ກະຊວງອຸດສາຫະກຳ ແລະ ການຄ້າຜັນຂະຫຍາຍລະບົບຄົ້ນຫາຕົ້ນກຳເນີດແຕ່ວັນທີ 23 ທັນວາ 2025
(VOVWORLD) - ລະບົບນີ້ໄດ້ສ້າງຂຶ້ນຕາມກຳນົດທິດຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ສວມບົດບາດເປັນຂົວເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ຜູ້ບໍລິໂພກ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຕະຫຼາດ.
ພາບປະກອບ: VOV |
ນັບແຕ່ວັນທີ 23 ທັນວາ 2025, ລະບົບຄົ້ນຫາຕົ້ນກຳເນີນໃນເວັບໄຊ www.verigoods.vn ຂອງກະຊວງອຸດສາຫະກຳ ແລະ ການຄ້າເຂົ້າເຄື່ອນໄຫວຢ່າງເປັນທາງການ. ລະບົບນີ້ໄດ້ສ້າງຂຶ້ນຕາມກຳນົດທິດຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ສວມບົດບາດເປັນຂົວເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ຜູ້ບໍລິໂພກ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຕະຫຼາດ. ຜ່ານການເຮັດແຈ້ງຂໍ້ມູນຜະລິດຕະພັນດ້ວຍວິທີການຢັ້ງຢືນຕ່າງໆຄື ລະຫັດ QR, ຜູ້ບໍລິໂພກອາດສາມາດຮັບຮູ້ຜະລິດຕະພັນຂອງແທ້ຢ່າງງ່າຍດາຍ. ການຜັນຂະຫຍາລະບົບຄົ້ນຫາຕົ້ນກຳເນີນດຂອງ ກະຊວງອຸດສາຫະກຳ ແລະ ການຄ້າທີ່ໄດ້ຮັບຄວາມຫວັງວ່າຈະໜູນຊ່ວຍດ້ານເຕັກນິກ, ສ້າງກຳລັງຄວາມສາມາໃນການຄົ້ນຫາຕົ້ນກຳເນີນດ ຜ່ານນັ້ນຊຸກຍູ້ການຫັນເປັນດີຈີຕອນ ຢ່າງຄົບຊຸດພາຍໃນທົ່ວຂະແໜງການ.