(vovworld) – ວັນທີ 11/7, ຢູ່ ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຂົງຊວຽນຢ໋າວ ໄດ້ຈັດການປະຊຸມຂ່າວປະກາດໝາກຜົນຂອງການຢ້ຽມຢາມທາງລັດຖະກິດເຖິງ ສປ ຈີນ ຂອງປະທານປະເທດ ຫວຽດນາມ ເຈືອງເຕີນຊາງ. ທີ່ການປະຊຸມຂ່າວ, ທ່ານເອກອັກຄະລັດຖະທູດ ໄດ້ຕອບບາງຄຳຖາມຂອງສື່ມວນຊົນ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຂົງຊວຽນຢ໋າວ ຢືນຢັນວ່າ: ດ້ວຍບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງທີ່ບັນລຸໄດ້ນັ້ນ, ການຢ້ຽມຢາມ ຂອງທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ສ້າງກຳລັງໜູນຊຸກຍູ້ການພັດທະນາຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ຈີນ. ທ່ານເອກອັກຄະລັດຖະທູດ ຂົງຊວຽນຢ໋າວ ໃຫ້ຮູ້ວ່າ: ບັນຫາບົນທະເລຕາເວັນອອກແມ່ນບັນຫາໜຶ່ງດຽວທີ່ຍັງຄົງຄ້າງໃນການພົວພັນ 2 ປະເທດ. ຫຼັກໝັ້ນຂອງ 2 ຝ່າຍຍັງມີຄວາມແຕກຕ່າງກັນ ແລະ ຄວາມບໍ່ລົງລອຍກັນ. ແຕ່ໃນການຢ້ຽມຢາມຄັ້ງນີ້, 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ມາດຕະການແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງສົມເຫດສົມຜົນ, ຫລີກລ້ຽງບໍ່ປະໃຫ້ບັນຫາບົນທະເລສົ່ງຜົນສະທ້ອນເຖິງການພັດທະນາການພົວພັນຂອງ 2 ປະເທດ.