ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ສື່ມວນ​ຊົນ​ສາ​ກົນ​ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ວັນ​ເຮັດ​ວຽກ​ທຳ​ອິດ

(VOVWORLD) - ເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເລີ່ມເຮັດວຽກໃນມືທຳອິດໃນ ວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ ດຶງດູດຄວາມສົນໃຈຢ່າງກວ້າງຂວາງຂອງບັນດາສຳນັກຂ່າວສານ ແລະ ອົງການສື່ມວນຊົນໃຫຍ່ໃນໂລກ.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ສື່ມວນ​ຊົນ​ສາ​ກົນ​ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ວັນ​ເຮັດ​ວຽກ​ທຳ​ອິດ - ảnh 1ວາລະປະຊຸມກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ພາບ: nhandan.vn)

ສຳນັກຂ່າວສານ AFP (ຝລັ່ງ) ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງກອງປະຊຸມໃຫຍ່ ເຊິ່ງເຕື້ອງເຖິງບັນດາບຸລິມະສິດໃນ 5 ປີຈະມາເຖິງຄືຊຸກຍູ້ພາກເອກະຊົນ, ຫັນເປັນດີຈີຕອນ, ປ່ຽນແປງໃໝ່ເຕັກໂນໂລຢີ, ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດໃນແຕ່ລະປີບັນລຸລະດັບ 10%ຂຶ້ນໄປໃນໄລຍະ 2026 – 2030.

ໃນຂະນະນັ້ນ, ສຳນັກຂ່າວສານ BBC ຂອງອັງກິດໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ວາງອອກຄຳຕັດສິນສຳຄັນທີ່ສຸດຂອງລະບົບການເມືອງຫວຽດນາມ ໃນໄລຍະ 5 ປີຈະມາເຖິງ, ນັບແຕ່ນະໂຍບາຍເສດຖະກິດ, ການຕ່າງປະເທດ ຈົນຮອດວຽກງານພະນັກງານ.

ຕາມແງ່ມູມກ່ຽວກັບແງ່ຫວັງພັດທະນາເສດຖະກິດ, ໜັງສືພິມ China Daily ຂອງຈີນ ໄດ້ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມໄດ້ດຳເນີນເມື່ອຫວຽດນາມ ພວມປະກົດຂຶ້ນຄື “ຈຸດພົ້ນເດັ່ນໃນການເຕີບໂຕ” ຂອງອາຊີຕາເວັນອອກສ່ຽງໃຕ້.

ຕາມບັນດາອົງການສື່ມວນຊົນຕ່າງປະເທດແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ມີບົດບາດຕັດສິນໃນການກຳນົດທິດການເມືອງ ແລະເສດຖະກິດຂອງ ຫວຽດນາມ ໃຫ້ແກ່ 5 ປີຈະມາເຖິງ. ບັນດານະໂຍບາຍຊີ້ຂາດ ແລະ ບຸກຄະລາກອນທີ່ໄດ້ຮັບການຄັດເລືອກຢູ່ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບການຄາດຄະເນວ່າຈະກຳນົດເສັ້ນທາງພັດທະນາຂອງ ຫວຽດນາມ ໃນຫຼາຍປີຈະມາເຖິງ, ໃນສະພາບການປະເທດຊາດພວມຢືນຢູ່ຕໍ່ໜ້າກາລະໂອກາດ, ສິ່ງທ້າທາຍທີ່ສັບສົນຂອງສະພາບການສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ