ກອງປະຊຸມໃຫຍ່ຊົນຊາດຊີຣີຮັບຮອງເອົາເອກະສານ 3 ສະບັບ

(VOVWORLD) -ຊີຣີ ຕ້ອງກາຍເປັນປະເທດປະຊາທິປະໄຕ ແລະ ປະຊາຊົນມີສິດຕັດສິນອະນາຄົດຂອງຕົນ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຕົ້ນຕໍໃນຖະແຫຼງການຂອງກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ຢູ່ Sochi ທີ່ໄດ້ປະກາດໃນວັນທີ 30 ມັງກອນ ຜ່ານແວັບໄຊຂອງກະຊວງການຕ່າງປະເທດລັດເຊຍ.

ກອງປະຊຸມໃຫຍ່ຊົນຊາດຊີຣີຮັບຮອງເອົາເອກະສານ 3 ສະບັບ - ảnh 1ກອງປະຊຸມໃຫຍ່ຊົນຊາດຊີຣີຮັບຮອງເອົາເອກະສານ 3 ສະບັບ

(ພາບ: Reuters)

ກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ຖືກດຳເນີນໃນວັນທີ 30 ມັງກອນ ຢູ່ Sochi ດ້ວຍການເຂົ້າຮ່ວມຂອງຜູ້ແທນ 1.393 ຄົນ ແລະ ນັກສັງເກດການກວ່າ 50 ຄົນ. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາເອກະສານສຳຄັນ 3 ສະບັບ, ລວມມີຖະແຫຼງການສິ້ນສຸດກອງປະຊຸມໃຫຍ່, ຈົດໝາຍຮຽກຮ້ອງຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ແລະ ບັນຊີລາຍຊື່ຜູ້ສະໝັກເຂົ້າຮ່ວມຄະນະກຳມະການຄົ້ນຄວ້າກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງການຮຽບຮຽງລັດຖະທຳມະນູນ, ໝາຍຄວາມວ່າເຂົ້າຮ່ວມຄະນະກຳມະການລັດຖະທຳມະນູນ. ລັດເຊຍ ຖະແຫຼງວ່າ, ກອງປະຊຸມໃຫຍ່ເຈລະຈາຊົນຊາດຊີຣີ ແມ່ນບາດກ້າວສຳຄັນທຳອິດໃນການໄກ່ເກ່ຍປອງດອງຊາດຢູ່ຊີຣີ ແລະ ເບິ່ງລວມແລ້ວແມ່ນບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ