ການ​ນຳ​ບັນ​ດາ​ປະ​ເທ​ດ​ສືບ​ຕໍ່​ສົ່ງ​ສານ, ຈົດ​ໝາຍ​ຊົມ​ເຊີຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ

(VOVWORLD) - ເນື່ອງໃນໂອກາດສະຫາຍ ໂຕເລິມ ໄດ້ຮຮັບການຕົກລົງເປັນເອກະພາບຢ່າງຂາດຂັ້ນຈາກຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ເລືອກຕັ້ງໃຫ້ສືບຕໍ່ດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV, ການນຳຂັ້ນສູງບັນດາປະເທດ ກູບາ, ລັດເຊຍ, ຍີ່ປຸ່ນ, ມົງໂກນ, ເບລາຣຸດ ໄດ້ສົ່ງສານ ແລະ ຈົດໝາຍຊົມເຊີຍ.
ການ​ນຳ​ບັນ​ດາ​ປະ​ເທ​ດ​ສືບ​ຕໍ່​ສົ່ງ​ສານ, ຈົດ​ໝາຍ​ຊົມ​ເຊີຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນອັດກອງປະຊຸມໃຫຍ່ (ພາບ: TTXVN)

ໃນຈົດໝາຍຊົມເຊີຍ, ທ່ານ Miguel Díaz-Canel Bermúdez ເລຂາເອກພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ໄດ້ຊີ້ແຈ້ງວ່າ, ກູບາ ຕີລາຄາສູງບັນດາຜົນງານປະຫວັດສາດ ເຊິ່ງ ຫວຽດນາມ ບັນລຸໄດ້ໃນ 40 ປີຜັນຂະຫຍາຍຂະບວນວິວັດປ່ຽນແປງໃໝ່, ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງທ່ານເລຂາທິການໃຫຍ່ ໂຕເລິມ, ພັກ ແລະ ປະຊາຊົນ ຫວຽດນາມ ຈະສືບຕໍ່ກ້າວເດີນຢ່າງໝັ້ນແກ່ນໃນພາລະກິດແຫ່ງການສ້າງສັງຄົມນິຍົມ, ມຸ່ງໄປເຖິງໄລຍະພັດທະນາໃໝ່ວັດທະນາຖາວອນກວ່າ, ປົກຄຸມກວ່າ ແລະ ຍືນຍົງກວ່າ.

ປະທານພັກປະຊາທິປະໄຕອິດສະຫຼະ ຍີ່ປຸ່ນ, ທ່ານ Takaichi Sanae ນາຍົກລັດຖະມົນຕີ ຍີ່ປຸ່ນ ອວຍພອນພັກກອມມູນິດ ຫວຽດນາມ ພາຍໃຕ້ການນຳພາຂອງຖັນແຖວການນຳໃໝ່, ຫວຽດນາມ ຈະເສີມຂະຫຍາຍບົດບາດນຳພາອັນກະໂດດໃນການສ້າງສາມຸ່ງໄປເຖິງສັງກາດການພັດທະນາໃໝ່ໃຫ້ແກ່ ບໍ່ພຽງແຕ່ສະເພາະ ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບ, ພັດທະນາຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ