ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຊຸກຍູ້ການພົວພັນຫວຽດນາມ-ມາເລເຊຍ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ
ທ່ານນາຍົກລັດຖະມົນຕີ Najib Razak
(ພາບ: VGP/NhatBac)
(vovworld) - ວັນທີ 7/8, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເລີ່ມຕົ້ນການຢ້ຽມຢາມປະເທດ ມາເລເຊຍ ຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍ ສຳຄັນໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ພ້ອມທັງຊຸກຍູ້ການຮ່ວມມືໃນ ອາຊຽນ ຍິ່ງກ່ວາອີກ, ກະກຽມມຸ່ງກ້າວໄປເຖິງການສ້າງຕັ້ງປະຊາຄົມ ອາຊຽນ ໃນທ້າຍປີນີ້. ເມື່ອຕອບສຳພາດນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ຟ້າມກາວຟອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ຢືນຢັນວ່າ: ການຢ້ຽມຢາມ ມາເລເຊຍ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຈະເຮັດໃຫ້ການພົວພັນທາງດ້ານການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ, ສັງຄົມ ລະຫວ່າງ ຫວຽດນາມ ແລະ ມາເລເຊຍ ເລິກເຊິ່ງກ່ວາອີກ. ໃນໄລຍະຜ່ານມາ ຫວຽດນາມ ແລະ ມາເລເຊຍ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມ. ທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ ໃຫ້ຮູ້ວ່າ:
“ ໃນໄລຍະຢ້ຽມຢາມ ມາເລເຊຍ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ ຄະນະຜູ້ແທນ ຫວຽດນາມ ຈະມີການເຈລະຈາລະຫວ່າງ 2 ຝ່າຍ ແລະ ມີການພົບປະສະເພາະລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ກັບ ນາຍົກລັດຖະມົນຕີ ມາເລເຊຍ. ພ້ອມກັນນັ້ນ ຍັງຈະດຳເນີນການພົບປະລະຫວ່າງ ນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ກັບນັກທຸລະກິດຂອງບັນດາປະເທດ ອາຊຽນ. ຄາດຄະເນວ່າ: ຫວຽດນາມ ແລະ ມາເລເຊຍ ຈະເຊັນສັນຍາໃໝ່ກ່ຽວກັບແຮງງານ.”
ທູຮ່ຽນ, ນັກຂ່າວ VOV