(VOVWORLD) - ເວລາ 6 ໂມງ 30 ນາທີຂອງຕອນເຊົ້າວັນທີ 30 ສິງຫາ, ການຝຶກຊ້ອມລະດັບຊາດຄັ້ງສຸດທ້າຍພິທີສະເຫຼີມສະຫຼອງ, ເດີນຂະບວນ, ສວນສະໜາມ ເນື່ອງໃນໂອກາດວັນການປະຕິວັດເດືອນສິງຫາ (19/8/1945-19/8/2025) ແລະ ວັນສະຖາປະນາປະເທດແຫ່ງ ສສ. ຫວຽດນາມ (2/9/1945-2/9/2025) ຄົບຮອບ 80ປີ ໄດ້ດຳເນີນຢູ່ສະໜາມຫຼວງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ.
ການຝຶກຊ້ອມລະດັບຊາດຄັ້ງສຸດທ້າຍພິທີສະເຫຼີມສະຫຼອງ, ເດີນຂະບວນ, ສວນສະໜາມ ດຳເນີນໃນເວລາ 6 ໂມງ 30 ນາທີຂອງຕອນເຊົ້າວັນທີ 30 ສິງຫາ ຢູ່ສະໜາມຫຼວງ ບາດິ່ງ (ພາບ: VOV)
|
ເຂົ້າຮ່ວມການຝຶກຊ້ອມມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ; ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຊີ້ນຳສູນກາງພັກ ຮັບຜິດຊອບບັນດາພິທີສະເຫຼີມສະຫຼອງວັນບຸນໃຫຍ່ ແລະ ບັນດາເຫດການສຳຄັນຂອງປະເທດຊາດ (2023 – 2025); ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ; ທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງຮັບຜິດຊອບບັນດາພິທີສະເຫຼີມສະຫຼອງວັນບຸນໃຫຍ່ ແລະ ບັນດາເຫດການສຳຄັນຂອງປະເທດຊາດ (2023 – 2025); ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ; ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ; ທ່ານນາງ ບຸ່ຍທິມິງຮວ່າຍ ເລຂາຄະນະພັກນະຄອນ ຮ່າໂນ້ຍ.
ປືນໃຫຍ່ໃນການຝືກຊ້ອມລະດັບຊາດຄັ້ງສຸດທ້າຍ ໃນຕອນເຊົ້າວັນທີ 30/8 (ພາບ: VOV) |
ການຝຶກຊ້ອມລະດັບຊາດຄັ້ງສຸດທ້າຍໄດ້ຮັບຄວາມສົນໃຈ ແລະ ລໍຖ້າເປັນພິເສດຈາກປະຊາຊົນນະຄອນຫຼວງ ແລະ ບັນດາແຂວງໃກ້ຄຽງ. ລຸງ ຫງວຽນວັນລຶ້ວ, ມາຈາກແຂວງ ຝຸເທາະ ແລະ ລຸງ ຟານແທ່ງວິງ, ນັກຮົບເກົ່າມາຈາກແຂວງ ດ້ຽນບຽນ ແບ່ງປັນວ່າ:
“ປີນີ້, ຂ້າພະເຈົ້າມີອາຍຸ 64 ປີແລ້ວ ແຕ່ກໍຍັງບໍ່ທັນໄດ້ເຫັນກັບຕາການເດີນຂະບວນ, ສວນສະໜາມຂອງປະເທດຕົນຈັກເທື່ອ. ຜົວເມຍຂ້າພະເຈົ້າມານີ້ແຕ່ຕອນບ່າຍມື້ວານນີ້ເພື່ອລໍຖ້າຄະນະເດີນຂະບວນຜ່ານ ແລະ ເຈືອຈານກັບບັນຍາກາດຕ້ອນຮັບວັນບຸນເອກະລາດຂອງຊາດ”.
“ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ກ່ອນອື່ນໝົດແມ່ນພໍ່ແມ່ປະຊາຊົນ 2 ໂມງເຂົ້າກໍມີໜ້າຢູ່ນີ້ແລ້ວ. ທີສອງແມ່ນບັນດາພາກສ່ວນຮັບໃຊ້ໃຫ້ແກ່ພິທີ ນັບແຕ່ການປົກປັກຮັກສາສິ່ງແວດລ້ອມ ຕະຫຼອດຮອດຕຳຫຼວດ, ນັກສຶກສາອາສາສະໝັກ ກໍປະຕິບັດໄດ້ດີຫຼາຍ. ນີ້ແມ່ນພິທີມີຂອບຂະໜາດໃຫຍ່ ແລະ ວຽກງານກະກຽມປະຕິບັດໄດ້ດີຫຼາຍ”.
ບັນດາກ້ອນກຳລັງເດີນຂະບວນຜ່ານຖະໜົນ ໜອງ ຮວ່ານກຽມ |
ຕາມແຜນການ, ລາຍການພິທີສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ຄົບຮອບ 80 ປີ ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນເວລາ 6 ໂມງ 30 ນາທີ ຂອງວັນທີ 2 ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ.