ກະກຽມປະກາດ“ວັນກົດໝາຍປະເທດສສຫວຽດນາມ”

ກະກຽມປະກາດ“ວັນກົດໝາຍປະເທດສສຫວຽດນາມ”	 - ảnh 1
ວັນ​ກົດໝາຍ​ປະ​ເທດ ສສຫວຽດນາມ
ພາບ:internet

 (vovworld)- ວັນ​ທີ 1/11 ຢູ່ ຮ່າ​ໂນ້ຍ, ກະຊວງ​ຍຸ​ຕິ​ທຳ ​ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ປະກາດ​ກ່ຽວ​ກັບ​ແຜນການ​ຈັດ​ຕັ້ງ “ວັນ​ກົດໝາຍ​ປະ​ເທດ ສສຫວຽດນາມ”. ຕາມ​ທ່ານ ​ເຈີ​ນຕຽນ​ຢູງ, ​ໂຄສົກ​ຂອງ​ກະຊວງ​ຍຸ​ຕິ​ທຳ ​ແລ້ວ, ຫົວ​ຂໍ້ຂອງ​ວັນ​ກົດໝາຍ​ປີ 2013 ​ແມ່ນ“ທົ່ວ​ປວງ​ຊົນ​ສ້າງ, ປະຕິບັດ ​ແລະ ຮັກສາ​ລັດຖະທຳ​ມະນູນ ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປ​ະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ​ຍຸຕິ​ທຳ, ສີວິ​ໄລ” ​ເພ່ືອ​ສະ​ແດງ​ໃຫ້​ເຫັນ​​ເນື້ອ​ໃນ​ຈິດ​ໃຈ“ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ” ຊື່​ງລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ. ​ເວລາ​ຈັດ​ຕັ້ງ​ວັນ​ກົດໝາຍ ​ໄດ້​ຮັບ​ການ​ປະຕິບັດ​​ແຕ່​ວັນ​ທີ 4-10/11/2013. ພິທີ​ປະກາດ “ວັນ​ກົດໝາຍ​ປະ​ເທດ ສສ ຫວຽດນາມ” ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/11 ຢູ່​ສູນ​ປະຊຸມ​ແຫ່ງ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ