ທ່ານປະທານ ກູບາ Raul Castro ແລະ
ທ່ານປະທານາທິບໍດີ Barack Obama
(ພາບ: CNN)
(vovworld) - ບັນດາມາດຕະການຂວ້ຳບາດສຳລັບ ກູບາຈະສິ້ນສຸດລົງ. ນັ້ນແມ່ນຄຳຢືນຢັນຂອງປະທານາທິບໍດີ ອາເມລິກາ Barack Obama ພາຍຫຼັງການເຈລະຈາກັບທ່ານປະທານ ກູບາ Raul Castro ຢູ່ນະຄອນຫຼວງ ລາຮາວານ ໃນຕອນເຊົ້າວັນທີ 22/3 (ຕາມເວລາຫວຽດນາມ). ກ່າວຄວາມເຫັນກັບວົງການນັກຂ່າວພາຍຫຼັງການເຈລະຈາ, ການນຳທັງສອງທ່ານຊີ້ແຈ້ງວ່າ: ທັງສອງຝ່າຍຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ, ພິເສດແມ່ນບັນດາບັນຫາປະຕິຮູບດ້ານເສດຖະກິດ ແລະ ສິດທິມະນຸດ ແຕ່ພັດແບ່ງປັນທັດສະນະລວມກ່ຽວກັບຄວາມຈຳເປັນຕ້ອງຍົກເລີກບັນດາມາດຕະການລົງໂທດເຊິ່ງອາເມລິກາໄດ້ຈັດວາງຕໍ່ ກູບາໃນ 5 ກວ່າທົດສະວັດຜ່ານມາ. ການນຳທັງສອງທ່ານລ້ວນແຕ່ສະແດງຄວາມປະເອີບໃຈຕໍ່ອະນາຄົດຂອງການພົວພັນລະຫວ່າງອາເມລິກາ - ກູບາ ດ້ວຍຄວາມສາມາດບົ່ມຊ້ອນດ້ານການຮ່ວມໃນບັນດາຂົງເຂດເຊັ່ນ: ການຄ້າ, ການທ່ອງທ່ຽວ, ການປ້ອງກັນຄວາມສະຫົງບ, ສາທາລະນະສຸກ…. ປະທານາທິບໍດີ Barack Obama ໃຫ້ຮູ້ວ່າ, ສອງຝ່າຍບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງກ່ຽວກັບການຮ່ວມມືດຳເນີນທຸລະກິດ ແລະ ພວມຕັ້ງໜ້າຊອກຫາກາລະໂອກາດຕື່ມອີກ:
“ອາເມລິກາຮັບຮູ້ບັນດາຄວາມກ້າວໜ້າເຊິ່ງ ກູບາຍາດມາໄດ້, ພິເສດແມ່ນບັນດາຜົນງານໃຫຍ່ດ້ານສາທາລະນະສຸກ ແລະ ການສຶກສາ. ກູບາແມ່ນປະເທດທີ່ມີອະທິປະໄຕ, ຊາຕາກຳ ແລະ ອະນາຄົດຂອງ ກູບາ ໂດຍຊາວ ກູບາຕັດສິນ, ຫາກບໍ່ແມ່ນ ອາເມລິກາ ຫຼື ບໍ່ວ່າປະເທດໃດໆ“.