ສື່ມວນ​ຊົນ​ສາ​ກົນ​ສືບ​ຕໍ່​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ສື່ມວນຊົນສາກົນສືບຕໍ່ຍົກໃຫ້ເຫັນຢ່າງຈະແຈ້ງທີ່ຕັ້ງບົດບາດທີ່ນັບມື້ນັບເພີ່ມຂຶ້ນ, ກໍຄືທ່າອ່ຽງພັດທະນາຢ່າງແຮງຂອງ ຫວຽດນາມ ໃນຫຼາຍຂົງເຂດ.
ສື່ມວນ​ຊົນ​ສາ​ກົນ​ສືບ​ຕໍ່​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ໜັງສືພິມ ຝລັ່ງ ເນັ້ນໜັກເຖິງເປົ້າໝາຍທີ່ເຕັມໄປດ້ວຍຄວາມຫວັງຂອງຫວຽດນາມ (ພາບໜ້າຈໍ່ເວັບໄຊ)

ໜັງສືພິມ L’Humanité ຂອງ ຝລັ່ງ ໄດ້ລົງບົດຂຽນໂດຍເນັ້ນໜັກວ່າ, ພາຍຫຼັງຫຼາຍທົດສະວັດເສດຖະກິດມີການເຕີບໂຕຢ່າງປະທັບໃຈ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ວາງເປົ້າໝາຍຮັກສາຈັ່ງວະພັດທະນາຮອດປີ 2030, ພ້ອມທັງຊຸກຍູ້ນະວັດຕະກຳ, ໃນຂອບເຂດເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ.

ສື່ມວນຊົນ ໄທ ກໍຕິດຕາມ ແລະ ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ໜັງສືພິມ Thaipublica ມີບົດຂຽນຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນ “ບາດລ້ຽວຍຸດທະສາດ” ໃນວິວັດທະນາການຫັນປະເທດເປັນທັນສະໄໝ; ສ້າງຂີດໝາຍຫັນປ່ຽນຢ່າງຈະແຈ້ງຂອງ ຫວຽດນາມ ໄປສູ່ຮູບແບບການເຕີບໂຕໃໝ່, ສຸມໃສ່ຍົກສູງສະມັດຕະພາບ, ຊຸກຍູ້ການຫັນເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ