ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ
ນາຍົກລັດຖະມົນຕີ ແບນຊິກ Charles Miche
|
(vovworld)- ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ແບນຊີກ Charles Michel ໃນການເຈລະຈາ ເມື່ອວັນທີ 2/12 ຢູ່ ບຣຸກແຊນ ໃນຂອບເຂດການຢ້ຽມຢາມແບນຊີກ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ. ນາຍົກລັດຖະມົນຕີ ສອງທ່ານ ໄດ້ພ້ອມກັນແລກປ່ຽນບັນດາການກຳນົດທິດທາງໃຫຍ່ໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ແບນຊີກ, ເປັນເອກະພາບຫລາຍມາດຕະການ ເພື່ອຜັນຂະຫຍາຍບັນດາໂຄງການຂຶ້ນກັບຂົງເຂດ: ເສດຖະກິດ, ວິທະຍາສາດ ເຕັກໂນໂລຊີ, ບໍລິການພະລາທິການ, ຄົມມະນາຄົມຂົນສົ່ງ, ການເຕີບໂຕຂຽວ ແລະອື່ນໆ ຢ່າງມີປະສິດທິຜົນ. ນາຍົກລັດຖະມົນຕີ ທັງສອງທ່ານ ໄດ້ເຫັນດີ ສົມທົບກັນເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະ ອີຢູ, ຊຸກຍູ້ ອີຢູ ສຳເລັດການໃຫ້ສັດຕະຍາບັນ PCA, ແລະລົງນາມໃນສັນຍາ EVFTA ໂດຍໄວ. ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ແບນຊີກ Charles Michel ໄດ້ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ແບນຊີກ, ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ພົບປະກັບປະທານສະພາຕ່ຳ ແບນຊີກ Siegfried Bracke, ແລະ ປະທານສະພາສູງແບນຊີກ ທ່ານນາງ Christine Defraigne.