ການປະຊຸມຂ່າວສາກົນກ່ຽວກັບການຢ້ຽມຢາມຫວຽດນາມ
ຂອງປະທານາທິບໍດີອາເມລິກາ
(ພາບ: TTXVN)(vovworld) - ຕອນເຊົ້າວັນທີ 19/05, ຢູ່ ວໍຊິງຕັນ ດີຊີ, ສູນສື່ມວນຊົນສາກົນ ກະຊວງການຕ່າງປະເທດແຫ່ງສະຫະລັດອາເມລິກາ ໄດ້ຈັດກອງປະຊຸມຂ່າວສາກົນ ກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 23 – 25/05 ຂອງທ່ານປະທານາທິບໍດີອາເມລິກາ Barack Obama.
ກ່າວຄຳເຫັນຕໍ່ໜ້າບັນດານັກຂ່າວສາກົນ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ Daniel Russel ແລະ ຜູ້ອຳນວຍການຂັ້ນສູງຂອງສະພາປ້ອງກັນຄວາມສະຫງົບແຫ່ງຊາດ Daniel Kritenbrink ໃຫ້ຮູ້ວ່າ, ການໄປຢ້ຽມຢາມຫວຽດນາມ ແລະ ຍີ່ປຸ່ນ ແມ່ນການຢັ້ງຢືນຄຳໝັ້ນສັນຍາຂອງທ່ານປະທານາທິບໍດີ Barack Obama ສຳລັບນະໂຍບາຍ ສ້າງຄວາມດຸ່ນດ່ຽງອາຊີ - ປາຊີຟິກ ຄືນໃໝ່ຂອງອາເມລິກາ ແລະ ຍົກໃຫ້ເຫັນ 2 ປັດໃຈຕົ້ນຕໍ່ຂອງຍຸດທະສາດນີ້. ທີໜຶ່ງແມ່ນເພີ່ມທະວີການພົວພັນກັບບັນດາປະເທດພັນທະມິດທີ່ເປັນມູນເຊື້ອ ແລະ ທີ 2 ແມ່ນ ສ້າງການພົວພັນຄູ່ຮ່ວມມືໃໝ່ກັບບັນດາປະເທດທີ່ພ້ວມພົ້ນເດັ່ນຂຶ້ນໃນພາກພື້ນຄືຫວຽດນາມ. ທ່ານ Daniel Russel ເນັ້ນໜັກວ່າ.
“ນີ້ແມ່ນຄັ້ງທຳອິດໄປຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Barack Obama ແລະ ກໍແມ່ນການຢ້ຽມຢາມຂອງປະທານາທິບໍດີອາເມລິກາ ຄົນທຳອິດພາຍຫຼັງໄລຍະເກືອບ 10 ປີ. ແຕ່ສິ່ງສຳຄັນກວ່າໝູ່ແມ່ນ ການຢ້ຽມຢາມນີ້ໄດ້ເປັນຂີດໝາຍບັນດາບາດກ້າວກະໂດດຂັ້ນໃນການພົວພັນລະຫວ່າງ 2 ປະເທດ”.
ຕາມທ່ານ Daniel Russel ແລ້ວ, ຫວຽດນາມ ພວມກາຍເປັນຄູ່ຮ່ວມທີ່ຈຳເປັນຂອງບັນດາປະເທດໃນບັນຫາຫຼາຍຝ່າຍຄື ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ຮັກສາກົດໝາຍບົນທະເລ ຫຼື ແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ.
ສ່ວນທ່ານ Daniel Kritenbrink, ຜູ້ອຳນວຍການຂັ້ນສູງສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ:
“ຫນຶ່ງໃນບັນດາຈຸດພົ້ນເດັ່ນພິເສດຂອງການພົວພັນຄູ່ຮ່ວມມືຫວຽດນາມ - ອາເມລິກາ ໃນສັດຕະວັດທີ 21 ແມ່ນຄຳໝັ້ນສັນຍາລວມຂອງສອງຝ່າຍໃນການຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ຂໍ້ກຳນົດຂອງກົດໝາຍຢູ່ ອາຊີ -ປາຊີຟີກ, ຊື່ງແມ່ນສະຖານທີ່ບັນດາປະເທດສາມາດສືບຕາມບັນດາຈຸດໝາຍຂອງຕົນໂດຍສັນຕິພາບ ແລະ ສອດຄອ່ງກັບກົດໝາຍສາກົນ. ອາເມລິກາ ປາດຖະຫນາຢາກສືບຕໍ່ປຶກສາຫາລືກັບການນຳຫວຽດນາມ ກ່ຽວກັບຮູບການຮ່ວມມືເພື່ອເພີ່ມທະວີກຳລັງຄວາມສາມາດປ້ອງກັນຄວາມສະຫງົບປອດໄພຢູ່ທະເລຂອງຫວຽດນາມ.”