຫົວຂໍ້ “ປັນຍາລວມໝູ່, ສຽງເວົ້າເປັນເອກະພາບ ແລະ ດຳລົງຊີວິດຮ່ວມກັນຢ່າງກົມກ່ຽວ” ກອງປະຊຸມສຸດຍອດພຸດທະສາສະໜາທົ່ວໂລກຄັ້ງທີ 2 ມຸ່ງໄປເຖິງການເຮັດໃຫ້ບົດບາດຂອງທຳມະພຸດທະສາສະໜາໃນຂະບວນວິວັດຊຸກຍູ້ສັນຕິພາບ, ຄວາມສະຫງົບ ແລະ ຜາສຸກໃຫ້ແກ່ມະນຸດຜ່ານການເຈລະຈາ, ການຮ່ວມມື ແລະ ຈິດໃຈສາມັກຄີ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV) |
|
ເຂົ້າຮ່ວມກອງປະຊຸມສຸດຍອດພຸດທະສາສະໜາທົ່ວໂລກຄັ້ງທີ 2 ທີ່ດຳເນີນແຕ່ວັນທີ 24 – 25 ມັງກອນ, ຢູ່ນະຄອນຫຼວງ New Delhi ອິນເດຍ, ພະມະຫາອາຈານ ທິກດຶກທ້ຽນ, ຮອງປະທານທັງເປັນເລຂາທິການໃຫຍ່ສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ, ຢັ້ງຢືນວ່າ ບົດບາດຮ່ວມເດີນທາງ, ການປະກອບສ່ວນຢ່າງຕັ້ງໜ້າຂອງພຸດທະສາສະໜາ ຫວຽດນາມ ເຂົ້າໃນການຊຸກຍູ້ເຈລະຈາ, ສັນຕິພາບ ແລະ ດຳລົງຊີວິດຮ່ວມກັນຢ່າງກົມກ່ຽວ.
ດ້ວຍຫົວຂໍ້ “ປັນຍາລວມໝູ່, ສຽງເວົ້າເປັນເອກະພາບ ແລະ ດຳລົງຊີວິດຮ່ວມກັນຢ່າງກົມກ່ຽວ” ກອງປະຊຸມສຸດຍອດພຸດທະສາສະໜາທົ່ວໂລກຄັ້ງທີ 2 ມຸ່ງໄປເຖິງການເຮັດໃຫ້ບົດບາດຂອງທຳມະພຸດທະສາສະໜາໃນຂະບວນວິວັດຊຸກຍູ້ສັນຕິພາບ, ຄວາມສະຫງົບ ແລະ ຜາສຸກໃຫ້ແກ່ມະນຸດຜ່ານການເຈລະຈາ, ການຮ່ວມມື ແລະ ຈິດໃຈສາມັກຄີ.
ຈາກການເຄື່ອນໄຫວຕົວຈິງ, ພຸດທະສາສະໜາ ຫວຽດນາມ ສາມາດແບ່ງປັນກັບປະຊາຄົມພຸດທະສາສະໜາສາກົນ ຮູບແບບການຈັດຕັ້ງທີ່ເປັນເອກະພາບ, ເຕົ້າໂຮມບັນດາມູນເຊື້ອ ແລະ ນິກາຍເຂົ້າໃນຊາຍຄາລວມ.