(vovworld)- ວັນທີ 4/1,ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ຜູ້ຮັກສາການປະທານາທິບໍດີ ທັງເປັນນາຍົກລັດຖະມົນຕີ ສ.ເກົາຫຼີ ທ່ານ Hwang Kyo Ahn ໄດ້ແລກປ່ຽນສານອວຍພອນເນື່ອງໃນໂອກາດເລີ່ມຕົ້ນປີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ (22/12/1992 – 22/12/2017). ການນຳທັງ 2 ໄດ້ຕີລາຄາສູງການພົວພັນຮ່ວມມືມິດຕະພາບຫວຽດນາມ-ສ.ເກົາຫຼີ ໃນ 25 ປີທີ່ຜ່ານມາ, ໄດ້ພັດທະນາຢ່າງແຂງແຮງ, ຮອບດ້ານ ແລະ ແທດຈິງ, ຕອບສະໜອງຄວາມຕ້ອງການ ແລະ ຄວາມມຸ່ງຫວັງຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ການນຳ 2 ປະເທດເຫັນດີນຳການພົວພັນຄູ່ຮ່ວມມືີຍຸດທະສາດຫວຽດນາມ-ສ.ເກົາຫຼີສືບຕໍ່ພັດທະນາຢ່າງແຂງແຮງ, ບັນລຸບັນດາໝາກຜົນອັນໃຫຍ່ຫຼວງກວ່າອີກໃນໄລຍະທີ່ຈະມາເຖິງ.