
ທ່ານປະທານສະພາສູງ ອິນໂດເນເຊຍ Irman Gusman
ແລະ ທ່ານ ຮ່ວາງແອງຕວັນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ
ພາບ:dangcongsanvn
|
(vovworld)- ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານສະພາສູງ ອິນໂດເນເຊຍ Irman Gusman ທີ່ການຕ້ອນຮັບ ທ່ານ ຮ່ວາງແອງຕວັນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ເຂົ້າຢ້ຽມຂ່ຳນັບ ເມື່ອວັນທີ 7/1 ຢູ່ ນະຄອນຫລວງ ຈາກາຕາ. ທ່ານປະທານສະພາສູງ ອິນໂດເນເຊຍ Irman Gusman ຖຶວ່າ: ອິນໂດເນເຊຍ ແລະ ຫວຽດນາມ ຄວນຂຸດຄົ້ນການພົວພັນດ້ານການເມືອງອັນດີງາມ ເພື່ອຮັບໃຊ້ບຸລິມະສິດພັດທະນາເສດຖະກິດ ແລະ ຍົກສູງລະດັບຄອງຊີບ, ສະຫວັດດີການຂອງປະຊາຊົນແຕ່ລະປະເທດ. ທ່ານປະທານສະພາສູງ ອິນໂດເນເຊຍ Irman Gusman ກໍສະແດງຄວາມປາດຖະຫນາຢາກຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນ, ນະຄອນໃຫຍ່ຂອງສອງປະເທດ, ຊຸກຍູ້ການທ່ອງທ່ຽວເພື່ອສ້າງຄວາມສະຫນິດຕິດພັນລະຫວ່າງປະຊາຊົນສອງປະເທດ.
ທ່ານເອກອັກຄະລັດຖະທູດ ຮ່ວາງແອງຕວນ ສະແດງຄວາມຫວັງວ່າ ການພົວພັນລະຫວ່າງສອງປະເທດ ຈະມີບັນດາບາດກ້າວຄືບຫນ້າໃຫມ່ ແລະ ແທດຈິງ ພາຍຫລັງປະຊາຄົມ ອາຊຽນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ.